ຜົນກະທົບຂອງກົນໄກຕະຫລາດຕໍ່ວັດທະນະທຳ


ລະບອບສ້າງສາພັດທະນາປະເທດຊາດ ເສດຖະກິດຈຶ່ງເປັນເລື່ອງສຳຄັນ ແລະ ໄດ້ພົວພັນເຖິງກົນໄກຕະຫລາດ, ແຕ່ກົນໄກຕະຫລາດ ກໍມີຜົນກະທົບຕໍ່ວັດທະນະທຳ, ເຮັດໃຫ້ມູນເຊື້ອວັດທະນະທຳຄ່ອຍໆສູນຫາຍໄປ.
ຈາກນີ້ຫລາຍປີ, ຄົນລາວປຸກເຮືອນປຸກຊານຢູ່ແບບຕູ້ມລຸມກັນ ເຖິງບໍ່ແມ່ນຍາດພີ່ນ້ອງຮ່ວມທ້ອງ ດຽວ ແຕ່ກໍຮັກແພງກັນ, ມີອາຫານກໍແບ່ງກັນກິນ, ມີເຄື່ອງດີກໍແບ່ງກັນໃຊ້ ແລະ ມີພຽງຟຸ່ມຫຍ້າດອກໄມ້ເທົ່ານັ້ນທີ່ແບ່ງອານາເຂດ ດິນແດນຂອງໃຜລາວ. ປະຈຸບັນ ຫລັກຫມາຍຊາຍແດນ ໄດ້ປັກລົງດິນ ພ້ອມມີກຳແພງສູງ ຂັ້ນລະຫວ່າງເຮືອນຕໍ່ເຮືອນ ໂດຍສະເພາະຢູ່ແຂວງທີ່ມີການພັດທະນາດີ, ເຖິງວ່າບ້ານເຮືອນຈະຢູ່ຕິດກັນ ແຕ່ເຫິງໆຈຶ່ງໄດ້ພໍ້ຫນ້າ ແລະ ລົມກັນເທື່ອຫນຶ່ງ.
ຄວາຍ ທີ່ເຄີຍມີຄຸນປະໂຫຍດຫລາຍກວ່າເປັນຊີ້ນ, ດຽວນີ້ ມີຄ່າຢ່າງດຽວ ຄືສະຫນອງອາຫານໃຫ້ມະນຸດ ເພາະຊາວນາຊາວສວນ ສ່ວນໃຫຍ່ ໄດ້ຫມູນໃຊ້ເຄື່ອງຈັກເຂົ້າໃນການໄຖ, ຄາດ..ປະລິມານກໍໄດ້ຫລາຍກວ່າສັດ ບໍ່ກິນເຂົ້າ ແຕ່ກໍກິນນ້ຳມັນ, ຍິ່ງຍຸກນ້ຳມັນແພງ ຊາວນາກໍໄດ້ແຕ່ຈົ່ມ ຫມູ່ຊິລົມແກ້ເຫງົາກໍບໍ່ມີ.
ນັກແຕ່ງເພງ​ ທີ່ມີພອນສະຫວັນໃນເມື່ອກ່ອນ, ແຕ່ງເພງເພື່ອການປະຕິວັດ, ປຸກຈິດສຳນຶກໃຫ້ຄົນຮັກຊາດ ຮັກບ້ານເກີດເມືອງນອນ, ຍຸກສະໄຫມປ່ຽນໄປ ເຂົ້າປາອາຫານ ຕ້ອງໄດ້ໃຊ້ເງິນຊື້, ແຕ່ກວ່າຈະປະພັນເພງທີ່ມ່ວນໄດ້ ຕ້ອງໃຊ້ເວລາຫລາຍ ແລະ ມີຄວາມຕັ້ງໃຈສູງ ລາຄາຕໍ່ເພງພັດຖືກ, ຫລາຍບົດເພງເອົາຄວາມຈິງໃນສັງຄົມມາພັນລະນາ ແຕ່ບໍ່ເຫມາະສົມ ກັບຮີດຄອງວັດທະນະທຳເດີມ. ຕົນເອງ ແລະ ຄອບຄົວ ຍັງຕ້ອງກິນເຂົ້າ ຈຶ່ງຂາຍເພງໃຫ້ຕ່າງຊາດຮ້ອງ ໄດ້ລາຄາດີ ແລະ ເພງກໍດັງ, ເມື່ອເພງເປັນທີ່ນິຍົມ ຄົນລາວກໍໄປຊື້ມາຟັງ ຍ້ອງວ່າຄົນເຂົາເກັ່ງ ແຕ່ກໍແມ່ນຄວາມສາມາດຂອງຄົນບ້ານຕົນເອງນັ້ນແລ້ວ. ສິລະປິນ ນັກສະແດງ ທີ່ມີຄວາມສາມາດ, ສະພາບກໍເຫມືອນນັກແຕ່ງເພງ ຈຶ່ງໄປສະແດງຮູບເງົາ-ລະຄອນ ຢູ່ບ້ານເພິ່ນ, ຄົນຕ່າງແດນ ຍໍຍ້ອງວ່າເກັ່ງ ແຕ່ຄົນບ້ານຕົນເອງ ບໍ່ເຂົ້າໃຈ...
ໄປວັດ ເຄີຍນຸ່ງເຄື່ອງສຸພາບທຳມະດາ, ຂອງກິນເອົາໄປວັດ ປຸງແຕ່ງເອງ ແລະສະອາດ, ເງິນຄຳ ກໍຕາມສັດທາ, ດຽວນີ້ ໃສ່ເຄື່ອງນຸ່ງທຳມະດາ ກໍອາຍຫມູ່, ເຄື່ອງກິນ ຂອງທານ ກໍຊື້ສຳເລັດຮູບຕາມຕະຫລາດ, ສ່ວນ ດອກໄມ້ ທູບທຽນ, ນົກ, ອ່ຽນ, ປາ ໃກ້ບໍລິເວນວັດ ບາງແຫ່ງ ກໍມີແມ່ຄ້າຕັ້ງຮ້ານຂາຍເຄື່ອງປະເພດເຫລົ່ານີ້ ເພື່ອອຳນວຍຄວາມສະດວກໃຫ້ຜູ້ຄົນທີ່ມີຈຸດ ປະສົງມາທຳບຸນ ຫລື ຂໍພອນ ຢູ່ວັດ.
ປະເທດທີ່ຈະເລີນ ສາມາດເຮັດໃຫ້ ວັດທະນະທຳແຜ່ລາມ ແລະ ຄອບງຳຄົນໃນສັງຄົມອື່ນໄດ້ງ່າຍ ເພາະວັດທະນະທຳ ຈະຕິດຕາມໄປກັບຄົນ ແລະ ວັດຖຸສິ່ງຂອງເຄື່ອງໃຊ້. ກ່ອນທີ່ “ລາວ” ຈະກ້າວໄປສູ່ປະເທດພັດທະນາ ແມ່ນຍັງອີກຫລາຍປີ ແຕ່ວັດທະນະທຳຂອງລາວ ພວມຖືກກືນກິນເທື່ອລະຫນ້ອຍຈາກຄ່ານິຍົມທີ່ປະປົນມານຳຄຳວ່າ “ເສດຖະກິດ”. ວັດທະນະທຳຕາເວັນຕົກ ເຂົ້າມາບ້ານເຮົາຫລາຍ, ທັງນີ້ ຍ້ອນພວກເຮົາຕ້ອງໄດ້ພົວພັນ, ສຶກສາຮ່ຳຮຽນເອົາຄວາມຮູ້ ຄວາມສາມາດ ວິທະຍາສາດຈາກຄົນຕາເວັນຕົກ, ຕ້ອງນຳເຂົ້າເຄື່ອງໃຊ້ເຕັກໂນໂລຊີ ທີ່ທັນສະໄຫມຈາກບ້ານເພິ່ນ ເພາະສິ່ງເຫລົ່ານີ້ ເປັນອີກສ່ວນຫນຶ່ງທີ່ສຳຄັນໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາ. ແຕ່ຖ້າວ່າ ບໍ່ມີວັດທະນະທຳ ກໍເຫມືອນບໍ່ມີຊາດ..ຈະມີປະໂຫຍດຫຍັງຖ້າພັດທະນາໄປໄກ ແຕ່ວັດທະນະທຳບໍ່ມີ. ດັ່ງນັ້ນ ຄຽງຄູ່ກັບການພັດທະນາເສດຖະກິດ, ວັດທະນະທຳ ກໍຕ້ອງໄດ້ຮັບການບູລະນະ ແລະ ສືບທອດຢ່າງມີການວິຈາລະນາຍານ ພ້ອມໆກັນ.


 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446