ສຶກສາ-ວັດທະນະທຳ
 

 

​ບຸນ​ປະ​ເພ​ນີ​ເຜົ່າ​ແງະ

ເຜົ່າ​ແງະ ຊື່​ດັ້ງ​ເດີມ​ແມ່ນ​ເຜົ່າ​ກ​ຣຽງ, ປ່ຽນ​ຊື່​ໃນ​ສະ​ໄຫມ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ​ປົກ​ຄອງ​ດັ່ງ​ ທີ່​ປະ​ຫວັດ​ສາດ​ລາວ​ຈາ​ ລຶກ​ ໄວ້​ວ່າ: ອົງ​ແກ້ວ ກົມ​ມະ​ດຳ ຊົນ ​ເຜົ່າ​ແງະ ຢູ່​ພາກ​ໃຕ້​ຂອງ​ລາວ​ຕ້ານ​ກັບ​ລະ​ບອບ​ການ​ປົກ ​ຄອງ​ຂອງ​ຈັກ​ກະ​ພັດລ່າ​ເມືອງ​ຂຶ້ນ​ແບບ ​ເກົ່າ ​ໃນ​ສະ​ຕະ​ວັດ​ທີ 19 ເຊິ່ງ​ໃນ​ສະ​ໄຫມ​ນັ້ນ ​ຈັກ​ກະ​ພັດ​ຝ​ຣັ່ງ​ ໄດ້​ ເຄື່ອນ​ໄຫວ​ເພື່ອ​ດັບ​ສູນກອງ​ກຳ​ລັງ​ຂອງ​ອົງ​ແກ້ວ ກົມ​ມະ​ດຳ, ຢູ່​ໃນ​ໄລ​ຍະ​ການ​ ເຄື່ອນ ​ໄຫວ​ຂອງ​ເຂົາ​ເຈົ້າ​ແມ່ນ​ໄດ້​ເຂົ້າ​ໄປ​ເຖິງ​ບ້ານ​ຂອງ​ພີ່​ນ້ອງ​ເຜົ່າ​ແງະ ໃນ​​ເມື່ອ​ ເຂົ້າ ​ໄປ ​ເຖິງ​ບ້ານ​ໃດ​ຖາມ​ເຖິງ​ບັນ​ຫາ​ຫຍັງ​ເຂົາ​ ພຽງ​ແຕ່​ ຕອບ​ວ່າ : ແງະ​ຈອມ . ຄຳ​ວ່າ “ ແງະ​ຈອມ” ​ແປ​ຄວາມ​ລາວ “ບໍ່​ຮູ້​, ບໍ່​ຈັກ” ເມື່ອ​ເປັນ​ຄື​ແນວ​ນັ້ນ​ໃນ​ ສະ​ໄຫມ ຈັກ​ກະ​ ພັດ​ຝ​ຣັ່ງປົກ​ຄອງ ​ຈິ່ງໄດ້​ໃສ່​ຊື່​ເອີ້ນ​ວ່າ : ເຜົ່າ​ແງະ. ເຜົ່າ​ແງະ​ ສ່ວນ​ຫລາຍ​ ແມ່ນ​ດຳ​ລົງ​ຊີ​ວິດ​ຢູ່​ພາກ​ໃຕ້ ຂອງ​ລາວ​ເຮົາໂດຍ​ສະ​ເພາະ​ແມ່ນ​ແຂວງ​ຈຳ​ປາ​ສັກ, ສາ​ລະ​ວັນ, ເຊກອງ ແລະ ອັດ​ຕະ​ປື.
​ ແນວ​ໃດ​ກໍ່​ດີ ສຳ​ລັບ ຢູ່ທີ່​ແຂວງ​ຈຳ​ປາ​ສັກ​​, ​ເຜົ່າ​ແງະ ຢູ່​ຫລາຍ​ແມ່ນ ​ເມືອງ​ ປາກ​ຊ່ອງ ແລະ ເມືອງ​ບາ​ຈຽງຈະ​ເລີນ​ສຸກ. ເຂົາ ​ເຈົ້າ​ມັກ​ຕັ້ງ​ບ້ານ​ເຮືອນ ​ລຽບ​ຕາມ ​ແຄມ​ນ້ຳ​ໃຫຍ່, ນ້ອຍ, ຢູ່​ເປີ້ນ​ພູ ແລະ ຈ້າຍ​ພູ​ທີ່​ມີ​ເຮືອນ​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​​ເຂົາ​ເຈົ້າ. ເມື່ອ​ເວົ້າ​ ເຖິງ​ຮີດ​ຄອງ​ປະ​ເພ​ນີ; ເຜົ່າ​ແງະ ເປັນ​ເຜົ່າ​ຫນຶ່ງ​ທີ່​ມີ​ເອ​ກະ​ລັກ ທາງຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​​ເຊັ່ນ: ບຸນ​ປະ​ເພ​ນີ​: ພໍ​ເຖິງ​ກາງ​ເດືອນ ​ເມ​ສາ ​ຂອງ​ທຸກໆ​ປີ (ເດືອນ​ທີ 4) ພາຍຫລັງ​ສຳ​ເລັດ​ການ​ຖາງ​ປ່າ​ເຮັດ​ໄຮ່​ເປັນ​ ທີ່​ຮຽບ​ຮ້ອຍ ແລ້ວ ​ເຂົາ​ເຈົ້າ​ກໍ່​ຫ້າງ​ຫາ​ກະ​ກຽມ​ຈັດ​​ ບຸນ​ປະ​ເພ​ນີ​ ປະ ຈຳ ​ປີ​ຂອງ​ຕົນ​ຂຶ້ນ​ຢ່າງ​ຄຶກ​ຄື້ນ ເຊິ່ງບຸນ​ປະ​ເພ​ນີ​ເຜົ່າ​ແງະ​ນີ້​ຈະມີ​ການ​ຄົບ​ງັນ 2 ວັນ​ກັບ 1 ຄືນ ແລະ ມີ​ບັນ​ຍາ​ ກາດ​ຕາມ​ປະ​ເພ​ນີ​ອັນ ​ດັ້ງ ​ເດີມ, ມີ​ຂະ​ບວນ​ແຫ່​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ແບບ​ພື້ນ​ເມືອງ, ມີ​ຂັບ​ລຳ, ຟ້ອນ, ເສບ​ສີ​ຕີ​ເປົ່າ​ປະ​ສານ​ສຽງ​ຄ້ອງ, ສຽງ​ກອງ, ຂະ​ບວນ ​ແຫ່​ ຂອງ ​ຊາວ​ບ້ານ​ໄດ້​ຜັດ​ປ່ຽນ​ກັນ​ເປັນ​ຊຸດໆ ລະ​ຫວ່າງ​ບ້ານ​ເຈົ້າ​ພາບ​ກັບ​ພາກ​ສ່ວນ​ບ້ານ​ທີ່​ຖືກ​ເຊີນ​ມາ​ກິນ​ບຸນ​ໃນ​ມື້​ນັ້ນ​. ສັນ​ຍະລັກ​ອີກ​ອັນ​ຫນຶ່ງ ນອກ​ ຈາກ​ໄດ້​ເຫັນ ​ການ ​ແຕ່ງ ​ກາຍ​ໃນ​ຊຸດ​ຊົນ​ເຜົ່າ​ຂອງ​ເຂົາ​ເຈົ້າ​ແລ​້ວ ກໍ່​ຍັງ​ມີ​ພິ​ທີ​ກຳ ທີ່ຊວນ​ໃຫ້ຂົນ​ຫົວ​ລຸກ ນັ້ນ​ກໍ່​ຄື : ການ​ຂ້າ​ຄວາຍ​ກິນ​ຮີດ ເຊິ່ງ​ໄດ້​ຜູກຄວາຍ​ໄວ້​ໃສ່​ຫລັກ​ລຽນ​ອ້ອມ​ ຂ້າງ​ສາ​ລາ​ກ໊​ວານ ຕັ້ງ​ຢູ່​ກາງ​ເດີ່ນ​ບ້ານ( ​ເດີ່ນ​ລວມຂອງ​ບ້ານ), ສະ​ເພາະ​ຄວາຍ​ສ່ວນ ​ລວມ​ຂອງ​ ບ້ານ​ຈະ​ມັດ​ໃສ່​ຫລັກ​ດ້ານ​ຫນ້າ​ຂອງ​ສາ​ລາ​ກ໊​ວານ ເພື່ອ​ຈະ​ຂ້າ​ເປັນ ​ອາ​ຫານ​ຮັບ​ແຂກ​ໃນ​ເຊົ້າ​ມື້​ໃຫມ່, ສ່ວນ​ອາ​ຫານ​ການ​ກິນ​ຕອນ​ກາງ​ຄືນ ​ຂອງ ​ມື້​ຕັ້ງ​ບຸນ​ສ່ວນ​ໃຫຍ່​ຈະ​ເປັນ​ພາ​ເຂົ້າ​ກັບ​ຕົ້ມ​ໄກ່​ເປັນ​ໂຕ​ແຖມ​ດ້ວຍ​ເຫລົ້າ​ຂາວ ແລະ ຄົບ ​ງັນ​ຕາມ​ປະ​ເພ​ນີ​ຕະ​ຫລອດ​ແຈ້ງ.
ຮອດ​ມື້​ໃຫມ່​ປະ​ມານ 6 ໂມງ​ເຊົ້າ ພາກ​ສ່ວນ​ເຈົ້າ​ພາບ​ຈະ​ມີ​ການ​ກະ​ກຽມ​ອຸ​ປະ​ກອນ​ຕ່າງໆ ທີ່​ເປັນ​ເຄື່ອງມື​ໃນ​ການ​ຂ້າ​ຄວາຍ​ຄື: ຫອກ, ງ້າວ, ຈາກ​ນັ້ນ​ກໍ່​ໄດ້​ເລີ່ມ​ຕົ້ນ​ ດ້ວຍ​ການ​ຟ້ອນ​ອ້ອມ 3 ຮອບ​ແລ້ວ​ຈຶ່ງ​ເອົາ​ຫອກ​ແທງ​ໃສ່​ສ້ວງ​ຄວາຍ ແລະ ແລ້ວ​ກໍ່​ເອົາ​ງ້າວ​ຟັນ​ ຂະ​ນ່ອງ​ທັງ​ ສອງ​ເບື້ອງ​ກ່ອນ​ຈຶ່ງ​ຟັນ​ກ້ານ​ຄໍ​ຄວາຍ. ເຮັດ​ຄື​ແນວ​ເກົ່າ ​ໄປ​ ເລື້ອຍໆ​ຈົນ​ກວ່າ​ຄວາຍ​ຕາຍ​ກັບ​ທີ່ ແລ້ວ​ເລີ່ມ​ຕົ້ນ​ດ້ວຍ​ການ​ປາດ​ເອົາ​ຫູ​ ຄວາຍ ​ໂຍ​ນ​ຂຶ້ນ​ໃສ່​ປາກ​ສ້ອນ​ເພື່ອ​ບູ​ຊາ​ໂຊກວ່າ “ ປີ​ຫນ້າ​ຈະ​ໄດ້​ກິນ​ອີ່ມ​ຫນຳ​ສຳ​ລານ ” ຫລື ເວົ້າ​ຢ່າງ​ຫນຶ່ງວ່າ ຈະ​ໄດ້​ຮັບ​ການ​ສົ່ງ​ຄືນ ​ຈາກ​ ບ້ານ​ອື່ນ, ກົງ​ກັນ​ຂ້າມ ຖ້າ​ຫາກວ່າ: ໂຍນ​ຫູ​ຄວາຍ​ລອດ​ປາກ​ສ້ອນ​ຕົກ​ລົງ​ດິນ​ຖື​ວ່າ​ດວງ​ປີ​ຫນ້າ​ບໍ່​ຄ່ອຍ​ດີ, ແຕ່​ ຕ້ອງ​ສືບ​ຕໍ່​ໂຍນ​ຫູ​ ຄວາຍ​ ໄປ​ ຈົນ​ຄ້າງ​ຢູ່​ເທິງ​ປາກ​ສ້ອນ​ຈຶ່ງ​ເຊົາ. ຈາກ​ນັ້ນ​ກໍ່​ເລີ່ມ​ຕົ້ນ​ປາດ​ເອົາ​ຊີ້ນ​ແລ້ວມອບ​ໃຫ້​ແຂກ​ບ້ານ​ອື່ນ​ໄປ​ແຕ່ງ​ກິນ​ຕາມ​ໃຈ​ຊອບ ແລະ ຖື​ວ່າ​ ບຸນ​ ປະ ​ເພ ​ນີ​ແມ່ນ​ເສັດ​ສິ້ນ​ໃນ​ມື້​ນັ້ນ.
​ບຸນ​ປະ​ເພ​ນີ​ຂອງ​ເຜົ່າ​ແງະ​ ຖືກ​ສືບ​ທອດ​ມາ​ຫລາຍ​ເຊັ່ນ​ຄົນ​ແລ້ວ ແລະ ບຸນ​ດັ່ງ​ກ່າວ​ອາດ​ຈະ​ສ້າງ​ຄວາມ​ສົນ​ໃຈ, ດຶງ​ດູດ​ໃຈ​ນັກ​ທ່ອງ ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ ​ເທດ​ເພື່ອ​ຢາກ​ໄປ​ທ່ຽວ​ຊົມ​ສຶກ​ສາ​ຄົ້ນ​ຄວ້າ​ດ້ວຍ​ຕົນ​ເອງ​ຍິ່ງ​ເປັນ​ການ​ດີ ເພາະ​ວ່າ​ທຳ​ມະ​ຊາດ ແລະ ວັດ​ທະ​ ນະ ​ທຳ​ເປັນ​ອີກ​ຫົວ​ຂໍ້​ຫນຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ສົນ​ໃຈ​ຫລາຍ ແລະ ອາດຈະ​ກາຍ​ເປັນ​ແຫ່ງ​ທ່ອງ​ທ່ຽວ​ທາງວັດ​ທະ​ນະ​ທຳ ທີ່​ສາມາດ ​ສ້າງ​ລາຍ ຣັບ​ໃຫ້​ແກ່​ທ້ອງ​ຖິ່ນ​ໄດ້​ໃນ​ອະ​ນາ​ຄົດ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446