ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ຖະແຫລງຂ່າວ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 
 

 

 
 
 
 
 
 
 
 
 

 

 

ຖະ​ແຫລ​ງຂ່າວ

ວຽກ​ງານ​ຖະ​ແຫລ​ງຂ່າວໂດຍ​ຢຶດຫມັ້ນທັດສະນະ​ຂອງ​ພັກ, ຢຶດຫມັ້ນ​ໃນຄວາມ​ເປັນ​ຈິງ ​ແລະ ​ເປັນ​ເຄື່ອງມື​ອັນ​ແຫລມ​ຄົມ​ທາງ​ດ້ານ​​ການ​ເມືອງ​-ແນວ​ຄິດ; ທັງ​ເປັນ​ນັກ​ໂຄສະນາ, ນັກ​ຂົນຂວາຍ​
ມະຫາຊົນ, ​ເປັນ​ນັກ​ຈັດຕັ້ງ ລວມຫມູ່​ແລະ​ເປັນ​ເວທີແຫ່ງ​ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ຂອງ​ມະຫາຊົນ ທັງ​ເປັນ​ແຫ​ລ່ງສະຫນອງ​ຂໍ້​ມູນ​ຂ່າວສານ, ສາລະ​ຄວາມ​ຮູ້ ແລະ ຄວາມ​ບັນ​ເທີ​ງ​ໃຫ້​ແກ່​ມະຫາຊົນ, ​ໃນ​ໄລຍະ​ຜ່ານ​ມາ​ບັນດາ​ສື່​ມວນ​ຊົນໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ມີ​ບົດບາດນຳ​ຫນ້າ ​ໃນ​ການ​ເຜີຍ​​ແຜ່​ແນວທາງນະ​ໂຍບາຍ​ຂອງ​ພັກ​-ລັດ, ບັນດາ​ຄຳ​ສັ່ງ​ຂໍ້​ກຳນົດ, ກົດຫມາຍ, ພ້ອມ​ກັນນັ້ນກໍ​ເຜີຍ​ແຜ່​ມູນ​ເຊື້ອປະຫວັດສາດ​ອັນ​ສຳຄັນ ປຸກລະດົມ​ຂົນຂວາຍ​ມະຫາຊົນ ສ້າງ​ນ້ຳ​ໃຈ​ຮັກ​ຊາດ ຮັກ​ລະບອບ​ໃຫມ່, ສ້າງ​ກ້ອນ​ກຳລັງ​ສາມັກຄີ​ປວງ​ຊົນ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ປະ​ເທດ​ຊາດ, ສັນລະ​ເສີນ​ແບບຢ່າງ ວຽກ​ດີ​ຄົນ​ເດັ່ນ, ຍົກ​ໃຫ້​ເຫັນ​ປັດ​ໃຈ​ໃຫມ່ ແລະ ບົດຮຽນ​ໃຫມ່ ທີ່​ເກີດ​ຂຶ້ນ​ໃນ​ຂະ ບວນອອກ​ແຮງ​ງານ ທັງ​ນຳ​ເອົາ​ຄວາມ​ຄິດ​ຄວາມ​ເຫັນ ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ມະຫາຊົນ ທີ່​ສ່ອງ​ແສງ​ຄວາມ​ເປັນ​ຈິງ​ຂອງ​ສັງຄົມ ​ແລະ ຄຳ​ສະ​ເຫ​ນີຂອງ​ເຂົາ​ເຈົ້າອອກ​ມາ​ເຜີຍ​ແຜ່, ສາມາດ​ຕອບ​ສະ ຫນອງ​ໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​. ພ້ອມ​ນັ້ນພັກ-ລັດຖະບານ ຍັງ​ໄດ້​ລົງທຶນ​ເຂົ້າ​ໃນ​ການ​ປັບປຸງ​ໂຄງ​ລ່າງ, ວັດຖຸ​ເຕັກນິກໃຫ້​ຂະ​ແຫນງ​ການ​ສື່​ມວນ​ຊົນ​ຈຳ ນວນ​ຫນຶ່ງ. ປະຈຸ​ບັນ​ມີສຳນັກ​ຂ່າວສານ​ 1 ແຫ່ງ, ຫນັງສືພິມ​ລາຍ​ວັນ(ພາສາ​ລາວ) 3 ສະບັບ​, ຫນັງສືພິມ​ລາຍ​ວັນ (ພາສາ​ອັງກິດ) 2 ສະບັບ, ນອກຈາກ​ນັ້ນຍັງ​ມີ ຫນັງສືພິມ​ ວາລະສານຂອງ​ຂະ​ແຫນງ​ການ​ຕ່າງໆ​ຈຳ ນວນ​ຫນຶ່ງ. ມີ​ໂຮງພິມ 40 ກວ່າ​ແຫ່ງ ​ເຕັກນິກ​ການ​ພິມ​ກໍ​ໄດ້​ຮັບ​ການ​ພັດທະນາສ້າງ​ເງື່ອນ​ໄຂ​ໃຫ້​ບັນ ດາ​ສື່​ສິ່ງ​ພິມ​ບໍ່​ວ່າ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ມີ​ຄວາມ​ຈົບງາມ​ມີ​ຫລາຍ​ສີສັນ ຫລາຍ​ຮູບ​ແບບຂຶ້ນຕື່ມ. ສະຖານີ​ວິ​ທະ​ຍຸ​ກະຈາຍສຽງຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ມີທັງ​ຫມົດ 31 ແຫ່ງ ທຽບ​ໃສ່​ປີ 2000 ເພີ່ມ​ຂຶ້ນ 17 ແຫ່ງ, ກະຈາຍ​ຄື້ນສຽງ​ກວມ​ເອົາ 70%-80% ຂອງ​ພື້ນທີ່​ທົ່ວ​ປະ​ເທດ. ສະຖານີ​ໂທລະພາບ ສູນ​ກາງ 2 ຊ່ອງ, ສະ​ນີ​ໂທລະພາບ​ທ້ອງ​ຖິ່ນ​ ​ແລະ ​ເຄ​ເບີ​ນທີ​ວີ​ຈຳນວນ​ຫນຶ່ງ. ນອກຈາກ​ນີ້​ແລ້ວ ບັນ ດາສື່​ມວນ​ຊົນ ​ສຳຄັນຍັງ​ມີ​ເວ​ບ​ໄຊ​ເປັນ​ຂອງ​ຕົນ​ເອງ​ ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານຕໍ່​ພາຍ​ໃນ ແລະ ຕ່າງປະ​ເທດ.
_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _

ກັບສາລະບານ