ວຽກ 3 ສ້າງຂົງເຂດອຸດສາຫະກຳ-ການຄ້າ ຄືບໜ້າຫລາຍດ້ານ
ຂປລ. ແຫລ່ງຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນຜົນ ແລະ ຖອດຖອນ ບົດຮຽນການ ຈັດຕັ້ງປະຕິບັດວຽກງານ 3 ສ້າງໃນໄລຍະ 6 ເດືອນຕົ້ນສົກປີ 2013 ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ, ໃນວັນທີ 14 ພຶດສະພາ 2013 ນີ້, ພາຍໃຕ້ການເປັນປະທານ ຂອງທ່ານ ບຸນດາໄລ ເຄນນະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ທ່ານ ບັງລິດ ຄຳລຽງຈັນທິທາລາດ ຫົວໜ້າ ພະແນກພາຍໃນແຂວງ, ມີພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານ 3 ສ້າງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ທ່ານ ຄຳຜຸຍ ສີບຸນເຮືອງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານແຜນງານ 3 ສ້າງຂົງເຂດອຸດສາຫະກຳ ແລະ ການຄ້າ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນບາງດ້ານພົ້ນເດັ່ນວ່າ: ໂດຍລວມ ແມ່ນສາມາດບັນລຸຕາມລະດັບ ຄາດໝາຍທີ່ວາງໄວ້ເປັນສ່ວນໃຫຍ່ ຊຶ່ງມາຮອດປະຈຸບັນ, ພະແນກດ່ັງກ່າວ ໄດ້ມີການມອບ-ຮັບວຽກ ແລະ ແບ່ງຂັ້ນຄຸ້ມຄອງ ລະຫວ່າງພະແນກອຸດສາຫະກຳ ແລະ ການຄ້າ ກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ມີ 3 ເມືອງທົດລອງ ເຊັ່ນ: ເມືອງ ໄກສອນພົມວິຫານ, ຈຳພອນ ແລະ ເຊໂປນ, ຊ່ຶງມີບັນດາໜ້າວຽກຕົ້ນຕໍ ເຊ່ັນ: ບັນຊີສະຖິຕິໂຮງງານ ຈຳນວນ 529 ແຫ່ງ, ບັນຊີຕະຫລາດ 16 ແຫ່ງ, ການຂຶ້ນທະບຽນວິສາຫະກິດ, ຫົວໜ່ວຍວິສາຫະກິດທີ່ໄດ້ຂຶ້ນແລ້ວ 1.797 ຫົວໜ່ວຍ, ມອບເຄື່ອງມື ອຸປະກອນຄອມພິວເຕີ ມີ 3 ເຄື່ອງ ໃຫ້ 3 ເມືອງເປົ້າໝາຍ.
ພ້ອມນີ້ ຍັງມີໜ້າວຽກງານທີ່ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງເປັນຜູ້ຮັບຜິດຊອບຄຸ້ມຄອງ ປະກອບ ມີ 8 ວຽກຕົ້ນຕໍຄື : ວຽກງານສະຖິຕິ ແລະ ການ ສ້າງ ແຜນການ, ການ ຄ້າພາຍໃນ, ການອອກທະບຽນ ແລະ ຄຸ້ມຄອງວິສາຫະກິດ, ອຸດສາຫະກຳ ປຸງແຕ່ງ ແລະ ຫັດຖະກຳ, ການນຳເຂົ້າ - ສົ່ງ ອອກ, ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແລະ ວຽກງານການຈັດຕັ້ງ - ພະນັກງານ .
ໃນອີກ 6 ເດືອນທ້າຍສົກປີ 2012-2013 ນີ້, ເພື່ອສືບຕໍ່ຜັນຂະຫຍາຍແນວທາງຂອງກົມການເມືອງສູນກາງພັກກ່ຽວກັບວຽກງານ 3 ສ້າງທົ່ວປະເທດ, ເວົ້າສະເພາະຢູ່ຂັ້ນພະແນກ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າໃນ 3 ເມືອງເປົ້າຫມາຍ ຕ້ອງໄດ້ສືບຕໍ່ກວດກາຄືນ ແລະ ຄົ້ນຄວ້າກຳນົດສິດ, ຄວາມຮັບຜິດຊອບດ້ານການຄຸ້ມຄອງ ໃນການປະຕິບັດ ບັນດາວຽກງານວິຊາສະເພາະ ແລະ ໂຄງການພັດທະນາຕ່າງໆ ຈາກພະແນກລົງໄປໃຫ້ຫ້ອງການຂັ້ນເມືອງ ຊຶ່ງທິດທາງໃນການດຳເນີນແມ່ນຈະເອົາວຽກງານ 3 ສ້າງຕິດພັນກັບວຽກງານ 4 ຫັນຄື: ຫັນວຽກ, ຫັນພະນັກງານ, ຫັນງົບປະມານ ແລະ ຫັນອຸປະກອນເຄື່ອງມືທີ່ຈຳເປັນເຂົ້າໃນການຈັດຕັ້ງວຽກງານ, ເພີ່ມທະວີກົນໄກປະສານງານລະຫວ່າງສາຍຕັ້ງ ແລະ ສາຍຂວາງ, ເອົາໃຈໃສ່ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານຜົນການຈັດຕັ້ງປະຕິບັດເປັນປົກກະຕິ ຕາມ ຄາດຄະເນ ບາດກ້າວ ປະຕິບັດ ແຜນດຳເນີນງານ ຂອງ ຄະນະ ຮັບຜິດຊອບ 3 ສ້າງຂັ້ນແຂວງ ແລະ ກະຊວງອຸດສາຫະກຳ ແລະ ການຄ້າໃນບາດກ້າວທີ 2 ແມ່ນ ບາດກ້າວຈັດຕັ້ງປະຕິບັດ ແລະ ທີ 3 ແມ່ນບາດກ້າວສະຫລຸບສັງລວມ ແລະ ຖອດຖອນບົດຮຽນ .
ກັບສາລະບານ