
ເມືອງເອກຂອງແຂວງ: ເມືອງຊຳເໜືອ ທີ່ຕັ້ງ: ທິດເໜືອ ແລະ ຕາເວັນອອກສ່ຽງໃຕ້ ຕິດກັບ ສສ ຫວຽດນາມ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງຊຽງຂວາງ ແລະ ທິດຕາເວັນຕົກ ຕິດກັບແຂວງຫຼວງພະບາງ.
ແຂວງຫົວພັນ |
 |
ເນື້ອທີ່ : 16.500 ຕາຕະລາງກິໂລແມດ .ພົນລະ ເມືອງ : ແຂວງຫົວພັນ ມີພົນລະ ເມືອງ 280.000 ຄົນ ແລະ 27 ຊົນເຜົ່າ . ເມືອງຕ່າງໆ : ເມືອງຊຳເໜືອ, ຊຽງຄໍ້, ວຽງທອງ, ວຽງໄຊ, ເມືອງຫົວເມືອງ, ເມືອງຊຳໃຕ້, ເມືອງຊົບບາວ ແລະ ເມືອງແອດ.
ແຂວງຫົວພັນ ເປັນແຂວງພູດອຍຊຶ່ງຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງ ສປປ ລາວ. ແຂວງຫົວພັນ ເປັນແຂວງ ມີສະພາບແວດລ້ອມທຳມະຊາດງົດງາມ ເຊັ່ນ: ພູ, ແມ່ນ້ຳ, ນ້ຳຕົກ, ປ່າໄມ້, ຖ້ຳຫຼາຍແຫ່ງ ແລະ ຫີນຕັ້ງ.
ໃນຈຳນວນ 8 ເມືອງຂອງແຂວງຫົວພັນ, ເມືອງວຽງໄຊ ເປັນເມືອງທີ່ມີຖ້ຳຫຼາຍແຫ່ງຊຶ່ງ ຝ່າຍປະເທດລາວ ນຳໃຊ້ເປັນຖານກອງບັນຊາການທະຫານໃນການເຄື່ອນໄຫວປະຕິວັດໃນ ລະຫວ່າງ ສົງຄາມອິນດູຈີນ. ຖ້ຳຕ່າງໆ ຢູ່ເມືອງ ວຽງໄຊ ສາມາດບັນຈຸຄົນໄດ້ປະມານ 20.000 ຄົນ.
ນ້ຳແອດພູເລີຍ ເປັນພື້ນທີ່ປົກປ້ອງທີ່ໃຫຍ່ທີ່ສຸດໃນປະເທດລາວ, ເປັນພື້ນທີ່ມີຄວາມ ຫຼາກຫຼາຍທາງ ດ້ານຊີ ວະນາໆພັນ ແລະ ກໍເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດອີກດ້ວຍ.
ຊົນເຜົ່າຕ່າງໆ: ແຂວງຫົວພັນ ເປັນແຂວງໜຶ່ງທີ່ມີຫຼາຍຊົນເຜົ່າທີ່ສຸດໃນປະເທດລາວ. ຊົນເຜົ່າຕ່າງໆ ມີ ທັງໝົດ 27 ຊົນເຜົ່າ ອາໄສຢູ່ແຂວງນີ້.
ແຜ່ນແພທີ່ເປັນເອກະລັກຂອງຊົນເຜົ່າ: ເມືອງຊຳໃຕ້ຊຶ່ງຮູ້ກັນວ່າ ເປັນເມືອງທີ່ຜະລິດຜ້າໄໝ ແລະ ຝ້າຍທີ່ມີຄຸນະພາບສູງ. ເຂົາເຈົ້າ ໃຊ້ສີທຳມະຊາດໃນການຍ້ອມຜ້າ, ການອອກແບບ ແລະ ການຕ່ຳຜ້າແບບພື້ນເມືອງ.
ກັບຫນ້າສາລະບັນ
|