ສຶກສາ-ວັດທະນະທຳ
 

 

ບຸນ​ຫໍ່​ເຂົ້າປະດັບດິນ… ຄວາມ​ເຊື່ອ​ທ່ີ​ຕິດ​ພັນ​ກັບ​ຜີ​ສາງ ​ແລະ ພຸດທະ​ສາສະໜາ

* ເວລາ 3 ໂມງ ຫາ 4 ໂມງ​ເຊົ້າ ມວນ​ຊົນ​ທັງຫລາຍ​ຕ່າງ​ກໍ​ອອກ​ໄປ​ວັດ ​ເພື່ອ​ຢາຍ​ຫໍ່​ເຂົ້າ ​ແລະ ອາຫານ​ຄາວ​ຫວານ ​ເພາະ​ເຊື່ອກັນ​ວ່າ ມື້ດັບ​ຂອງ​ເດືອນ​ເກົ້າ ເວລາ​ນີ້ ປະຕູ​ນາລົກ​ຈະ​ເປີດ​ອອກ ​ເພື່ອ​ປ່ອຍໃຫ້​ສັດ​ນາລົກ ຫລື ຜີ​ສາງ ອອກ​ເມືອ​ເຮືອນ​ເມືອ​ຊານ ​ເພື່ອ​ຊອກ​ຫາ​ກິນ ຖ້າ​ຮຸ່ງ​ແຈ້ງ​ເກີນ​ໄປ​ພວກ​ເຂົາ​ກໍ​ຈະ​ຖືກ​ຮຽກ​ກັບ ແລະ ຖ້າ​ພວກ​ຜີ​ເຫລົ່າ​ນັ້ນ ກັບ​ເມືອ​ເຮືອນ​ແລ້​ວບໍ່​ເຫັນເຂົ້າ​ຕົ້ມ​ເຂົ້າຫນົມ ຫລື ໃບຕອງພວກ​ເຂົາ​ກໍ​ຈະ​ປ້ອຍ​ດ່າ​ລູກ​ຫລານ​ທັງສາບ​ແຊ່ງ​ໃຫ້ຫາ​ຢູ່​ຫາ​ກິນ​ບໍ່​ຂຶ້ນ​ບໍ່​ເກີນ ທັງ​ເຈັບ ​ໄຂ້​ ໄດ້​ປ່ວຍ​ຕະຫລອດ..​ການ​ຢາຍ​ຫໍ່​ເຂົ້າ​ນີ້ ຈຶ່ງ​ເປັນ​ກິດຈະ ກຳ​ສຳຄັນ​ທີ່​ຊາວ​ລາວ​ນິຍົມ​ປະຕິບັດ​ສືບ​ທອດ​ກັນ​ມາ​ໃນ​ໄລຍະ​ບຸນ​ຫໍ່​ເຂົ້າປະດັບດິນ.
ບຸນ​ຫໍ່ເຂົ້າປະດັບດິນ ເປັນ​ອີກ​ບຸນ​ໜຶ່ງ​ທີ່​ນອນ​ຢູ່​ໃນ ຮີດ 12 ຂອງ​ລາວ ຫມາຍ​ເຖິງ ອາຫານ​ຄາວ​ຫວານ​ຊະນິດ​ຕ່າງໆ ຖືກ​ແບ່ງ​ເປັນ​ສາມ ​ສ່ວນ​ຄື: ສ່ວນ​ໜຶ່ງ​​ເພື່ອ​ໄວ້ ປັນ ​ໃຫ້​ລູກ​ຫລານ ​ແລະ ຫມູ່​ຄູ່​ກິນ, ສ່ວນ​ທີ​ສອງ ສຳລັບ​ໄວ້​ຕັກບາດ​ຖວາຍ​ທານ​ແດ່​ພະສົງ ​ແລະ ອີກ​ສ່ວນ​ໜຶ່ງ ​​ເພື່ອ​ອຸທິດ​ເຖິງ​ຜູ້​ຕາຍ. ​ອາຫານ​ຄາວ​-ຫວານ ທີ່​​ ຈັດ​ກຽມ​ໄວ້​ຫໍ່ໃສ່​ກວຍ​ໃບຕອງສຳລັບ​ຢາຍ​ໃຫ້​ຜີ​ສາງ ມີ 7​ ເຍື່ອງ ຫລື 9 ເຍື່ອງ ຢ່າງ​ລະ​ ນ້ອຍ​ເຊັ່ນ: ​ຄຳ​ເຂົ້າ, ຊີ້ນ​ແຫ້ງ ປາ​ແຫ້ງ, ເຂົ້າ​ຕົ້ມ ​ເຂົ້າໜົມ, ອ້ອຍ, ຫມາກ​ຄໍ້, ຫມາກ​ໄມ້​ຊະນິດ​ໃດ​ກໍ​ໄດ້​ປາດ​ເປັນ​ປ່ຽງ​ນ້ອຍໆ, ຫມາກ ​ເຜັດ, ຄຳ​ຫມາກ, ຢາສູບ, ປາ​ແດກ, ທຽນ, ດອກ​ໄມ້... ໂດຍເອົາ​ໄປ​ຫ້ອຍ​ຕາມ​ກິ່ງ​ງ່າຕົ້ນ​ໄມ້, ຕໍ​ໄມ້, ຮົ້ວ​ ຮາວ, ຈອມປວກ ຫລື ສະຖານ​ ທີ່​ຕ່າງໆ ທີ່​ເຫັນ​ວ່າ​ເຫມາະ​ສົມ, ເຄື່ອງ​ເຫລົ່າ​ນັ້ນ​ໄດ້​ຕົກລົງ​ສູ່​ພື້ນ​ດິນ ຈຶ່ງ​ເອີ້ນ​ວ່າ: “​ເຂົ້າປະດັບດິນ”, ເຊິ່ງຈະ​ຈັດ​ຂຶ້ນ​ທຸກໆ​ປີ ໃນ​ມື້​ແຮມ 14-15 ຄ່ຳ ເດືອນ 9 ລາວ ​ແລະ ​ປີ​ນີ້ ກໍ​ກົງ​ກັບ​ວັນ​ທີ 20 ສິງຫາ 2009.
ສາ​ເຫດ​ຂອງ​ການ​ເຮັດບຸນ​ຫໍ່​ເຂ​ົ້າປະດັບ​ດິນ​ໄດ້​ເລົ່າ​ສືບ​ທອດ​ຕໍ່ໆ​ກັນ​ມາ​ວ່າ: ຍາດ​ພີ່ນ້ອງ​ຂອງ​ພະ​ເຈົ້າ ພິມ​ພິສານ ແຫ່ງ​ກຸງ​ລາຊະ​ຄຶ ເມື່ອຄາວ​ຍັງ​ມີ​ຊີວິດ ​ໄດ້​ຈັບ ​ຈ່າຍ ຊົມ​ໃຊ້​ເຄື່ອງ​ວັດ​ຂອງ​ສົງ ​ເຊິ່ງ​ເປັນ​ຂອງ​ສ່ວນ​ລວມ, ​ເມື່ອ​ຕາຍ​ໄປ​ໄດ້​ກາຍ​ເປັນ​ເຜດ. ເວລາ​ເຮັດບຸນ​ກິນ​ທານ ພະ​ ເຈົ້າ​ພິມ​ ພິສານ ບໍ່​ໄດ້​ຕວດ​ນ້ຳ​ຫມາຍ​ ທານ​ໄປ ​ເຖິງ ​ພວກ​ຍາດ​ເຫລົ່າ​ນັ້ນ. ຄັນ​ຕົກ​ຕອນ​ຄ່ຳ​ຄືນ ພວກ​ຍາດ​ທີ່​ຕາຍ​ໄປ​ ກໍ​ມາ​ຮ້ອງ​ສຽງ​ ຄວນ ​ຄາງ ​ກຸກ​ກວນ ​ໃນ​ພະ​ລາ​ຊະ​ວັງ ​ຂອງ​ພະ​ອົງ. ດັ່ງ​ນັ້ນ ພະ​ອົງ​ຈຶ່ງ​ເຮັດ ບຸນ​ ທຳ​ ທານ ແລະ ຢາດ​ນ້ຳ​ເຖິງ​ຜູ້​ຕາຍ​ເຫລົ່າ​ນັ້ນ.
ພາຍຫລັງ​ຢາຍ​ຫໍ່​ເຂົ້າ​ຕອນ​ເຊົ້າ​ມືດ​ຂອງມື້ດັບ 15 ຄ່ຳ​ແລ້ວ​, ຕອນ​ເຊົ້າ​ເວລາ 7-8 ໂມງ​ຂອງ​ວັນ​ດຽວ​ກັນ ສາສະ​ນິກະ​ຊົນ ກໍ​ຈະ​ພາກັນ​ ໄປ​ ເຕົ້າ​ໂຮມ​ຢູ່​ວັດ ​ເພື່ອໃສ່​ ບາດ​ ຢາດ​ນ້ຳ ແລະ ສືບ​ຕໍ່​ຟັງ​ເທດ ຟັງ​ທຳ ​ແລະ ອື່ນໆ ສ່ວນ​ຕອນ​ຄ່ຳ ມີ​ພິທີ​ວຽນທຽນ​ເພື່ອ​ຄວາມ​ ເປັນ​ສິລິ​ມຸງ ຄຸນເປັນ​ອັນວ່າ: ສຳ​ເລັດ​ພິທີ​ເຮັດບຸນ​ເຂົ້າປະດັບດິນ. ​ໂອກາດ​ນີ້​ບາງ​ທ້ອງ​ຖິ່ນ ຈະ​ມີ​ການ​ໄຫລ​ເຮືອ​ໄຟ​ໂຄກ ​ແລະ ​ເຮືອ​ໄຟ​ນ້ຳ​ຊ່ວງ​ເຮືອ, ຕີ​ກອງ ​ແລະ ກິດຈະກຳ​ອື່ນໆ​ຕາມ​ປະ​ເພນີ​ທ້ອງ​ຖິ່ນ, ​ເພື່ອ​ສ້າງ​ຄວາມ​ສາມັກຄີ​ ຟົດ ​ຟື້ນ ມ່ວນ​ຊື່ນພາຍ​ໃນ​ບ້ານ ຫລື ບ້ານ​ຕໍ່​ບ້ານ. ຢ່າງ​ໃດ ​ກໍ​ຕາມ ​ໄລຍະ​ບຸນ​ປະ​ເພນີນີ້ ຫລາຍໆ​ຄົນ​ຍັງ​ນິຍົມ​ທຳ​ຈິດ​ໃຈ​ໃຫ້​ສະຫງົບ​ຜ່ອງ​ໃສ ປາສະຈາກ​ການ​ດື່ມ ​ເຫລົ້າ​ ເມົາ​ສຸລາ​ເພື່ອ​ ສ້າງ​ບຸນ​ກຸສົນ​ ໃຫ້​ຕົວ​ເອງ​ອີກ​ດ້ວຍ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446