|
ບຸນປີໃໝ່ລາວກັບຄຸນຄ່າ ແລະ ຄວາມໝາຍດ້ານວັດທະນະທຳ
* ຄຳວ່າບຸນປີໃໝ່ ຫລືບຸນກຸດສົງການ ເປັນພາສາສັນສະກິດແປວ່າ ຜ່ານ ຫລືເຄື່ອນຍ້າຍໄປ, ໝາຍເຖິງດວງອາທິດເຄື່ອນ
ຍ້າຍຈາກລາສີມິນ ໄປສູ່ລາສີເມດ ເຊິ່ງເປັນວັນປີໃໝ່ຕາມຄວາມເຊື່ອ ຂອງອິນເດຍຝ່າຍເໜືອ; ສະເພາະຢູ່ປະເທດ
ລາວເຮົາ ໄດ້ຮັບຄະຕິຄວາມເຊື່ອນີ້ ມາຕັ້ງແຕ່ສະໄໝອາລະຍັນເຄື່ອນເຂົ້າມາສູ່ດິນແດນສຸວັນນະພູມ ຫລື
ຍຸກສາສະໜາພຸດນິກາຍເຖລະວາດ ແຜ່ເຂົ້າມາສູ່ດິນແດນລ້ານຊ້າງ ປີ ພ.ສ 1902 ຄ.ສ 1359 ພຸ້ນ; ໂດຍການ
ຄຳນວນດ້ວຍວິທີນັບທາງຈັນທະຄະຕິ ເພາະສະນັ້ນ ປີໃໝ່ແຕ່ລະປີຈຶ່ງບໍ່ກົງກັນ ແລະມີການເຄື່ອນຍ້າຍໄປໃນແຕ່ລະປີ.
ອີງຕາມຕຳລາໂຫລາສາດ ທີ່ຄົ້ນຄວ້າໂດຍພະອາຈານໃຫຍ່ ບົວຄຳ ສາລີບຸດ ຮອງປະທານອົງການພຸດທະສາສະໜາ
ສຳພັນລາວນັ້ນ ປີກຸນ ຄ.ສ 2007 ນີ້ ເປັນປີອະທິກະມາດ ມີ 365 ວັນ. ສັງຂານລ່ວງກົງກັບ ວັນເສົາທີ 14,
ວັນເນົາກົງກັບວັນອາທິດທີ 15 ແລະສັງຂານຂຶ້ນວັນຈັນທີ 16 ເດືອນ ເມສາ 2007.
ປີນີ້, ນາງສັງຂານມີນາມວ່າ: ມະໂຫທອນເທວີ ທົງພະຫຸລັດ ປະດັບດອກຜັກຕົບ ອາພອນປະດັບເອ້ດ້ວຍແກ້ວນິນ
ມີຊີ້ນເປັນພັກສາຫານ, ມືຂວາຖືກົງຈັກ ມືຊ້າຍຖືຫອກສາມງ່າມ ມີນົກຍຸງເປັນພາຫະນະວ່າຊັ້ນ!.
ວັນເນົາວັນອາທິດ: ທຳນາຍວ່າ: ເຂົ້າຈະຕາຍແຫ້ງແລ້ວໄດ້ຍິນສຽງຕ່າງພາສາ ທ້າວ
ພະຍາຮ້ອນໃຈນັ້ນກໍໝາຍຄວາມວ່າ ຕ້ອງກະກຽມຕ້ານແລ້ງຕ້ານຖ້ວມຮັບມືກັບ
ສະພາບການປ່ຽນແປງຂອງທຳມະຊາດ ເພື່ອຜະລິດສະບຽງອາຫານໃຫ້ກຸ້ມຢູ່ກຸ້ມກິນ ແລະ ມີສ່ວນແຮໄວ້ ສົ່ງເສີມ
ການຜະລິດກະສິກຳຕາມທ່າແຮງບົ່ມຊ້ອນ ຂອງແຕ່ລະທ້ອງຖິ່ນ ຈາກນັ້ນກໍຕ້ອງກະ
ກຽມເປັນເຈົ້າພາບທີ່ດີ ເພື່ອບໍລິການ ແລະດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເພື່ອໃຫ້ເຂົາເຈົ້າໄດ້
ຊື່ນຊົມກັບມົນສະເໜ ຂອງປະເທດລາວ
ເພື່ອນຳເອົາເງິນຕາເຂົ້າປະເທດ ສ້າງວຽກເຮັດງານທຳກະຈ່າຍລາຍໄດ້ໄປສູ່ຊົນນະບົດຕັ້ງໜ້າພັດທະນາຊັນພະຍາ
ກອນມະນຸດຂອງຊາດໃຫ້ທ່ວງທັນ
ກັບຍຸກສະໄໝແຫ່ງໂລກາພິວັດຢ່າງກົມກືນ.
ສັງຂານຂຶ້ນວັນຈັນ: ພະລາຊເທ ວີ ນາງນັກສະນົມບໍລິວານ
ຈະປະກອບດ້ວຍຄວາມສຸກທັງປວງ ຕ້ອງສ້າງຄວາມສະໝານສາມັກຄີທີ່ມີຢູ່ແລ້ວໃຫ້ເລິກເຊິ່ງກວ້າງ
ຂວາງກວ່າເກົ່າ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດທີ່ມີສົມຍານາມວ່າ
“ ຮັ່ງມີ ແລະສວຍງາມ” ໃຫ້ຫລຸດພົ້ນຈາກຄວາມດ້ອຍພັດທະນາເທື່ອລະກ້າວສ້າງໃຫ້ປະເທດຊາດ
ມີສະເຖຍລະພາບ,ມີຄວາມສະຫງົບໝັ້ນຄົງ, ປະຊາຊົນຮັ່ງມີຜາສຸກ ສັງຄົມສີວິໄລມີປະຊາທິປະໄຕແລະ ຍຸຕິທຳ
ດ້ວຍບາດກ້າວອັນໜັກແໜ້ນ.
ຢ່າງກໍຕາມ “ ປີກຸນ,” ບໍ່ອາດຈະເປັນພຽງສັນຍະລັກແຫ່ງ
ຄວາມເຊື່ອຖືທາງດ້ານໂຫລາສາດ ເຊິ່ງເພິ່ນໄດ້ທຳນາຍທາຍທັກໃຫ້ພວກເຮົາເຫັນໄດ້ໃນແງ່ດີແລະແງ່ບໍ່ດີເພື່ອເຕືອນສະຕິໃຫ້ພວກເຮົາເຝົ້າລະວັງເທົ່ານັ້ນ
ແຕ່ຍັງມີຫລາຍບັນຫາທີ່ທ້າທາຍ ແລະ ເປັນອຸປະສັກໃນການດຳລົງຊີວິດປີກຸນມີທັງວິກິດແລະໂອກາດເຊິ່ງພວກ
ເຮົາຈະຕ້ອງມີການ
ປະເມີນໃຫ້ດີ ກ່ຽວກັບການໃຊ້ຈ່າຍໃນໄລຍະຫລິ້ນບຸນປີໃໝ່ຢ່າງເໝາະສົມຖືກຕາມຮີດຄອງປະ
ເພນີຂອງລາວ ດີແທ້ກໍຄວນປະຢັດມັດທະຍັດ, ຄົງໄວ້ ເຊິ່ງຄວາມເບີກບານມ່ວນຊື່ນ ຄວາມສະ
ຫງົບ ແລະ ປອດໄພມີຄວາມສາມັກຄີຮັກແພງ ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນດ້ວຍນ້ຳ
ອົບນ້ຳຫອມ ແລະນ້ຳສະອາດຫົດສົງພໍ່ແມ່ເຖົ້າ
ແກ່ອາວຸໄສ ຄູບາອາຈານສົງພະເພື່ອຊະລ້າງສິ່ງທີ່ບໍ່ດີອອກຈາກຮ່າງກາຍແລະຈິດໃຈ ປະລະສິ່ງທີ່ບໍ່ດີ
ໄວ້ກັບປີເກົ່າ ສ້າງທຳແຕ່ສິ່ງທີ່ດີງາມ ຕະຫລອດປີໃໝ່ 2550 ແລະປີຕໍ່ໆໄປຍິ່ງຈະເປັນການດີທີ່ສຸດ./.
|