- ແຮງງານແລະສະຫວັດດີການ-ສັງຄົມ
ປະຕິບັດຕາມກົດຫມາຍແຮງງານ ກະຊວງແຮງງານແລະສະຫວັດດີການ-ສັງຄົມ ໄດ້ພະຍາ ຍາມຈັດຕັ້ງຄຸ້ມຄອງແຮງງານໃຫ້ເຂົ້າສູ່ຄວາມເປັນລະບຽບເທື່ອລະກ້າວ, ກຳມະກອນຢູ່ຕາມຫົວຫນ່ວຍ ງານຕ່າງໆ ໄດ້ຮັບການຄຸ້ມຄອງໂດຍພື້ນຖານ, ໂດຍໄດ້ມີການຈັດຕັ້ງປະສານສົມທົບ ໄຕພາຄີ ( ລັດ, ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ) ເພື່ອສະກັດກັ້ນ ແລະ ຕ້ານການໃຊ້ແຮງງານເດັກ ແລະ ການໃຊ້ແຮງງານແບບບັງຄັບ ທີ່ບໍ່ຖືກຕ້ອງຕາມກົດຫມາຍ.
ເພື່ອເປັນການສົ່ງເສີມໃຫ້ປະຊາຊົນລາວບັນດາເຜົ່າໄດ້ມີວຽກເຮັດຕາມຄວາມສາມາດ ແລະ ຕາມຄວາມຕ້ອງການຂອງເຂົາເຈົ້າກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ສ້າງສູນພັດທະນາສີມືແຮງງານ ໂດຍເນັ່ນໃສ່ການຝຶກອົບຮົມວິຊາຊີບເປັນຕົ້ນຕໍ ຊຶ່ງປະຈຸບັນມີທັງຫມົດ 103 ແຫ່ງ, ມີຜູ້ຜ່ານການຝຶກອົບຮົມວິຊາຊີບແລ້ວປະມານ 500.000 ຄົນ. ພ້ອມນັ້ນຍັງໄດ້ສົ່ງແຮງງານໄປຝຶກອົບຮົມ ແລະ ອອກແຮງງານຢູ່ຕ່າງປະເທດອີກຈຳນວນຫນຶ່ງ.
ໃນດ້ານສະຫວັດດີການ-ສັງຄົມ ເຖິງວ່າຈະເປັນວຽກງານໃຫມ່ ສຳລັບ ສປປ ລາວ ແຕ່ກໍໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ແລະ ຖືກກັບເປົ້າຫມາຍເຊັ່ນ: ການໃຫ້ເງິນບຳນານ, ເງິນອຸດຫນູນເສຍຊີວິດ, ເງິນອຸດຫນູນປິ່ນປົວສຸຂະພາບ, ເງິນອຸດຫນູນເສຍອົງຄະ, ເງິນອຸດຫນູນປະສູດລູກ, ປະກອບອະໄວຍະວະທຽມ ແລະ ອື່ນໆ.ລັດຖະບານໄດ້ປະກາດໃຊ້ລະບອບປະກັນສັງຄົມ ສຳລັບຜູ້ອອກແຮງງານໃນພາກວິສາຫະກິດ ມາຮອດປະຈຸບັນມີຫົວຫນ່ວຍວິສາຫະກິດ 228 ແຫ່ງ ໄດ້ເຂົ້າ ຮ່ວມລະບອບປະກັນສັງຄົມ ສຳລັບຜູ້ອອກແຮງງານ ຊຶ່ງມີຜູ້ປະກັນຕົນແລ້ວ 23.397 ຄົນ. ໃນດ້ານສັງ ຄົມສົງເຄາະກໍໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງ ແລະ ເຫມາະສົມບໍ່ວ່າຈະເປັນການຊ່ວຍເຫລືອຜູ້ປະ ສົບເຄາະຮ້າຍຈາກໄພພິບັດ ແລະ ການຍົກຍ້າຍຖິ່ນຖານ ສະເລ່ຍແລ້ວແຕ່ລະປີມີມູນຄ່າບໍ່ຫລຸດ 5 ຕື້ ກີບ. ການເບິ່ງແຍງຜູ້ເຖົ້າຜູ້ແກ່ປ່ຽວພອຍ, ຜູ້ດ້ອຍໂອກາດ, ຜູ້ພິການ, ເດັກກຳພ້າກໍໄດ້ຮັບການເອົາໃຈໃສ່ຕາມຄວາມເຫມາະສົມ. ປະຈຸບັນໄດ້ມີການຈັດຕັ້ງສະມາຄົມ ຄົນພິການແຫ່ງຊາດ, ການຈັດຕັ້ງຜູ້ສູງອາຍຸ, ຄະນະກຳມະການແຫ່ງຊາດເພື່ອເດັກກຳພ້າ-ກຳພອຍ, ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ, ຄະນະກຳມະການ SOS ລາວ, ມີບ້ານເດັກ SOS ຈຳນວນ 5 ແຫ່ງໃນທົ່ວປະເທດ. ພິເສດ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ປະສານສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບສຸກ, ຄະນະຈັດຕັ້ງສູນກາງພັກ ສ້າງຕັ້ງສະຫະພັນນັກຮົບເກົ່າຂຶ້ນ ຊຶ່ງເປັນອົງການຈັດຕັ້ງມະຫາຊົນຂັ້ນສູນກາງມີພາລະບົດບາດ ໃນການເບິ່ງແຍງດູແລນັກຮົບເກົ່າ. ການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ກໍໄດ້ຮັບການຈັດຕັ້ງປະຕິບັດຕາມເງື່ອນໄຂ ຄວາມສາມາດຕົວຈິງ ອັນໄດ້ຊ່ວຍແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ເປົ້າຫມາຍຕ່າງໆ ສະເລ່ຍແຕ່ລະປີ ລັດຖະບານໄດ້ອອກງົບປະມານບໍ່ຕ່ຳກວ່າ 1 ຕື້ກີບ.
_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _
