ສິນລະປະບັນເທີງ

ເຮ​ຮາ ພາ​ສາ​ຊາວ​ບ້ານ ລະ​ຄອນ​ຕະ​ຫລົກກຳ​ລັງ​ເປີດ​ກ້ອງ​ຖ່າຍ​ທຳໃນ​ຕອນ​ທຳ​ອິດ​ທີ່​ມີ​ຊື່​ວ່າ “ສ່ຽງ​ດວງ” ເຊິ່ງ​ພິ​ທີ​ບວງ​ສວງ ເພື່ອ​ເປັນ​ສິ​ລິ​ມຸງ​ຄຸນໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ທີ 4 ຕຸ​ລາ 2006 ນີ້​ທີ່​ ບ້ານ​ຫນອງ​ທາ​ເຫນືອ, ນະ​ຄອນ​ຫລວງວຽງ​ຈັນ ທ່າມ​ກາງ​ຫ່າ​ຝົນ​ທີ່​ຕົກ​ລົງ​ມາ​ບໍ່​ຂາດ​ສາຍ ແຕ່​ນັກ​ສະ​ແດງ​ ແລະ ຜູ້​ກຳ​ກັ​ບ​ກໍ່​ມີ​ພະ​ລັງ​ໃຈ​ເຕັມປ່ຽມ ​ເດີນ​ຫນ້າ​ຈົນ​ພິ​ທີ​ບວງ​ສວງ​ສຳ​ເລັດ​ລົງ​ດ້ວຍ​ຄວາມຫວັງ ແລະ ກ​ຳ​ລັງ​ໃຈ.
ເອື້ອຍ​ ມະ​ນີ​ວັນ ບູ​ລົມ ຜູ້​ດຳ​ເນີນ​ລາຍ​ການ ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ທີ່​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: “ເຮ​ຮາ ພາ​ສາ​ຊາວ​ບ້ານ ລວມ​ລະ​ຄອນ​ຕະ​ຫລົກ 26 ເລື່ອງ ​ສ່ອງ​ແສງ​ໃຫ້​ເຫັນ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ສັງ​ຄົມ ເສີມ​ດ້ວຍ​ຂໍ້​ຄິດ​ ແລະ ຄະ​ຕິ​ອັນ​ເປັນ​ປະ​ໂຫຍດ​ຕໍ່​ຜູ້​ຊົມ ພ້ອມ​ກັບ​ສອດ​ແຊກ​ຕະ​ຫລົກ​ເຂົ້າ​ໄປ​ເພື່ອ​ໃຫ້​ເລື່ອງ​ຫນ້າ​ສົນ​ໃຈ ແລະ ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ, ໂດຍ​ເລີ່ມ​ຖ່າຍ​ທຳ​ຕອນ​ທຳ​ອິດ​ທີ່​ມີ​ຊື່​ວ່າ “ສ່ຽງ​ດວງ” ຄາດ​ວ່າ​ຈະ​ໄດ້ແຜ່​ພາບ​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ໃນ​ຕົ້ນ​ເດືອນ​ພະ​ຈິກ​ນີ້. ນັກ​ສະ​ແດງ​ຫລັກ​ຂອງ ເຮ​ຮາ​ພາ​ສາ​ຊາ​ວ​ບ້ານ​ປະ​ກອບ​ມີ ຊຽງ​ຍານ, ຕູ້​ແຟັບ, ວັນ​ນະ​ລີ, ແສງ​ພະ​ວັນ, ຄຳ​ພູ​ວັນ, ບຸນ​ເລີດ ແລະ ອື່ນໆ, ນອກ​ນີ້ ໃນ​ລະ​ຄອນ​ແຕ່​ລະ​ຕອນ ພວກ​ເຮົາ​ຍັງ​ມີ​ນັກ​ສະ​ແດງ​ຮັບ​ເຊີນ​ມາ​ສົມ​ທົບ​ບໍ່​ວ່າ​ຈະ​ເປັນ​ນັກ​ຮ້ອງ, ນັກ​ສະ​ແດງ ແລະ ຄົນ​ດັງ​ໃນ​ແວດ​ວົງ​ສັງ​ຄົມ​ອີກ​ດ້ວຍ. ສ່ວນ​ສະ​ຖານ​ທີ່​ຖ່າຍ​ທຳ ແມ່ນ​ພວກ​ເຮົາ​ຈັດ​ສາກ​ເອົາ​ສະ​ຖານ​ທີ່ໆ​ສ້າງ​ຂຶ້ນ​ເອງ ເປັນ​ເຮືອນ​ຈິງ, ສວນ​ຈິງ. ການ​ສ້າງ​ລະ​ຄອນ​ແບບ​ນີ້ ບໍ່​ແມ່ນ​ເພື່ອ​ສ້າງ​ຄະ​ຕິ​ເຕືອນ​ໃຈ ແລະ ມອບ​ຄວາມ​ສະ​ຫນຸກ​ສະ​ຫນານ​ໃຫ້​ຜູ້​ຊົມ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ສ້າງ​ຈຸດ​ເລີ່ມ​ຕົ້ນ​ເພື່ອ​ປຸກ​ລະ​ດົມ​ໃຫ້​ຜູ້​ສ້າງ​ອື່ນ​ໆ​ກ້າ​ເຮັດ ເພື່ອ​ພັດ​ທະ​ນາ​ວົງ​ການ​ລະ​ຄອນ​ລາວ​ໃຫ້​ມີ​ຫລາກ​ຫລາຍ​ສີ​ສັນ​ຍິ່ງໆ​ຂຶ້ນ”.
ເອົາ​ລະ ! ບັນ​ດາ​ທ່ານ​ທີ່​ມັກ​ເລື່ອງ​ລາວ​ຄວາມ​ຕະ​ຫລົກ ເພື່ອ​ເບົາ​ສະ​ຫມອງ ກໍ່​ອົດ​ໃຈ​ລໍ​ຖ້າ ບຶດ​ຫນຶ່ງ, ເພາະ ເຮ​ຮາ​ພາ​ສາ​ຊາວ​ບ້ານ ກຽມ​ລົງ​ຈໍ​ແລ້ວ ໄວໆ​ນີ້ !

 
   ກັບສາລະບານບັນເທີງ                                                                                                                 ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446