ການ​ໄຫຼ​ເຮືອ​ໄຟ


* ກ່ອນ​ໜ້ານີ້​ໄດ້​ນຳ​ສະ​ເໜີ​ກ໋ຽວກັບ​ບຸນຊ່ວງ​ເຮືອ​ໄປ​ແລ້ວ ຊຶ່ງ​ໃນ​ການ​ຊ່ວງ​ເຮືອນີ້​ແມ່ນ​ໄດ້​ມີ​ການ​ຄົບງັນ​ດ້ວຍ​ມະ​ໂຫລີ​ຕ່າງໆ,ມີ​ການ​ປະ​ກວດ​ເຮືອ​ງາມ​ລວມທັງ​ການ​ເຊີ້ງ, ການ​ຕີ​ຊ້າງ​ນ້ຳນອງ ແລະ ອື່ນໆຊຶ່ງ​ຖື​ເປັນ​ສີສັນ​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ທັງຫຼາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ລາວກໍ​ຄື​ຄົນ​ຕ່າງ​ຊາດ ​ແລະ ຄຽງ​ຄູ່​ກັນນີ້,ກໍ​ຍັງ​ມີ​ການ​ໄຫລ​ເຮືອ​ໄຟ​ຕື່ມ​ອີກ ຊຶ່ງ​ມັນ​ໄດ້​ເພີ່ມ ສີສັນ​ໃຫ້​ແກ່​ວັນ​ບຸນຊ່ວງ​ເຮືອ​ໃນ​ແຕ່ ລະ​ປີ​ອີກ​ຕ່າງຫາກ..​ເປັນ​ຫຍັງ​ຈຶ່ງ​ມີ​ການ​ໄຫລ​ເຮືອ​ໄຟ?​ເພິ່ນເຮັດ​ແນວ ໃດ​ແດ່? ເປີດຄໍ​ລຳ “ ຊີວິດ​ວັດທະ ນະທຳ “ ທາງ​ໜ້າ​ໜັງສືພິມ​ປະ​ເທດ ລາວມື້ນີ້ຂໍ​ນ້ອມ​ນຳ​ສະເໜີ​ບົນ​ພື້ນ ຖານ​ຕຳນານ​ແຫ່ງການ​ເຊື່ອ​ຖື​ມາ​ແຕ່​ບູລ້ຳບູຮານ​ເພິ່ນ​ພຸ້ນ!
ການ​ໄຫລ​ເຮືອ​ໄຟ​ນີ້​ແມ່ນ​ໄດ້​ມີ​ຄວາມ​ເຊື່ອ​ຖື​ມາ​ຈາກ​ພະຍາ​ນາກ​ໃນ​ສະ​ໄໝ​ພຸດທະການ​ບັນພະ​ບູລຸດ ຊຶ່ງ​ເພິ່ນ​ເຄີຍ​ເຮັດມາ​ຈົນເຖິງ​ປະຈຸ​ບັນ​ໂດຍ​ໃນ​ນິທານ​ພື້ນ​ເມືອງ​ໄດ້​ກ່າວ​ໄວ້​ໃນ​ເລື່ອງ” ກາ​ເຜື​ອກ” ຫຼື “ ກາ​ຂາວ “ ນັ້ນ​ເອງ ຊຶ່ງ​ເລື່ອງ​ມີ​ຢູ່​ວ່າ: ຄັ້ງໜຶ່ງ​ພະພຸດທະ​ເຈົ້າ​ໄດ້​ສະ​ເດັດ​ໄປ​ຢ້ຽມຢາມ​ເມືອງ​ບາ​ດານ ແລະ ກ່ອນ​ຈາກ​ເມືອງ​ນັ້ນ, ບັນດາ​ນາກ​ທັງຫຼາຍ​ໄດ້​ໄຫວ້​ວອນ​ໃຫ້​ເພິ່ນ​ຢຽບ​ຮອຍ​ພະ​ບາດ (ຮອຍ​ຕີນ)ຂອງ​ເພິ່ນ​ໄວ້​ແຄມ​ມະຫາ​ສະໝຸດ​ເພື່ອ​ເປັນ​ບ່ອນ​ໃຫ້​ນາກ​ທັງຫຼາຍ​ໄດ້​ສັກກາລະ​ບູຊາ.ຈາກຄວາມ​ເຊື່ອ​ຄື​ດັ່ງ​
ກ່າວນີ້,​ເມື່ອ​ຮອດ​ບຸນ​ເຂົ້າພັນ​ສາ ຫຼື ບຸນ​ອອກ​ພັນ​ສາ​ຂອງ​ພະສົງ ພຸດທະສາສະ ນິກກະ​ຊົນ​ໄດ້​ພາກັນ​ເຮັດ​ເຮືອ​ໄຟ​ເພື່ອ​ຈຸດປະສົງ​ບູຊາ​ຮອຍ​ພະພຸດ​ທະ​ບາດ​ຢູ່​ທີ່​ເມືອງ​ບາ​ດານ​ນັ້ນ.
ບັດ​ນີ້ມາ​ຮູ້ຈັກວ່າ: ຊາວ​ລາວ​ພວກ​ເຮົາ​ນິຍົມ​ເຮັດ​ເຮືອ​ໄຟ​ປະ​ເພດ ໃດ​ແດ່ ? ມີ​ຢູ່ 2 ປະ​ເພດຄືໜຶ່ງ​ແມ່ນ​ປະ​ເພດ​ເຮືອ​ໄຟ​ໂຄກ ​ໂດຍ​ເພິ່ນ​ເອົາ​ກາບກ້ວຍ​ມາ​ເຮັດ​ເປັນ​ຮູບ​ເຮືອ​ແລ້ວ​ເຮັດ​ຮາວ​ໃຫ້​ຄັກ​ແນ່​ເພື່ອ​ຕິດ​ເຜິ້ງ, ທູບ​ທຽນ​ ພ້ອມທັງ​ເຂົ້າຕົ້ມ,​ເຂົ້າໜົມ ​ແລະ ດອກ​ໄມ້ປະດັບ​ໃສ່​ໃຫ້​ມີ​ຄວາມ​ສວຍ​ສົດ​ງົດງາມ. ຈາກ​ນັ້ນກໍ​ພາກັນ​ຈູດ​ໃຫ້​ເຮື່ອ​ເຮືອງ.​ເຮືອ​ໄຟ​ໂຄກ​ເພິ່ນ​ເຮັດ​ຢູ່​ເດີ່ນ​ວັດ ​ແລະ ບາງ​ຄົນ​ກໍ​ເຮັດ​ໃສ່ໜ້າ​ເຮືອນ ນີ້ເພິ່ນ​ເອີ້ນວ່າ: ​ໄຕ້​ເຮືອ​ໄຟ​ໂຄກ.ສ່ວນ​ປະ​ເພດ​ທີ​ສອງ​ແມ່ນ​ເຮືອ​ໄຟ​ນ້ຳ ຊຶ່ງ​ລັກສະນະ​ຮູບ ຮ່າງ​ກໍ​ຄື​ກັນ​ກັບ​ເຮືອ​ໄຟ​ໂຄກ ​ໂດຍ​ຢູ່​ໃນ​ເຮືອນັ້ນມີ​ແຕ່​ເຄື່ອງກິນ​ຂອງ​ທານ​ທັງ​ຫວານ ແລະ ຄາວ​ຄົບ ຖ້ວນ.​ເມື​່ອຮອດ​
ເວລາ 20:00 ໂມງ ຂອງ​ມື້ນັ້ນ​ໄດ້​ມີ​ຊາວ​ໜຸ່ມ​ຍິງ-ຊາຍ,​ເຖົົ້າ​ແກ່​ອາວຸ​ໂສ ​ໄດ້​ພ້ອມພາກັນຫາ​ມ​ເຮືອນັ້ນລົງ​ໄປ​ຫານ້ຳທີ່​ຈະ​ປ່ອຍ ແລ້ວກໍ​ໄຕ້​ທູບ​ທຽນ​ໃສ່​ຢ່າງ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມທີ່​ສຸດ.ຈາກນັ້ນກໍ​ປ່ອຍ​ເຮືອ​ລົງ​ໄປ​ຕາມ​ກະ​ແສນ້ຳ.​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ການ​ກຳນົດ​ເວລາ​ໄຫລ​ເຮືອ​ໄຟ​ນັ້ນມີຄວາມ​ແຕກ​ຕ່າງ​ກັນ ເຊັ່ນ​ວ່າ: ຢູ່​ບາງ​ທ້ອງ​ຖິ່ນ​ແມ່ນ​ເຮັດ​ຂຶ້ນ​ໃນ​ເດືອນ​ສິບ​ເພັງ (ກົງ​ກັບ​ກາງ​ເດືອນກັນຍາ) ຊຶ່ງ​ແມ່ນ ວັນ​ບຸນ​ຫໍ່​ເຂົ້າສະຫຼາກ.ສຳລັບ​ຢູ່​ຕົວ​ເມືອງ​ໃຫຍ່ເຊັ່ນ ຢູ່​ນະຄອນຫຼວງ​ວຽງ​ຈັນ​ນັ້ນ ​ເພິ່ນ​ຈັດ​ຂຶ້ນ​ໃນ​ເດືອນ ສິບ​ເອັດ​ເພັງ (ກົງ​ກັບ​ເດືອນ​ຕຸລາ) ຊຶ່ງ​ແມ່ນ​ວັນ​ບຸນ​ອອກ​ພັນ​ສາ​ປະ​ວໍລະ ນາ ຂອງ​ພະສົງ ​ແລະ ສະຖານ​ທີ່​ນັ້ນກໍ​ຄື​ຢູ່​ທ່າ​ວັດ​ຈັນ ,ເມືອງ​ຈັນທະ​ບູລີ ທຸກໆ​ປີ. ປະ​ເພນີ​ບຸນຊ່ວງ​ເຮືອ-​ໄຫລ​ເຮືອ​ໄຟ ​ແມ່ນໜຶ່ງ​ໃນ 19 ປະ​ເພນີ ຫຼືວ່າ: ທຳນຽມ,ລະບຽບ​ແບບ​ແຜນ ການ​ປະພຶດ​ປະຕິບັດ​ທີ່​ສືບ​ສານ​ຕໍ່ໆ​ກັນ​ມາ​ແຕ່​ອະດີດຕະການ​ຈົນ​ເທົ່າ​ເຖິງ​ທຸກ​ວັນນີ້./.


 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446