|
ຖາມ-ຕອບ ຄວາມຮູ້ການພົວພັນພິເສດ ລາວ-ຫວຽດນາມ
*(ຂປລ): ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບຊາວໜຸ່ມນະຄອນຫລວງວຽງຈັນ ແລະໂຮງຮຽນມັດທະຍົມທົ່ວນະຄອນຫລວງວຽງຈັນ ໄດ້ຈັດກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວໃນ
ຫົວຂໍ້ “ລາວ-ຫວຽດນາມ ໃນຫົວໃຈຂອງຂ້ອຍ” ເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 45 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມ
ມື ຄົບຮອບ 30 ປີ, ໃນວັນທີ 25 ກໍລະກົດ 2007 ທີ່ຫໍວັດທະນະທຳແຫ່ງຊາດ.
ທ່ານ ຄຳພັນ ສິດທິດຳພາ, ເລຂາຄະນະບໍລິຫານງານສູນກາງ ຊປປ ລາວ, ທ່ານ ຫງວຽນ ຮົວ ຕວັ່ນ, ເລຂາທີນຶ່ງ ຂອງສະຖານເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ, ມີຊາວໜຸ່ມ ຈາກພາກສ່ວນຕ່າງໆ, ຄູອາຈານ, ນັກຮຽນມັດທະຍົມມ.ຕົ້ນ-ມ.ປາຍ ອ້ອມຂ້າງນະຄອນຫລວງ 300 ກວ່າຄົນເຂົ້າຮ່ວມໃນກິດຈະກຳດັ່ງກ່າວ ໂດຍຈຸດປະສົງຕົ້ນຕໍແມ່ນເພື່ອເຮັດໃຫ້ບັນດາສະມາຊິກຊາວໜຸ່ມ,ນັກຮຽນ ຢູ່ໃນຂົງເຂດການສຶກສາກໍຄືຂົງເຂດຂອງ 3 ອົງການຈັດຕັ້ງມະຫາຊົນໃນທົ່ວໂຮງຮຽນມັດທະຍົມມ.ຕົ້ນ-ມ.ປາຍອ້ອມຂ້າງນະຄອນຫລວງວຽງຈັນໄດ້ຮັບຮູ້ແລະເຂົ້າໃຈກ່ຽວກັບມູນເຊື້ອ,ປະຫວັດສາດແລະ
ວັດທະນະທຳຂອງປະຊາຊົນຫວຽດນາມ, ຂະນະດຽວກັນກໍເປັນ ການໂຄສະນາສຶກສາອົບຮົມຄວາມ
ຮັບຮູ້, ຄວາມຮູ້ສຶກຂອງບັນດາຊັ້ນຄົນ ພິເສດກໍແມ່ນ ຄົນລຸ້ນຫນຸ່ມ ຂອງລາວ ຕໍ່ສາຍພົວພັນແບບພິເສດ
ແລະ ເປັນມູນເຊື້ອມາແຕ່ດົນນານ, ຄວາມບໍລິສຸດຜຸດຜ່ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ
ປະຊາຊົນ ສອງຊາດ ລາວ ແລະ ຫວຽດນາມ. ການສ້າງກິດຈະກຳດັ່ງກ່າວເພື່ອເປັນການສ້າງຂະບວນການ ໃນການສະເຫລີມສະຫລອງສອງ ວັນປະຫວັດສາດ ລາວ-ຫວຽດນາມໃຫ້ມີຄວາມຟົດຟື້ນຍິ່ງຂຶ້ນ.
ເຂົ້າຮ່ວມກິດຈະກຳຖາມ-ຕອບ ຄັ້ງນີ້ມີ ນັກຮຽນຈັດເປັນ 9 ທິມ, ຊຶ່ງແຕ່ລະທີມໄດ້ຮັບ ລາງວັນຊົມເຊີຍ
ຈາກສູນກາງຊາວໜຸ່ມ ປປ ລາວ ເປັນຕົ້ນ ອຸປະກອບການສຶກສາ./.
|