
ແຂວງຄຳມ່ວນ ຕັ້ງຢູ່ເຂດພາກກາງຂອງປະເທດ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ, ທິດຕາເວັນອອກຕິດກັບ ສສ.ຫວຽດນາມ ແລະ ຕິດຕາເວັນຕົກຕິດກັບ ແຂວງນະຄອນພະນົມ ແຫ່ງຣາຊະອານາຈັກໄທ .
ແຂວງຄຳມ່ວນ |
 |
ພູມສັນຖານ ແຂວງຄຳມ່ວນ ມີເນື້ອທີ່ທັງໝົດ 16.315
ກິໂລຕາແມັດ
ເປັນເຂດທົ່ງພຽງລຽບ ຕາມແຄມແມ່ນ້ຳ ຂອງ ທາງທິດຕາເວັນອອກມີສາຍພູຫຼວງເຊື່ງເປັນ ເຂດແດນ ລະຫວ່າງ ສປປລາວ ແລະ ສສ ຫວຽດນາມ, ແຂວງຄຳມ່ວນມີ ພົນລະເມືອງ 365.143 ຄົນ ຄວາມໜາແໜ້ນສະເລ່ຍ ປະມານ 22 ຄົນຕໍ່ກິໂລຕາແມັດ .
ແຂວງຄຳມ່ວນ ຫ່າງຈາກນະຄອນຫລວງວຽງຈັນ 350 ກິໂລແມັດ ແລະ ຍັງເປັນແຂວງທີ່ເປັນທີ່ຕັ້ງ ຂອງພູພຽງ ນາກາຍ ເປັນພູພຽງທີ່ໃຫ່ຍ ແລະ ອຸດົມສົມ ບູນໄປ ດ້ວຍທຳ ມະຊາດ ແບ່ງອອກເປັນ 2 ເຂດນິເວດວິທະຍາ ຄື: ເຂດພູດອຍ ແລະ ເຂດທົ່ງພຽງ , ເຂດພູດອຍກວມ 53.7% ຂອງເນື້ອທີ່ທັງໝົດ. ເຂດນີ້ເປັນເຂດພື້ນຖານປະຕິ ວັດ, ການຄົມ ມະນາ ຄົມຍັງມີຄວາມຫຍຸ້ງຍາກໂດຍສະເພາະແມ່ນລະດູຝົນ. ເຂດທົ່ງພຽງກວມ 46.3% ເຂດນີ້ ເໝາະແກ່ການ ປູກຝັງລ້ຽງສັດ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ. ແຂວງ ຄຳມ່ວນໄດ້ກຳນົດເອົາ 3 ທ່າແຮງຕົ້ນຕໍເຂົ້າໃນການພັດທະນາເສດຖະກິດ-ສັງຄົມຄື: ທ່າແຮງດ້ານກະສິກຳ-ປ່າໄມ້, ທ່າແຮງດ້ານພະລັງງານ ບໍ່ແຮ່ ແລະ ທ່າແຮງທາງດ້ານ ການບໍລິການ, ເຊີ່ງທັງ 3 ທ່າແຮງແມ່ນອີງໃສ່ເງື່ອນໄຂທາງດ້ານທີ່ຕັ້ງພູມສັນຖານ ແລະ ຄວາມອຸດົມສົມບູນທາງດ້ານທຳມະຊາດ.
- ແຂວງຄຳມ່ວນ: ມີ 10 ເມືອງ:
- ທ່າແຂກ 5
- ມະຫາໄຊ
- ໜອງບົກ
- ຫີນບູນ
- ຍົມມະລາດ
- ບົວລະພາ
- ນາກາຍ
- ເຊບັ້ງໄຟ
- ໄຊບົວທອງ
- ຄູນຄຳ
ມີ 588 ບ້ານ, 64.109 ຫຼັງຄາເຮືອນ, ມີ 69.703 ຄອບຄົວ, ພົນລະເມືອງ 365.143 ຄົນ, ຍີງ 184.159 ຄົນ, ບ້ານທຸກຍາກ 76 ບ້ານ, ຄອບຄົວທຸກຍາກ 4.667 ຄອບຄົວ, 74 ກຸ່ມບ້ານ, ມີ 2 ຈຸດສຸມ ພັດທະນາຂອງແຂວງຄື: ຈຸດສຸມຫຼັງຄັງ-ວັງມະເນີ ແລະ ຈຸດສຸມ ໜອງມ້າຽນ້ຳຈະຫຼາ ເມືອງ ບົວລະພາ
- ສະຖານທີທ່ອງທ່ຽວ:
ວັດສີໂຄດຕະບູນ, ທ່າຝຮັງ, ນ້ຳພຸ, ກຳແພງຫີນຍັກ, ຖ້ຳພະ, ແລະ ຖ້ຳນາງແອ່ນ
ພະທາດສີໂຄດຕະບອງ : ຕັ້ງຢູ່ລຽບຕາມແຄມແມ່ນ້ຳຂອງຫ່າງຈາກຕົວເມືອງທ່າແຂກ ໄປທາງທິດໄຕ້ຕາມເສັ້ນທາງໄປເມືອງ ໜອງບົກ ປະມານ 6 ກິໂລແມັດ ພະທາດ ສີໂຄດຕະບອງ
ຖ້ຳພະ ຫລື ຖ້ຳຜາຊ້າງ : ຕັ້ງຢູ່ໃນເຂດເມືອງ: ມະຫາໄຊ ບໍລິເວັນບ້ານ ນາຊາງ ຫ່າງຈາກເມືອງທ່າແຂກ ປະມານ 17 ກິໂລແມັດ ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳທີ່ຕັ້ງຢູ່ເທີງໜ້າຜາຂອງໜ່ວຍພູ ແລະ ສາມາດຍ່າງຂື້ນໄປຫາຖ້ຳໄດ້ ເຊື່ງພາຍໃນຖ້ຳມີຂະໜານນ້ອຍ ເປັນທີ່ປະດິດສະຖານພະພຸດທະຮູບຫຼາຍຮ້ອຍອົງ ທ່ີເປັນຄຳ, ເງີນ ແລະ ໄມ້ ປົນເປກັນຢູ່, ແຕ່ເປັນພະພຸດທະຮູບໃນສະໄຫມສົງຄາມໂລກ
ຖ້ຳນາງແອ່ນ : ຖ້ຳນາງແອ່ນ ເປັນຖ້ຳຂະໜານໃຫ່ຍ ຫ່າງຈາກເມືອງທ່າແຂກໄປທາງທິດປະມານ 18 ກິໂລແມັດ ທາງດ້ານໃນອາກາດເຢັນທີ່ມີລົມພັດຈາກ ດ້ານໃນອອກ ມາດ້ານນອກ ດ້ານໃນຂອງຖ້ຳມີລັກສະນະຫີນງອກຫີນຫຍ້ອຍ, ເປັນຫຍັງຈື່ງເອີ້ນວ່າຖ້ຳນາງແອ່ນ ຍ້ອນຊາວບ້ານເລົ່າຕໍ່ກັນມາວ່າຖ້ຳແຫ່ງນີ້ເຄີຍ ເປັນທີ່ຢູ່ອາໃສ ຂອງນົກ ນາງ ແອ່ນມາກ່ອນ.
ກຳແພງຫີນໃຫ່ຍ: ກຳແພງຫີນໃຫ່ຍແຫ່ງນິ້ຕັ້ງຢູ່ຫາງຈາກເມືອງທ່າແຂກໄປທາງທິດເໜືອ ຫລື ແຂວງບໍລິຄຳໄຊ ປະມານ 7 ກິໂລແມັດ. ເປັນກຳແພງຫີນ ທີ່ວາງຊ້ອນກັນ ຂື້ນຫຼາຍຯກ້ອນ ຍາວຍຽດຫຼາຍຮ້ອຍແມັດ ຢູ່ໃນປ່າຂ້າງທາງ ທີ່ເຊື່ອກັນວ່າສ້າງມາຫຼາຍພັນປີແລ້ວ.
ຖ້ຳກອງລໍ: ເປັນຖ້ຳນ້ຳລອດທີ່ຍາວ ປະມານ 7 ກິໂລແມັດ ຫ່າງຈາກຕົວເມືອງທ່ານແຂກ ປະມານ 200 ກິໂລແມັດ, ຕັ້ງຢູ່ແຂວງຄຳມວນ ໃນເຂດປ່າສະຫງວນແຫ່ງຊາດ ພູຫີນບູນ ເຊື່ງນ້ຳທີລອດແມ່ນແມ່ນ້ຳຫີນບູນ, ໃນຖ້ຳມີຫີນງອກຫີນຫຍ້ອຍຂະໜາດໃຫ່ຍ ເຊີ່ງເປັນຍເສັ້ນທາງຄົມມະນາຄົມຫລັກຂອງໝູ່ບ້ານນາຕານ ທີ່ບໍ່ມີທາງເສັ້ນທາງ ອອກສູ່ພາຍນອກ ນອກຈາກ ເສັ້ນທາງນ້ຳ ໃຊ້ເຮືອຫາງມາອີກຝາກໜື່ງ.
ກັບຫນ້າສາລະບັນ
|