ປະທານສະພາ ລົງຢ້ຽມຢາມອຳນາດການປົກຄອງ ເຂດຕັງອາໄລ-ລະແບງ

(ຂປລ): ດ້ວຍຄວາມເປັນຫ່ວງເປັນໃຍຄວາມສຸກ-ທຸກ ຂອງການນຳຂັ້ນສູງ ທີ່ມີຕໍ່ປະຊາຊົນບັນດາເຜົ່າ, ໃນຕອນບ່າຍຂອງວັນທີ 2 ກຸມພາ 2012, ທ່ານ ນາງປານີ ຢາທໍຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ລົງພົບປະໂອ້ລົມ ແລະ ຢ້ຽມຢາມອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເຂດຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ, ໂດຍການຕ້ອນຮັບຂອງ ທ່ານ ດຣ ຄຳເຜີຍ ຜັນທະຈອນ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ສະຫວັນນະເຂດ, ທ່ານ ຫວັນຄຳ ອິນທິຈັກ, ຄະນະປະຈຳພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13, ປະທານແນວລາວສ້າງ ຊາດແຂວງ, ທ່ານ ບຸນເຖິງ ແກ້ວບຸນເຮືອງ, ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆນອງ, ພ້ອມດ້ວຍອຳນາດການປົກຄອງ ຂັ້ນຕ່າງໆ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂດຕັງອາໄລ-ລະແບງ ເຂົ້າຮ່ວມ.
ທ່ານປະທານສະພາແຫ່ງຊາດ ໄດ້ຮັບຟັງການລາຍງານສະພາບການດ້ານຕ່າງໆ ພາຍໃນເຂດຈຸດສຸມ, ເຊ່ິງໃນໄລຍະຜ່ານມາ ເຖິງວ່າປະຊາຊົນໃນທ້ອງຖິ່ນນີ້ ໄດ້ພົບກັບຄວາມທຸກຍາກເປັນສ່ວນຫລາຍ ແລະ ເປັນເຂດທີ່ຫ່າງໄກສອກຫລີກ ເສັ້ນທາງໄປມາພົບຄວາມຫຍຸ້ງຍາກ ແລະ ປະຊາຊົນຍຶດຖືອາຊີບ ການຖາງປ່າເຮັດໄຮ່ ແບບເລື່ອນລອຍ, ແຕ່ວ່າພາຍໃນທ້ອງຖິ່ນຍັງມີຄວາມສະຫງົບເປັນພື້ນຖານ, ພ້ອມນີ້, ອຳນາດການປົກຄອງແຕ່ລະຂັ້ນ ໄດ້ເອົາໃຈໃສ່ ແລະ ບວກກັບຄວາມຕື່ນຕົວຂອງປະຊາຊົນບັນດາເຜ່ົາ ໄດ້ການປ່ຽນແປງ ໃຫມ່ທ່ີດີຂຶ້ນ ເຊັ່ນ : ການພັດທະນາພື້ນຖານໂຄງລ່າງ ໄດ້ມີການ
ວາງຜັງຕັດຕາຜ້າ ສ້າງຖະໜົນຫົນທາງພາຍໃນເຂດຈຸດສຸມ, ການຂະຫຍາຍຕາຂ່າຍໄຟຟ້າໃຫ້ເຂົ້າເຖິງບ້ານປະຊາຊົນ, ການຈັດສັນພູມລຳເນົາ ໃຫ້ປະຊາຊົນ ຄືນໃໝ່, ການກໍ່ສ້າງສຸກສາລາ, ໂຮງຮຽນ ແລະ ສຳນັກງານອົງການຈຳນວນໜຶ່ງ.,
ດ້ານການຜະລິດກະສິກຳ, ປະຊາຊົນໄດ້ເລີ່ມຫັນມາສົນໃຈການປູກໄມ້ອຸດສາຫະກຳເຊັ່ນ: ປູກຢາງໂບງ133 ເຮັກຕາ, ກ້ວຍ 45 ເຮັກຕາ, ມັນຕົ້ນ 86 ເຮັກຕາ, ຢາງພາລາແລະ ປູກໄມ້ວິກ, ໂດຍແມ່ນໂຄງການລົງທຶນຂອງຕ່າງປະເທດໃຫ້ການສະໜັບສະໜູນ,ຮູບແບບ ສອງບວກສາມ.
ດ້ານການສຶກສາ, ສະເພາະເຂດຈຸດສຸມ ມີເດັກໃນເກນອາຍຸເຂົ້າຮຽນ ໄດ້ເຂົ້າໂຮງຮຽນຈົບມັດທະຍົມຕົ້ນ.
ດ້ານສາທາລະນະສຸກ, ປະຊາຊົນສ່ວນຫລາຍໄດ້ເອົາໃຈໃສ່ ການຮັກສາສຸຂະພາບຫລາຍຂຶ້ນ ເຊັ່ນ: ແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບການສັກຢາຄົບ ຕາມເປົ້າໝາຍ,ການເກີດລູກເຄີຍເກີດຢູ່ປ່າກໍ່ໄດ້ພາກັນມາເກີດຢູ່ສຸກສະລາ, ຍ້ອນວ່າພາຍໃນເຂດຈຸດສຸມມີໝໍຕຳແຍ ແລະ ມີຕູ້ຢາປະຈຳບ້ານ. ຊຶ່ງຈຸດສຸມແຫ່ງນີ້ ແມ່ນໄດ້ສ້າງຂຶ້ນໃນວັນທີ 3 ເມສາ 2008, ປະກອບມີ 13 ບ້ານ, 1 ຮາກຖານພັກ ມີ 4 ໜ່ວຍພັກ, ມີສະມາຊິກທັງໝົດ 86 ສະຫາຍ , ພາຍໃນເຂດຈຸດສຸມ ປະກອບມີ 799 ຄອບຄົວ, ມີ 599 ຫລັງຄາເຮືອນ ມີພົນລະເມືອງ 4.108 ຄົນ ຍິງ 2.131 ຄົນ , ປະຊາຊົນສ່ວນໃຫຍ່ແມ່ນເຜົ່າຕະໂອ້ຍ,
ໃນໂອກາດດັ່ງກ່າວ, ທ່ານ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບອົກ ຂອບໃຈມາຍັງອຳນາດການປົກຄອງແຕ່ລະຂັ້ນ ກໍ່ຄືປະຊາຊົນບັນດາເຜົ່າ ພາຍໃນເຂດຕັງອາໄລ-ລະແບງ ທີ່ໄດ້ຕັ້ງໜ້າເຂົ້າໃນການແກ້ໄຂຄວາມທຸກຍາກ ຈົນພ້ອມກັນພັດທະນາທ້ອງຖິ່ນໄດ້ເລີ່ມມີໃບໜ້າໃໝ່. ພ້ອມນີ້ທ່ານໄດ້ແນະນຳ ໃຫ້ອຳນາດການປົກຄອງກໍ່ຄືປະຊາຊົນຊັ້ນຄົນຈົ່ງໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃຕ້ການນຳພາຂອງພັກ, ອັນສຳ ຄັນແມ່ນເອົາໃຈໃສ່ເລື່ອງສຸຂະພາບຂອງແມ່ຍິງແລະເດັກນ້ອຍ, ລູກຫລາຍກໍ ໃຫ້ໄດ້ເຂົ້າຮຽນຕາມເກນອາຍຸ, ປຸກລະດົມໃຫ້ປະຊາຊົນຂະຫຍັນຂັນແຂງໃນການ ຜະລິດເປັນຕົ້ນແມ່ນປູກໄມ້ອຸດສາຫະກຳ ແລະ ລ້ຽງສັດໃຫຍ່ເປັນສິນຄ້າ ເຮັດແນວໃດໃຫ້ຄວາມທຸກຍາກຂອງປະຊາຊົນໄດ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ຕາມເປົ້າໝາຍສະຫະສະວັດໃນປີ 2015.ໂອກາດນີ້ທ່ານກໍ່ຍັງໄດ້ມອບຄອບພີວເຕີຈຳນວນ 3 ຊຸດ ໃຫ້ໂຮງຮຽນມັດທະຍົມຕົ້ນຈຸດສຸມ ຕື່ມອີກ.
ກັບສາລະບານ