ພະບາງຕຳນານຫຼວງພະບາງ


ຫລວງ​ພະ​ບາງ​ເຊິ່ງທຸກໆ​ຄົນ​ເອີ້ນກັນ​ຢູ່​ທຸກ​ວັນນີ້ ແມ່ນ​ມາ​ຈາກ​ຊື່​ອັນ​ເປັນ​ສີ​ລິ​ມຸງຄຸນ​ຂອງ​ພະ​ພຸດທະ​ຮູບ ພະ​ບາງ ! ພະ​ປະຕິມາກອນ​ອົງ​ນີ້ ເປັນ​ພະພຸດທະ​ຮູບ​ປາງ​ຫ້າມ​ຍາດ ຫລໍ່​ດ້ວຍ​ໂລຫະ ຄື​ໂລຫະ 5 ຢ່າງ ​ເງິນ, ​ຄຳ, ​ທອງ​ເປັນຕົ້ນ) ພະ​ອົງ​ດັ່ງກ່າວ​ສູງ 85 ຊັງ​ຕີ​ແມັດ, ໜັກ 53,400 ກິ​ໂລກຼາມ. ຄຳ​ວ່າ: “ບາງ”​ ​ແປ​ວ່າ: ສະ​ໄໝເທື່ອ​ຄັ້ງ (​ໄລຍະ ແຫ່ງ​ການ​ເວລາ) ພະພຸດທະ​ຮູບ​ນີ້ມີ​ຫລາຍ​ຢ່າງ​ຄື: ປາງ​ສະມະ​ອູ້ມ​ບາດ...ປາງ​ໃສ່​ບາດ (ນອນ) ປາງ​ນິພານ (​ເດີນ) ປາງ​ພຸດທະ​ຮູບ​ປາງ​ຫ້າມ​ຍາດ​ຄື ອິລິຍາບົດ ​ໃນ​ບາງທີ່​ພະພຸດທະ​ເຈົ້າ​ຊົງ​ປະ​ທັບ​ຢືນ​ຍົກ​ພະຫັດ (ມື) ແບ​ທັງ​ສອງ​ຂ້າງ​ຂຶ້ນ ຫ້າມ​ຍາດ​ທັງ​ສອງ​ຝ່າຍ​ຄື: ຝ່າຍ​ເມືອງ​ກາ​ບິນ​ລະ​ພັດ (ຝ່າຍ​ພໍ່) ແລະ​ຝ່າຍ​ເມືອງ​ໂກ​ລິ​ຍະ​ນະຄອນ (​ຝ່າຍ​ແມ່) ຊຶ່ງ​ຕັ້ງ​ຮິ​ພົນ​ໂຍທາ​ຈະ​ລົບ​ເລວ​ກັນ​ທີ່​ແຄມ​ຝັ່ງ​ແມ່ນ້ຳ​ໂຮ​ຫິນີ ຍ້ອນ​ເຫດ​ຍາດ​ແຍ້​ງ​ເອົາ​ນ້ຳ​ໃສ່​ນາ (ຄົງ​ຈະ​ເກີດ​ສະພາບ​ແຫ້ງ​ແລ້ງ) ແຕ່​ເຫດ​ທີ່​ຊາວ​ລາວ​ເຮົາ​ພາກັນ​ເອີ້ນ “ພະ​ບາງ” ນັ້ນ ທ່ານ​ມະຫາ​ສີ​ລາ​ວິ ຣະວົງສ໌ ອະທິບາຍ​ໄວ້​ໃນ​ໜັງສື​ຕຳ ນານ​ພະ​ບາງ​ສະບັບ ກະຊວງ​ທຳ​ມະ​ການ​ແຫ່ງ​ພະ​ລາຊະ​ອານາຈັກ​ລາວ​ວຽງ​ຈັນ ວັນ​ທີ 1 ພະຈິກ 2510 ວ່າ: ພະພຸດທະ​ຮູບ​ອົງ​ນີ້​ເປັນ​ພະ​ບາງ​ຫ້າມ​ຢາດ​ແທ້ແຕ່​ຄົນ​ທັງ ຫລາຍ​ເອີ້ນແຕ່​ພຽງ “ພະ​ບາງ”.
​ ເຖິງ​ປີ ພ.ສ 1500 (ຄ.ສ 957) ບາງ​ຕຳນານ​ວ່າ: ພ.ສ 654 ຈຶ່ງ​ຖືກ​ອັງ​ເຊີນ​ໄປ​ປະດິດສະຖານ​ທີ່​ປະ​ເທດ​ຂະ​ເໝນ ເຖິງ​ປີ ພ.ສ 1902 (ຄ.ສ 1359) ເຈົ້າ​ຊີວິດ​ຂະ​ເໝນ ຈຶ່ງ​ພະ​ລາຊະທານ​ພະ​ບາງ​ໃຫ້​ເຈົ້າຟ້າ​ງຸ່ມ​ແຫ່ງ​ອານາຈັກ​ລາວ​ລ້ານ​ຊ້າງ ຕາມ​ຄຳ​ທູນ​ຂໍ ເຈົ້າ​ຟ້າ​ງຸ່ມ​ມີ​ພະຣາ ປະສົງ​ຈະ​ນຳ​ພະ​ບາງ​ມາ​ປະດິດ ສະຖານ​ທີ່​ນະຄອນຫລວງ​ວຽງ​ຈັນ, ​ແຕ່​ວ່າ​ໃນ​ເວລາ​ນຳ​ພະ​ບາງ​ຂຶ້ນມາ​ຈາກ​ຂະ​ເໝນນັ້ນ ເມື່ອ​ເຖິງ​ເມືອງ​ວຽງ​ຄຳ (​ເມືອງ​ທຸລະຄົມ​ແຂວງ​ວຽງ​ຈັນ) ກໍ​ມີ​ເຫດ​ອັດສະຈັນ​ຄື: ບໍ່​ສາມາດ​ເຄື່ອນ​ຍ້າຍ​ໄດ້ ໂດຍ​ປົກກະຕິ​ໃຊ້​ຄົນ​ຫາມ 8 ຄົນ ແຕ່​ເພີ່ມ​ຂຶ້ນ 24 ຄົນ ກໍ​ບໍ່​ສາມາດ​ເຄື່ອນ​ຍ້າຍ “ພະ​ບາງ” ໄດ້, ດັ່ງ​ນັ້ນ​ພະ​ບາງ ຈຶ່ງ​ໄດ້​ຮັບ​ການ​ປະດິດສະຖານ​ຢູ່​ເມືອງ​ວຽງ​ຄຳ ​ເປັນ​ເວລາ 150 ປີ ຈົນ​ເຖິງ​ປີ ພ.ສ 2055 (ຄ.ສ 1512) ອັນ​ເປັນ​ສະ​ໄໝ​ຂອງ​ເຈົ້າ​ວິ​ຊຸນ​ນະລາດ ຜູ້​ຊຶ່ງ​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ເຈົ້າ​ເມືອງ​ວຽງ​ຄຳ ມາ​ກ່ອນ​ຈຶ່ງ​ສາມາດ​ນຳ​ເອົາ​ພະ​ບາງ ​ເມືອ​ປະດິດສະຖານ​ໄວ້​ທີ່​ວັດ​ວິ​ຊຸນ​ນາຣາດ ​ໃນ​ນະຄອນ ຊຽງ​ທອງ. ມີ​ນັກປາດ​ປະຫວັດສາດ​ລາວ​ບາງ​ທ່ານ​ສັນນິຖານ​ວ່າ: ພະ​ບາງ ອາດ​ຈະ​ຖືກ​ຫລໍ່​ຂຶ້ນທີ່​ເມືອງ​ວຽງ​ຄຳນີ້! ເຫດຜົນ​ຍ້ອນ​ວ່າ: ບໍ່​ປະ ກົດ​ຫລັກ​ຖານ​ການ​ບັນທຶກ​ໃນ​ລາດ​ຊະ​ວັງ​ຂະ​ເໝນ ກ່ຽວ​ກັບ​ພະ​ບາງ ນີ້​ເລີຍ, ​ແຕ່​ກັບ​ພົບ​ວ່າ​ຢູ່​ເມືອງ​ວຽງ​ຄຳນີ້ ຫໍພະ​ບາງ ​ແລະ​ພະ​ບາງ ກໍ​ປະດິດສະຖານ​ຢູ່​ເມືອງ​ນີ້ ນານ​ເຖິງ 153 ປີ. ເຖິງ ຄ.ສ 1560 ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາດ ​ໄດ້​ສະຖາປະນາ​ວຽງ​ຈັນ​ຂຶ້ນ ເປັນ​ນະຄອນຫລວງ​ແລະ​ໄດ້​ນຳ​ເອົາ​ພະ​ແກ້ວ​ມໍ​ລະ​ກົດ​ແລະ​ພະ​ແຊກ​ຄຳ​ຈາກ​ຫລວງ​ພະ​ບາງ​ມາ​ປະດິດສະຖານ​ທີ່​ວຽງ​ຈັນ, ສ່ວນ ພະ​ບາງ ຍັງ​ຄົງ​ປະດິດສະ ຖານ​ໄວ້​ເປັນ​ມິ່ງຂວັນ​ເມືອງ​ທີ່ ນະ ຄອນຫລວງ ຊຽງ​ທອງ ​ແລະ​ນັບ​ແຕ່​ນັ້ນ​ມາ ນະຄອນ​ແຫ່ງ​ນີ້ ກໍ​ໄດ້​ຊື່ ວ່າ: ນະຄອນຫລວງ​ພະ​ບາງ. ແຕ່​ຄົນ​ທັງຫລາຍ​ກໍ​ພາກັນ​ເອີ້ນສັ້ນ​ໆ​ວ່າ: ຫລວງ​ພະ​ບາງ ດັ່ງ​ທີ່​ເປັນ​ຢູ່​ທຸກ​ວັນນີ້./.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446