ເລື່ອງສັ້ນ


ປາ​ລູກຄອກ

*ຝົນ​ຕົກ​ຫ່າ​ໃຫຍ່​ຫົວ​ເດືອນ​ຫົກ​ເໝືອນ​ມັນ​ກັບ​ວ່າ​ທ້ອງ​ຟ້າ​ກຳ​ລັງ​ຊີກ​ຂາດ​ແລ້ວ​ຢາດ​ຝົນ​ກໍ່​ພ້ອມ​ກັນ
​ ລຸ​ລັ່ງ​ທັ່ງ​ເທ​ລົງ​ມາ​ສູ່​ພື້ນ​ພິ​ພົບ​ຈົນ​ພື້ນ​ດິນ​ໄຮ່​ນາ, ຮ່ອງ​ຫ້ວຍ ແລະ​ສາຍ​ທານ​ທຸກ​ແຫ່ງ​ລວມ​ທັງ​
ບວກ​ໜອງ​ຄອງ​ບຶງ​ມີ​ນ້ຳ​ເຕັມ​ອັ່ງ, ສຽງ​ກົບ​ຂຽດ​ຮ້ອງ​ບົນ​ແຊວ​ດ້ວຍ​ຄວາມ​ດີ​ໃຈ​ທີ່​ໄດ້​ຊົມຫຼິ້ນ​ນ້ຳ​ໃໝ່ ເພື່ອ​ແຜ່​ພັນ​ແລະ​ອອກ​ລູກ​ສືບ​ພັນ​ຕໍ່​ໄປ.ປາ​ຄໍ່​ແມ່​ມານ​ຕົວ​ໜຶ່ງ​ໂຈມ​ທ້ອງ​ໃຫຍ່​ທີ່​ມີ​ໄຂ່​ລໍ​ຖ້າ​ອອກ​ມາ​
ເປັນ​ລູກ​ຄອກ​ຕົວ​ນ້ອຍໆ​ກຳ​ລັງ​ລອຍ​ຜ່ານ​ຄື້ນ​ນ້ຳໄຫລ​ຈາກ​ແມ່​ນ້ຳ​ໃຫຍ່​ເຂົ້າ​ສູ່​ສາຍ​ຫ້ວຍ​
ມຸ່ງ​ໜ້າ​ສູ່​ເວີນ​ວັງ​ພໍ​ທີ່​ຈະ​ໄດ້​ເປັນ​ບ່ອນ​ວາງ​ໄຂ່​ທີ່​ປອດ​ໄພ​ປາ​ສະ​ຈາກ​ສັດ​ຕູ​ທີ່​ມາ​ລົບ​ກວນ​ຫລື​ກິນ​
ໄຂ່​ຂອງ​ເຂົາ​ເປັນ​ອາ​ຫານ, ຄວາມ​ເປັນ​ຫ່ວງ​ລູກ​ຢູ່​ໃນ​ທ້ອງ​ເຖິງ​ຕົວ​ເອງ​ຈະ​ຫຍູ້ງ​ຍາກ ແລະ ລຳ​ບາກ​ພຽງ​ໃດ​ເຂົາ​ພ້ອມ​ແລ້ວ​ທີ່​ຈະ​ບຸກ​ບືນ​ຜ່ານ​ຜ່າ​ເພື່ອໄປ​ເຖິງ​ຈຸດ​ທີ່​ໝາຍ, ກາງ​ສາຍ​ນ້ຳ​ທີ່​ໄຫລ​ສ້ຽວ​ກາດ​ເຊິ່ງ​ເຕັມ​ໄປ​ດ້ວຍ​ໄພ​ອັນ​ຕະ​ລາຍ ຮອບ​ດ້ານ​ແຕ່​ຕົວ​ຂອງ​ເຂົາ​ຕ້ອງ​ມີ​ສະ​ຕິ​
ໃຫ້​ດີ​ເພື່ອ​ສາຍ​ເລືອດ ແລະ
ລູກ​ຂອງ​ເຂົາ​ຈະ​ໄດ້​ເກີດ​ມາ​ເພີ່ມ​ເຕີມ​ຊີ​ວິດ​ໃຫ້​ມະ​ນຸດ​ເພື່ອ
​ ຄອງ​ໂລກ​ທີ່​ແສນ​ສະ​ຫລາດ, ໃນ​ຂະ​ນະ​ທີ່​ປາ​ຄໍ່​ແມ່​ມານ​ກຳ​ລັງ​ຄຸ້ນ​ຄິດ​ເຖິງວິ​ທີ​ການ​ເອົາ​ຕົວ​ລອດ​ຈາກ​ເງື້ອມ​
ມານ​ຢູ່​ນັ້ນ​ກໍ​ພໍ​ດີ​ກັບ​ຕົວ​ເຂົາ​ເອງ​ຈະ​ໂປ​ໂລ​ຂຶ້​ນມາ​ເພື່ອ​ຫາຍ​ໃຈ ແຕ!່..​..ບັງ​ເອີນ​ເຂົາ​ພັດ
​ ໄປ​ຫລຽວ​ເຫັນ​ມະ​ນຸດ​ຕົວ​ໃຫຍ່ໆ ກຳ​ລັງ​ຢືນ​ຫ້າງ​ດາງ​ແຫ​ຕຽມ​ຕົວ​ຈະ​ຫວ່ານ​ເອົາ​ປາ​ທີ່​ກຳ
​ ລັງ​ຍາດ​ຊີງ​ກັນ​ຂຶ້ນ​ຫ້ວຍ​ເພື່ອ​ຊອກ​ທີ່​ວາງ​ໄຂ່, ເມື່ອ​ມະ​ນຸດ​ຜູ້​ນັ້ນ​ຫລຽວ​ບໍ່​ເຫັນ​ປາ​ຄໍ່​ແມ່​ມານ​ທີ່​ກຳ​ລັງ
​ ຂຶ້​ນມາ​ຫາຍ​ໃຈ​ເຂົາ​ຈິ່ງ​ຄ່ອຍ​ໝຸດ​ຫົວ​ລົງ​ຄືນ​ແລ້ວ​ຟ້າວ​ລອຍໜີ​ໄປ​ໃຫ້​ໄກ​ເວີງ​ລັດ​ສະ​ໝີ​ຂອງ​ດາງ​ແຫ.
ປາ​ຄໍ່​ແມ່​ມານ​ຮ້ອງບອກ​ເພື່ອນ​ຝູງ​ທີ່​ກຳ​ລັງ​ເລັ່ງ​ສະ​ບັດ​ຫາງ ແລະ ຄີບ​ເພື່ອ​ລອຍ​ຜ່ານ​ກະ​ແສ​ນ້ຳ​ທີ່​ຂຸ່ນ​ມົວ​ທັງ
​ ເພື່ອ​ນຳ​ພາ​ຕົວ​ເອງ ແລະ ລູກ​ໃນ​ທ້ອງ​ທີ່​ກຳ​ລັງ​ຍັງ​ເປັນ​ພວງ​ໄຂ່​ນັ້ນ​ຜ່ານ​ຜ່າ​ທຸກ​ສິ່ງ​ທຸກ​ຢ່າງ​ໄປ​ໃຫ້​ໄດ້.
-​ ໄປ!..​..ພວກ​ເຮົາ!..​. ລະ​ວັງ​ຖືກ​ດາງ​ແຫ​ຂອງ​ມະ​ນຸດ​ເດີ!..​.ໄປ​ໄວໆ!ເມື່ອ​ໄດ້​ຍິນ​ສັນ​ຍານ​ເຕືອນ​ຈາກ​
ປາກ​ແມ່​ປາ​ຄໍ່​ທີ່​ຖື​ພາ​ທ້ອງ​ໃຫຍ່​ຮ້ອງ​ອອກ​ມາ, ປາ​ດຸກ, ປາ​ໃນ, ປາ​ໂດ ແລະ ອີກ​ຫລາຍໆ​ຕົວ​ກໍ່​ຟ້າວ ເລັ່ງ​ລັດ​ລອຍ​ໄປ​ຢ່າງ​ໄວ​ວາ ແລະ ມີ​ສະ​ຕິ​ເພື່​ອ​ໃຫ້​ໄປ​ເຖິງ​ຈຸດ​ໝາຍ, ປາ​ຄໍ່​ແມ່​ມານ​ດຳ​ຫົວ​ລົງ​ກົ້ນ​ຫ້ວຍ​ເພື່ອ​
ໃຫ້​ວິດ​ມົ້ນ​ຈາກ​ສາຍ​ຕາ​ຂອງ​ມະ​ນຸດ, ເຂົາ​ອອກ​ແຮງ​ລອຍ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ ໂດຍ​ທີ່​ເຂົາ​ເອງ​ກໍ່​ບໍ່​ກ້າທີ່​
ມາ​ໂປ​ໂລ​ຂຶ້ນ​ມາ​ຫາຍ​ໃຈ, ແຕ່​ສຳ​ລັບ​ປາ​ໄນ​ທີ່​ຖື​ພື​ໄຂ່​ເຕັມ​ທ້ອງ​ເໝືອນ​ກັບ​ເຂົາ​ບໍ່​ຫວັ່ນ​ແລະ​ ຢ້ານ​ຕໍ່​ອຸ​ປະ​ສັກ ແລະ ຊື່​ສຽງ​ທັງ​ຄວາມ​ໂຫດ​ຮ້າຍ​ຂອງ​ມະ​ນຸດ, ເຂົາ​ລອຍ​ອອກ​ໄປ​ຢ່າງ​ອົງ​ອາດ​ ແລະ ສະ​ຫງ່າ​ຜ່າ​ເຜີຍ​ເໝືອນ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ, ເຂົາ​ບໍ່​ເຊື່ອ​ໃນ​ຄຳ​ຕັກ​ເຕືອນ​ຂອງ​ເພື່ອນ ແລະ ຝູງ​ປາ​ອື່ນໆ, ຈາກ​ຄົດ​ຫ້ວຍ​ທີ່​ໜຶ່ງ​ຜ່ານ​ໄປ​ຈົນ​ຈວນ​ຈະ​ໃກ້​ເວີນ​ວັງ ແລະ ຄົດ​ຫ້ວຍ​ບ່ອນ​ທີ່​ສອງ​ເຫັນ​ມີ​ມະ​ນຸດ​ສາມ
​ ສີ່​ຄົນ​ທີ່​ຢືນ​ຈັງ​ຈະ​ຂາ​ຢູ່​ເທິງ​ຮ້ານ​ທີ່​ເດ່​ອອກ​ມາ ເຊິ່ງ​ໃນ​ແຂນ​ສອກ​ຂອງ​ພວກ​ເຂົາ​ມີ​ແຫ​ທີ່​ກຳ​ລັງ​
ດາງ​ຫ້ອຍ​ສອກ​ຢູ່.ປາ​ໄນ​ແມ່​ມານ​ຜິວ​ປາກ​ຮ້ອງ​ລຳ​ທຳ​ເພັງ​ພ້ອມ​ລອຍ​ໄປ​ຢ່າງ​ສະ​ບາຍ.
-​ ສາ​ມາ​ມ່ວນ​ແທ້​ນໍ!..​.ສາ​ມາ​ມ່ວນ​ແທ້​ນໍ!..​.ສາຍ​ນ້ຳ​ເຈົ້າ​ເອີຍ!..​.ປາ​ໄນ​ເພີດ​ເພ​ີນກັບ​ສາຍ​ນ້ຳ​ໃໝ່ ເຖິງ​ຈະ​ບໍ່​ໃສ​ປານ​ໃດ​ແຕ່​ເຂົາ​ກໍ່​ຮູ້​ວ່າ​ແມ່ນສາຍ​ນ້ຳແຫ່ງ​ໃໝ່​ທີ່​ຝົນ​ຮວຍ​ຮຳ​ລົງ​ມາ​ໃນ​ຫລາຍ​ວັນ​ກ່ອນ, ເມື່ອ​ຮ້ອງ​ລຳ​ທຳ​ຈົນ​ເມື່ອຍ ແມ່​ປາ​ໄນ​ກໍ່​ຄິດ​ຈະ​ໂປ​ໂລ​ຫົວ​ຂຶ້ນ​ມາ​ເພື່ອ​ດູດ​ດຶງ​ເອົາ​ອາ​ກາດ​ສົດໆ​ທີ່​ໜ້າ​ນ້ຳ.
-​ ຕ້າມ!..​ສຽງ​ແມ່​ປາ​ໄນ​ເອົາ​ຫາງ​ “ຟາດ​ນ້ຳ​ກ່ອນ​ທີ່​ຈະ​ປັກ​ຫົວ​ລົງ​ໄປ​ທີ່​ໂກນ​ຫ້ວຍ!..​.
-​ ນັ້ນ​ເດ!..​. ປາ​ໄນ!..​.ມັນ​ຂຶ້ນ​ຢູ່​ຕໍ່​ໜ້າ​ເຈົ້າ​ນັ້ນ​ເດ!..​.ສຽງ​ຂອງ​ມະ​ນຸດ​ຮ້ອງບອກ​ກັນ!..​.ແລ້ວ​ດາງ​ແຫ​ກໍ່​ຖືກ​ຫວ່ານ
​ ອອກ​ຈາກ​ແຂນສອກ ແລ້ວ​ກໍ່​ຄ່ອຍໆ​ດິ່ງ​ລົງ​ໄປ​ຕາມ​ກົ້ນ​ຂອງ​ປາ​ໄນ!..​.
-​ ຮ​ວ້າຍ!..​.ແມ່​ນຍັງ​ມາ​ຊູນ​ຫລັງ​ເຮົາ!..​. ປາ​ໄນ​ງວາກ​ໜ້າ​ຫລຽວ​ຄືນ​ຫລັງ​ຈິ່ງ​ຮູ້​ວ່າ​ແມ່ນ​ດາງ​ແຫ​ທີ່​ກຳ
​ ລັງ​ຈົມ​ລົງ​ພ້ອມ​ດຶງ​ຮ່າງ​ຂອງ​ປາ​ໄນ​ລົງ​ສູ່​ກົ້ນ​ຫ້ວຍ​ນ້ຳ,ເຂົາ​ຕັດ​ສິນ​ໃຈ​ທີ່​ຈະ​ຜ​ວາ​ຂຶ້ນ​ມາ​ຫາ​ໜ້າ​ນ້ຳ​ຄືນ
​ ແຕ່​ກໍ່​ບໍ່​ພົ້ນ​ດາງ​ແຫ​ໄປ​ໄດ້.
-​ ຊ່ວຍ​ຂ້ອຍ​ແດ່!..​.ຊ່ວຍ​ຂ້ອຍ​ແດ່!..ແມ່​ປາ​ໄນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ.

 

   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446