ພິທີມອບ-ຮັບລາງວັນປະເທດທີ່ຫນ້າທ່ຽວຊົມທີ່ສຸດໃນໂລກປະຈຳປີ 2013 ເປັນກຽດເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ. ທ່ານ ດຣ ທອງລຸນ ສີສຸລິດ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ. ເປັນ ກຽດມອບໂດຍທ່ານ ສຈ ດຣ ອັນຕອນ ກາຣາຈີ, ປະທານສະຫະພັນທ່ອງທ່ຽວ ແລະ ການຄ້າເອີຣົບ ເປັນກຽດຮັບ ໂດຍທ່ານ ສຈ ດຣ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າການກະຊວງ ຖວທ ໃນວັນທີ 9 ພຶດສະພາ 2013 ຢູ່ທີ່ໂຮງແຮມ ດອນຈັນພາເລດ.