ສິລະປະບັນເທີງ
 

 

ຍັງ​ຈື່​ບໍ່​ລືມ ຕອນ​ທ່ີ​ເຮົາ​ພົບ​ກັນ

* ​ເປັນຄວາມ​ຊົງ​ຈຳ​ດີ​ໆທີ່​ເກີດ​ຂຶ້ນ ລະ​ຫວ່າງ​ແຟນ​ເພງ ກັບ ກຸ່ມ​ສິລະ​ປິ​ນວົງຣອ໊ກ ຂອງ​ລາວ ​ແລະ ​ໄທ ໃນ​​ ຄອນເສີດ ​ເພງຣອ໊ກ​ແຫ່ງ ປີ ຂອງ​ທິ​ໂກ ທີ່​ຫາ​ກໍ​ ສຳ​ເລັດ​ ໄປ​ຫວ່າງ​ບໍ່​ດົນ​ມານີ້​ໂດຍ​ສະ​ເພາະ​ງານ Meet and Greet ເຊິ່ງ ທິ​ໂກ ​ໄດ້​ຄັດ​ເລືອກ​ເອົາ​ແຟນ​ເພງ ຈຳນວນ 30 ຄົນ ມາ​ພົບ​ປະ​ ​ແລະ ຮ່ວມ​ຫລິ້ນກິດ ຈະກຳ​ ກັບ​ ນັກ​ສິລະ​ ປິນວົງ ​ແຄລ​ສ.
ນ້ອງ ລັດດາ​ວັນ ທອງ​ສະຫວັດ, ນັກ​ສຶກສາ​ຂອງ ​ໂຮງຮຽນ ລາວ​ສິງກະ​ໂປ ​​ເວົ້າ​ວ່າ: ຮູ້​ສຶກດີ​ໃຈ, ຕື່ນ​ເຕັ້ນ ແລະ ປະ​ທັບ​ໃຈ​ທີ່​ໄດ້ ໃກ້​ຊິດ​ກັບ ສິລະ​ປິນ ວົງ​ແຄ​ລສ ​ເພາະ​ວົງ​ດັ່ງກ່າວ ​ເປັນ​ອີກ​ວົງ​ເພງຣ໊ອກ ຫນຶ່ງ​ທີ່​ ນ້ອງ​ມັກ​ຫລາຍ, ​ເມື່ອ​ໄດ້ສົນທະນາ​ກັນ​ແບບ​ໃກ້​ຊິດ ກໍ​ເຫັນ​ວ່າ​ສິລະ​ປິນ ວົງ​ດັ່ງກ່າວ ​ແມ່ນ​ເປັນ​ກັນ​ເອງ ​ແລະ ກໍ​ ເປັນ​ແບບ​ທຳ​ມະ​ດາ, ​ແຕ່​ຫນ້າ​ເສຍດາຍ​ທີ່​ໃນ​ມື້ນັ້ນ ບໍ່​ມີ​ໂອກາດ​ໄດ້​ພົບ​ປະ​ກັບ​ສິລະ​ປິນລາວ​ ​ເພາະ​ສິລະ​ປິ​ນວົງ ຣ໊ອກ ຂອງ​ລາວ​ໃນ​ປະຈຸ​ບັນ​ກໍ​ມີ​ຄວາມ​ສາມາດ​ສູງ ​ແລະ ​ເພງ​ທີ່​ແຕ່ງ​ອອກ​ມາ​ກໍ​ເປັນ​ທີ່​ປະ​ ທັບ​ໃຈຜູ້​ຟັງ​ເປັນ ​ຢ່າງ​ດີ.ສຳລັບ​ໃນ​ມື້ຄອນ​ເສີດ ຍິ່ງ​ມ່ວນ​ຫລາຍ ​ເພາະ​ວົງ​ດົນຕີຣ໊ອກຂອງ​ລາວ ​ໂດຍ​ສະ​ເພາະ ວົງ​ເຊ​ວ ​ໄດ້​ຂຶ້ນ ສະ​ແດງ​ລີລາ​ທີ່​ຫນ້າ​ປະ​ທັບ​ໃຈ ກັບ ວົງ​ແຄລສ ​ໄດ້​ຢ່າງ​ຄຶກຄື້ນມ່ວນ​ຊື່ນ​ຕໍ່​ຜູ້​ທີ່​ໄດ້​ຮ່ວມ​ຊົມ​ຄອນ​ເສີດ ​ໃນ​ເທື່ອ​ ນັ້ນ.ເມື່ອ​ທຽບ​ກັນ​ແລ້ວ ລະຫວ່າງ ນັກ​ດົນຕີ​ເພງຣ໊ອກ ຂອງ​ລາວ ກັບ ​ໄທ ກໍ​ມີ​ຄວາມສາມາດ​ໃກ້​ຄຽງ​ກັນ ແລະ ສີມື​ສູ​ສີ​ກັນ,​ແຕ່​ມີ​ຄວາມ​ແຕກ​ຕ່າງ​ເລັກຫ​ນ້ອຍ.ທັງ​ນີ້ ກໍ​ຍ້ອນ​ວ່າ​ ​ເພງຣ໊ອກຢູ່ ປະ​ເທດ​ໄທ ​ເປັນ​ທີ່​ນິຍົມ​ກັນ ​ມາ ​ຫລາຍ​ປີ​ແລ້ວ, ​ແຕ່​ຖ້າ​ຫາກ​ວົງດົນຕີຣ໊ອກຂອງລາວສືບຕໍ່​ພັດທະນາ ​ເຊື່ອ​ແນ່​ວ່າ​ອີກ​ບໍ່​ດົນ​ຄວາມ​ສາມາດ​ຈະ ​ເທົ່າ​ທຽມ​ກັບ​ຫລາຍ​ປະ​ເທດ ຫລື ເຫນືອກວ່າ​ກໍ​ ເປັນ​ໄດ້.ນ້ອງ ລັດດາ​ວັນ ກ່າວ​ຕື່ມ​​ວ່າ: ກິດຈະກຳ​ດີໆ​ເຊັ່ນ​ນີ້ ເກີດ​ຂຶ້ນ​ໄດ້​ຍ້ອນ ບໍລິສັດ ມີ​ລີ​ຄອມ​ລາວ “ທິ​ໂກ” ທີ່​ຕ້ອງການເອົາ​ໃຈ​ລູກ​ຄ້າ ກໍ​ຄື​ຄືນ​ກຳ​ໄລ​ໃຫ້​ແກ່​ລູກ ​​ໂດຍ​ ການ​ ຈັດ​ກິດຈະກຳ​ຫລາຍໆ​ຢ່າງ​ໃນ​ໄລຍະ​ຜ່ານ​ມາ ຫນຶ່ງ​ໃນ​ນີ້ ກໍ​ແມ່ນ​ການຈັດ​ຄອນ​ເສີດ​ຂອງ​ ນັກ​ຮ້ອງ ​ຂອງ​ ລາວ ກໍ​ຄື​ຕ່າງປະ​ເທດ. ໃນ​ນາມ​ສ່ວນ​​ໂຕ ​​ຢາກ​ ໃຫ້​ ທິ​ໂກ ສືບຕໍ່​ຈັດ​ກິດຈະກຳ​​​ແບບ​ນີ້ ຫລື ຈັດ​ງານ​ຄືນ​ກຳ​ໄລ ​ແກ່​ລູກຄ້າ​ເລື້ອຍໆ​ໄປ. /.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446