|
ວັດທະນະທຳຂອງລາວ
*ເພື່ອເປັນການປົກປັກຮັກສາວັດທະນະທຳຂອງຊາດໃຫ້ຢູ່ຄຽງຄູ່ກັບຄົນລາວຕະຫລອດໄປກໍຄືການປູກຈິດສຳນຶກໃຫ້ອາ
ນຸຊົນຄົນລຸ້ນຫລັງໃຫ້ຮູ້ຈັກປົກປັກຮັກສາວັດທະນະທຳຂອງຊາດນັ້ນ ໃນຄໍລ້ຳສີສັນວັດທະນະທຳມື້ນີ້ຜູ້ຂຽນຈະພາບັນດາທ່ານໄປຮູ້ຈັກກັບຄວາມຫມາຍ ຄວາມສຳຄັນຂອງຄຳວ່າວັດທະນະທຳ ຊຶ່ງຂ້າພະເຈົ້າເຊື່ອແນ່ວ່າຍັງມີອີກຫລາຍທ່ານທີ່ຍັງບໍ່ທັນ ເຂົ້າໃຈຄວາມຫມາຍຄວາມສຳຄັນຂອງຄຳນີ້ຢ່າງເລີກເຊິ່ງເທົ່າທີ່ຄວນ, ຄຳວ່າວັດທະນະທຳແປວ່າ ສະພາບທີ່ເຮັດໃຫ້ເກີດຄວາມງອກງາມຄວາມຈະເລີນສະນັ້ນ ຄຳວ່າວັດທະນະທຳຂອງຊາດ ຈຶ່ງມີຄວາມຫມາຍວ່າສະພາບ ທີ່ເຮັດໃຫ້້ເກີດຄວາມງອກງາມຄວາມຈະເລີນຂອງຊາດ ຊຶ່ງມີລັກສະນະສະແດງອອກ4ປະການຄື: ລັກສະນະທີ່ຫນຶ່ງແມ່ນສະແດງອອກເຖິງຄວາມຈະເລີນງອກງາມ ອາດແບ່ງອອກໄດ້ສອງປະເພດຄື:ຄວາມຈະເລີນ ງອກງາມທາງດ້ານຈິດໃຈແລະ ຄວາມຈະເລີນງອກງາມທາງດ້ານວັດຖຸ., ຄວາມມີລະບຽບຮຽບຮ້ອຍເຊັ່ນຄວາມເປັນລະບຽບທາງດ້ານການແຕ່ງກາຍ ຊຶ່ງມັນສາມາດ ບອກໄດ້ຄວາມເປັນຍິງຊາຍຢ່າງຈະແຈ້ງ ສະແດງອອກ ຄວາມເປັນເອກະລັກໃນການນຸ່ງຖືຂອງບັນດາຊົນເຜົ່າໃນລາວເຮົາ, ຄວາມກ້ຽວກ່ອມກົມກຽວກ້າວຫນ້າຂອງຊາດ ເຊັ່ນຄົນລາວເຮົາມີມູນເຊື້ອຄວາມສາມາມັກຄີ ມີຄວາມນິຍົມຊົມຊອບຕໍ່ຊາດຂອງຕົນ ຮັກຊາດຂອງຕົນ ບໍ່ປະຫມາດຢຽດຫຍາມຄົນລາວແລະ ຊາດລາວ ບໍ່ຍອມໃຫ້ຊາດອື່ນຂົ່ມຂູ່ ບັງບຽດຢຽດຢາມຄົນລາວແລະ ຊາດລາວ ຕໍ່ສູ້ບໍ່ຍອມຈຳນົນຕະຫລອດໄລຍະປະຫວັດສາດ ແລະ ນິຍົມໃຊ້ສິ່ງຂອງຄົນລາວຜະລິດໄດ້ເຊັ່ນ:ສິ້ນນຸ່ງແພຖືແລະ ເຄື່ອງໃຊ້ໃມ້ສອຍຕ່າງໆແລະ ລັກສະນະສຸດທ້າຍຄຶ:ສະແດງເຖິງຄຸນນະທຳແລະ ສີລະທຳຂອງປະຊາຊົນ ອັນນີ້ໄດ້ສະແດງໃຫ້ເຫັນດ້ວຍຄວາມປະພຶດໃນການດຳລົງຊີວິດຂອງປະຊາຊົນລາວ ມີສີລະທຳອັນດີ ປະພຶດສິ່ງທີ່ຄວນປະພຶດ ຫລີກເວັ້ນສິ່ງທີ່ຄວນຫລີກເວັ້ນ ມີນ້ຳໃຈສື່ສັດສຸດຈະລິດ ບໍ່ໂລບມາກໂລພາແລະ ອື່ນໆ ອັນເນື່ອງຈາກປະຊາຊົນລາວເຮົາມີພື້ນຖານແນວຄິດຈາກຄຳສັ່ງສອນ ຂອງພະພຸດທະສາສະຫນາ ອັນຖຶວ່າເປັນມູນມໍລະດົກທີ່ຄົນລາວເຮົາໄດ້ສືບທອດມາແຕ່ບູຮານນະການ ຈົນເຖິງປະຈຸບັນ ຈຶ່ງເຮັດໃຫ້ຄົນລາວເຮົາໄດ້ມີຄວາມເປັນເອກະລັກ ສະເພາະຕົນ ທີ່ອາດສະແດງອອກໄດ້ຫລາຍຮູບຫລາຍແບບ. ວັດທະນະທຳຕ່າງໆ ຖ້າແບ່ງຕາມປະເພດກໍຄົງມີສອງດັ່ງກ່າວມາແລ້ວຄືທາງຈິດໃຈແລະ ທາງວັດຖຸ ແຕ່ຫາກແບ່ງຕາມເນື້ອໃນຂອງວັດທະນະທຳແທ້ແລ້ວ ກໍອາດແບ່ງອອກໄດ້4ປະເພດເຊັ່ນ:ຄະຕິທຳຄືວັດທະນະທຳກ່ຽວກັບຄະຕິທຳຄືທາງຫລືຫລັກໃນວາດວົງການດຳລົງຊີວິດ ສ່ວນໃຫຍ່ເປັນເລື່ອງຈິດໃຈແລະ ກາຍໂດຍໄດ້ມາຈາກຄຳສັ່ງສອນຂອງພະພຸດທະສາດສະຫນາ ບວກກັບແນວທາງອັນຖືກຕ້ອງຂອງພັກ-ລັດອີກດ້ວຍ.
ຄໍລຳສີສັນວັດທະນະທຳ ເທິງ ຫນ້າຫນັງສືພິມລາວພັດທະນາຍັງມີຫາກຫລາຍສີສັນທີ່ຫນ້າສົນ ໃຈແລະ ຄົ້ນຫາກ່ຽວກັບວັດທະນະທຳຂອງລາວເຮົາ ດັ່ງນັ້ນໃນມື້ຕໍ່ໆໄປຜູ້ຂຽນຈະພາຍາຍາມຊອກຫາຂໍ້ມູນຂ່າວສານທີ່ຫນ້າສົນໃຈເຫລົ່ານັ້ນ ມານຳສະເຫນີໃຫ້ຜູ້ອ່ານໄດ້ຮັບຮູ້ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອເຮັດແນວໃດໃຫ້ທຸກເພດໄວໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງກໍຄື ການປູກຈິດສຳນຶກທີ່ດີໃຫ້ທຸກເພດໄວຮູ້ຮັກແລະ ປົກຮັກສາວັດທະນະນຳນີ້ໄວ້ຕະຫລອດໄປອີກດ້ວຍ./.
|