ກາບກອນ

ບ້ານ​ເກີດ​ທີ່​ຮັກ
* ຍາມ​ເມື່ອ​ໄກ​ຈາກ​ບ້ານ                   ຈາກ​ພວກ​ເຜົ່າ​ພົງ​ສາ
ຈາກ​ບິ​ດາ​ຮຽມ​ຮັກ                      ອີ່​ແມ່​ຄຳ​ຄົນ​ລ້ຽງ
ຟັງ​ສຽງ​ຈາ​ວານ​ເວົ້າ                          ລູກ​ເອີຍ​ລະ​ວັງ​ແນ່
ຍາມ​ລູກ​ອອກ​ຈາກ​ບ້ານ                      ອາ​ໄສ​ຮູ້​ເພິ່ງ​ຕົວ​ເອງ ໄດ​ເດີ!..​

* ພໍ່​ນີ້​ບໍ່​ໄດ້​ໃກ້                            ບໍ່​ໄດ້​ເບິ່ງ​ແພງ​ຮັກ
ໃຫ້​ລູກ​ສຶກ​ສາ​ເອົາ                     ເລື່ອງ​ອັນ​ດີ​ແນວ​ຮ້າຍ
ບ້ານ​ນີ້​ໝາຍ​ພຽງ​ເຈົ້າ                      ສຶກ​ສາ​ມາ​ຮຽນ​ໃຫ້​ເກັ່ງ
ຫວັງ​ວ່າ​ໃຫ້​ລູກ​ແກ້ວ                   ມາ​ສ້າງ​ພັດ​ທະ​ນາ ລູກ​ເອີຍ!..​.

* ຄຳ​ນັ້ນ​ລູກ​ຈື່​ໄດ້                         ດັ່ງ​ຢູ່​ໃນ​ສະ​ໝອງ
ລູກ​ປະ​ຄອງ​ຄວາມ​ດີ                          ດັ່ງ​ທີ່​ຄຳ​ສອນ​ໄວ້
ລູກ​ຂໍ​ເອົາ​ໃຈ​ເຂົ້າ                     ໃນ​ຄຳ​ສອນ​ບໍ່​ເຫີນ​ຫ່າງ
ຍ່າງ​ຕາມ​ທາງ​ພໍ່​ຂີດ​ໄວ້                       ບໍ່​ຍອມ​ລ້ຽວ​ຫລີກ​ໜີ ພໍ່​ເອີຍ!..​.

* ຕອນ​ນີ້​ຄິດ​ຮອດ​ບ້ານ ​                   ຢາ​ກ​ຈະ​ອວ່າຍ​ຄືນ​ກັບ ຫລາຍ​ເດ!..
ແຕ່​ໃຈ​ຍັງ​ຄາ​ຂັດ                           ເສດ​ຖະ​ກິດ​ກໍ​ພຽງ​ນ້ອຍ
ໃຈ​ບໍ່​ຖອຍ​ຍັງ​ຖື​ໄວ້                         ຄື​ຄຳ​ພໍ່​ແມ່​ສັ່ງ ນັ້ນ​ໜາ
ບ້ານ​ເກີດ​ມາ​ໃຜ​ບໍ່​ຮູ້                        ບຸນ​ຄຸນ​ນັ້ນ​ຈື່​ບໍ່​ລືມ

* ເຖິງ​ແມ່ນ​ລູກ​ຈາກ​ບ້ານ                      ໄປ​ຢູ່​ຮ່ອມ​ແດນ​ໄກ
ໄປ​ເພື່ອ​ສຶກ​ສາ​ຕົ​ນ                        ຊອກ​ຮ່ຳ​ຮຽນ​ເອົາ​ຄວາມ​ຮູ້
ບ້ານ​ເກີດ​ຄື​ຄູ​ເຄົ້າ                        ສອນ​ລູກ​ມາ​ຄື​ພໍ່​ແມ່
ຍັງ​ລ່ຳ​ແລ​ຄິດ​ຮອດ​ແກ້ວ                     ແຖວ​ບ້ານ​ເກີດ​ທີ່​ຮັກ​ຮຽມ ພຸ້ນ​ໜາ!..



   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446