|
ໄທປູຊຳ ປາງບຸນໃຫຍ່ຂອງຊາວອິນເດຍມາເລເຊຍ
“ໄທປູຊຳ” ຄືຈຸດມຸ່ງຫມາຍຂອງສື່ມວນຊົນລາວ ໃນການເດີນທາງໄປປະຕິບັດພາລະກິດຢູ່ປະເທດມາເລເຊຍ, ແຕ່ກໍ່ຍັງບໍ່ມີຜູ້ໃດຄິດອອກເທື່ອວ່າ ງານແບບນີ້ເປັນລັກສະນະແນວໃດແທ້.
ເຊົ້າວັນທີ 1 ກຸມພາ ທີ່ກົວລາລຳເປີ ປະເທດມາເລເຊຍ, ເຫລົ່າສື່ມວນຊົນລາວ ພ້ອມ(ໄກ)ນຳທ່ຽວຊາວມາເລ ພ້ອມກັນຕື່ນແຕ່ເດິກ ອອກຈາກທີ່ພັກເພື່ອມຸ່ງຫນ້າໄປ ຖ້ຳບາຕູ ຊົມພິທີທາງສາສະຫນາ ຮິນດູ ຂອງຊາວອິນເດຍ, ເຊິ່ງເອີ້ນວ່າ “ໄທປູຊຳ”.
ຫນ່ວຍຕາຫລາຍໆຄູ່ເປີດກວ້າງຂຶ້ນໃນທັນໃດ ເມື່ອພາບທີ່ເຫັນຢູ່ຕໍ່ຫນ້າ ຊ່າງຫນ້າສົນໃຈ ແລະ ແປກໃຫມ່ອີຫລີ, ບໍ່ວ່າຈະເປັນ ຮູບປັ້ນສະຫງ່າຂອງພະເຈົ້າ “ມູຣູກັນ” ສີເຫລືອງຄຳສູງໃຫຍ່, ຂັ້ນໃດສູງ 272 ຂັ້ນໄປຍັງຖ້ຳວັດ ບາຕູ, ຮູບແກະສະລັກອັນງົດງາມດ້ານວິຈິດສິນຕາມປະຕູໂຂງ, ຮ້ານນ້ອຍໃຫຍ່ສຳລັບຂາຍອາຫານ, ສ່ຽງຊີ, ເຄື່ອງໃຊ້ອື່ນໆ ແລະ ສຽງຟົດແຊວຂອງຜູ້ຄົນແຕ່ງກາຍແບບພື້ນເມືອງອິນເດຍ ເຄື່ອນເຫນັງຢູ່ຕາມວັກຂັ້ນໃດ... ອາລີ ບາບາ ຄົນນຳທ່ຽວບອກວ່າ “ອີກບໍ່ພໍເທົ່າໃດເວລານາທີ ຜູ້ຄົນຈະຫລັ່ງໄຫລກັນເຂົ້າມາເລື້ອຍໆ ພ້ອມກັບພິທີແຫ່ຂອງຊາວອິນເດຍທີ່ຫນ້າແປກຕາແປກໃຈຍິ່ງ...”, ແມ່ນຄວາມ ອາລີ ບອກ ເພາະຕາເວັນຫາກໍ່ແຍ້ມ ຜູ້ຄົນກໍ່ຫນາແຫນ້ນຂຶ້ນເລື້ອຍໆ, ພິທີແຫ່ທີ່ຫນ້າຕື່ນຕາຕື່ນໃຈໄດ້ປະກົດໃຫ້ເຫັນເປັນຍ່ານໆ ແລະ ເພີ່ມທະວີຄວາມຢາກຮູ້ຢາກເຫັນ ຈົນຕ້ອງກົດຊັດເຕີຖ່າຍພາບຢ່າງເມົາມັນ. ພິທີແຫ່ ມີທັງສຽງເສບ, ເປົ່າ, ເຄາະ, ບາງກຸ່ມແບກເຢືອກເງິນບັນຈຸນ້ຳນົມ, ບາງກຸ່ມເຈາະແທງຜິວຫນັງຕາມຮ່າງກາຍ ແລະ ໃບຫນ້າເຫມືອນບໍ່ຮູ້ສຶກເຈັບປວດ (ດັ່ງຄົນເຂົ້າຊົງ), ບາງກຸ່ມ ກໍ່ເຕັ້ນລຳປະກອບສຽງເພງ ແຕ່ທັງຫມົດຈະຍ່າງດ້ວຍຕີນເປົ່າ ແລະ ເປ່ງເປັນສຽງດຽວກັນອອກມາວ່າ “ເວນເວນ (vel vel)”...ສິ່ງທີ່ພວກເຂົາເຮັດ ແລະ ຮ້ອງຢູ່ຂະນະນີ້ເພື່ອສະແດງໃຫ້ເຫັນເຖິງຄວາມເຄົາລົບແດ່ພະເຈົ້າ “ມູຣູກັນ” ທີ່ພວກເຂົາບູຊາ ແລະ ນັບຖື, ເພື່ອລ້າງບາບ, ຂໍພອນ ແລະ ສະແດງຄວາມຂອບໃຈທີ່ພະອົງໄດ້ປົກປ້ອງພວກເຂົາຈາກຄວາມຊົ່ວຮ້າຍຕ່າງໆ.
ງານໃຫຍ່ແບບນີ້ ແນ່ນອນບໍ່ແມ່ນແຕ່ຊາວອິນເດຍເທົ່ານັ້ນດອກທີ່ໃຫ້ຄວາມສຳຄັນ, ນອກຈາກພວກເຮົາແລ້ວ ກໍ່ຍັງມີນັກທ່ອງທ່ຽວ, ສື່ມວນຊົນຈາກປະເທດຕ່າງໆ ເຂົ້າຮ່ວມເພື່ອບັນທຶກພາບ ແລະ ເກັບກຳຂໍ້ມູນ ຄວາມອັດສະຈັນດັ່ງກ່າວ, ແລະ ເພື່ອໃຫ້ໄດ້ເຫັນພິທີຢ່າງສົມບູນແບບ ການຂຶ້ນຂັ້ນໃດໄປຍັງຖ້ຳຕາມຫລັງຊາວອິນເດຍທີ່ພວມແຫ່ ຈຶ່ງເປັນຄວາມຄິດທີ່ດີທີ່ສຸດ, ແຕ່ບໍ່ແມ່ນເລື່ອງງ່າຍ ເພາະຄວາມຫນາແຫນ້ນຂອງຜູ້ຄົນ ເຮັດໃຫ້ການຍັບຍ້າຍບາດຍ່າງຂອງພວກເຮົາຕິດຂັດ ຕ້ອງລໍຖ້າເປັນຈັງຫວະ ເຫມືອນເຫດການແຫ່ຜາສາດເຜີ້ງເຂົ້າກົມມະລຽນພະທາດຫລວງເມື່ອທ້າຍປີຜ່ານມາ, ແຕ່ຢູ່ທີ່ນີ້ ບໍລິເວນກວ້າງກວ່າ ຈຶ່ງບັນຈຸຜູ້ຄົນໄດ້ຫລາຍກວ່າ...ໃຊ້ເວລາເຫິງເຕີບຈຶ່ງພາກັນຍ່າງຂຶ້ນເຖິງຈຸດຫມາຍ ແລະ ທີ່ແຫ່ງນີ້ເອງກໍ່ເປັນບ່ອນສິ້ນສຸດຂອງການທຳພິທີ ເພາະພວກເຂົາຈະເອົານ້ຳນົມທີ່ພາກັນແບກໃສ່ບ່າຂຶ້ນມາໄຫວ້, ປ້າຍໃສ່ຫນ້າຜາກ ແລະ ດື່ມກິນ ພ້ອມທັງເອົາເຂັມ-ເຫລັກຂໍທີ່ສຽບແທງຕາມຕົນຕົວ ແລະ ໃບຫນ້າອອກ, ຖັດຈາກນັ້ນ ພວກເຂົາກໍ່ຍ່າງລົງເມືອ ດັ່ງຄົນປົກກະຕິ ເຫມືອນບໍ່ມີຫຍັງເກີດຂຶ້ນ. ຢ່າງໃດກໍ່ຕາມ ໃນພິທີຍັງມີຫນ່ວຍງານແພດຫມໍ ແລະ ລົດໂຮງຫມໍກຽມໄວ້ຢ່າງຮອບຄອບເພື່ອກໍລະນີມີການບາດເຈັບ, ພ້ອມມີເຈົ້າຫນ້າທີ່ຕຳຫລວດຮັກສາການຢ່າງຫລວງຫລາຍ ຮັບປະກັນໄດ້ຄວາມປອດໄພສູງ.
ອອກຈາກທີ່ນັ້ນ ອາລີ ກໍ່ອະທິບາຍໃຫ້ຟັງວ່າ: “ງານຈັດຂຶ້ນປີລະເທື່ອຂອງທ້າຍເດືອນມັງກອນ ຫລື ຕົ້ນເດືອນກຸມພາ, ປີນີ້ ຈັດຂຶ້ນລະຫວ່າງວັນທີ 1-7 ກຸມພາ 2007, ຄຳວ່າ “ເວນ ເວນ” ທີ່ເປັ່ງອອກມາເພື່ອສະແດງຄວາມສັກກາລະບູຊາພະເຈົ້າ. ກ່ອນມື້ງານ ໄດ້ມີການກະກຽມກ່ອນ ໂດຍສະເພາະຄົນທີ່ເຂົ້າຮ່ວມໃນພິທີຕ້ອງໄດ້ກຽມພ້ອມຕົນເອງທາງດ້ານຮ່າງກາຍ, ຈິດໃຈຕະຫລອດ 48 ວັນກ່ອນວັນງານ ໂດຍການກິນອາຫານເຈພຽງຄາບດຽວຕໍ່ມື້, ຂາບໄຫວ້ຢູ່ເຮືອນ ແລະ ຢູ່ວັດສະຫມ່ຳສະເຫມີ, ລະເວັ້ນຈາກທາງໂລກ ແລະ ນອນຢູ່ພື້ນ. ເຖິງວ່າໄລຍະໃນການຊຳລະລ້າງໃຫ້ຮ່າງກາຍ ແລະ ຈິດໃຈບໍລິສຸດ ຕ້ອງໃຊ້ເວລາ ເຊິ່ງຫລາຍໆຄົນປະຕິບັດບໍ່ໄດ້ດົນ, ແຕ່ສຳລັບຜູ້ທີ່ມີຈິດໃຈໃນການສະແຫວງບຸນອັນແຮງກ້າແລ້ວ ພວກເຂົາສາມາດປະຕິບັດສິນໄດ້ດົນ 7 ມື້ຫລືຫລາຍກວ່ານັ້ນ”.
ແລະນີ້ແລ້ວ ແມ່ນຄຳຕອບທີ່ຜູ້ຂຽນ ແລະ ທີມງານສື່ມວນຊົນພາກັນແປກໃຈວ່າ ເປັນຫຍັງຖ້ຽວບິນໄປປະເທດມາເລເຊຍ ຈຶ່ງມີຊາວອິນເດຍຮ່ວມເດີນທາງນຳເປັນຈຳນວນຫລວງຫລາຍ, ມັນບໍ່ແມ່ນວ່າ ປະຊາກອນຂອງຊາວມາເລເຊຍ 7,2% ແມ່ນຄົນອິນເດຍເທົ່ານັ້ນ (ສະຖິຕິທ້າຍປີ 2006), ແຕ່ຍ້ອນວ່າ ຊາວອິນຢູ່ແຕ່ລະທິດ ແຕ່ລະບ່ອນ ມີຄວາມສັດທາອັນແຮງກ້າ ຈຶ່ງພ້ອມໃຈກັນມາເຂົ້າຮ່ວມງານທີ່ສຳຄັນ ແລະ ຍິ່ງໃຫຍ່ ເຊິ່ງເອີ້ນວ່າ “ໄທປູຊຳ” ນີ້ຕ່າງຫາກ.
|