ຮູບພາບໄດ້ສະແດງໃຫ້ເຫັນຜົນສຳເລັດ ແຫ່ງການປ່ຽນແປງໃຫມ່ຂອງຫວຽດນາມ ໂດຍ: ຄັດທະນາມ.
* ແລງມື້ນັ້ນວັນທີ 27 ກັນຍາ ທ່າມກາງແສງແດດຮ້ອນອົບຮົມໃນນະຄອນຫລວງວຽງຈັນແຕ່ກໍບໍ່ເປັນອຸປະສັກໃດໆ ໃຫ້ແກ່ບັນດາແຂກທີ່ຖືກເຊີນທັງ ພາຍໃນແລະຕ່າງປະເທດ ກວ່າ 200 ຄົນໄດ້ມາເຕົ້າໂຮມກັນຢູ່ຕໍ່ໜ້າຫໍພິພິທະພັນ ແຫ່ງຊາດດ້ວຍຈິດໃຈເບີກບານມ່ວນຊື່ນເພື່ອລໍຖ້າຊົມການເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ 20 ປີ ແຫ່ງ ການປ່ຽນແປງໃໝ່ຂອງສ.ສ ຫວຽດນາມ ( 1986 -2006) ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດລາວ- ຫວຽດນາມ. ບໍ່ພໍເທົ່ານາທີຕໍ່ມາ, ພິທີການຂອງງານໄດ້ຮຽນເຊີນຕ່າງໜ້າທັງສອງຝ່າຍຂຶ້ນ ກ່າວບົດ ປາໄສແລະພ້ອມດ້ວຍການຕັດແຖບຜ້າເປີດງານດັ່ງກ່າວຢ່າງ ເປັນທາງການ. ແຂກທີ່ມາຮ່ວມໄດ້ກ້າວເຂົ້າໄປໃນຫ້ອງ ທີ່ກວ້າງໃຫຍ່ສົມຄວນ. ໂດຍມີ ພິທີການນຳສະເໜີຮູບພາບທີ່ຕັ້ງສະແດງລຽນກັນ ເປັນສອງສາມແຖວກັບຄວາມຫລາກ ຫລາຍຂອງຮູບພາບທີ່ສວຍງາມທີ່ສຸດທີ່ຜ່ານສາຍຕານັກຊ່າງພາບຫວຽດນາມທີ່ ມີສີມືໃນລະດັບທີ່ໄດ້ຮັບລາງວັນກັນທັງນັ້ນທີ່ກັ່ນກອງອອກມາເປັນພາບເພື່ອສະແດງໃຫ້ເຫັນຜົນສຳເລັດແຫ່ງການຊີ້ ນຳນຳພາຂອງພັກຄອມມູນິດຫວຽດນາມຕໍ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງປະເທດຕະຫລອດໄລຍະ 20 ປີຜ່ານມາ . ບັນຍາກາດໃນຫ້ອງວາງສະແດງ ຮູບພາບທີ່ເຕັມໄປດ້ວຍແຂກທ່ຽວຊົມຢ່າງຄັບຄາໜາແໜ້ນກັບຮູບພາບທີ່ໃຫ້ເຫັນ ເໝືອນ ກັບຕົວຈິງ ຈາກການບັນລະຍາຍອະທິບາຍເປັນແຕ່ລະໄລຍະ. ການສະເໜີຮູບພາບ 60 ກວ່າຮູບທີ່ລວມມີສາມພາກ ໃຫຍ່ຄື: ພາກທີໜື່ງເວົ້າເຖິງພັກຄອມມູນິດຫວຽດນາມຜູ້ຈັດຕັ້ງແລະນຳພາ, ພາລະກິດປ່ຽນແປງໃໝ່; ພາກທີສອງແມ່ນບັນ ດາໝາກຜົນເບື້ອງຕົ້ນຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງຕົນໃນ 20 ປີຜ່ານມາແລະການພົວພົວມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ- ຫວຽດນາມ. ທ່ານ ເພັງສະຫວັນ ວົງຈັນດີ ຫົວໜ້າຫໍພິພິທະພັນແຫ່ງຊາດໄດ້ກ່າວວ່າ: ງານວາງສະແດງຄັ້ງນີ້ຈະດຳເນີນໄປ 15 ວັນ. ເພື່ອ ໃຫ້ແຂກຄົນໄດ້ເຫັນພາບພົດແລະໝາກຜົນຕົວຈິງໃນການສ້າງສາພັດທະນາປະເທດຊາດຫວຽດນາມ. ຮູບເຫລົ່ານີ້ແມ່ນສ່ວນ ໜຶງເທົ່ານັ້ນ. ແຕ່ກໍສະແດງເຖິງການລິເລີ່ມການຈັດຕັ້ງແລະນຳພາພາລະກິດປ່ຽນແປງໃໝ່ໃນປະເທດ ສ.ສ ຫວຽດນາມຢ່າງມີຜົນ ສຳເລັດມາຈົນເຖິງປະຈຸບັນກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ປະເທດມີສະເຖຍລະພາບທາງດ້ານການເມືອງ, ຂົງເຂດວັດທະນະທຳສັງຄົມແລະມີການຈະເລີນເຕີບໂຕທາງດ້ານເສດຖະກິດເປັນທີ່ຍອມຮັບຂອງພາກພື້ນແລະສາກົນ. ສປປລາວ ແລະສສ ຫວຽດນາມເປັນປະເທດເພື່ອນມິດສະຫາຍໃກ້ຄຽງກັນ, ມີຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້ຊຶ່ງມີຄວາມຍາວ 2.000 ກວ່າກິໂລແມັດ, ທັງສອງປະເທດຕ່າງກໍປີ່ນຫລັງໃສ່ສາຍພູຫລວງທີ່ລືຊື່ໃນປະຫວັດສາດ, ພັກປະຊາຊົນປະຕິວັດລາວ ແລະພັກຄອມມູນິດຫວຽດນາມໄດ້ມີຕົ້ນກຳເນີດແລະສືບທອດມາຈາກພັກຄອມມູນິດຊື່ງແມ່ນປະທານໂຮ່ຈີ່ມີນເປັນຜູ້ສ້າງຕັ້ງ ແລະຝືກຝົນຫລໍ່ຫລອມ, ສອງພັກສອງລັດໄດ້ມີການພົວພັນມິດຕະພາບແບບພິເສດນຳກັນແບບບໍ່ເຄີຍມີມາກ່ອນ, ປະຊາຊົນ ສອງຊາດໄດ້ໄປມາຫາສູ່ກັນ, ໃນການດຳລົງຊີວິດ, ການທຳມາຄ້າຂາຍ, ມີຄວາມບໍລິສຸດແລະເຊື້ອໝັ້ນຊຶ່ງກັນແລະກັນ, ໃນ ອະດີດຜ່ານມາສອງຊາດເຄີຍຮ່ວມຂຸມຄອງສູ້ຮົບອັນດຽວກັນແລະຕໍ່ສູ້ສັດຕູຕົວດຽວກັນແລະໄດ້ຮັບໄຊຊະນະເປັນກ້າວໆມາ.