ສຶກສາ-ວັດທະນະທຳ
 

 

​ວັດທະນະທຳ​ລາວ ຫວັງ​ໃຫ້​ໂລກ​ຮັບ​ຮູ້ ບໍ່​ໝາຍ​ຄວາມ​ວ່າ​ຕ້ອງ​ນຳ​ໄປ​ໃຊ້

* ວັດທະນະທຳ​ຂອງ​ບາງ​ປະ​ເທດ​ສາມາດ​ເຮັດ​ໃຫ້​ປະ​ເທດ​ອື່ນ​ປະ​ທັບ​ໃຈ ຫລົງ​ໄຫລ ແລະ ນຳ​ໄປ​ປະຍຸກ​ໃຊ້ ດັ່ງ​ບາງ​ປະ​ເທດ ​ບ້ານ​ໃກ້​ ເຮືອນ​ຄຽງ​ຂອງ​ ພວກ​ເຮົາ​ທີ່​ ນິຍົມ​​ກິນ, ​ແຕ່ງກາຍ, ​ເວົ້າ​ຈາ ສອດ​ຫ້ອຍວັດທະນະທຳ​ຂອງ​ເກົາຫລີ ແລະ ຍີ່​ປຸ່ນ..​ແລ້ວ​ວັດທະນະທຳ​ລາວ​ເດ ຢາກ​ຈະ​ໃຫ້​ຕ່າງ​ຊາດ​ນຳ​ໄປ​ໃຊ້ ​ຫລື ບໍ່ ? ເລື່ອງ​ນີ້ ທ່ານ ສີ​ແພງ ວົງ​ປັນຍາ​ ຫົວໜ້າ​ກົມ​ວັດທະນະທຳ-ມະຫາຊົນ ກະຊວງ​ຖະ​ແຫລງຂ່າວ ​ແລະ ວັດທະນະທຳ ​ໄດ້ໃຫ້​ຄຳ​ຕອບ ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ນະຄອນຫລວງ​ ວຽງ​ ຈັນວ່າ: “ ​ວັດທະນະທຳ​ລາວ ບໍ່​ຈຳ​ເປັນ​ຕ້ອງໃຫ້​ຊາດ​ອື່ນ ​ນຳ​ ໄປ​ ໃຊ້ ແຕ່​ພວກ​ເຮົາ​ຢາກໂຄສະນາ ​​ເພື່ອໃຫ້ທົ່ວ​ໂລກ​ຮັບ​ຮູ້​ວ່າ ລາວ​ເຮົາ​ມີ​ວັດທະນະທຳ​ແນວ​ໃດ ຈົບ ງາມ ​ແລະ ບໍ່​ໄດ້​ນຳ​ໃຊ້​ວັດ ທະນະ ທຳ​ຂອງ​​ຊາດ​ອື່ນ. ຍົກ​ເວັ້ນ ວັດທະນະທຳ​ທີ່​ສັງຄົມ​ຍອມຮັບ​ເອີ້ນ​ວ່າ: ວັດທະນະທຳ​ກ້າວໜ້າ, ຜ່ານ​ມາ ​ໂລກ​ຍອມຮັບ​ເຖິງ​ວັດ ທະ ນະ ທຳ​ ລາວ ​ເຊັ່ນ: ວິຖີ​ການ​ດຳລົງ​ຊີວິດ ຕິດ​ພັນ​ກັບ​ຂະ​ນົບ​ທຳນຽມ​ປະ​ເພນີ ແລະ ສາສະໜາ, ຄົນ​ລາວ​ບໍ່​ມັກ​ຄວາມ​ຮຸນ​ແຮງ, ການ​ນຸ່ງ​ຖື​ມີ​ ເອກະ ລັກ​ສ​​ະ​ເພາະ​ ບໍ່​ ໄດ້​ ຢືມ​ຂອງໝູ່​ ສ່ວນ​ສິລະ​ປະ​ວັນນະຄະດີ ກໍ​ບໍ່​ມີ​ຊາດ​ໃດ​ຄື​ເຊັ່ນ: ຟ້ອນ​ລຳວົງ, ຟ້ອນ 12 ຈັງຫວະ ​ແລະ ມີ​ຂັບ​ລຳ​ຂອງ​ທ້ອງ ​ຖິ່ນ​ຕ່າງໆ. ສ່ວນ​ວັດທະນະທຳ​ການ​ກິນ ກໍມີ​ຫລາກ​ຫລາຍ ​ມີ​ຈຸດ​ພິ​ເສດ ຂອງ​​ແຕ່ລະ​ທ້ອງ​ຖິ່ນເປັນ​ຕົ້ນ: ​ແຈ່ວ​ບອງ​ ຫລວງ​ພະ​ບາງ, ຢູ່​ ແຂວງ ​ຫົວພັນ​ກໍ​ມີ​ແຈ່ວ ​ແຕ່​ໃສ່​ຫມາກ​ແຄ່ນ...”.
ຖາມ: ມີ​ທິດ​ທາງ​​ເພື່ອ​ປຸກລະດົມ​​ສົ່ງ​ເສີມ ​ແລະ ອະນຸລັກ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ລາວ ​ເປັນ​ຕົ້ນ: ຂະ​ນົບ​ທຳນຽມ​, ການ​ນຸ່ງ ຖື ແລະ ບຸນ​ສິນ​ກິນ​ ທານ​​ແນວ​ ໃດ ?
“​ໂດຍ​ໄດ້​ຮັບ​ທິດ​ຊີ້ນຳ​ຂອງ​ພັກ-ລັດຖະບານ ປະຈຸ​ບັນໄດ້ຫັນ​ເອົາ​ແນວ​ຄິດ​ວັດທະນະທຳ​ທົ່ວ​ປວງ​ຊົນ, ລົບ​ລ້າງ​ໄດ້​ປະກົດ​ການ​ຫຍໍ້​ທໍ້ຄວາມ​ເຊື່ອ​ຖື​ງົມງວາຍ​ເຊິ່ງ​ ເປັນ​ ຈຸດດ້ອຍ​ຂອງເສດຖະກິດ. ໂດຍ​ຕິດ​ພັນ​ກັບ​ວຽກ​ງານ​ສ້າງ​ຄອບຄົວ​ວັດທະນະ​ທຳ ກໍໄດ້​ເອົາ​ການ​ຮັກສາຂະ​ນົບ​ທຳ ນຽມ​ປະ​ເພນີ​ເຂົ້າ​ໃນ​ວຽກ​ງານ​ນີ້ ລົງ​ເຜີຍ​ ແຜ່​ ທົ່ວ​ ປະ​ເທດ. ວິຖີ​ຊີວິດ​ຂອງ​ຄົນ​ລາວ​​ແຕ່​ໃດໆ​ມາ​ແມ່ນ​ຕິດ​ພັນ​ກັບ​ວັດທະນະທຳ ​​ເຮັດ ​ໃຫ້ການ​ດຳລົງ​ຊີວິດ​ເປັນ​ໄປ​ແບບ​ນີ້ມ​ນວນ ໂດຍ​ຕິດ​ພັນ​ກັບ​ສາສະໜາ. ສະ​ເພາະ ບຸນ​ສິນ​ກິນ​ທານ ພັກ-ລັດ ບໍ່​ໄດ້​ລົບລ້າງ ​ເພາະ​ຮີດ 12 ຄອງ 14 ໄດ້​ຮັບ​ການ​ປັບປຸງ​ໄປ​ໃນ​ທາງ​ທີ່​ດີ, ປະຊາຊົນ​ລາວ​ມີ​ອິດ​ສະລະ​ໃນ​ການ​ ປະກອບ​ສ່ວນ​ໃສ່​ງານ​ ບຸນ​ສິນ​ກິນ​ທານ ແຕ່​ບໍ່​ໄດ້​ປະກາດ​ ໃຫ້​ພັກ ວຽກ ຫລື ພັກ​ໂຮງຮຽນ​ໃນ​ໄລຍະ​ງານ​ບຸນ​ນັ້ນໆ ຍົກ​ເວັ້ນ​ແຕ່ ບຸນປີ​ໃຫມ່​ລາວ ​ເພາະ​ງານ​ບຸນ ກໍ​ແມ່ນ​ປະ​ເພນີ​ທີ່​ດີງາມ ​ຢ່າງໜຶ່ງ​ ຂອງ​ລາວ. ການ​ນຸ່ງ​ຖື ພວກ​ເຮົາ​ພະຍາຍາມ​ສົ່ງ​ເສີມ​ໃຫ້​ແມ່ຍິງ​ນຸ່ງ​ສິ້ນ ໂດຍ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ສາກົນ​ທົ່ວ​ໂລກ ດຽວ​ນີ້ ປຸກລະດົມ ຕ້ານ​ປະກົດ​ ການ ​ຫຍໍ້ທໍ້​ຈາກ​ວັດທະນະທຳ​ຕ່າງປະ​ເທດ​ເຂົ້າ​ມາ ​ໂດຍ​ມີສູນ​ກາງ​ສະຫະພັນ​ແມ່ຍິງ, ອົງການ​ຈັດ​ຕັ້ງ ປຸກລະດົມ ​ໂຄສະນາ​ ຊ່ວຍ ທັງ​ແຈ້ງ​ການ ອອກ​ຂ່າວ​ທາງ​ໜັງສື​ພິມ ​ໂທລະພາບ ​ແລະ ສື່​ວິທະຍຸ ​ໂດຍ​ໂຄສະນາ​ເຜີຍ​ແຜ່​ນັບ​ແຕ່​ສູນ​ກາງ ລົງ​ຫາ​ທ້ອງ​ຖິ່ນ... ອີກ​ ມໍ່ໆ​ນີ້ ກໍ​ຈະ​ມີ​ກອງ​ປະຊຸມ​ເພື່ອ​ກຳນົດ​ການ​ ໃສ່​ສິ້ນ​ໃຫ້​ຖືກຕ້ອງ​ການ​ ຮີດ ຄອງ​ຄື: ມີ​ຫົວ, ຜືນ ແລະ ຕີນສິ້ນ ສ່ວນ​ການ​ນຸ່ງ​ແມ່ນກາຍ ​ຫົວ​ເຂົ່າ​ ລົງ​ໄປ​ໜ້ອຍ​ໜຶ່ງ”./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446