ວິຖີ​ຊີວິດ​ຂອງ​ບັນດາ​ຊົນ​ເຜົ່າ​ບ້ານ​ກົກ​ຕ້ອງ


* “ກົກ​ຕ້ອງ” ເປັນ​ໜຶ່ງ​ໃນ​ຈ​ຳ​ນວນ​ຫລ​າຍ​ສິບ​ບ້ານ​ທັງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 24 ບ້ານ​ທີ່​ນານ​ຢູ່ໃນພື້ນ​ທ​ີ່​ຂອງ​ໂຄງ​ການ​ຈັດ
​ ຕັ້ງ​ປ່າ​ຜະ​ລິດ ແບບ​ຍືນ​ນານ​ແລະ​ພັດ​ທະ​ນາ​ຊົນ​ນະ​ບ​ົດ ທີ່​ຂຶ້ນ​ກັບ​ເມືອງ​ເຊ​ບັ້ງ​ໄຟ ແຂວງ​ຄຳ​ມ່ວນ ເຊິ່ງ​ຕັ້ງ​ຫ່າງ​ຈາກ​ເທ​ສະ​ບານ​ເມືອງ​ເຊ​ບັ້ງ​ໄຟ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ປ​ະ​ມ​ານ 30 ກິ​ໂລ​ແມັດ ແລະ​ຫ່າງ​ຈາກ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ມານ 36 ກິ​ໂລ​ແມັດ, ປະ​ກອບ​ມີ 92 ຫລັງ​ຄາ​ເຮືອນ 98 ຄອບ​ຄົວ, ພົນ​ລະ​ ເມືອງ 481 ຄົນ, ຍິງ 226 ຄົນ. ປະ​ກອບ​ມີ​ຊົນ​ເຜົ່າ​ລາວ​, ຜູ້​ໄທ, ມັງ​ກອນ..​.
ກ່ອນ​ໜ້າ​ນີ້ 100 ກວ່າ​ປີ, ບັນ​ດາ​ຊົນ​ເຜົ່າ​ຢູ່​ກ້ອງ​ກົກ​ຕ້ອງ​ໃນ​ປະ​ຈຸ​ບັນ​ນີ້ ແມ່ນ​ໄດ​້​ຕັ້ງ​ຫລັກ​ປັກ​ຖານ​ຢູ່​ບ້ານ​ໂຄກ​ຊຽງ​ຊອນ ທີ່​ຂຶ້ນ​ກັ​ບ​ເມືອງ​ທ່າ​ແຂກ​ແຂວງ​ຄຳ​ມ່​ວນ​ນີ້​ເອງ. ແຕ່​ຕົກ​ມາ​ຮອດ​ປີ 1884 ຢູ່​ບ້ານ​ໂຄກ​ຊຽງ​ຊອນ​ໃນ​ເປີງ​ນັ້ນ​ໄດ້​ມີ​ການ​ເຈັບ​ໄຂ້​ໄດ້​ພະ​ຍາດ ເຊິ່ງ​ໄດ້​ເຮັດ​ໃຫ້​ພວກ​ຜູ້​ຄົນ​ລົ້ມ​ຕາຍ​ຜິດ​ປົກ​ກະ​ຕິ ຈິ່ງ​ເປັນ​ສາ​ເຫດ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ເຄື່ອນ​ຍ້າຍ​ອອກ​ຈາກບ້ານ​ດັ່ງ​ກ່າວ​ມາ​ຢູ່​ບ້ານ​
ທຸກວັນ​ນີ້ແຕ່​ເນື່ອງ​ຈາກວ່າ​ໃນ​ສະ​ໄໝ​ນັ້ນ​ຢູ່​ຂອບ​ເຂດ​ບ້ານ​ໃນ​ທຸກ​ວັນ​ນີ້ໄດ້​ມ​ີ​ກົກ​ຕ້ອງ​ຫລາຍ​ຈິ່ງ​ໄດ້​ຂະ​ໜານ​ນາມ​ບ້ານ​ຂອງ​ຕົນ​ ເອງວ່າ: ແມ່ນ​ບ້ານ​ກົກ​ຕ້ອງ. ແຕ່​ມື້​ນັ້ນ​ເຖິງ​ມື້​ນີ້, ບ້ານ​ກົກ​ຕ້ອງ​ໄດ​້​ມີ​ເນື້ອ​ທີ່​ຂອບ​ເຂດ​ບ້ານ​ທັງ​ໝົດ​ມີ 6.400 ເຮັກ​ຕາ ໃນ​ນັ້ນ​ມີ​ດິນ​ປຸກ​ສ້າງ​ຕັ້ງ​ບ້ານ 13,130 ເຮັກ​ຕາ, ເນື້ອ​ທີ່​ນາ 36,55 ເຮັກ​ຕາ​ເນື້ອ​ທີ່​ສວນ 1,2 ເຮັກ​ຕາ, ເນື້ອ​ທີ່​ທີ່ສາ​ມາດຂະ​ຫຍາຍ​ທຳ​ການ​ຜະ​ລິດ 307,45 ເຮັກ​ຕາ, ເນື້ອ​ທີ່​ປ່າ​ສະ​ຫງວນ 1,272 ເຮັກ​ຕາ, ເນື້ອ​ທີ່​ປ່າ​ຟື້ນ​
ຟູ 696 ເຮັກ​ຕາ, ເນື້ອ​ທີ່​ປ່າ​ຜະ​ລິດ 3.405,47 ເຮັກ​ຕ​າ, ເນື້ອ​ທີ່​ປ່າ​ປ້ອງ​ກັນ 660 ເຮັກ​ຕາ ແລະ​ເນື້ອ​ທີ່​ອື່ນໆ​ມີ 9,2 ເຮັກ​ຕາ.
ບົນ​ພື້ນ​ຖານ​ເນື້ອ​ທີ່​ໃນ​ຂອບ​ເຂດ​ບ້ານ​ທັງ​ໝົດ​ນາຍ​ບ້ານ ບ້ານ​ກົກ​ຕ້ອງ​ໃຫ້​ຮູ້​ວ່າ: ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ບ້ານ​ກົກ​ຕ້ອງ ຍຶດ​ອາ​ຊີບ​ການ​ເຮັດ​ນາ​ປູກ​ເຂົ້າ​ເປັນ​ຕົ້ນ​ຕໍ, ປະ​ຈຸ​ບັນ​ມີ​ເນື້ອ​ທີ່ 36,55 ເຮັກ​ຕາ, ສະ​ມັດ​ຕະ​ພາບ​ສູງ​ສຸດ 2 ໂຕນ/ເຮັກ​ຕາ, ນອກ​ຈາກ​ນັ້ນ​ຍັງ​ໄດ້​ລ້ຽງ​ສັດ​ປະ​ເພດ​ຕ່າງໆ​ນຳ​ອີກ. ມີ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ 2 ປະ​ເພດ​ເຊັ່ນ: ການ​ບໍ​ລິ​ການ ແລະ​ການ​ຄ້າ​ຂາຍ​ຍ່ອຍມ​ີ 8 ຄອບ​ຄົວ ໂດຍ​ອີງ​ໃສ່​ຕົວ​ເລກ​ທີ່​ນາຍ​ບ້ານໆ​ກົກ​ຕ້ອງ​ທີ່​ໄດ້​ກ່າວ​ມາ​ນັ້ນ​ກໍ່​ສາ​ມາດ​ພິ​ສູດ​ໄດ້​ວ່າ ໃນ​ປີ​ໜຶ່ງໆ​ເຂົາເຈົ້າ​ໄດ້​ມ​ີ​ລາຍ​ຮັບ​ໃນ​ການ​ເຮັດ​ນາ​ປີ ປີ​ລະ​ບໍ່​ຕ່ຳ​ກວ່າ73 ໂຕນ ຄິດ​ສະ​ເລ່ຍ​ເຂົ້າ​ຕໍ່​ຫົວ​ຄົນ​ໃນ​ປີ​ໜຶ່ງ 159 ກິ​ໂລ/ຄົນ. ໝາຍ​ຄວາມ​ວ່າ​ໃນ​ປີ​ໜຶ່ງ​ຄົນ​ຜູ້​ໜຶ່ງ​ຂາດ​ເຂົ້າ​ສຳ​ລັບ​ບໍ​ລິ​ໂພກ 201 ກິ​ໂລ, ເນື້ອ​ທີ່​ນາ​ບໍ່​ເຖິງ​ຄອບ​ຄົວ​ລະ​ເຮັກ​ຕາ, ສັດ​ລ້ຽງ​ປະ​ເພດ​ຕ່າງໆ​ບໍ່​ເຖິງ​ຄອບ​ຄົວ​ລະ​ໂຕ(ສັດ​ແຕ່​ລະ​ຊະ​ນິດ) ແນວ​ໃດ​ກໍ່​ຕາມ​ບັນ​ດາ​ຊົນ​ເຜົ່າ​ຢູ່​ບ້ານ​ກົກ​ຕ້ອງ​ດຳ​ລົງ​ຊີ​ວິດ​ແບບ​ຊອກ​ຢູ່​ຫາ​ກິນ, ຮ່ອງ​ຮອຍ​ສິ່ງ​ເສດ​ເຫລືອ ເສດ​ຖະ​ກິດ​ຂອງ​ສັງ​ຄົມ​ສະ​ຫະ​ຊີບ​ປະ​ຖົມ​ບູ​ຮານ ຍັງ​ຄົງ​ຕົວ​ຢູ່​ນຳ​ບັນ​ດາ​ຊົນ​ເຜົ່າ​ບ້ານ​ກົກ​ຕ້ອງ​ເມືອງ​ເຊ​ບັ້ງ​ໄຟ​ແຂວງ​ຄຳ​ມ່ວນ​ນັ້ນ​ກໍ່​ຄື​ການ​ເກັບ​ເດັດ​ຜັກ​ປ່າ ແລະ​ການ​ລ່າ​ເນື້ອ​ສັດ​ປ່າ​ເພື່ອ​ເອົາ​ມາ​ປຸງ​ແຕ່ງ​ເຮັດ​ອາ​ຫານ​ສຳ​ລັບ​ບໍ​ລິ​ໂພກ​ໃນ​ແຕ່​ລະ​ມື້. ເພາະ​ສະ​ນັ້ນ​ແຫລ່ງ​ລາຍ​ຮັບ​ຕົ້ນ​ຕໍ​ຂອງ​ປະ​ຊາ​ຊົນ​ຢູ່​ບ້ານ​ດັ່ງ​ກ່າວ ໄດ້​ມາ​ຈາກ​ການ​ລັກ​ລອບ​ຕັດ​ໄມ້​ໃຫ້​ພໍ່​ຄ້າ​ມື​ກາງ, ໄດ້​ມາ​ຈາກ​ການ​ເກັບ​ເຄື່ອງ​ປ່າ​ຂອງ​ດົງ​ຕາມ​ແຕ່​ລະ​ດູ​ການ​ເຊັ່ນ: ຂີ້​ຊີ, ເຫັດ, ໜໍ່​ໄມ້, ຍອດ​ຫວາຍ..​.ຂາຍ​ເປັນ​ສິນ​ຄ້າ​ຢູ່​ຕະ​ຫລາດ​ເມືອງ​ ເຊ​ບັ້ງ​ໄຟ ແລະ​ຕະ​ຫລາດ​ເມື​ອງ​ເອກ​ຂອງ​ແຂວງ​ຄຳ​ມ່ວນ ເພື່ອ​ຊື້​ເຂົ້າ​ກິນ, ຢາ​ປົວ​ພະ​ຍາດ, ອຸ​ປະ​ກອນ​ການ​ສຶກ​ສາ, ເຄື່ອງ​ນຸ່ງ​ຫົມ​ເອ້​ຢ້ອງ, ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ, ນ້ຳ​ມັນ, ພາ​ຫະ​ນະ​ການ​ຜະ​ລິດ, ອາ​ຫານ, ນ້ຳ​ມັນ​ເຊື້ອ​ໄຟ, ເຄື່ອງ​ປຸງ​ແຕ່ງ
ແລະ​ອື່ນໆ.ໃນ​ໄລ​ຍະ​ຜ່ານ​ມາ​ບ້ານ​ກົກ​ຕ້ອງ ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ລ້າ​ຈາກ​ໂຄງ​ການ​ຕ່າງໆ​ເຊັ່ນ: ໂຄງ​ການ POMACOP ແລະ​ໂຄງ​ການ​ສຶກ​ສາ​ທາງ​ໄກ, ປະ​ຈຸ​ບັນ​ໄດ້​ມີ​ໂຮງ​ຮຽນ​ມູນ​ລະ​ປະ​ຖົມ ປ1-​ປ3 ມີ​ນັກ​ຮຽນ​ທີ່​ໄດ້​ລົງ​ທະ​ບຽນ​ຮຽນ
ເຂົ້າ​ຮຽນ 78 ຄົນ ຍິງ 24 ຄົນ, ມີ​ຄູ​ສອນ 2 ຄົນ​ພ້ອມ​ກັນ​ນັ້ນ​ມາ​ເບິ່ງ​ໃນ​ຂົງ​ເຂດ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ ເຖິງວ່າ​ຢູ່​ບ້ານ​ດັ່ງ​ກ່າວ​ບໍ່​ທັນ​ມີ​ສຸກ​ສາ​ລາ​ກໍ່​ຕາມ​ແຕ່​ໃນ​ເມື່ອ​ເຈັບ​ໄຂ້​ໄດ້​ພະ​ຍາດ​ໂດຍ​ສະ​ເພາະ​ແມ່ນ​ໄຂ້​ຍຸງ, ຖອກ​ທ້ອງ, ໄຂ້​ຫວັດ​ກໍ່​ໄດ້​ໄປ​ປິ່ນ​ປົວ​ຢູ່​ສຸກ​ສ​າລາເຂດ, ໂຮງ​ໝໍ​ເມືອງ​ເຊ​ບັ້ງ​ໄຟ ແລະ​ໂຮງ​ໝໍ​ແຂວງ​ທີ່​ເມືອງ​ທ່າ​ແຂກ ຫລື​ຊື້​ຢາ​ມາ​ກິນ ແລະ​ປິ່ນ​ປົວ​ຢູ່​ຕາມ​ຄ​ລີ​ນິກ​ໃນ​ຕົວ​ເມືອງ, ປະ​ຊາ​ຊົນ​ແຕ່​ລະ​ຄອບ​ຄົວ​ລ້ວນ​ແຕ່ ນອນ​ກາງ​ມຸ້ງ, ໄດ້​ຄ່ອຍໆ​ມີ​ຄວາມ​ ນິ​ຍົມ​ດື່ມ​ນ້ຳ​ຕົ້ມ, ໄດ້​ນ້ຳ​ຈາກ​ສ້າງ​ນ້ຳ ແລະ​ສ້າງ​ບາ​ດານ.
ສັງ​ລວມ​ແລ້ວ ມາ​ເຖິງ​ປະ​ຈຸ​ບັນ​ຢູ່​ບ້ານ​ດັ່ງ​ກ່າວ​ແມ່ນ​ໄດ້​ນຳ​ໃຊ້​ກະ​ແສ​ໄຟ​ຟ້າ, ໄດ້​ມີ​ເສັ້ນ​ທາງ​ລົດ ເຖິງ ວ່າ​ບໍ່​ແມ່ນ​ເສັ້ນ​ທາງ​ປູ​ຢາງ​ແຕ່​ກໍ່​ເປັນ​ເສັ້ນ​ທາງ​ດິນ​ແດງ ເຊິ່ງ​ລົດ​ສາ​ມາດ​ແລ່ນ​ຜ່ານ​ໄປ​ມາ​ໄດ້​ທັງ​ສອງ​ລະ​ດູ. ແຕ່​ບັນ​ຫາ​ໃໝ່​ອ່ຽມ​ສຳ​ລັບ​ບ້ານ​ກົກ​ຕ້ອງ​ອີກ​ບັນ​ຫາ​ໜຶ່ງ​ແມ່ນ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລ​ືອ​ລ້າ​ຈາກ​ໂຄງ​ການ​ຈັດ​ສັນ​ປ່າ​ຜະ​ລິດ​
ແບບ​ຍືນ​ນານ ແລະ​ພັດ​ທະ​ນາ​ຊົນ​ນະ​ບົດ ເພື່ອ​ປັນ​ປຸງ​ສະ​ຖາ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ບ້ານມ​ີ 80.000.000 ກີບ ເຊິ່ງ​ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ​ດ້ວຍ​ການ​ປູກ​ຝັງ, ລ້ຽງ​ສັດ ແລະ​ການ​ບໍ​ລິ​ການ ເຊິ່ງ​ຈຸດ​ປະ​ສົງ​ຫລັກໆ​ໃນ​ການ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບ້ານ​ກົກ​ຕ້ອງ​ແມ່ນ​ແນ​ໃສ່​ເຮັດ​ໃຫ້​ເຂົາ​ ເຈົ້າ​ມີ​ເຂົ້າ​ກຸ້ມ​ກິນ, ມີ​ລາຍ​ຮັບ​ເພີ່ມ ແລະ​ມີ​ຄຸນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ແນ​ໃສ່​ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ບ້ານ​ດັ່ງ​ກ່າວ​ຫລຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2010 ຢ່າງ​ສິ້ນ​ເຊີງ. ແຕ່​ບັນ​ຫາ​ຈະ​ສາ​ມາດ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້ ຫລື​ບໍ່ ທັງ​ຈະ​ເຮັດ​ໃຫ້​ທຶນ 80 ລ້ານ ກີບ ທີ່​ໂຄງ​ການ SUPORD ໃຫ້​ການ​ຊ່ວຍ​ເຫລືອ​ລ້າ​ນັ້ນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ ແລະ​ໃນ​ຕໍ່​ໜ້າ​ຈະ​ສາ​ມາດ​ເກັບ​ເງິນ​ດັ່ງ​ກ່າວ​ມາ​ໄວ້​ຢູ່ກອງ​ທຶນ​ພັດ​ທະ​ນາ​ຂັ້ນ​ບ້ານ​ບ້ານ​ກົກ​ຕ້ອງ ເພື່ອ​ຈະ​ເຮັດ​ໃຫ້​ບັນ​ດາ​ຄອບ​ຄົວ​
ຢືມ​ໃນ​ຂັ້ນ​ຕໍ່​ໄປ ເຊິ່ງ​ຈະ​ກາຍ​ເປັນ​ທຶນ​ໝູນ​ວຽນ​ອັນ​ມະ​ຫາ​ສານ​ໃນ​ບ້ານ​ນັ້ນໆ​ແມ່ນ​ຊາວ​ບ້ານ​ດັ່ງ​ກ່າວ​ເປັນ​ຜູ້​ຕັດ​
ສິນ​ສົມ​ທົບ​ກັບ​ການ ຊ່ວຍ​ເຫລືອ​ໃນ​ການ​ແນະ​ນຳ-​ນຳ​ພາ​ຕິດ​ຕາມ, ກວດ​ກາ​ຊຸກ​ຍູ້​ເປັນ​ປະ​ຈຳ./.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446