ໂທລະເລກຊົມເຊີຍ
(20/05/2013)
ຂປລ. ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ພະນະທ່ານ ດາຕຸກ ເສຣິ ອານນິຟາ ອາມານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະ ມົນ ຕີ ວ່າ ການກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ອີກເທື່ອໜຶ່ງ.
ເນື້ອໃນໂທລະເລກ ລະບຸວ່າ: ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ອີກເທື່ອໜຶ່ງ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານ ໃນຂອບສອງ ຝ່າຍ, ຂອບອາຊຽນ, ກໍຄືໃນເວທີພາກພື້ນ ແລະ ສາກົນ ເພື່ອສືບຕໍ່ສົ່ງເສີມ ສາຍ ພົວ ພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ມາເລເຊຍ ກໍຄື ການຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດພວກເຮົາ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາ ສູ່ ປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າຂໍຖືໂອກາດນີ້, ສົ່ງຄຳອວຍພອນອັນປະເສີດ ມາຍັງພະນະທ່ານ ຂໍຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດພາລະກິດອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ./.
ຜູ້ນຳລາວສົ່ງສານອວຍພອນວັນຊາດລາຊະອານາຈັກນອກແວ
(16/05/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ . ລາວໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ສົມເດັດ ຮາຣານ ທີ V ເຈົ້າຊິວິດ, ຄູ່ຮ່ວມຕຳແໜ່ງນາຍົລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະທດ ແຫ່ງ ລາຊະອານາຈັກ ນອກແວ.
ໃນໂອກາດວັນຊາດແຫ່ງ ລາຊະອານາຈັກ ນອກແວ, ຕາງໜ້າໃຫ້ປະຊາຊົນລາວແລະ ໃນນາມສ່ວນຕົວ,ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດ ມາຍັງ ສົມເດັດ ພະລາຊາ ແລະ ປະຊາຊົນນອກແວ ທຸກທົ່ວໜ້າ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກ ນອກແວ ຈະສຶບຕໍ່ໄດ້ຮັບການເສີມຂະ ຫຍາຍເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ, ເພື່ອສັນຕິພາບ ແລະ ການຮ່ວມມືສາກົນເພື່ອພັດທະນາ./.
ສານຊົມເຊີຍ
(07/05/2013)
ຂປລ. ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງພະນະທ່ານ ດາໂຕ ສຣິ ໂມດ ນາຈິບ ບິນ ຕຸນ ຮາຈິ ອັບດຸນ ຣາຊັກ ນາຍົກລັດຖະມົນຕີ ແຫ່ງມາເລເຊຍ ເນື່ອງໃນໂອກາດທີ່ ພະນະທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງມາເລເຊຍ ອີກຄັ້ງໜຶ່ງ.
ເນື້ອໃນຂອງສານລະບຸວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ອີກຄັ້ງໜຶ່ງ.
ຂ້າພະເຈົ້າມມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ໄດ້ຮັບການພັດທະນາຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ: ຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານ ເພື່ອສືບຕໍ່ຜັນຂະຫຍາຍ ສາຍພົວພັນ ທີ່ດີດັ່ງກ່າວ ທັງໃນຂອບສອງຝ່າຍ ແລະ ໃນຂອບອາຊຽນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອ ພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງພະນະທ່ານ./.
ສານຊົມເຊີຍ
(07/05/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ. ລາວ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງສານຊົມເຊີຍ ເຖິງພະນະທ່ານ ໂຫຣາຊີໂອ ກາຣເຕັສ (Horacio Cartes) ໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ປາຣາກວາຍ.
ເນື້ອໃນຂອງສານ ລະບຸວ່າ: ເນື່ອງໃນໂອກາດທີ່ພະນະທ່ານ ຖືກເລືອກຕັ້ງເປັນປະທານາທິບໍດີ ແຫ່ງ ສ. ປາຣາ ກວາຍ, ຕາງໜ້າໃຫ້ລັດຖະບານ ສປປ. ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງຄະນະລັດຖະບານ ປາຣາກວາຍທຸກຖ້ວນໜ້າ.
ຂ້າພະເຈົ້າຫວັງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ພວກເຮົາ ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືເພື່ອການພັດທະນາສາກົນ./.
ໂທລະເລກອວຍພອນ
(06/05/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແລະ ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ພະນະທ່ານ ໂບຣນີສະລໍ ໂກໂມໂຣສະກີ ປະທານາທິບໍດີ ແຫ່ງ ສາທາລະນະລັດໂປໂລຍແລະ ພະນະທ່ານ ໂດນັນ ເຕີກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ໂປໂລຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂປໂລຍ.
ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດໂປໂລຍ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນໂປໂລຍເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ,ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການສືບຕໍ່ເສີມຂະຫຍາຍເພື່ອຜົນປະໂຫຍດຂອງປະຊາຊົນລາວແລະໂປ ໂລຍ ກໍຄື ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອການພັດທະນາ.%
ສານຊົມເຊີຍ
(06/05/2013)
ຂປລ.ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະທ່ານ ແຮັກມັນ ວານ ຣົມປຸຍ ປະທານສະພາສະຫະພາບເອີຣົບ, ພະນະທ່ານ ໂຈເຊ ມານູແອວ ດູຣາວ ບາໂຣໂຊ ປະທານຄະນະກຳມາທິການສະຫະພາບເອີຣົບ ແລະ ພະນະທ່ານ ນ. ແຄັດເທີລີນ ແອັສຕັນ ຮອງປະທານຄະນະກຳມາທິການເອີຣົບ ແລະ ຜູ້ຕາງໜ້າສູງສຸດດ້ານວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບເອີຣົບ ເນື່ອງໃນວັນສ້າງຕັ້ງສະຫະພາບເອີຣົບ.
ເນື້ອໃນສານລະບຸວ່າ:ເນື່ອງໃນວັນສ້າງຕັ້ງສະຫະພາບເອີຣົບ,ໃນນາມລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນສະຫະພາບເອີຣົບ.
ຂໍໃຫ້ທ່ານໝັ້ນໃຈວ່າ ພວກເຮົາຈະສືບຕໍ່ຄວາມພະຍາຍາມຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ. ລາວ ແລະ ສະຫະພາບເອີຣົບ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເຕີບໃຫ່ຍຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ ແລະ ປະຊາຊົນສະຫະພາບເອີຣົບ ກໍຄືສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອການພັດທະນາ.%
ຜູ້ນຳລາວອວຍພອນວັນຊາດລາຊະອານາຈັກເນເທີແລນ
(29/04/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ, ພະນະທ່ານ ທອງສິງທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ.ລາວໄດ້ສົ່ງສານອວຍພອນເຖິງ ພະລາຊີນີ ເບອາທຣິກ ວິນເຮມມີນາ ອາມກາດ ແຫ່ງລາຊະອານາຈັກເນເທີແລນ, ພະນະທ່ານ ມາກຣຸດເຕ ນາຍົກລັດຖະມົນຕີແລະ ພະນະທ່ານຟຣານ ທີມເມິແມນ, ລັດຖະມົນຕີວ່າກະຊວງການຕ່າງປະເທດ ແຫ່ງລາຊະອານາຈັກ ເທີແລນໃນໂອກາດວັນຊາດ.
ສານອວຍພອນໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງລາຊະອານາຈັກ ເນເທີແລນ, ຕາງໜ້າໃຫ້ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັຮກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດລາຊີນີ ແລະ ປະຊາຊົນເນເທີແລນທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ແລະ ປະເທດຊາດຂອງພະອົງມີຄວາມຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າຫວັງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກ ເນເທີແລນ ຈະໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄືວົງຄະນະຍາດສາກົນທັງມວນ.%
ສານສະແດງຄວາມເຫັນໃຈ
(26/04/2013)
ຂປລ.ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ໄດ້ສົ່ງສານສະແດງ ຄວາມເຫັນໃຈ ເຖິງ ພະນະທ່ານ ນາງ ຊິກ ຮາຊິນາ ນາຍົກລັດຖະມົນ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຕໍ່ເຫດການຕຶກຖະຫລົ່ມ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າໄດ້ຊາບຂ່າວວ່າ ໃນວັນທີ 24 ເມສາ 2013 ໄດ້ເກີດເຫດການ ຕຶກຍຸບຖະຫລົ່ມ ຢູ່ນະຄອນຫລວງດາກາ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອັນໄດ້ສ້າງຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນບັງກະລາເທດເປັນຈຳນວນຫລວງຫລາຍ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມເຫັນອົກເຫັນໃຈມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ບັງກະລາເທດໂດຍສະເພາະຕໍ່ບັນດາຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກອຸປະຕິເຫດ ທີ່ເສົ້າ ສະຫລົດໃຈນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ລັດຖະບານບັງກະລາເທດ ພາຍໃຕ້ການນຳພາຂອງພະນະທ່ານ ຈະສາມາດກອບກູ້ ແລະ ຊ່ວຍເຫຼືອຊີວິດຂອງປະຊາຊົນ ທີ່ຍັງຕິດຄ້າງ ຢູ່ໃນຊາກປະຫຼັກຫັກພັງ ໃຫ້ກັບຄືນມາສູ່ຄອບຄົວ ຂອງເຂົາເຈົ້າໂດຍປອດໄພ.
ທ່ານປະທານປະເທດຊົມເຊີຍຄູ່ຮ່ວມຕຳແໜ່ງທີ່ອີຕາລີ
(22/04/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງພະນະທ່ານ ຈີອໍຈີໂອ ນາໂປລີຕາໂນ ໃນໂອ ກາດທີ່ພະນະທ່ານໄດ້ຮັບ ການເລືອກຕັ້ງອີກເທື່ອໃໝ່ ໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ ຊຶ່ງມີເນື້ອ ໃນລະບຸວ່າ: ຂ້າພະເຈົ້າ ຂໍສົ່ງ ຄຳຊົມ ເຊີຍ ຢ່າງ ຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະ ພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ ໃນໜ້າທີ່ວຽກງານອັນສູງສົ່ງຂອງ ຕົນ.
ຂ້າພະເຈົ້າ ຫວັງວ່າ: ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດ ຕະພາບ ແລະການຮ່ວມມືອັນດີ ລະຫວ່າງ ສອງປະເທດພວກເຮົາ ໃຫ້ ຈະເລີນ ງອກງາມຍິ່ງໆຂຶ້ນ ເພື່ອຜົນປະ ໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະ ນາ./.
ໂທລະເລກສະແດງຄວາມເຫັນໃຈ
(22/04/2013)
ຂປລ. ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ໄດ້ສົ່ງໂທ ລະ ເລກ ສະ ແດງ ຄວາມເຫັນໃຈ ເຖິງ ພະນະທ່ານ ຈອນ ເຄີຣີ ລັດຖະ ມົນຕີຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ທີ່ວໍຊີງຕັນ ດີຊີ ຕໍ່ເຫດການລະເບີດແຕກທີ່ເມືອງບອດສ໌ຕັນ, ລັດ ມັດຊາຈູເຊັດ ຊຶ່ງມ ີເນື້ອ ໃນ ດັ່ງນີ້:
ຂ້າພະເຈົ້າມີຄວາມໂສກເສົ້າ ແລະ ເສຍໃຈ ເປັນຢ່າງຍິ່ງທີ່ໄດ້ຮັບຂ່າວເຫດການລະເບີດແຕກເມື່ອບໍ່ດົນມານີ້ ທີ່ເມືອງບອດສ໌ຕັນ, ລັດມັດຊາຈູເຊັດ ສະຫະລັດ ອາ ເມລິກາ ອັນເປັນ ເຫດເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈຳນວນຫລວງຫລາຍ.
ໃນນາມປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສຍໃຈຢ່າງສຸດຊຶ້ງມາຍັງພະນະທ່ານ ແລະ ຜ່ານພະນະ ທ່ານ ໄປຍັງ ລັດ ຖະບານ ແລະ ປະ ຊາຊົນອາເມລິກາ ກໍຄື ຄອບຄົວຂອງຜູ້ເສຍຊີວິດ ແລະ ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ ແລະ ເຊື່ອໝັ້ນວ່າ ທຸກຢ່າງຈະ ກັບສູ່ສະ ພາບ ປົກ ກະ ຕິເປັນຢ່າງດີ./.
ໂທລະເລກສະແດງຄວາມເຫັນໃຈ
(21/04/2013)
* ໃນວັນທີ 21 ເມສານີ້ ສະຫາຍ ຈູມມາລີ ໄຊຍະສອນ ປະທານປະເທດ , ສະຫາຍ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງສະ ຫາຍ ສີ ຈິນຜິງ , ປະທານປະເທດ , ສະຫາຍ ຫລິ ເຄີ້ຊຽງ , ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ .
ພວກຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ໃນເວລາ 8:02 ໂມງ ຂອງ ວັນທີ 20 ເມສາ 2013, ໄດ້ເກີດເຫດແຜ່ນດິນໄຫວຢ່າງຮ້າຍແຮງຢູ່ເມືອງລູຊານ ນະຄອນ ຢາ ອ່ານ ແຂວງເສຊວນ ຂອງ ສປ ຈີນ ໄດ້ສ້າງຄວາມ ເສຍຫາຍ ຢ່າງຫລວງຫລາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນກໍຄືພື້ນຖານໂຄງລ່າງຂອງເຂດດັ່ງກ່າວ .
ໃນນາມພັກ , ລັດຖະບານ ແລະປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ ພວກເຂົາພະເຈົ້າ ຂໍສະແດງຄວາມ ເສຍໃຈ ແລະເຫັນອົກເຫັນໃຈ ຢ່າງຈິງ ໃຈມາຍັງພວກສະຫາຍ ໂດຍຜ່ານພວກ ສະຫາຍ ໄປຍັງພັກ , ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະ ໄປຍັງຄອບຄົວຜູ້ປະສົບເຄາະຮ້າຍ ຈາກໄພພິບັດໃນຄັ້ງນີ້ .
ພວກຂ້າພະເຈົ້າ ເຊ່ືອໝັ້ນວ່າ : ດ້ວຍ ຄວາມເອົາໃຈໃສ່ຊ່ວຍເຫລືອຢ່າງທັນ ການຂອງສູນກາງພັກ , ລັດຖະບານ ກາງກໍຄືອຳນາດການປົກຄອງທ້ອງ ຖິ່ນ ແລະດ້ວຍ ມູນເຊື້ອ ອັນ ດຸໝັ້ນຂະ ຫຍັນພຽນ ທ່ີບໍ່ເຄີຍຍອມຈຳນົນຕໍ່ໄພ ທຳມະຊາດ ຂອງປະຊາຊົນຈີນ ອ້າຍ ນ້ອງນັ້ນ , ຄວາມເສຍຫາຍດັ່ງກ່າວ ຈະໄດ້ຮັບການປົວແປງ ແລະຊີວິດການ ເປັນຢູ່ ຂອງປະ ຊາ ຊົນໃນເຂດໄດ້ຮັບ ຜົນກະທົບຈາກໄພພິບັດທາງທຳມະ ຊາດໃນຄັ້ງນີ້ ຈະໄດ້ຮັບການບູລະນະ , ຟື້ນຟູ ແລະ ກັບຄືນສູ່ສະພາບປົກກະຕິ ໂດຍໄວ .
ປະທານປະເທດແຫ່ງ ສປປ. ລາວ ຊົມເຊີຍ ປະທານາທິບໍດີ ເວເນຊູເອລາ
(16/04/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ. ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະທ່ານ ນີໂກລາສ ມາດຸໂຣ ເນື່ອງໃນໂອກາດ ທີ່ໄດ້ ຮັບການ ເລືອກ ຕັ້ງໃຫ້ ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເວເນຊູເອລາ.
ເນື້ອໃນສານຊົມເຊີຍ ພະນະທ່ານ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດໃຫ້ພະນະທ່ານ ນີໂກລາສ ມາດຸໂຣ ຊຶ່ງແມ່ນຄວາມ ຮັບຜິດຊອບອັນສູງສົ່ງເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເວເນຊູເອລາ ຕໍ່ບົດບາດການນຳພາ ແລະ ການປະກອບສ່ວນຂອງພະນະທ່ານເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມນີ້ ພະນະທ່ານ ຈູມມາລີ ໄຊຍະສອນ ຍັງສະແດງຄວາມຍິນດີທີ່ຈະໄດ້ຮ່ວມມືກັບພະນະທ່ານ ນີໂກລາສ ມາດຸໂຣ ເພື່ອເສີມຂະ ຫຍາຍ ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຢູ່ ລະຫວ່າງ ສປປ. ລາວ ແລະ ເວເນຊູເອລາ ໃຫ້ມີບາດກ້າວໃໝ່ໃນອານາຄົດ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ກໍຄື ເພື່ອ ສັນຕິພາບໂລກ ແລະ ການຮ່ວມມືເພື່ອພັດທະນາສາກົນ ./.
ສານອວຍພອນວັນຊາດ
(16/04/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງ ສານອວຍພອນ ເຖິງພະນະທ່ານ ສົມເດັດ ມາກເກຣັດ ທີ II ລາຊີນີ ແຫ່ງ ລາຊະອານາຈັກ ເດັນມາກ, ພະນະທ່ານ ນາງ ເຮວເລ ທໍນິງ ສມິດທ໌ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກເດັນມາກ ແລະ ພະນະທ່ານ ວິລີ ໂຊເວິນດານ ລັດຖະມົນ ຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກ ເດັນມາກ ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ເດັນມາກ.
ເນື້ອໃນສານ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ເດັນມາກ ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະອົງ ແລະ ຜ່ານພະອົງໄປຍັງປະຊາຊົນເດັນມາກ, ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຄວາມວັດທະນາ ຖາວອນ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບທີ່ມີມາຍາວນານ ແລະ ການຮ່ວມມືອັນດີງາມລະ ຫວ່າງສອງປະເທດພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ເລິກເຊິ່ງຍິ່ງຂຶ້ນໃນອານາ ຄົດ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດພວກເຮົາ ກໍຄືຂອງວົງຄະນາຍາດສາກົນໂດຍລວມ./.
ໂທລະເລກຊົມເຊີຍ
(05/04/2013)
ຂປລ. ສະຫາຍ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງສະຫາຍ ປັກ ປອງ ຈູ ນາຍົກລັດ ຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ເນື່ອງໃນໂອກາດ ທີ່ສະຫາຍໄດ້ຖືກເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນນາ ຍົກລັດຖະມົນຕີ.
ເນື້ອໃນໂທລະເລກ ລະບຸວ່າ: ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມ ສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອົບອຸ່ນ ມາຍັງສະຫາຍ ທີ່ໄດ້ຖືກເລືອກຕັ້ງ ໃຫ້ດຳລົງຕຳ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.
ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳນຳພາຂອງສະຫາຍ ກິມ ເຈິງ ອຸນ ເລຂາທິການທີໜຶ່ງ ພັກ ແຮງງານເກົາຫຼີ, ປະທານທີໜຶ່ງຄະນະກຳມາທິການປ້ອງກັນຊາດ ແຫ່ງ ສປປ. ເກົາ ຫຼີ, ລັດຖະບານ ສປປ. ເກົາຫຼີ ຈະສືບຕໍ່ນຳພາປະຊາຊົນ ສປປ. ເກົາຫຼີ ພັດທະນາປະເທດຊາດໃຫ້ຈະເລີນ, ເຂັ້ມແຂງ ແລະ ປະກອບ ສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະ ຖຽນລະພາບໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ. ລາວ ແລະ ສປປ. ເກົາຫຼີ ຈົ່ງ ໄດ້ຮັບການເສີມສ້າງ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດຂອງພວກ ເຮົາ. ອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫ່ຍຫຼວງກວ່າເກົ່າ ໃນ ພາລະກິດອັນສູງສົ່ງຂອງສະຫາຍ.
ຈົດໝາຍຕອບຂອບໃຈ
(27/03/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍຕອບຂອບໃຈ ຈາກ ພະນະທ່ານ ສີ ຈິນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.
ເນື້ອໃນຈົດໝາຍລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ທີ່ໄດ້ສົ່ງໂທລະເລກຊົມເຊີຍ ມາຍັງຂ້າພະເຈົ້າໃນໂອກາດ ໄດ້ຮັບເລືອກ ຕັ້ງເປັນ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.
ຈີນ ແລະ ລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ ແລະ ແມ່ນ້ຳລຳເຊຕິດຈອດກັນ, ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງເລິກເຊິ່ງ, ມີຄວາມໄວ້ເນື້ອ ເຊື່ອໃຈ ເຊິ່ງກັນ ແລະ ກັນ ທີ່ມີລັກສະນະຍຸດທະສາດຢ່າງໜັກແໜ້ນ, ເປີດກວ້າງການຮ່ວມມືຮອບດ້ານ ໃນທຸກຂະແໜງການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຝ່າຍຈີນເອົາ ໃຈໃສ່ເສີມ ຂະ ຫຍາຍສາຍພົວພັນລະຫວ່າງ ຈີນ ກັບ ລາວ, ຍາມໃດກໍ່ພະຍາຍາມຮ່ວມກັນກັບຝ່າຍລາວ ເພື່ອປະຕິບັດທິດນຳທີ່ວ່າ “ ໝັ້ນຄົງຍາວນານ, ມິດຕະພາບຖານບ້ານໃກ້ເຮືອນຄຽງ, ໄວ ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືຮອບດ້ານ ” ຊຸກຍູ້ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຈີນ-ລາວ ໃຫ້ໄດ້ຮັບການພັດທະນາເຂົ້າສູ່ລ່ວງ ເລິກຢ່າງ ຕໍ່ ເນື່ອງ, ເຮັດໃຫ້ສອງປະເທດກາຍເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີຕະຫຼອດກາລະນານ.
ສະຫາຍ ປະທານປະເທດ ເປັນເພື່ອນມິດເກົ່າທີ່ປະຊາຊົນຈີນຮູ້ຈັກກັນເປັນຢ່າງດີ, ຂ້າພະເຈົ້າໄດ້ພົບກັບສະຫາຍຫຼາຍຄັ້ງແລ້ວ, ໄດ້ສ້າງຄວາມຊົງຈຳອັນຈົບງາມແກ່ຂ້າພະເຈົ້າ. ຂ້າພະ ເຈົ້າມີຄວາມຍິນດີເປັນຢ່າງຍິ່ງເພື່ອສ້າງ ສາຍພົວພັນດ້ານວຽກງານເປັນຢ່າງດີຮ່ວມກັບສະຫາຍປະທານປະເທດ ເພື່ອພ້ອມກັນພະຍາຍາມຊຸກຍູ້ ສາຍພົວພັນ ຈີນ-ລາວ ໃຫ້ໄດ້ຮັບການ ເສີມຂະຫຍາຍຢ່າງຕໍ່ເນື່ອງ.
ຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງສະຫາຍ.
ຜູ້ນຳລາວ ຊົມເຊີຍຜູ້ນຳປາກິດສະຖານ
(27/03/2013)
ຂປລ. ໃນວັນທີ 27 ມີນາ 2013, ບັນດາຜູ້ນຳລາວປະກອບດ້ວຍ ພະນະທ່ານ ຈູມມາລີ ໄຊຍະ ສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະ ນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ທອງ ລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດ ຖະ ມົນ ຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງ ປະກອບດ້ວຍ ພະນະທ່ານ ອາຊິບ ອາລິ ຊາ ດາຣິ ປະທານາທິບໍດີແຫ່ງສາທາລະນະລັດ ອິດສະລາມ ປາກິດສະຖານ, ພະນະທ່ານ ຣາຈາ ເປີເວສ ອາດສະຣັຟ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ອິດສະລາມ ປາກິດ ສະ ຖານ ແລະ ພະນະທ່ານນາງ ຮິນາ ຣັບບານີ ຄາຣ ລັດຖະມົນຕີວ່າການກະຊວງ ການຕ່າງປະ ເທດ ແຫ່ງສາທາລະນະລັດ ອິດສະລາມ ປາກິດສະຖານ ຊຶ່ງມີເນື້ອຄວາມລະບຸວ່າ.
ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພວກຂ້າພະເຈົ້າມີຄວາມຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະ ທ່ານ ແລະ ປະຊາຊົນປາກິດສະຖານ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງສາທາ ລະນະລັດ ອິດສະລາມ ປາກິດສະຖານ ຄົບຮອບ 57 ປີ. ຫວັງ ຢ່າງ ຍິ່ງ ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດລາວ-ປາກິດສະຖານ ທີ່ມີມາແລ້ວ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍໃນທຸກດ້ານໃນຊຸມປີຕໍ່ໜ້າ ເພື່ອຜົນ ປະໂຫຍດຂອງສອງຊາດ ກໍຄືເພື່ອສັນຕິພາບ ແລະ ການຮ່ວມ ມືເພື່ອການພັດທະນາ ທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ໃຫ້ພະ ນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ປາກິດສະຖານເພື່ອນມິດ ຈົ່ງມີຄວາມກ້າວໜ້າ ແລະ ມີຄວາມວັດທະນາຖາວອນ.
ສານຊົມເຊີຍວັນຊາດບັງກະລາເທດ
(27/03/2013)
ຂປລ. ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ພະນະທ່ານ ນາງ ຊິກ ຣາຊິນາ ນາຍົກລັດຖະມົນຕີ ແຫ່ງ ສປ. ບັງກະລາເທດ ເນື່ອງໃນໂອກາດວັນຊາດ ຄົບຮອບ 42 ປີ ແຫ່ງ ສປ. ບັງກະລາເທດ.
ເນື້ອໃນສານ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສປ. ບັງກະລາເທດ ຄົບຮອບ 42 ປີ, ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍສົ່ງ ຄຳ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນບັງກະລາເທດເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນບັງກະລາເທດເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ມີ ຄວາມວັດທະນາ ຖາວອນ.%
ສານອວຍພອນວັນຊາດ
(26/03/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງ ສານອວຍພອນ ເຖິງ ພະນະທ່ານ ຄາໂຣລົສ ປາປູລີອັສ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຣັກ, ພະນະທ່ານ ອັນໂທນີສ ຊາມາຣັສ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດເກຣັກ ແລະ ພະນະທ່ານ ດິມິຕຣິສ ອາວຣາໂມປູລົສ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດເກຣັກ.
ເນື້ອໃນສານອວຍພອນ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກຣັກ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນເກຣັກ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຄວາມຈະເລີນກ້າວໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືີລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອານາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນການພັດທະນາຢູ່ໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.
ໂທລະເລກອວຍພອນ
(22/03/2013)
ຂປລ. ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ໄດ້ສົ່ງ ໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 58 ປີ.
ເນື້ອໃນໂທລະເລກລະບຸວ່າ: ຄະນະບໍລິຫານງານສູນກາງພັກເກົາຫລີ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ຄວາມຂ່ຳນັບມາຍັງຄະນະບໍລິຫານງານສູນກາງພັກພວກສະຫາຍ ແລະ ສະມາຊິກພັກ ທຸກທົ່ວໜ້າ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 58 ປີ.
ພວກຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ປະຊາຊົນລາວ ກຳລັງປະສົບຜົນສຳເລັດອັນໃຫ່ຍຫຼວງໃນການຕໍ່ສູ່ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ແລະ ເພີ່ມທະວີກຳລັງແຮງລວມຂອງປະເທດ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໂດຍມີສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເປັນຜູ້ນຳໜ້າ.
ນະໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ໄດ້ຮັບການສ້າງຕັ້ງຂຶ້ນ ລະຫວ່າງສອງພັກ ແລະ ສອງປະເທດພວກເຮົາຈະໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ຂະຫຍາຍຍິ່ງໆຂຶ້ນ ແລະ ຫວັງຢ່າງຈິງໃຈວ່າ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ທີ່ເປັນເພື່ອນມິດ ຈົ່ງປະສົບຜົນສຳເລັດອັນໃຫ່ຍຫຼວງ ໃນການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກປະຊາຊົນ ປະຕິວັດລາວ.
ສານຂອງ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນ
ໂອກາດ ວັນນ້ຳໂລກ, ວັນທີ 22 ມີນາ 2013
(21/03/2013)
ບັນດາທ່ານທີ່ນັບຖື,
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ ,
ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 58 ປີ, ປະຊາຊົນລາວບັນດາເຜົ່າຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນນໍ້າໂລກ ວັນທີ 22 ມີນາ 2013 ພາຍໃຕ້ຫົວຂໍ້ “ປີສາກົນແຫ່ງການຮ່ວມມືດ້ານນ້ຳ”. ເຫດການ ດັ່ງກ່າວ ເປັນຂີດໝາຍ ແລະ ບາດກ້າວສຳຄັນອັນໜຶ່ງເພື່ອປຸກລະດົມຈິດສຳນຶກ ໃນທົ່ວປວງຊົນໃຫ້ເຫັນບົດບາດຄວາມສຳຄັນຂອງນ້ຳ.
ຄືໄດ້ຮູ້ນຳກັນແລ້ວວ່າ ນ້ຳເປັນອົງປະກອບພື້ນຖານທີ່ຂາດບໍ່ໄດ້ ຂອງສິ່ງທີ່ມີຊີວິດໃນໂລກ. ຍິ່ງໄປກວ່ານັ້ນ ນ້ຳຍັງເປັນໜຶ່ງໃນຊັບພະຍາກອນ ຍຸດທະສາດທີ່ປະກອບສ່ວນເຂົ້າໃນ ການ ພັດທະນາ ເສດຖະກິດແຫ່ງຊາດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນີ້, ຍ້ອນປະຊາກອນໂລກ ໄດ້ມີການເພີ່ມຂຶ້ນ ຢ່າງໄວວາ, ຊັບພະຍາກອນນ້ຳ ສະເລ່ຍຕໍ່ຫົວຄົນ ກໍຫຼຸດໜ້ອຍຖອຍລົງອັນໄດ້ກໍ່ໃຫ້ເກີດ ບັນຫາຂາດແຄນນ້ຳຢູ່ຫຼາຍແຫ່ງໃນທົ່ວໂລກ. ໃນຂະນະດຽວກັນຊັບພະຍາກອນນ້ຳກໍຍັງ ຖືກຄຸກຄາມ ແລະ ບັນຫາມົນລະພິດທາງນ້ຳໄດ້ເພີ່ມຂຶ້ນຈາກການປ່ຽນແປງດິນຟ້າອາກາດ ແລະ ກິດຈະກຳຕ່າງໆທີ່ສ້າງຂຶ້ນຈາກຄົນເຮົາ. ຄຽງຄູ່ກັນນີ້ນໍ້າກໍຍັງເປັນສາເຫດແຫ່ງ ໄພພິບັດ ທາງທໍາມະຊາດ ເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງເປັນການຂົ່ມຂູ່ຕໍ່ການດຳລົງຊີວິດຂອງມະນຸດຊາດ. ດ້ວຍເຫດຜົນຄືດັ່ງກ່າວ ພວກເຮົາຈຶ່ງໃຫ້ຄວາມສຳຄັນເປັນ ພິເສດຕໍ່ການສະເຫຼີມສະຫຼອງ ວັນນ້ຳໂລກ ເພື່ອໃຫ້ເຫັນໄດ້ບົດບາດ ແລະ ຄວາມສຳຄັນຂອງຊັບພະຍາກອນນ້ຳ.
ບັນດາທ່ານທີ່ນັບຖື ແລະ ຮັກແພງ,
ສປປ ລາວ ເປັນປະເທດ ທີ່ອຸດົມສົມບູນ ດ້ວຍຊັບພະຍາກອນນ້ຳ ທັງນ້ຳໜ້າດິນ ແລະ ນໍ້າໃຕ້ດິນ, ມີສາຍນ້ຳຂອງໄຫຼຜ່ານແຕ່ເໜືອຮອດໃຕ້, ມີບັນດາສາຂາ ທີ່ມີຕົ້ນກຳເນີດ ໃນດິນ ແດນ ສປປ ລາວ, ມີປະລິມານນ້ຳຝົນທີ່ອຸດົມສົມບູນ. ຄວາມອຸດົມສົມບູນທາງດ້ານຊັບພະຍາກອນນ້ຳ ແລະ ສະພາບພູມີປະເທດຂອງ ສປປ ລາວ ໄດ້ເປັນປັດໄຈອັນ ສຳຄັນ ທີ່ເອື້ອອຳນວຍ ໃຫ້ແກ່ການຜະລິດໄຟຟ້ານໍ້າຕົກ, ຊຶ່ງເປັນການປະກອບສ່ວນອັນສຳຄັນແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ພ້ອມກັນນັ້ນຊັບພະຍາກອນນ້ຳ ຍັງເປັນ ປັດໄຈທີ່ສຳຄັນ ຮັບໃຊ້ໃຫ້ແກ່ການພັດທະນາ ໃນຂະແໜງການຕ່າງໆເຊັ່ນ: ຊົນລະປະທານ, ການສະໜອງນ້ຳໃນຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ອຸດສາຫະ ກຳ, ການຂົນສົ່ງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມເນື່ອງຈາກຜົນກະທົບລວມ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ສະພາບການຂາດເຂີນນ້ຳໃນໂລກມີທ່າອ່ຽງ ເພີ່ມຂຶ້ນ ຊຶ່ງກາຍເປັນບັນຫາທ້າ ທາຍຕໍ່ການດຳລົງຄົງຕົວຂອງມະນຸດຊາດ ໃນທົ່ວໂລກ. ສຳລັບຢູ່ ສປປ ລາວ ໃນໄລຍະຜ່ານມາກໍໄດ້ປະເຊີນໜ້າກັບໄພນ້ຳຖ້ວມ ແລະ ໄພແຫ້ງ ແລ້ງ ທີ່ເກີດຂຶ້ນ ຢູ່ບາງເຂດໃນດິນແດນຂອງປະເທດເຮົາ. ໄພທໍາມະຊາດດັ່ງກ່າວ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນຊາວກະສິກອນ; ແມ່ນ້ຳບາງສາຍ ເກີດມີສະ ພາບບົກແຫ້ງຜິດປົກກະຕິ ເນື່ອງຈາກລະດູຝົນບາງປີສີ້ນສຸດໄວກ່ວາປົກກະຕິ, ທັງໜົດນີ້ໄດ້ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ, ການເປັນຢູ່ ແລະ ການຜະລິດຂອງປະຊາຊົນ. ຕໍ່ບັນຫາ ດັ່ງກ່າວ, ລັດຖະບານກໍໄດ້ເອົາ ໃຈໃສ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂສະເພາະໜ້າ ແລະ ຍາວນານຢ່າງທັນເວລາ.
ອີງໃສ່ຫົວຂໍ້ຂອງວັນນ້ຳໂລກ ໃນປີນີ້ທີ່ມີຄຳຂວັນ ວ່າ “ ປີສາກົນແຫ່ງການຮ່ວມມືດ້ານນ້ຳ ” ຂ້າພະເຈົ້າເຫັນວ່າ ການຮ່ວມມືເພື່ອພັດທະນາຊັບພະຍາກອນນ້ຳໃຫ້ມີຄວາມ ຍືນຍົງ ແມ່ນສຳຄັນຫຼາຍ; ດັ່ງນັ້ນ, ມັນຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງຈົ່ງຕັ້ງໜ້າປະກອບສ່ວນ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ຄຸ້ມ ຄອງອ່າງ ແມ່ນ້ຳ, ໂດຍສະເພາະສາຍນ້ຳ, ແຫຼ່ງກຳເນີດຂອງນ້ຳ, ນໍ້າໃຕ້ດິນ ແລະ ຊັບພະຍາກອນທຳມະຊາດອັນອຸດົມສົມບູນໃຫ້ມີຄວາມຍືນຍົງຕະຫຼອດໄປ.
ຢູ່ ສປປ ລາວ ພວກເຮົາ, ເພື່ອຮັບປະກັນການພັດທະນາຊັບພະຍາກອນນ້ຳ ຢູ່ພາຍໃນປະເທດໃຫ້ມີປະສິດທິຜົນ ແລະ ຍືນຍົງ, ລັດຖະບານ ໄດ້ດຳເນີນນະໂຍບາຍຄຸ້ມຄອງຊັບ ພະຍາກອນນ້ຳແບບປະສົມປະສານ ໂດຍມີການເຂົ້າຮ່ວມຂອງທຸກພາກສ່ວນ ທີ່ກ່ຽວຂ້ອງໃນຂອບເຂດອ່າງແມ່ນ້ຳ ໂດຍໄດ້ໃຫ້ຄວາມສໍາຄັນເປັນພິເສດຕໍ່ການປົກປັກຮັກສາສາຍ ນ້ຳ, ຍອດ ນ້ຳ, ນໍ້າໃຕ້ດິນ, ການຄຸ້ມຄອງ ການນຳໃຊ້ທີ່ດິນແບບຍືນຍົງ, ການຄຸ້ມຄອງການນຳໃຊ້ ຊັບພະຍາກອນທຳມະຊາດ ທີ່ອຸດົມຮັ່ງມີ, ການປົກປັກຮັກສາປ່າໄມ້, ຊຶ່ງຄາດ ໝາຍເຮັດໃຫ້ເນື້ອ ທີ່ການປົກຫຸ້ມປ່າໄມ້ໄດ້ 65 % ໃນປີ 2015 ແລະ 70% ໃນປີ 2020. ຄຽງຄູ່ກັນນີ້ພວກເຮົາກໍໄດ້ເອົາໃຈໃສ່ໃນການປັບປຸງລະບົບຂໍ້ມູນ-ຂ່າວສານອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນ ພັດທະນາເສດຖະກິດ-ສັງຄົມ ກໍຄືການສ້າງລະບົບເຕືອນໄພພິບັດ ທີ່ເກີດຈາກນ້ຳ. ການບັນລຸເປົ້າໝາຍດັ່ງກ່າວນີ້ ຈະ ເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການສະໜອງຄວາມຕ້ອງການ ຂັ້ນພື້ນຖານຂອງປະຊາຊົນ ໃນດ້ານການສະໜອງນໍ້າໃຫ້ພຽງພໍກັບຄວາມຕ້ອງການ ແລະ ການຫຼຸດຜ່ອນ ຄວາມທຸກຍາກຂອງ ປະຊາຊົນ ເປັນກ້າວໆ, ປະກອບສ່ວນເຂົ້າໃນການບັນລຸຄາດໝາຍສີ່ບຸກທະລຸຂອງພັກ ທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.
ບັນດາທ່ານທີ່ນັບຖື ແລະ ຮັກແພງ ,
ໃນໂອກາດອັນສະຫງ່າລາສີນີ້, ໃນນາມລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ຄວາມຍ້ອງຍໍຊົມເຊີຍມາຍັງປະຊາຊົນລາວບັນດາເຜົ່າ, ຂະແໜງການ ທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ ແລະ ທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງສາກົນລວມ ທັງອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະ ບານ ແລະ ບັນດາປະເທດເພື່ອນມິດ, ໄດ້ພ້ອມກັນອອກແຮງສູ້ຊົນ, ປະສານສົມທົບ ແລະ ໃຫ້ການສະໜັບສະໜູນຮ່ວມມືໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳຮ່ວມກັນ ແນໃສ່ເຮັດ ໃຫ້ ສປປ ລາວ ເຮົາມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ, ປະຊາຊົນມີຄວາມສົມບູນພູນສຸກຕະຫຼອດໄປ.
ທ້າຍສຸດນີ້ຂ້າພະເຈົ້າຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເພີ້ມທະວີຄວາມສາມັກຄີເປັນເອກະພາບຕັ້ງໜ້າເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ, ສ້າງປະເທດ ລາວ ໃຫ້ເປັນສີຂຽວສະອາດ ແລະ ງາມຕາ, ມີສາຍນໍ້າໃສໄຫຼລິນບໍ່ຂາດປາສາຈາກມົນລະພິດ ນໍ້າໃຕ້ດິນອຸດົມຮັ່ງມີ, ເພື່ອປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບຊີວິດ ຂອງປວງຊົນ ທັງຊາດພ້ອມທັງປົກປັກຮັກສາຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງຕະຫຼອດໄປ; ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນນ້ຳໂລກ ທີ່ຕິດພັນ ກັບຂະບວນການ ຕ່າງໆຈົ່ງປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ. ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໂທລະເລກອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 58 ປີ
(21/03/2013)
ຂປລ. ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາ ຊົນ ປະຕິວັດລາວ ຄົບຮອບ 58 ປີ (22/3/1955-22/3/2013) ຊຶ່ງມີເນື້ອໃນລະອຽດດັ່ງນີ້:
ເນື່ອງໃນໂອກາດສະເຫລີມສະຫລອງ 58 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ໃນນາມພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງ ພອນໄຊອັນປະເສີດ ແລະ ໄມຕີຈິດມິດຕະພາບ ອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍສະມາຊິກພັກ ປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ແລະ ປະຊາຊົນລາວ ອ້າຍ ນ້ອງທຸກຖ້ວນໜ້າ.
ໃນຕະຫລອດ 50 ປີທີ່ຜ່ານມາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດ ລາວ, ປະຊາຊົນລາວອ້າຍນ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ການທົດ ສອບ ນາໆປະການ ຍາດໄດ້ບັນດາໄຊຊະນະທີ່ສະຫງ່າລາສີ ໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພິເສດ, ພາຍ ຫລັງ 26 ປີ ແຫ່ງການ ປະ ຕິບັດ ແນວ ທາງປ່ຽນແປງໃໝ່, ປະຊາຊົນລາວ ຍາດໄດ້ບັນດາຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ, ມີປະຫວັດສາດ, ຖານະບົດບາດ ແລະ ອິດທິພົນຊື່ສຽງຂອງ ສາທາລະນະລັດ ປະຊາທິ ປະ ໄຕ ປະຊາຊົນລາວ ນັບມື້ພົ້ນເດັ່ນ ແລະ ສູງຂຶ້ນໃນເວທີສາກົນ.
ໂດຍເປັນເພື່ອນມິດສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມ, ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ໄດ້ຕີລາຄາສູງ ແລະ ຂໍອວຍພອນຕໍ່ບັນດາຜົນສຳເລັດ ແລະ ໄຊ ຊະນະອັນໃຫຍ່ຫລວງ ທີ່ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ໃນໄລຍະທີ່ຜ່ານມາຢ່າງສຸດໃຈ ແລະ ຖືສິ່ງນີ້ເປັນແຫລ່ງປຸກລະດົມໃຈ ແລະ ທັງເປັນ ກຳລັງໃຈອັນໃຫຍ່ຫລວງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜັນວ່າ: ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະ ຊາຊົນ ປະ ຕິ ວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປະຕິບັດບັນດາມະຕິທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ວາງອອກຢ່າງມີໄຊ, ບັນລຸເປົ້າໝາຍໃນການສ້າງປະເທດລາວ ໃຫ້ກາຍເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດ ທະນາຖາວອນ ຕາມເປົ້າ ໝາຍ ສັງຄົມນິຍົມ, ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດລວມຂອງປະຊາຊາດຢູ່ໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ: ໄປພ້ອມກັບບັນດາຜົນສຳເລັດທີ່ສອງພັກ, ສອງລັດ ພວກເຮົາຍາດມາໄດ້ໃນພາລະກິດປ່ຽນແປງໃໝ່, ສາຍພົວພັນ ມິດ ຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນໃນທົ່ວທຸກຂົງເຂດ. ພິເສດ ໃນປີ 2012 ສອງຝ່າຍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງຢ່າງສະຫງ່າງາມ ”ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ” ແລະ ຜົນສຳເລັດຢ່າງຈົບງາມ ຂອງການຢ້ຽມຢາມສັນທະວະໄມຕີ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໃນເດືອນ 12/2012 ໄດ້ສ້າງບາດ ກ້າວຫັນ ປ່ຽນ ອັນສຳຄັນ ກ່ຽວກັບຄວາມຮັບຮູ້ ແລະ ໜ້າທີ່ຮັບຜິດຊອບຂອງບັນ ດາຂະແໜງການ, ຂັ້ນຕ່າງໆ ແລະ ປະຊາຊົນທຸກຊັ້ນຄົນ ໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນສາ ມັກຄີພິເສດ ຫວຽດນາມ-ລາວ.
ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ, ການຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ສຸດຈິດສຸດໃຈ ແລະ ມີປະສິດທິຜົນ ຊຶ່ງ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງໄດ້ມີຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຕະຫລອດໄລຍະຕໍ່ສູ້ປົດປ່ອຍຊາດ ກ່ອນນີ້ ກໍຄື ການປ່ຽນແປງໃໝ່, ສ້າງສາ ແລະ ປົກ ປັກຮັກສາປະເທດຊາດໃນປະຈຸບັນນີ້. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍໃຫ້ຄຳໝັ້ນສັນຍາວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ພັກ, ລັດ ແລະ ປະຊາຊົນລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ໃຫ້ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ພັດທະນາຂຶ້ນສູ່ຈຸດສູງໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ຂຽວສົດງົດງາມຕະຫລອດໄປ.
ໃນໂອກາດດຽວກັນນີ້, ສະຫາຍ ຮວ່າງ ບິ່ງ ກວັນ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ກໍໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ດຣ. ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິ ວັດລາວ ເຊັ່ນດຽວກັນ./.
ໂທລະເລກສະແດງຄວາມເສົ້າສະຫຼົດໃຈ
(21/03/2013)
ຂປລ. ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ. ລາວ ໄດ້ສົ່ງໂທລະເລກ ເຖິງພະນະທ່ານ ອັບດຸນ ຮາມິດ, ປະທານສະພາແຫ່ງຊາດ, ຜູ້ຮັກສາແທນ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການເຖິງແກ່ມໍລະນະກຳຂອງທ່ານ ໂມຮາມັດ ຊີລູ ຣາມານ, ປະທານາທິບໍດີ ສາທາ ລະ ນະລັດ ປະຊາຊົນ ບັງກະລາເທດ.
ເນື້ອໃນໂທລະເລກລະບຸວ່າ: ຂ້າພະເຈົ້າມີຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ: ພະນະທ່ານ ໂມຮາມັດ ຊີລູ ຣາມານ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 21 ມີນາ 2013.
ການຈາກໄປຂອງພະນະທ່ານ ໂມຮາມັດ ຊີລູ ຣາມານ ນັບວ່າເປັນການສູນເສຍອັນໃຫ່ຍຫຼວງຂອງລັດຖະບານ ແລະ ປະຊາຊົນ ບັງກະລາເທດ ທີ່ຕ້ອງສູນເສຍຜູ້ນຳທີ່ເຄົາລົບຮັກ ຜູ້ ທີ່ ເປັນນັກສູ້ທີ່ໂດດເດັ່ນ ແລະ ໃກ້ຊິດກັບຜູ້ກໍ່ຕັ້ງປະເທດບັງກະລາເທດ ໃນພາລະກິດເອກະລາດຂອງຊາດ. ຕາງໜ້າໃຫ້ລັດຖະບານ, ປະຊາ ຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ແລະ ຄວາມເຫັນອົກເຫັນໃຈ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ບັງກະລາເທດ ເພື່ອນມິດຕະຫຼອດຮອດຄອບຄົວ ແລະ ຍາດພີ່ນ້ອງຂອງພະນະທ່ານ ໂມຮາມັດ ຊີລູ ຣາມານ ມາໃນໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງພະນະທ່ານ ໂມຮາມັດ ຊີລູ ຣາມານ ຈົ່ງໄປສູ່ສຸຄະຕິເຖີດ./.
ສານຊົມເຊີຍ
(20/03/2013)
(ຂປລ) ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະທ່ານ ດຣ. ກຽດ ມີເຈລ, ນາຍົກລັດຖະມົນຕີ ແຫ່ງ ເກຮນາດາ ເນື່ອງໃນໂອກາດ ທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ເກຣນາດາ.
ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດ ທີ່ພະນະທ່ານໄດ້ຮັບການເລືອກຕັ້ງໃຫ້ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງເກຣນາດາ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍ ອັນອົບ ອຸ່ນ ແລະ ພອນໄຊອັນ ປະເສີດມາຍັງພະນະທ່ານ ນະໂອກາດນີ້.
ຂ້າພະເຈົ້າຫວັງວ່າ ພາຍໃຕ້ການນຳພາຂອງທ່ານ, ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະໂຫຍດລວມ ຂອງ ປະ ຊາ ຊົນ ສອງຊາດພວກເຮົາ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອການພັດທະນາ.
ໂທລະເລກຊົມເຊີຍ
(18/03/2013)
(ຂປລ): ສະຫາຍ ດຣ . ທອງລຸນ ສີສຸລິດ , ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງສະຫາຍ ຫວາງ ອີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ຊຶ່ງມີເນື້ອໃນລະບຸວ່າ:
ເນື່ອງໃນໂອກາດ ທີ່ສະຫາຍ ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຂ້າພະເຈົ້າຂໍສົ່ງຄວາມ ຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ. ການທີ່ສະຫາຍ ໄດ້ຮັບການແຕ່ງຕັ້ງໃຫ້ ດຳລົງຕຳແໜ່ງທີ່ມີຄວາມຮັບຜິດຊອບສູງນີ້ ເປັນການສະແດງເຖິງ ຄວາມໄວເນື້ອເຊື່ອໃຈ ແລະ ການຕີ ລາຄາສູງຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິຮູບ ແລະ ເປີດປະຕູສູ່ໂລກພາຍນອກເພື່ອໃຫ້ ສປ ຈີນກາຍເປັນປະເທດສັງຄົມນິຍົມ ທີ່ທັນສະໄໝ ແລະ ມັ່ງຄັ່ງເຂັ້ມແຂງ, ມີບົດບາດນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ .
ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມກັບ ສະຫາຍ ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງ ສອງຂະແໜງການຕ່າງປະເທດລາວ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດລວມແຫ່ງ ສັນຕິພາບ ແລະ ການພັດທະນາ .
ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງສະຫາຍ .
ໄລຍະດຽວກັນນີ້ ສະຫາຍ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດຜ່ານທາງໂທລະເລກເຖິງສະຫາຍ ຢາງ ເຈຍ ສື , ທີ່ປຶກສາແຫ່ງລັດແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນໂອກາດ ທີ່ສະຫາຍໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນທີ່ປຶກສາແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນຈີນ ເຊັ່ນດຽວກັນ./.
ໂທລະເລກຊົມເຊີຍນາຍົກລັດຖະມົນຕີສາທາລະນະລັດປະຊາຊົນຈີນຄົນໃໝ່
(15/03/2013)
(ຂປລ) ສະຫາຍ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງສະຫາຍ ຫລີ ເຄີຊຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ເນື່ອງໃນໂອກາດ ທີ່ ສະຫາຍ ໄດ້ຮັບ ການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຄົນໃໝ່.
ເນື້ອໃນໂທລະເລກ ລະບຸວ່າ: ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນທີ່ສຸດມມາຍັງສະຫາຍ. ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງ ແລະ ສຳຄັນຍິ່ງນີ້ເປັນການສະແດງ ໃຫ້ເຫັນເຖິງຄວາມໄວ້ວາງໃຈຂອງພັກ-ລັດ ແລະ ປະຊາຊົນຈີນ ຕໍ່ການປະກອບສ່ວນອັນໃຫ່ຍຫຼວງ ແລະ ມີຫົວຄິດປະດິດສ້າງຂອງສະຫາຍ ໃນໄລຍະທີ່ ຜ່ານມາເຂົ້າໃນພາລະກິດສ້າງສາສັງຄົມນິຍົມ ທີ່ມີເອກກະລັກຂອງຈີນ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ, ລັດຖະບານ ສປ ຈີນ ໂດຍມີສະຫາຍເປັນນາຍົກລັດຖະມົນຕີຈະສືບຕໍ່ນຳພາປະຊາຊົນຈີນ ເພື່ອຜັນຂະຫຍາຍຈິດໃຈຂອງກອງປະຊຸມໃຫ່ຍຄັ້ງທີ XVIII ຂອງ ພັກກອມມູນິດຈີນ ແນໃສ່ເຮັດໃຫ້ ສປ ຈີນ ກາຍເປັນປະເທດທີ່ນັບມື້ນັບມີຄວາມມັ່ງຄັ່ງເຂັ້ມແຂງຮອບດ້ານ ແລະ ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ສົ່ງເສີມການ ຮ່ວມ ມືເພື່ອການພັດທະນາໃນພາກພື້ນອາຊີ-ປາຊີຟິກ ແລະ ໃນໂລກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານທີ່ມີປະສິດທິຜົນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືລະຫວ່າງ ປະຊາຊົນສອງ ຊາດພວກ ເຮົາຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ອັນ ໃຫ່ຍຫຼວງ ໃນ ພາລະກິດອັນສູງສົ່ງຂອງສະຫາຍ.
ໂທລະເລກຊົມເຊີຍ
(14/03/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງສະຫາຍ ສີ ຈິນຜິງ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ຄົນໃໝ່.
ເນື້ອໃນໂທລະເລກ ລະບຸວ່າ: ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງ ຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດສະໄໝທີ XII ແຫ່ງ ສາທາລະນະລັດ ປະຊາຊົນຈີນໃຫ້ຕຳລົງຕຳແໜ່ງເປັນປະທານປະເທດ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ.
ການເລືອກຕັ້ງໃຫ້ ສະຫາຍ ດຳລົງດຳແໜ່ງອັນສູງສົ່ງນີ້ ແມ່ນເປັນການສະແດງເຖິງຄວາມໄວ້ວາງໃຈ ແລະ ຕີລາຄາສູງຂອງ ພັກ-ລັດ ແລະ ປະຊາຊົນຈີນ ຕໍ່ການປະກອບ ສ່ວນອັນໃຫ່ຍຫຼວງຂອງ ສະຫາຍ ເຂົ້າໃນພາລະກິດປະຕິຮູບ ແລະ ເປີດປະຕູສູ່ໂລກພາຍນອກ ຕາມທິດທາງຂອງພັກກອມມູນິດຈີນ ໄດ້ວາງອອກ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ຈີນທີ່ສະຫາຍເປັນແກນນຳນັ້ນ ພາລະກິດກໍ່ສ້າງສັງຄົມນິຍົມ ທີ່ມີສີສັນຂອງຈີນ ຈະສຳເລັດບັນດາເປົ້າໝາຍສູ້ຊົນໃນສັດຕະວັດໃໝ່, ເຮັດໃຫ້ສາທາລະນະລັດ ປະຊາຊົນຈີນ ກ້າວໄປສູ່ປະເທດສັງຄົມນິຍົມ ທີ່ທັນສະໄໝ ແລະ ມີບົດບາດສູງເດັ່ນຂຶ້ນ ໃນເວທີພາກ ພື້ນ ແລະ ສາກົນ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ທີ່ມີປະສິດທິຜົນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງໄດ້ຮັບການຂະຫຍາຍຕົວເລື້ອຍໆໄປ ເພື່ອພາລະກິດສັນຕິພາບ ແລະ ການພັດທະນາຢູ່ພາກພື້ນກໍຄືໃນໂລກ.
ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດອັນໃຫ່ຍຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າຂອງ ສະຫາຍ.
ໃນໂອກາດດຽວກັນນີ້, ພະນະທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງ ໂທລະເລກຊົມເຊີຍ ແລະ ພອນໄຊອັນປະເສີດ ເຖິງ ສະຫາຍ ຫຼີ ຢວນຊາວ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດ ທີ່ ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນ ຮອງປະທານປະເທດ ແຫ່ງ ສປ ຈີນ ຄົນໃໝ່ ເຊັ່ນດຽວກັນ.
ສານສະແດງຄວາມຊົມເຊີຍ
(06/03/2013)
(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ຢູນ ບິຍອງ ເຊ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ສ.ເກົາຫລີ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ສາທາລະນະລັດ ເກົາຫລີ.
ເນື້ອໃນສານຂຽນວ່າ: ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ສາທາລະນະລັດ ເກົາຫລີ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.
ຂ້າພະເຈົ້າມີຄວາມຍິນດີເປັນຢ່າງສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດທີ່ໄດ້ສືບຕໍ່ຂະຫຍາຍຕົວ ນັບແຕ່ມີການສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ ເຊິ່ງໄດ້ປະກອບສ່ວນໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ລະຫວ່າງສອງປະເທດ. ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຮ່ວມ ກັບພະນະທ່ານຢ່າງໃກ້ຊິດເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດທີ່ມີມາແລ້ວນັ້ນ ກໍຄືການພົວພັນທີ່ສະໜິດແໜ້ນ ລະຫວ່າງສອງ ກະຊວງການ ຕ່າງປະເທດພວກເຮົາ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ແລະ ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານ ປະທານປະເທດສະແດງຄວາມເສົ້າສະຫລົດໃຈຕໍ່ການເສຍຊີວິດຂອງປະທານາທິບໍດີ ຮູໂກ ຊາເວດ
(06/03/2013)
(ຂປລ): ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ນີໂກລັດ ມາດູໂຣ, ຮັກສາການປະທານາທິບໍດີ ແຫ່ງ ສາທາລະນະລັດ ເວເນ ຊູເອລາ ຕໍ່ການເສຍຊີວິດຂອງທ່ານ ຮູໂກ ຊາເວດ, ປະທານາທິບໍດີ ຫ່ງ ສາທາລະນະລັດ ເວເນຊູເອລາ.
ເນື້ອໃນໂທລເລກ ລະບຸວ່າ : ຂ້າພະເຈົ້າມີຄວາມຮູ້ສຶກເສົ້າສະຫລົດໃຈເປັນຢ່າງຍິ່ງ ເມື່ອໄດ້ຮູ້ວ່າ ທ່ານ ຮູໂກ ຊາເວດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເວນູຊູເອລາ ຜູ້ນຳທີ່ແສນ ເຄົາລົບຮັກຂອງປະຊາຊົນເວເນຊູເອລາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 05 ມີນາ 2013. ການຈາກໄປຂອງທ່ານ ຮູໂກ ຊາເວດ ດັ່ງກ່າວ ແມ່ນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດຖະບານ ກໍຄື ປະຊາຊົນເວນູຊູເອລາ ທີ່ຕ້ອງສູນເສຍຜູ້ນຳທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກ, ຜູ້ເຊິ່ງຕະຫລອດຊີວິດຂອງຕົນ ໄດ້ອຸທິດສະຕິປັນຍາ ເພື່ອພາລະກິດສ້າງສາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເພື່ອຊີວິດການເປັນຢູ່ອັນດີຂອງປະຊາຊົນເວເນຊູເອລາ, ນອກນັ້ນ, ການສູນເສຍຍດັ່ງກ່າວ ຍັງເປັນການສູນເສຍອັນໃຫຍ່ຫລວງ ເພື່ອນມິດສະຫາຍ ຂອງພັກ, ລັດຖະບານ ແລະ ປະຊາຊົນ ສປປ ລາວ.
ໃນນາມຕ່າງໜ້າໃຫ້ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມສຸດແສນເສຍດາຍ ອາໄລອາວອນ ແລະ ຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງ ແລະ ຂໍແບ່ງເບົາຄວາມທຸກໂສກໄວ້ອາໄລຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ຕະຫລອດຮອດຄອບຄົວ ແລະ ຍາດພີ່ນ້ອງຂອງທ່ານ ຮູໂກ ຊາເວດ ມານະໂອກາດນີ້ດ້ວຍ./.
ສານຊົມເຊີຍ
(05/03/2013)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະທ່ານ ຣາອູນ ກາສໂຕ ຣຸດສ໌ ( Raul Castro Ruz ) ເນື່ອງໃນ ໂອກາດທີ່ພະນະທ່ານໄດ້ຮັບການ ເລືອກຕັ້ງຄືນໃໝ່ ເປັນເລຂາທິການທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ.
ເນື້ອໃນສານຂຽນວ່າ: ໃນນາມຕາງໜ້າ ພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງຄືນໃໝ່ ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງລັດ ແລະ ສະພາລັດຖະມົນ ຕີ ແຫ່ງ ສາທາລະນະລັດ ກູບາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພະນະທ່ານ ສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ກູບາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ ແລະ ຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືເພື່ອ ການພັດທະນາສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຂໍໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ./.
ສານຊົມເຊີຍ
(01/03/2013)
(ຂປລ) : ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ເຖິງພະນະທ່ານ ນີຄອດສ໌ ອານັດ ຕາເຊຍເດັສ໌ ໃນໂອກາດທີ່ພະນະທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດ.
ເນື້ອໃນຂອງສານຊົມເຊີຍລະບຸວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ໄດ້ຮັບ ຜົນສຳເລັດອັນຍິ່ງໃຫຍ່ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ. ພ້ອມທັງຫວັງວ່າ: ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ລະຫວ່າງສອງປະເທດພວກເຮົາໃຫ້ຈະເລີນງອກງາມຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອ ການພັດທະນາ./.
ໂທລະເລກອວຍພອນວັນຊາດ
(28/02/2013)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະ ເລກ ເຖິງພະນະທ່ານ ນິໂບຈາ ຣັດມາໂນວິກ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ບອດເນຍ-ເຮັກໂກວິນາ, ພະນະທ່ານ ເຈໂກສະລາບ ບີວັນດາ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຊລັດໂກ ລາກູມຊິຈາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ບອດເນຍ-ເຮັກໂກວິນາ ເນື່ອງໃນໂອກາດວັນຊາດ ປະເທດດັ່ງກ່າວ.
ເນື້ອໃນໂທລະເລກ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ບອດເນຍ-ເຮັກໂກວິນາ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບ ອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ບອດເນຍ-ເຮັກໂກວິນາ ເພື່ອນມິດທຸກຖ້ວນໜ້າ.
ພວກຂ້າພະເຈົ້າຫວັງວ່າ: ການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບອດເນຍ-ເຮັກໂກວິນາ ຈະສືບຕໍ່ໄດ້ຮັບການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ແລະ ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ./.
ສານສະແດງຄວາມຊົມເຊີຍ
(25/02/2013)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານນາງ ປັກ ເກີນ ແຮ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ, ເນື່ອງໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສ. ເກົາຫລີ ຄົນໃໝ່.
ເນື້ອໃນສານຂຽນວ່າ: ໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ຄົນໃໝ່, ຂ້າພະເຈົ້າຂໍຖືເປັນກຽດ ສະແດງຄວາມຍິນດີ, ສົ່ງຄວາມຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ ວຽກງານອັນມີກຽດ ຂອງພະນະທ່ານ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບອັນດີທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາໃຫ້ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນ ເພື່ອສັນຕິພາບ ແລະ ການຮ່ວມມືເພື່ອພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ./.
ໂທລະເລກອວຍພອນວັນຊາດ
(25/02/2013)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສົ່ງໂທລະເລກອວຍພອນເຖິງ ສົມເດັດ ເຊອິກ ຊາບາ ອານ-ອາມັດ ອານ-ຈາເບີ ອານ-ຊາບາ, ກະສັດ ແຫ່ງ ລັດ ກູເວດ, ສົມເດັດ ເຊອິກ ຈາເບີ ອານ-ມູບາຣັກ ອານ-ຮາມັດ ອານ-ຊາບາ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ເຊອິກ ຊາບາ ກາລິດ ອານ ຮາມັດ ອານຊາບາ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ ແຫ່ງ ລັດ ກູເວດ ເນື່ອງໃນໂອກາດວັນຊາດ ຄົບ ຮອບ 52 ປີ.
ເນື້ອໃນໂທລະເລກ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງລັດ ກູເວດ ຄົບຮອບ 52 ປີ ໃນວັນທີ 25 ກຸມພາ 2013, ຕາງໜ້າໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ຜ່ານສົມເດັດໄປຍັງ ລັດຖະບານ ແລະ ປະຊາຊົນ ກູເວດ ເພື່ອນມິດ.
ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ເພື່ອ ຜົນປະໂຫຍດຮ່ວມກັນ ຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນ ໂລກ.
ອີກເທື່ອໜຶ່ງ, ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ສົມເດັດ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ພ້ອມດຽວກັນ, ຂໍໃຫ້ປະເທດ ແລະ ປະ ຊາຊົນ ແຫ່ງລັດ ກູເວດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ./.
ຜູ້ນຳປະເທດເພື່ອນມິດສືບຕໍ່ສົ່ງໂທລະເລກອວຍພອນວັນຊາດລາວ
(21/02/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນວັນຊາດ ຈາກພະນະທ່ານ ອາລີ ບອນໂກ ອອນດິມບາ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາບົງ ເນື່ອງໃນໂອກາດທີ່ ສປປ ລາວ ຈະສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2012.
ໃນໂອກາດທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະເຫຼີມສະຫຼອງວັນຊາດຂອງຕົນໃນວັນທີ 2 ທັນວາ 2012. ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ກາບົງ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ອົບອຸ່ນມາຍັງພະນະທ່ານ ໃນໂອກາດອັນພິເສດນີ້.
ໃນວັນສະຫຼອງດັ່ງກ່າວນີ້, ພວກຂ້າພະເຈົ້າຂໍຖືໂອກາດສະແດງຄວາມປາຖະໜາຂອງປະຊາຊົນກາບົງ ທີ່ຈະເຮັດວຽກເພື່ອພັດທະນາສາຍພົວພັນມິດຕະພາບ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຜູ້ນຳລີບັງອວຍພອນວັນຊາດລາວ
(21/02/2013)
(ຂປລ) ພະນະທ່ານທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກອວຍພອນວັນຊາດຈາກ ພະນະທ່ານ ນາຈິບ ມີກາຕີ, ປະທານສະພາ ນາຍົກລັດຖະມົນຕີ ລີບັງ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 37 ປີ.
ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລີບັງ ແລະ ລາວ ຈະໝັ້ນຄົງທະນົງແກ່ນໃນອານາຄົດ.
ໂທລະເລກອວຍພອນວັນຊາດ
(21/02/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ສົມເດັດ ຊູນຕານ ຮາຈິຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ສົມເດັດ ເຈົ້າຊາຍ ໂມຮາເມັດ ໂບນເກຍ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງບຣູໄນ ດາຣູຊາລາມ, ເນື່ອງໃນໂອກາດວັນຊາດ ຄົບຮອບ 29 ປີ ຂອງ ບຣູໄນ ດາຣູຊາລາມ.
ເນື້ອໃນໂທລະເລກຂຽນວ່າ: ໃນນາມປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ, ລັດຖະບານ ແລະ ປະຊາຊົນບຣູໄນ ດາຣູຊາລາມ ທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ບຣູໄນ ດາຣູຊາລາມ ຄົບຮອບ 29 ປີ.
ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບຣູໄນ ດາຣູຊາລາມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຫຼາຍປີທີ່ຜ່ານມາ ແລະ ຫວັງວ່າຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັບສົມເດັດ ເພື່ອຊຸກຍູ້ສົ່ງເສີມຮັດແໜ້ນ ສາຍພົວພັນ ແລະ ການຮ່ວມມືອັນດີທີ່ມີມາດັ່ງກ່າວໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ສົມເດັດ ຈົ່ງມີພະກະເສມສຳລານ, ພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນບຣູໄນ ໂດຍພາຍໃຕ້ພະບໍຣົມໂພທິສົມພານ ຂອງພະອົງ ຈົ່ງສືບຕໍ່ມີຄວາມວັດທະນາຖາວອນ.
ສານຊົມເຊີຍ
(20/02/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສົມເຊີຍ ເຖິງພະນະທ່ານ Rafael Correa, ປະທານາທິບໍດີ ແຫ່ງ ສ. ເອກົວດໍ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນ ປະທານາທິບໍດີ ແຫ່ງ ສ. ເອກົວດໍ.
ເນື້ອໃນສານຂຽນວ່າ: ໃນນາມລັດຖະບານລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານ ໃນໂອກາດທີ່ພະນະທ່ານໄດ້ຮັບການເລືອກ ຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ.
ຂ້າພະເຈົ້າຫວັງວ່າ ພາຍໃຕ້ການນຳພາຂອງພະນະທ່ານ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເອກົວດໍ ຈະໄດ້ຮັບການ ສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ອອຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.
ໂທລະເລກອອຍພອນ
(15/02/2013)
(ຂປລ): ບັນດາທ່ານຜູ້ນຳລາວ ປະກອບມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ທອງສິງ ທຳມະ ວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ ສົ່ງໂທລະ ເລກອອຍພອນ ເຖິງພະນະທ່ານ ທອມມິສລາບ ນິໂກລິກ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊີເບຍ, ພະນະທ່ານ ອີວິກາ ດາຊິກ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ອີວານ ເມີກິກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເຊີເບຍ ເນື່ອງໃນໂອກາດວັນ ຊາດ ປະເທດດັ່ງກ່າວ.
ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຊີເບຍ, ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າຂໍສົ່ງ ຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນເຊີເບຍ ເພື່ອນມິດທຸກຖ້ວນໜ້າ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຊີເບຍ ຈະສືບຕໍ່ໄດ້ຮັບ ການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ມີໝາກຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດ ທະນາ./.
ສານອວຍພອນວັນຊາດ
(08/02/2013)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະທ່ານ ມາມຸດ ອາມາດີເນຈາດ, ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ອິດສະລາມ ອີຣານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ .
ເນື້ອໃນສານຂຽນວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ໃນວັນທີ 11 ກຸມພາ 2013, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງສາທາ ລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອີຣານ ເພື່ອນມິດ.
ຂ້າພະເຈົ້າຫວັງຍ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ເພື່ອຜົນ ປະ ໂຫຍດຮ່ວມກັນ ຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາກໍ່ຄືເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອການພັດ ທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຖືໂອກາດນີ້ອອຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ພ້ອມດຽວກັນ, ຂໍໃຫ້ລັດຖະບານ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ.
ໃນໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ອາລີ ອັກບາ ຊາເລຮີ, ລັດຖະຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເຊັ່ນ ດຽວກັນ./.
ໂທລະເລກອວຍພອນ
(04/02/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານ ອູລິ ເມົາເຣິ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ, ເນື່ອງໃນໂອກາດທີ່ພະນະທ່ານໄດ້ຮັບການຄັດເລືອກໃຫ້ເປັນປະທານາທິບໍດີຄົນໃໝ່.
ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ວຽກງານ ອັນສູງສົ່ງຂອງທ່ານ.
ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກງານຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດຂອງພວກເຮົາ ໃຫ້ນັບມື້ ນັບກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ອັນເປັນການປະກອບສ່ວນເຂົ້າໃນພາລະກິດ ເສີມສ້າງສັນຕິພາບໃຫ້ໝັ້ນຄົງ ແລະ ການຮ່ວມມື ເພື່ອພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ຜູ້ນຳປະເທດເພື່ອນມິດສືບຕໍ່ອວຍພອນວັນຊາດລາວ
(01/02/2013)
(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບຄຳອວຍພອນຜ່ານທາງໂທລະເລກ ຈາກພະນະທ່ານ ອາລີ ອັກບາ ຊາເລຮີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເນື່ອງໃນໂອກາດວັນຊາດ ແຫ່ງ ສປ ລາວ ຄົບຮອບ 37 ປີ. ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງພະນະທ່ານ, ລັດຖະບານ ແລະ ປະເທດ ສປປ ລາວ ເນື່ອງໃນໂອກາດວັນຊາດ ຄົບຮອບ 37 ປີ. ຂ້າພະເຈົ້າຫວັງວ່າ, ດ້ວຍຄວາມຮ່ວມມື ແລະ ຄວາມພະຍາຍາມຂອງທັງສອງຝ່າຍ, ພວກເຮົາຈະສາມາດເປັນສັກຂີພິຍານ ໃຫ້ກັບການສືບຕໍ່ຂະຫຍາຍຕົວ ແລະ ຄວາມໝັ້ນຄົງຂອງການຮ່ວມມືອັນດີລະຫວ່າງສອງປະເທດ ໃນທຸກໆຂົງເຂດ ເພື່ອຜົນປະໂຫຍດຮ່ວມກັນ. ຂ້າພະເຈົ້າຂໍອອຍພອນໃຫ້ພະນະທ່ານ, ລັດຖະບານ ແລະ ປະເທດລາວຈົ່ງປະສົບຜົນສຳເລັດ ແລະ ມີຄວາມວັດທະນາຖາວອນ./.
ໂທລະເລກອວຍພອນວັນສ້າງຕັ້ງພັກ
(01/02/2013)
(ຂປລ) ພະນະທ່ານ ດຣ. ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສົ່ງໂທລະເລກອອຍພອນເຖິງ ສະຫາຍ ຮວ່າງ ບິງກວັນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 83 ປີ.
ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 83 ປີ (ວັນທີ 3/2/1930-3/2/2013), ໃນນາມຄະນະນຳ ແລະ ພະນັກງານຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍ ອ້າຍນ້ອງ ແລະ ພອນໄຊອັນປະເສີດມາຍັງສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ທຸກຖ້ວນໜ້າ.
ການກຳເນີດເກີດຂຶ້ນຂອງພັກກອມມູນິດຫວຽດນາມທີ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫ່ຍເປັນຜູ້ສ້າງຕັ້ງຝືກຝົນຫຼໍ່ຫຼອມມານັ້ນແມ່ນບາດລ້ຽວປະຫວັດສາດ ທີ່ມີຄວາມສຳຄັນຍິ່ງຂອງການປະ ຕິວັດຫວຽດນາມ, ຕະຫຼອດໄລຍະ 83 ປີ ທີ່ຜ່ານມາ, ດ້ວຍການນຳພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງສາມາດຍາດໄດ້ ໄຊຊະນະອັນຍິ່ງໃຫ່ຍໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ ອັນໄດ້ເຮັດໃຫ້ປະເທດຊາດຫວຽດນາມມີສະ ຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງເດັ່ນຊັດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມໝັ້ນຄົງ ແລະ ເຂັ້ມແຂງ, ການພົວພັນຕ່າງປະເທດໄດ້ຮັບການເປີດກ້ວາງ, ຖານະບົດບາດ ແລະ ອິດ ທິພົນຂອງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.
ພວກຂ້າພະເຈົ້າຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງ ສະຫາຍ ຮວ່າງບິ່ງກວັນ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມຫຼາຍລຸ້ນຄົນ ທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ, ກຳລັງບັນຊາປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຫວຽດນາມກໍຄືໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ລະຫວ່າງສອງຄະນະ ພົວພັນຕ່າງປະເທດຂອງສອງພັກເວົ້າສະເພາະ. ເນື່ອງໃນໂອກາດປີໃໝ່ (ເຕດ) ທີ່ຈະມາເຖິງນີ້, ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍພ້ອມດ້ວຍຄະນະ ນຳຕະຫຼອດເຖິງພະນັກງານຄະນະ ພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ພະລານາໄມສົມບູນ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດ ຂອງບັນດາສະຫາຍ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານສະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ໂທລະເລກອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ
(01/02/2013)
(ຂປລ) ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 83 ປີ.
ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 83 ປີ (ວັນທີ 3/2/1930-3/2/2013), ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດມາຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.
ການກຳເນີດເກີດຂຶ້ນຂອງພັກກອມມູນິດຫວຽດນາມ ຜູ້ນຳພາ ແລະ ຈັດຕັ້ງທຸກໄຊຊະນະຂອງການປະຕິວັດຫວຽດນາມທີ່ປະທານ ໂຮຈິມິນ ຜູ້ຍິ່ງໃຫ່ຍເປັນຜູ້ສ້າງຕັ້ງ ແລະ ຝືກຝົນຫຼໍ່ ຫຼອມມານັ້ນແມ່ນບາດລ້ຽວປະຫວັດສາດທີ່ມີຄວາມສຳຄັນຍິ່ງຂອງການປະຕິວັດຫວຽດນາມ ຕະຫຼອດໄລຍະ 83 ປີ ທີ່ຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມວິລະຊົນອ້າຍນ້ອງສາມາດຍາດໄດ້ໄຊຊະນະອັນຍິ່ງໃຫ່ຍຮອບດ້ານ ແລະ ມີຄວາມໝາຍໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາຫວຽດນາມປະເທດຊາດຫວຽດນາມຕາມທິດສັງຄົມນິຍົມໃນປະຈຸບັນ, ພິເສດແມ່ນຜົນສຳເລັດອັນໃຫ່ຍຫຼວງ ແລະ ສຳຄັນຮອບ ດ້ານໃນພາລະກິດແຫ່ງແນວທາງປ່ຽນແປງໃໝ່ທີ່ພັກໄດ້ເລີ່ມຕົ້ນມາແຕ່ປີ 1986 ເປັນຕົ້ນມາອັນໄດ້ເຮັດໃຫ້ປະເທດຊາດຫວຽດນາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງເດັ່ນຊັດ, ການປ້ອງກັນຊາດປ້ອງ ກັນຄວາມສະຫງົບມີຄວາມໝັ້ນຄົງ ແລະ ເຂັ້ມແຂງ, ການພົວພັນຕ່າງປະເທດໄດ້ຮັບການເປີດກ້ວາງ, ຖານະບົດບາດ ແລະ ມີຜົນສຳເລັດຫຼາຍປະການເຮັດໃຫ້ຖານະບົດບາດ ແລະ ອິດຖິພົນຂອງ ສາທາລະນະລັດ ສັງຄົມຍິຍົມ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.
ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫ່ຍຫຼວງດັ່ງກ່າວຂອງປະຊາຊົນຫວຽດນາມອ້າຍນ້ອງ ແລະ ຜົນສຳເລັດນັ້ນເປັນການປຸກລະດົມຈິດໃຈອັນແຮງກ້າແກ່ປະຊາຊົນລາວພວກຂ້າພະເຈົ້າ ແລະ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີສະຫາຍເລຂາທິການໃຫ່ຍ ຫງວຽນຝູ້ຈ້ອງ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດ ອັນໃໝ່ໃຫ່ຍຫຼວງກວ່າເກົ່າໃນພາລະກິດແຫ່ງການນຳເອົາປະເທດຊາດກ້າວຂຶ້ນຕາມທິດສັງຄົມນິຍົມ, ບັນລຸເປົ້າໝາຍສ້າງປະເທດຫວຽດນາມໃຫ້ກາຍເປັນປະເທດອຸດສາຫະກຳ ໂດຍ ພື້ນຖານຕາມທິດທັນສະໄໝໃນປີ 2020, ປະຕິບັດຜົນຢ່າງມີໄຊບັນດາມະຕິຂອງກອງປະຊຸມຄັ້ງທີ XI ຂອງພັກ, ບັນລຸຈຸດໝາຍເຮັດໃຫ້ປະຊາຊົນມີຊີວິດທີ່ດີຂຶ້ນ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ພວກຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າຕະຫຼອດໄລຍະທີ່ຜ່ານມາ, ມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮຈິມິນ ຜູ້ຍິ່ງໃຫ່ຍ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ພ້ອມດ້ວຍການ ນຳຮຸ່ນສືບທອດຂອງທັງສອງພັກ, ສອງປະເທດຂອງພວກເຮົາໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ຝຶກຝົນຫຼໍ່ຫຼອມ ແລະ ໄດ້ຜ່ານການທົດສອບດ້ວຍການເວລາ ແລະ ຊີວິດເລືອດ ເນື້ອຂອງນັກຮົບປະຕິວັດ ແລະ ປະຊາຊົນທັງສອງປະເທດມາເປັນເວລາຫຼາຍທົດສະວັດນັ້ນ, ປະຈຸບັນໄດ້ກາຍເປັນມໍລະດົກອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍ ຕົວ ແລະ ເປັນໜຶ່ງໃນປັດໃຈຕັດສິນໄຊຊະນະການປະຕິວັດຂອງທັງສອງຊາດ ລາວ-ຫວຽດນາມ. ພວກຂ້າພະເຈົ້າຕີລາຄາສູງການເຄື່ອນໄຫວໃນປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ປີ 2012 ເພື່ອການສະຫຼອງ 50 ປີ, ວັນສ້າງຕັ້ງສາຍພົວພັນການທູດ ແລະ 35 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດກໍຄືແລກປ່ຽນຢ້ຽມຢາມເຊີ່ງກັນ ແລະ ກັນຂອງການນຳຂັ້ນສູງ ເຊີ່ງເປັນການປະກອບສ່ວນນຳເອົາສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກ້າວຂຶ້ນສູ່ຈຸດໃໝ່ອີກບາດກ້າວໜຶ່ງ. ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍອັນສຳຄັນນີ້, ອີກເທື່ອໜຶ່ງພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການສະນັບສະໜູນອັນແຂງແຮງ, ການຊ່ວຍເຫຼືອອັນໃຫ່ຍຫຼວງ, ລ້ຳຄ່າ, ທັນການ ແລະ ມີຜົນສັກສິດແກ່ພາລະກິດປະຕິວັດຂອງປະຊາຊົນລາວຕະຫຼອດມາ. ພວກຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາສະຫາຍເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງໃນໂອກາດປີໃໝ່ (ເຕດ) ທີ່ຈະເຖິງນີ້, ຈົ່ງມີສຸຂະພາບເຂັ້ມແຂງ,ພະລານາໄມສົມບູນ, ມີຄວາມຜາສຸກຕະຫຼອດໄປ, ຍາດໄດ້ໄຊຊະນະ ແລະ ຜົນສຳເລັດອັນໃໝ່ຍິ່ງໃຫ່ຍຂຶ້ນກວ່າເກົ່າ. ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ສານອວຍພອນ
(31/01/2013)
(ຂປລ): ໃນວັນທີ 29 ມັງກອນ ຜ່ານມານີ້ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄຳອວຍພອນອັນປະເສີດ ຜ່ານທາງສານອວຍພອນ ເຖິງພະນະທ່ານ ຮູໂກ ຊາເວດສ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເວເນຊູເອລາ ຊຶ່ງມີເນື້ອຄວາມສຳຄັນ ລະບຸວ່າ:
ຂ້າພະເຈົ້າຮູ້ສຶກມີຄວາມເປັນຫ່ວງ ເປັນໄຍທີ່ສຸດ ເມື່ອໄດ້ຮັບຂ່າວການເຈັບປ່ວຍຂອງທ່ານ, ໃນນາມຕາງໜ້າໃຫ້ພັກປະຊາຊົນປະຕິວັດລາວ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ມາຍັງພະນະທ່ານ ຂໍໃຫ້ພະນະທ່ານຈົ່ງຫາຍຈາກອາການເຈັບປ່ວຍ ແລະ ຟື້ນຟູສຸຂະພາບໃຫ້ກັບຄືນສູ່ປົກກະຕິໂດຍໄວ.
ບັນດາຜູ້ນຳ ແລະ ປະຊາຊົນລາວທຸກຖ້ວນໜ້າ ຂໍຢືນຢັນເຖິງການສະໜັບສະໜູນອັນໜັກແໜ້ນ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຕໍ່ພະນະທ່ານກໍຄື ປະຊາຊົນ ເວເນຊູເອລາອ້າຍນ້ອງ ຕະຫຼອດໄປ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ: ດ້ວຍຈິດໃຈອັນເຂັ້ມແຂງຂອງພະນະທ່ານ, ພະນະທ່ານຈະສາມາດຜ່ານຜ່າອາການເຈັບປ່ວຍ ແລະ ສືບຕໍ່ນຳພາບໍລິຫານປະເທດທີ່ແສນຮັກຂອງຕົນຢ່າງ ມີໄຊຕໍ່ໄປ./.
ໂທລະເລກຊົມເຊີຍ
(29/01/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ພະນະທ່ານ ມີໂລສ ເຊແມນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ, ເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ຄົນໃໝ່.
ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດເຊັກ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຮູ້ສຶກຍິນດີເປັນຢ່າງຍິ່ງສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ, ໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ມີຜົນສຳເລັດທຸກປະການ ໃນການປະຕິບັດໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຊັກ ໃຫ້ເຂັ້ມແຂງ ແລະ ເກີດດອກອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍ່ຄືວົງຄະນາຍາດສາກົນ.
ໂທລະເລກອວຍພອນວັນຊາດ
(24/01/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານ ນາງ ຄວຽນຕິນ ບຣາຍສ໌, ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເນື່ອງໃນໂອກາດວັນຊາດ ຂອງອົດສະຕຣາລີ ຄົບຮອບ 225 ປີ.
ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດວັນຊາດ ຂອງອົດສະຕຣາລີ ຄົບຮອບ 225 ປີ,ຂ້າພະເຈົ້າຂໍຖືໂອກາດນີ້ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ກໍຄືປະຊາຊົນອົດສະຕຣາລີ.ພ້ອມດຽວກັນນີ້ຂ້າພະເຈົ້າຂໍສະແດງ ຄວາມຂອບໃຈຢ່າງຈິງໃຈທີ່ສຸດມາຍັງພະນະທ່ານ ລັດຖະ ບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ສົ່ງຄຳຊົມເຊີຍ ແລະ ພອນໄຊອັນປະເສີດໄປຍັງ ຂ້າພະເຈົ້າ, ລັດຖະບານ ແລະ ປະຊາຊົນລາວ, ເນື່ອງໃນໂອກາດວັດຊາດ ແຫ່ງ ສປປ ລາວ ຄົບຮອບ 37 ປີ.
ຂ້າພະເຈົ້າມີຄວາມປິຕິຍິນດີ ແລະ ເຫັນດີເປັນເອກະພາບກັບພະນະທ່ານວ່າ ປີ 2012 ເປັນປີທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ສຳລັບ ສປປ ລາວ ແລະ ເປັນປີມົງຄຸນສຳລັບ ການພົວພັນສອງຝ່າຍ ລະຫວ່າງສອງປະເທດ ໂດຍສະເພາະການຈັດສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ການຢ້ຽມ ຢາມ ສປປ ລາວ ຂອງພະນະທ່ານ ນາງ ຈູນເລຍ ກີລາດ, ນາຍົກລັດຖະມົນຕີຂອງອົດສະຕຣາລີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ເມື່ອເດືອນພະຈິກ ແລະ ການຢ້ຽມຢາມອົດສະຕຣາລີ ຂອງພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດລາວ ເມືອເດືອນສິງຫາເຊິ່ງໄດ້ກາຍເປັນການຮັດແໜ້ນ ແລະ ເສີມຂະຫຍາຍການ ພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດພວກເຮົາໃຫ້ນັບມື້ຂະຫຍາຍຕົວໄປເລື້ອຍໆ.
ລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນປະໄຕ ປະຊາຊົນລາວ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆຕະຫຼອດມາ, ໃນນັ້ນ ລວມທັງການສະໜັບສະໜູນ ສປປ ລາວ ເຂົ້າເປັນສະມາຊິກອົງການ ການຄ້າໂລກ ກໍຄືການປະກອບສ່ວນ ຂອງອົດສະຕຣາລີແກ່ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 9 ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມເມື່ອບໍດົນຜ່ານມານີ້.
ຂ້າພະເຈົ້າກໍມີຄວາມເຊື່ອໝັ້ນເຊັ່ນກັນວ່າ ການພົວພັນຮ່ວມມືແບບສອງຝ່າຍກໍຄືໃນເວທີສາກົນ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຂຶ້ນ ໄປເລື້ອຍໆ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ. ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ,ມີຄວາມຜາສຸກ ແລະ ຂໍໃຫ້ ປະຊາຊົນອົດສະຕຣາລີ ຈົ່ງມີແຕ່ຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງ.
ໂທລະເລກອວຍພອນວັນຊາດ
(24/01/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນວັນຊາດ ເຖິງພະນະທ່ານ ປຣານາບ ມູເຄີຈີ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ.
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບຮອບ 63 ປີ, ໃນນາມລັດຖະບານ, ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນ ນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນອິນເດຍເພື່ອນມິດທຸກທົ່ວໜ້າ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນອິນເດຍເພື່ອນມິດ ຈົ່ງມີແຕ່ຄວາມກ້າວໜ້າ ແລະ ວັດທະນາຖາວອນ.
ເມື່ອບໍ່ດົນຜ່ານມານີ້, ການຢ້ຽມຢາມອິນເດຍ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ແລະ ການຢ້ຽມຢາມ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມອາເຊັມ ຄັ້ງທີ 9 ຂອງ ທ່ານ ຊາມາລ ເຄີຣຊີດ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ອິນເດຍ ໄດ້ເປັນການເສີມສ້າງຮັດແໜ້ນສາຍພົວພັນລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບທີ່ມີມູນເຊື້ອ ອັນດີງາມ ແລະ ການຮ່ວມມືທີ່ມີບາດກ້າວໃໝ່ ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ ຈະໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເພີ່ມທະວີຍິ່ງໆຂຶ້ນເພື່ອຜົນປະໂຫຍດລວມ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.
ໂທລະເລກສະແດງຄວາມຊົມເຊີຍ
(23/01/2013)
(ຂປລ) ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍ ເຖິງ ພະນະທ່ານ ຈອນ ເຄີລີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງສະຫະລັດອາເມລິກາ ເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ຄົນໃໝ່.
ຂ້າພະເຈົ້າ ຂໍຖືເປັນກຽດ ແລະ ມີຄວາມຍິນດີເປັນຢ່າງຍິງສົ່ງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແຫ່ງສະຫະລັດອາເມລິກາ. ຂ້າພະເຈົ້າຫວັງວ່າ ສາຍພົວພັນ ແລະ ການຮ່ວມມືອັນດີທີ່ມີຢູ່ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການ ສືບຕໍ່ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດ ລວມຂອງປະຊາຊົນສອງຊາດພວກເຮົາ ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຄວາມສຳເລັດທຸກໆປະການໃນພາລະກິດອັນສູງສົ່ງຂອງພະນະທ່ານ.
ຈົດໝາຍສະແດງຄວາມຂອບໃຈ
(18/01/2013)
(ຂປລ): ແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ແຈ້ງວ່າ: ພະນະທ່ານ ຈູມມາລີ ໄຊຍະສອນ, ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍສະແດງຄວາມຂອບໃຈ ຈາກ ພະ ນະທ່ານ ກິມ ຮວງ ຊິກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫຼີ ເນື່ອງໃນໂອກາດການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 9 ຫຼື ອາເຊັມ 9.
ເນື້ອໃນຂອງຈົດໝາຍ ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສຳເລັດອັນຍິ່ງ ໃຫຍ່ ແລະ ສະຫງ່າງາມ ຂອງກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ໂດຍມີການ ກະກຽມຢ່າງຮອບຄອບ ແລະ ດຳເນີນກອງປະຊຸມອັນດີເລີດ ຂອງລັດຖະບານລາວ ພາຍໃຕ້ການນຳພາຂອງພະນະທ່ານ.
ໃນໂອກາດກອງປະຊຸມສຸດຍອດອາເຊັມຄັ້ງນີ້ ໄດ້ມີການແລກປ່ຽນຄຳຄິດ ຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ຂອງບັນດາຄູ່ຮ່ວມມືອາເຊັມ ກ່ຽວກັບການຊອກຫາວິທີທາງແກ້ໄຂ ວິກິດການທາງດ້ານເສດ ຖະກິດໂລກ. ນອກຈາກນີ້ ກອງປະຊຸມສຸດຍອດດັ່ງກ່າວ ຍັງເປັນໂອກາດອັນດີ ໃຫ້ແກ່ບັນດາຄູ່ຮ່ວມມືອາເຊັມ ໄດ້ເຂົ້າໃຈຫຼາຍກວ່າເກົ່າ ກ່ຽວກັບບັນຫາສາກົນ ແລະ ບັນຫາພາກພື້ນ, ການຮ່ວມມືທາງດ້ານວັດທະນະທຳ- ສັງຄົມ ແລະ ອະນາຄົດຂອງອາເຊັມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ຂອບການຮ່ວມມືອາເຊັມ ຈະສືບຕໍ່ກ້າວໜ້າໄປ ລື້ອຍໆ ກາຍເປັນກົນໄກແຫ່ງການປຶກສາຫາລື ລະຫວ່າງ ອາຊີ ແລະ ເອີຣົບ ໂດຍສານຕໍ່ຜົນສຳເລັດ ຂອງກອງ ປະຊຸມສຸດຍອດອາເຊັມ ທີ່ນະຄອນຫຼວງວຽງຈັນ.
ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ໃນຄັ້ງນີ້. ຂໍສະແດງ ຄວາມຂອບໃຈເປັນຢ່າງສູງ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ມີໄມ ຕີຈິດ ມິດ ຕະພາບ ຕໍ່ຄະນະຜູ້ແທນ ສ.ເກົາ ຫຼີ. ຂໍອວຍພອນອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ຂໍໃຫ້ ສປປ ລາວ ຈົ່ງປະສົບ ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.
ສ່ວນເນື້ອໃນຈົດໝາຍຂອບໃຈ ທີ່ພະນະທ່ານ ກິມ ຮວງ ຊິກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫຼີ ສົ່ງເຖິງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂຽນວ່າ: ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ພົບປະກັບພະນະທ່ານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ເຊິ່ງເປັນເວລາ 4 ເດືອນ ຫຼັງຈາກ ທີ່ ພວກເຮົາພົບກັນ ທີ່ນະຄອນ ຫຼວງເຊອຸນ ໃນເດືອນກໍລະກົດຜ່ານມາ. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ຕໍ່ຜົນສຳເລັດອັນ ຍິ່ງໃຫ່ຍ ຂອງການ ເປັນ ເຈົ້າພາບ ຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9. ດ້ວຍການເປັນປະທານທີ່ສະຫຼຽວສະຫຼາດ ຂອງພະນະທ່ານ ຈຶ່ງໄດ້ນຳເອົາຜົນສຳເລັດມາສູ່ກອງປະຊຸມສຸດຍອດໃນຄັ້ງນີ້ ເຊິ່ງຖື ວ່າ ເປັນກອງປະຊຸມທີ່ໃຫ່ຍທີ່ສຸດ ໃນປະຫວັດສາດຂອງອາເຊັມ, ຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດຄັ້ງນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ: ຂອບການຮ່ວມມືອາເຊັມ ຈະບັນລຸຄວາມ ກ້າວ ໜ້າທີ່ຍິ່ງໃຫ່ຍກວ່າເກົ່າໃນອະນາຄົດ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ: ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຈະຍິ່ງເພີ່ມທະວີ ແລະ ຂະຫຍາຍຕົວ ໄປສູ່ ທຸກໆ ດ້ານ ໃນ ອານາຄົດ./.
ຈົດໝາຍສະແດງຄວາມຂອບໃຈ
(14/01/2013)
(ຂປລ) ຜູ້ນຳປະເທດເພື່ອນມິດສົ່ງຈົດໝາຍອອຍພອນເນື່ອງໃນໂອກາດການເປັນເຈົ້າພາບຈັດ ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9. ໂດຍພະນະທ່ານ ຈາໂນສ໌ ມາໂຕນີ້ ລັດຖະມົນຕີ ວ່າການກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ຮົງກາລີ ເຖິງ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ.
ເນື້ອໃນຈົດໝາຍຂຽນວ່າ: ໂດຍຕາງໜ້າໃຫ້ລັດຖະບານ ຮົງກາລີ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງພະນະທ່ານ ແລະ ລັດຖະບານ ແຫ່ງ ສປປ ລາວ ຕໍ່ຜົນສຳເລັດໃນການເປັນ ເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ ໃນວັນທີ 5-6 ພະຈິກຜ່ານມານີ້. ຂ້າພະເຈົ້າ ໃຫ້ຄວາມເຊື່ອໝັ້ນຕໍ່ພະນະທ່ານວ່າ: ຄວາມມານະບຸກບືນ ອັນໃຫ່ຍຫຼວງໄດ້ນຳມາສູ່ໝາກຜົນອັນຈົບງາມຂອງ ກອງປະຊຸມດັ່ງກ່າວ. ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ສຸດຕໍ່ການດຳເນີນລາຍການທີ່ຮຽບຮ້ອຍດີຂອງກອງປະຊຸມ ແລະ ຄວາມມີ ຄວາມຮັບຜິດຊອບສູງຂອງບັນດາພະນັກງານ. ພວກຂ້າພະເຈົ້າ ຂໍຄວາມກາລຸນາມາຍັງພະນະທ່ານຊ່ວຍສົ່ງຄວາມຂອບໃຈຢ່າງຈິງໃຈ ຂອງພວກຂ້າພະເຈົ້າໄປຍັງບັນດາພະນັກງານທັງໝົດ ທີ່ໄດ້ ສຸມໃສ່ທຸກສະຕິປັນຍາຢ່າງບໍຮູ້ອິດເມື່ອຍຂອງພວກເຂົາເຈົ້າປະກອບສ່ວນເຮັດໃຫ້ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ກາຍເປັນເຫດການ ໜຶ່ງທີ່ມີ ຄວາມໝາຍ ສຳຄັນ.
ຮົງກາລີ, ໃນຖານະເປັນເຈົ້າພາບກອງປະຊຸມລັດຖະມົນຕີຕ່າງປະເທດອາເຊັມ ທີ່ ໂກໂດລ໌ໂລ ໃນເດືອນມີນາ 2011 ຜ່ານມານີ້. ພວກຂ້າພະເຈົ້າ ຮູ້ສຶກປິຕິຍິນດີທີ່ໄດ້ເຮັດວຽກ ຮ່ວມ ກັບພະນະທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ແຫ່ງ ສປປ ລາວ ກ່ຽວກັບຖະແຫຼງການວຽງຈັນ ແລະ ຄຳຖະແຫຼງຂອງປະທານ ເຊີ່ງໄດ້ຖືກຮັບຮອງເອົາ ແລ້ວໃນກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຮູ້ວ່າກອງປະຊຸມທີ່ ໂກໂດລ໌ໂລ ໄດ້ເປັນບ່ອນອີງທີ່ດີອັນ ໜຶ່ງທີ່ພາໃຫ້ເອກະສານສຳຄັນດັ່ງກ່າວໄດ້ຖືກຮັບຮອງເອົາທີ່ນະຄອນຫຼວງວຽງຈັນ. ການຮ່ວມມື ລາວ-ຮົງກາລີ ຄັ້ງນີ້ ໄດ້ລວມເອົາການສົ່ງເສີມຂໍ້ສະເໜີຂອງການຮ່ວມມືອາເຊັມວ່າດ້ວຍ ການພັດທະນາ ແລະ ຍືນຍົງ ໂດຍສະເພາະແມ່ນເລື່ອງກ່ຽວກັບ ນ້ຳໃຈທີ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງສາຍພົວພັນມິດຕະພາບ ແລະ ຄວາມຈິງໃຈທີ່ມີລະຫວ່າງສອງຊາດພວກ ເຮົາ. ການຮ່ວມມືຂອງພວກເຮົາ ໃນຂອບອາເຊັມໄດ້ປະກອບສ່ວນເພີມທະວີຕໍ່ຜົນສຳເລັດຂອງການຮ່ວມມືສອງຝ່າຍ ຂອງພວກເຮົານັບຕັ້ງແຕ່ປະເທດຂອງພວກເຮົາມີສາຍພົວພັນການ ທູດນຳກັນໃນປີ 1962 ແລະ ຮົງກາລີ ໄດ້ຕີລາຄາສູງເຖິງຜົນສຳເລັດຂອງການຮ່ວມມືດັ່ງກ່າວ. ການສືບຕໍ່ສົ່ງເສີມການຮັດແໜ້ນການຮ່ວມມືຂອງພວກເຮົາກັບບັນດາປະເທດທີ່ນອນ ໃນອາຊີຕາເວັນອອກສ່ຽງໃຕ້ແມ່ນພາກສ່ວນໜຶ່ງຂອງແນວທາງນະໂຍບາຍການຕ່າງປະເທດ ຂອງພວກເຮົາ.
ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພະນະທ່ານອີກເທື່ອໜຶ່ງຕໍ່ຜົນສຳເລັດຂອງກອງປະຊຸມ ສຸດຍອດ ແລະ ຂໍສະແດງຄວາມຮູ້ບຸນຄຸນມາຍັງພະນະທ່ານ ຕໍ່ການຮັບຕ້ອນອັນດີເລີດ, ຂ້າພະເຈົ້າ ຂໍສະແດງຄວາມຫວັງເປັນຢ່າງຍິງວ່າຄວາມພະຍາຍາມຮ່ວມມືກັນ ຂອງພວກເຮົາຈະສືບຕໍ່ສົ່ງເສີມການພົວພັນລະຫວ່າງສອງປະເທດພວກເຮົາ ແລະ ການຈັດຕັ້ງປະຕິບັດຂໍ້ ຕົກລົງໃນຖະແຫຼງການວຽງຈັນຈະນຳເອົາຜົນປະ ໂຫຍດຮ່ວມກັນມາສູ່ບັນດາປະເທດຊາດໃນພາກພື້ນອາຊີ ແລະ ເອີຣົບ.
ຈົດໝາຍຊົມເຊີຍຜົນສຳເລັດກອງປະຊຸມສຸດຍອດອາເຊັມ
(14/01/2013)
(ຂປລ) ຜູ້ນຳປະເທດເພື່ອນມິດສົ່ງຈົດໝາຍຊົມເຊີຍ ເນື່ອງໃນໂອກາດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ໂດຍພະນະທ່ານ ຊາອິດ ເອັມ ຈີ ເກຍນີ, ເອກອັກ ຄະລັດຖະທູດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ເຖິງພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ເນື້ອໃນຈົດໝາຍຂຽນວ່າ: ຂ້າພະເຈົ້າມີຄວາມຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນທີ່ສຸດ ຕໍ່ການເຮັດວຽກເປັນໝູ່ຄະນະທີ່ດີເລີດຂອງພະນັກງານກະຊວງການຕ່າງປະເທດພາຍໃຕ້ການນຳພາ ທີ່ຊຳນິຊຳນານ ຂອງພະນະທ່ານເຊິ່ງໄດ້ຮັບປະກັນໃຫ້ແກ່ການຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ໄດ້ຮັບຜົນສຳເລັດຢ່າງຈົບງາມ. ຜົນສຳເລັດດັ່ງກ່າວນີ້ ໄດ້ນຳເອົາຄວາມພາກພູມ ໃຈໃຫ້ແກ່ປະຊາຊົນຂອງພະນະທ່ານ.
ຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງ ພະນະ ທ່ານ ນາຍົກລັດຖະມົນຕີ ແລະ ຂໍອອຍພອນໃຫ້ພະນະທ່ານ ແລະ ປະຊາຊົນຂອງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດຫໃນໜ້າທີ່ການງານໃນທຸກໆປະການ.
ຈົດໝາຍສະແດງຄວາມຂອບໃຈ
(11/01/2013)
(ຂປລ):ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍສະແດງຄວາມຂອບໃຈ ຈາກພະນະທ່ານ ເຈັນສ໌ ສະໂຕລ໌ເທັນເບີກ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກນອກແວ.
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງພະນະທ່ານຕໍ່ຜົນສຳເລັດຊອງກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນ ໃນວັນທີ 5-6 ພະຈິກ 2012. ພ້ອມນີ້ຂ້າ ພະເຈົ້າກໍຂໍຂອບໃຈມາຍັງພະນະທ່ານ ທີ່ໄດ້ໃຫ້ການຕ້ອນຮັບໂອບເອື້ອອາລີແກ່ຂ້າພະເຈົ້າພ້ອມດ້ວຍຄະນະ ໂດຍສະເພາະຂ້າພະເຈົ້າໃຫ້ຄວາມສຳຄັນແກ່ພິທີ ຮັບສະມາຊິກໃໝ່ຂອງ ອາເຊັມ ຊຶ່ງໃນໂອກາດດັ່ງກ່າວ ນອກແວໄດ້ຖືກຮັບເຂົ້າເປັນສະມາຊິກໃໝ່ຂອງອາເຊັມຢ່າງທາງການ ຂ້າພະເຈົ້າຂໍຊົມເຊີຍຢ່າງສູງຕໍ່ການກະກຽມພິທີດັ່ງກ່າວ ແລະ ການສະໜັບ ສະໜູນຂອງພະນະທ່ານ ໃຫ້ນອກແວເຂົ້າຮ່ວມອາເຊັມ. ຫໍປະຊຸມແຫ່ງຊາດຫລັງໃໝ່ ແລະ ໜ້າປະທັບໃຈ ໄດ້ເປັນສະຖານທີ່ດີເລີດໃຫ້ແກ່ ການຈັດກອງປະຊຸມສຸດຍອດອາເຊັມ. ການປຶກສາຫາລືຂອງພວກເຮົາໃນພາກກອງປະຊຸມຄົບຄະນະ ແມ່ນເຕັມໄປດ້ວຍ ເນື້ອໃນທີ່ສຳຄັນ ແລະ ສະແດງໃຫ້ເຫັນວ່າອາເຊັມ ນອກຈາກເປັນເວທີປະຊຸມທີ່ ເປັນເອກະ ລັກແລ້ວ, ຍັງເປັນເວທີ ສຳຄັນອັນໜຶ່ງ ສຳລັບການປຶກສາຫາລືດ້ານເມືອງການ ແລະ ການຮ່ວມມື.
ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນສອງຝາ່ຍທີ່ດີເລີດ ທີ່ມີລະຫວ່າງສອງຊາດພວກເຮົາ ແລະ ຫວັງວ່າ ພວກເຮົາຈະສືບຕໍ່ຮ່ວມກັນຕື່ມອີກໃນອະນາຄົດ.
ຈົດໝາຍສະແດງຄວາມຂອບໃຈຈາກປະເທດນິວຊີແລນ
(11/01/2013)
(ຂປລ) ແຫຼ່ງຂ່າວຈາກກະຊວງຕ່າງປະເທດ ຜູ້ນຳປະເທດເພື່ອນມິດສົ່ງຈົດໝາຍອອຍພອນ ໂດຍພະນະທ່ານ ເມີເຣ ແມັກຄູລ໌ລີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ປະເທດ ນິວຊີແລນ ເຖິງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເນື້ອໃນຈົດໝາຍຂຽນວ່າ: ຂ້າພະເຈົ້າຂໍຂອບໃຈເປັນຢ່າງຍິງຕໍ່ການກະກຽມ ແລະ ຕ້ອນຮັບຢ່າງດີເລີດໃນໄລຍະກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ຜົນສຳເລັດຂອງກອງປະຊຸມ ແລະ ການກະກຽມທີດີເລີດໃນການຈັດຫາສິ່ງອຳນວຍຄວາມສະດວກຕ່າງໆ ເປັນການຍົກສູງຖານະບົດບາດຂອງລັດຖະບານ ແລະ ປະ ຊາຊົນ ແຫ່ງ ສປປ ລາວ.
ລັດຖະບານຂອງທ່ານ ແລະ ປະຊາຊົນ ແຫ່ງ ສປປ ລາວ ຄວນຕ້ອງຮູ້ສຶກພາກພູມໃຈ ຕໍ່ຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ, ເຊິ່ງເປັນສິ່ງທີ່ທ້າທາຍສຳລັບ ທຸກໆສະມາຊິກອາເຊັມ ທີ່ເປັນເຈົ້າພາບ. ຂ້າພະເຈົ້າມີຄວາມເພິ່ງພໍໃຈຫຼາຍເປັນພິເສດທີ່ໄດ້ມີໂອກາດສຳຜັດກັບວັດທະນະທຳອັນດີງາມທີ່ສຸດ ຂອງ ສປປ ລາວ. ກອງປະຊຸມສຸດ ຍອດອາເຊັມ ຄັ້ງທີ 9 ຈະປະກອບສ່ວນຢ່າງແຂງແຮງ ແລະ ມີຜົນດີສຳລັບອະນາຄົດຂອງອາເຊັມ ແລະ ການຮ່ວມມືລະຫວ່າງ ອາຊີ ແລະ ເອີຣົບໃນອະນາຄົດ. ປະເທດນິວຊີແລນ ມີຄວາມຍິນດີທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ,ກໍຄືກອງ ປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ-ເອີຣົບ ຄັ້ງທີ 7 ແລະ ພວກເຮົາຈະສືບຕໍ່ຄວາມສຳ ຄັນດັ່ງກ່າວ. ການເປັນປະທານຂອງພະນະທ່ານ ຍັງໄດ້ສ້າງໂອກາດສຳຄັນໃນການເສີມຂະຫຍາຍການຮ່ວມມືສອງຝ່າຍໃຫ້ນັບມື້ນັບກ້າວໜ້າຂຶ້ນ.
ໃນນາມສ່ວນຕົວຂ້າພະເຈົ້າ ມີຄວາມປະທັບໃຈຫຼາຍທີ່ສຸດຕໍ່ການປະກອບສ່ວນຂອງເຈົ້າໜ້າທີ່ຝ່າຍລາວທີ່ມີຕໍ່ຂ້າພະເຈົ້າໃນໄລຍະຢ້ຽມຢາມ ສປປ ລາວ ຂອງຂ້າພະເຈົ້າ, ເວົ້າສະເພາະ ບັນດາເຈົ້າໜ້າທີ່ປະສານງານ (L.O) ຂອງຄະນະຂ້າພະເຈົ້າ. ພວກເຂົາເຈົ້າມີຄວາມສາມາດສູງ ມີຄວາມຮັບຜິດຊອບຕໍ່ໜ້າທີ ແລະ ມີມະນຸດສຳພັນທີ່ດີ, ກໍຄືບັນດາລັດຖະກອນ ລາວຜູ້ອຶ່ນໆ ທີ່ຂ້າພະເຈົ້າໄດ້ມີໂອກາດພົບປະທັກທາຍ ໃນໄລຍະທີ່ຂ້າພະເຈົ້າພຳນັກ ຢູ່ທີ່ນະຄອນຫຼວງວຽງຈັນ. ພະນະທ່ານຈົ່ງພາກພູມໃຈໃນການປະຕິບັດໜ້າທີ່ຂອງທຸກໆຄົນ ທີ່ມີສ່ວນຮ່ວມໃນການເປັນເຈົ້າພາບໃນຄັ້ງນີ້. ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ຂອງ ສປປ ລາວ ໃນຄັ້ງນີ້ ຖືວ່າເປັນຕົວແບບອັນດີໃຫ້ແກ່ປະເທດຄູ່ຮ່ວມ ມືອາເຊັມອື່ນໆ.
ຈົດໝາຍສະແດງຄວາມຂອບໃຈຈາກປະເທດຝຣັ່ງ
(11/01/2013)
(ຂປລ):ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍສະແດງ ຄວາມຂອບໃຈ ຈາກພະນະທ່ານ ຝຣັງຊົວ ໂຮນລັງ, ປະທານາທິບໍດີ ແຫ່ງ ສາທາລະນະລັດຝຣັ່ງ ທີ່ ສປປ ລາວ ໄດ້ຮັບຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມອາເຊັມ ຄັ້ງທີ 9 ຜ່ານມາ. ຂ້າພະເຈົ້າຂໍສະແດງຄວາມຂອບ ໃຈ ອັນສູງສົ່ງມາຍັງພະນະ ທ່ານ, ສຳລັບການຕ້ອນຮັບການເດີນທາງມາຢ້ຽມຢາມລາວຂອງຂ້າພະເຂົ້າໃນວັນທີ 5 ພະຈິກ 2012 ແລະ ໃນຄັ້ງນີ້. ຂ້າພະເຈົ້າຮູ້ສືກເປັນກຽດ ແລະ ຂໍຊົມເຊີມເປັນຢ່າງຍິ່ງຕໍ່ຜົນ ສຳເລັດອັນງົດງາມທີ່ປະ ເທດຂອງທ່ານ ໄດ້ ຈັດຕັ້ງກອງ ປະຊຸມສຸດຍອດຂອງປະມຸກລັດ ແລະ ຫົວໜ້າລັດຖະບານອາເຊັມ.
ໃນໂອກາດທີ່ໄດ້ພົບປະກັບພະນະທ່ານນັ້ນ ທັງສອງຝ່າຍໄດ້ຢືນຍັນເຖິງສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດພວກເຮົາ ແລະ ໄດ້ພ້ອມກັນຈະສືບຕໍ່ເສີມຂະຫຍາຍໄປອີກໃນອະນາຄົດ. ຈິ່ງຂໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ຄືດັ່ງຂ້າພະເຈົ້າໄດ້ກ້າວຢືນຢັນນຳພະນະທ່ານໄວ້ແລ້ວວ່າປະ ເທດຝຣັ່ງຫວັງຈະ ຮ່ວມມືກັບປະເທດລາວ ເພື່ອການພັດທະນາໃນທຸກຂົດເຂດເຊັ່ນ: ການເມືອງ, ເສດຖະກິດສັງຄົມ-ວັດ. ທະນະທຳ. ຂ້າພະເຈົ້າຫວັງວ່າພວກເຮົາຈະສືບຕໍ່ແລກປ່ຽນການຮ່ວມມື ໃນດ້ານຕ່າງໆທີ່ເປັນຜົນປະໂຫຍດຮ່ວມກັນ ການແລກປ່ຽນທາງດ້ານການຄ້າຕ້ອງໄດ້ຮັບການເສີມຂະຫຍາຍອີກ ພວກເຮົາຕ້ອງມືກັນເພື່ອເຮັດໃຫ້ສະພາບ ການລົງທຶນ ຂອງນັກລົງທຶນ ຝຣັ່ງຢູ່ລາວມີຄວາມປອດໄພ ແລະ ໝັ້ນຄົງ.
ຂ້າພະເຈົ້າສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງພະນະທ່ານ ຈົ່ງຊ່ວຍຕິດຕາມເອກະສານ 13 ສະບັບ ຂອງຄອບຄົວຊາວຝຣັ່ງ ທີ່ຂໍເດັກນ້ອຍລາວໄປເປັນລູກລ້ຽງຂອງເຂົາເຈົ້າ ຊຶ່ງ ເອກະສານນີ້ໄດ້ຖືກໂຈະພິຈາລະນາ ຊົ່ວຄາວ ພາຍຫລັງທີ່ໄດ້ມີຄຳສັ່ງຂອງທາງການລາວແຕ່ວັນທີ 1 ມັງກອນ 2012 ເປັນຕົ້ນມາ ຂ້າພະເຈົ້າກໍໄດ້ພົບປະ ກັບຄອບຄົວເຫລົ່ານີ້ແລ້ວ ຕອນທີ່ໄດ້ມາຢ້ຽມຢາມລາວຜ່ານມາ ແລະ ເຫັນວ່າພວກຂ້າພະເຈົ້າຕົກ ຢູ່ໃນກໍ ລະນີ ລໍຖ້າ ໄປກ່ອນ ແລະ ພົບຄວາມຫຍຸ້ງຍາກຫລາຍ. ໂດຍອີງໃສ່ການເຄົາລົບຄຳສັ່ງ ທີ່ປະກາດອອກມາ ແລະ ຜົນປະໂຫຍດ ຂອງເດັກນ້ອຍ, ຂ້າພະເຈົ້າຈິ່ງຫວັງວ່າພະນະທ່ານຄົງຈະຊ່ວຍຕິດຕາມ ເພື່ອຫາທາງແກ້ໄຂເອກະສານຂອງຄອບ ຄົວຝຣັ່ງເຫລົ່ານີ້ດ້ວຍ. ຂ້າພະເຈົ້າຂໍຢືນຢັນອີກວ່າ ປະເທດຝຣັ່ງຈະສະໜັບສະໜູນໃກ້ຊິດກັບ ສປປ ລາວ ໃນການ ສ້າງເງື່ອນໄຂຕ່າງໆກ່ຽວກັບການຂໍເດັກນ້ອຍລາວເປັນລູກລ້ຽງຄົນຕ່າງປະເທດ.
ຈົດໝາຍສະແດງຄວາມຂອບໃຈ ຈາກນາຍົກລັດຖະມົນຕີ ອົດສະຕາລີ
(11/01/2013)
(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສ.ປ.ປ. ລາວ ໄດ້ຮັບຈົດໝາຍສະແດງຄວາມຂອບໃຈຈາກ ພະນະທ່ານ ຈູເລຍ ກີລ໌ລາດ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ອົດສະຕາລີ ພາຍຫລັງທີ່ໄດ້ມາຢ້ຽມຢາມ ສ.ປ.ປ. ລາວ ແລະ ເຂົ້າຮ່ວມກອງປະຊຸມອຸດຍອດອາຊີ-ເອີຣົບ ຄັ້ງທີ 9 ທີ່ ສ.ປ.ປ. ລາວ ເປັນເຈົ້າພາບ ຊຶ່ງເນື້ອໃນ ຈົດໝາຍໄດ້ລະບຸດັ່ງນີ້:
ຂ້າພະເຈົ້າ ຂໍຂອບໃຈເປັນຢ່າງຍິ່ງຕໍ່ການຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ການຫ້າງຫາກະກຽມຈັດກອງປະຊຸມຄັ້ງນີ້ ເຫັນວ່າໄດ້ຢ່າງດີເລີດ ແລະ ພວກຂ້າພະເຈົ້າ ຂໍສະແດງ ຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງພະນະທ່ານ ແລະ ລັດຖະບານ ແຫ່ງ ສ.ປ.ປ. ລາວ ຕໍ່ການຕ້ອນຮັບອັນອົບອຸ່ນ, ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນພິເສດ ທີ່ໄດ້ມາຢ້ຽມຢາມ ສ.ປ.ປ. ລາວ ຊຶ່ງເປັນປີຄົບຮອບ 60 ປີ ແຫ່ງ ສາຍພົວພັນການທູດສອງຊາດ, ຂໍຂອບໃຈມາຍັງພະນະທ່ານ ທີ່ສະຫລະເວລາອັນມີຄ່າເພື່ອພົບປະໂອ້ລົມສອງຝ່າຍ, ພວກຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ການພົວພັນຈະເສີມຂະຫຍາຍບົຍພື້ນຖານສາຍພົວພັນການທູດ 60 ປີ ຂອງສອງຊາດພວກເຮົາ ໂດຍສະເພາະຮັດແໜ້ນສາຍພົວພັນທາງດ້ານເສດຖະກິດ ໃຫ້ມີ ຄວາມຫລາກຫລາຍຍິ່ງຂຶ້ນ.
ດັ່ງທີ່ປະກາດຢູ່ໃນເອກະສານໜ້າປົກຂາວຂອງລັດຖະບານ ອົດສະຕາລີ ໃນຫົວຂໍ້ “ອົດສະຕາລີ ໃນສະຕະວັດແຫ່ງອາຊີ” ວ່າພວກຂ້າພະເຈົ້າ ມີຈຸດປະສົງທີ່ຈະຮັດແໜ້ນສາຍພົວ ພັນທີ່ເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ ຂອງອົດສະຕາລີ ກັບບັນດາປະເທດໃນພາກພື້ນ ໃນທຸກລະດັບ. ສາຍພົວພັນເຫລົ່ານີ້ ມີການພົວພັນທາງດ້ານສັງຄົມ ແລະ ວັດທະນະທຳ ກໍຄືດ້ານການເມືອງ ແລະ ເສດຖະກິດ.
ອີກເທື່ອໜຶ່ງ, ຂໍຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມສຸຍຍອດອາເຊັມ ຄັ້ງທີ 9, ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນຫລາຍ ໃນການຢ້ຽມຢາມປະເທດທີ່ສວຍງາມຂອງພະນະ ທ່ານ./.
ທ່ານນາຍົກລັດຖະມົນຕີ ຮັບຈົດໝາຍ ສະແດງຄວາມຂອບໃຈ ຈາກນາຍົກລັດຖະມົນຕີ ໄທ
(11/01/2013)
(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສ.ປ.ປ. ລາວ ໄດ້ຮັບຈົດໝາຍສະແດງຄວາມຂອບໃຈ ຈາກພະນະທ່ານ ນາງ ຍິ່ງລັກ ຊິນນະວັດ, ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ຮັບຄຳເຊີນ ເພື່ອມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ໃນວັນທີ 5-6 ພະຈິກ 2012 ຜ່ານມາ ທີ່ນະຄອນຫລວງວຽງຈັນ ຊຶ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ມາຍັງພະນະທ່ານ ແລະ ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຜົນສຳເລັດຢ່າງຈົບງາມ ໃນການຈັດກອງປະຊຸມ ດັ່ງກ່າວ ແລະ ຂໍຂອບໃຈພະນະທ່ານ ເປັນຢ່າງຍິ່ງສຳລັບການຕ້ອນຮັບ ແລະ ການເບິ່ງແຍງຂ້າພະເຈົ້າ ແລະ ຜູ້ແທນໄທ ຢ່າງອົບອຸ່ນ ຊຶ່ງໝາກຜົນສຳຄັນ ຂອງການຈັດກອງປະຊຸມ ອາເຊັມ 9 ໃນຄັ້ງນີ້ ປະກົດຈາກການປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ລະຫວ່າງ ຜູ້ນຳປະເທດອາຊີ-ເອີຣົບ ທີ່ເປັນໄປຢ່າງສ້າງສັນ ພາຍໃຕ້ການນຳພາຂອງ ພະນະທ່ານ ໂດຍ ບັນດາຜູ້ນຳໄດ້ໃຫ້ຄວາມສຳຄັນເຖິງປະເດັນຄວາມທ້າທາຍຕ່າງໆ ໃນໂລກປະຈຸບັນ ແລະ ພ້ອມໃຈກັນສຸມໃສ່ຊອກຫາ ແລະ ຮັດແໜ້ນການຮ່ວມມືໃຫ້ໃກ້ຊິດກັນຫລາຍຂຶ້ນ ຈາກການຮັບສະມາຊິກໃໝ່ 3 ປະເທດ ຊຶ່ງຂ້າ ພະເຈົ້າເຊື່ອວ່າ: ຈະຊ່ວຍເສີມສ້າງສາຍພົວພັນໃນການຮ່ວມມື ແລະ ຄວາມເຂັ້ມແຂງຂອງອາເຊັມ ໃຫ້ແໜ້ນແຟ້ນ ແລະ ຫລວງ ຫລາຍຂຶ້ນ ໄປຄຽງຄູ່ກັບການສົ່ງເສີມສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ລະຫວ່າງ ສອງພາກພື້ນ ອາຊີ ແລະ ເອີຣົບ ໃນຖານະມິດ ແລະ ຮຸ້ນສ່ວນທີ່ເທົ່າທຽມກັນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ເນັ້ນຄືນຄວາມມຸ້ງໝາຍ ແລະ ຄວາມຕັ້ງໃຈ ທີ່ຈະເຮັດວຽກງານຢ່າງໃກ້ຊິດກັບພະນະທ່ານ ເພື່ອເສີມສ້າງສາຍພົວພັນອັນດີ ລະຫວ່າງ ຣາຊະອານາຈັກໄທ ແລະ ສ.ປ.ປ. ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໄປ ເພື່ອຜົນປະໂຫຍດຂອງທັງສອງປະເທດ ແລະ ປະຊາຊົນຂອງປະເທດທັງສອງຢ່າງໝັ້ນຍືນຕະ ຫລອດໄປ./.
ຈົດໝາຍສະແດງຄວາມຂອບໃຈຈາກລັດຖະບານຍີ່ປຸ່ນ
(11/01/2013)
(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແລະ ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍສະແດງຄວາມຂອບໃຈ ຈາກພະນະທ່ານ ໂຢຊິຮິໂກະ ໂນດະ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.
ເນື້ອໃນຈົດໝາຍໄດ້ລະບຸວ່າ:ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພະນະທ່ານ, ລັດຖະບານ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນສຳລັບການ ມາຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້. ຂ້າພະເຈົ້າຮູ້ສືກເປັນກຽດ ແລະ ຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດຢ້ຽມຢາມລາວ ໃນຖານະນາຍົກລັດຖະມົນຕີໃນຮອບ 8 ປີ. ດັ່ງທີ່ຂ້າພະເຈົ້າ ໄດ້ກ່າວໃນການພົບປະສອງຝ່າຍກັບພະນະທ່ານ, ໃນການຢ້ຽມຢາມຄັ້ງນີ້ເຮັດໃຫ້ຂ້າພະເຈົ້າມີຄວາມສົນໃຈຕໍ່ ສປປ ລາວ ຫລາຍຂຶ້ນ. ກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ທີ່ລັດຖະ ບານລາວໃຫ້ກຽດເປັນເຈົ້າພາບແມ່ນໂອກາດອັນສະຫງ່າລາສີ ຂອງສອງທະວີບອາຊີ-ເອີຣົບ ໄດ້ພິຈາລະນາບັນຫາສາກົນທີ່ສອງທະວີບມີຄວາມສົນໃຈຢ່າງກົງໄປກົງມາ, ເພີ່ມທະວີ ຄວາມເຂົ້າໃຈ ແລະ ຄວາມສາມັກຄີເຊິ່ງກັນ ແລະ ກັນ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມຄັ້ງນີ້ອີກດ້ວຍ. ໃນການພົບປະສອງຝ່າຍລາວ-ຍີ່ປຸ່ນ ພວກ ຂ້າພະເຂົ້າໄດ້ປືກສາຫາລື ເຖິງທິດທາງຂອງ ”ຄວາມເປັນຄູ່ຮ່ວມຮອບດ້ານ” ໃນຕໍ່ໜ້າ ແລະ ການຮ່ວມມືໃນເວທີສາກົນຢ່າງມີປະສິດທິຜົນໃນຕໍ່ໜ້າ, ພາຍໃຕ້ການຮ່ວມມືຢ່າງໃກ້ສິດ ກັບພະນະທ່ານ, ຂ້າພະເຈົ້າຈະສຸມທຸກເຫື່ອແຮງ ເພື່ອປະກອບສ່ວນໃນການພັດທະນາສາຍພົວພັນ ຍີ່ປຸ່ນ-ລາວ ໃຫ້ມີບາດກ້າວອັນໃໝ່ເລື່ອຍໆ ແລະ ສືບຕໍ່ ເພີ່ມທະວີຄວາມເປັນ ຄູ່ຮ່ວມຮອບດ້ານໃຫ້ໜັກແໜ້ນຫລາຍຂຶ້ນກວ່າເກົ່າ.
ສຸດທ້າຍ ຂ້າພະເຈົ້າ ຂໍອວຍພອນໃຫ້ ສປປ ລາວ ຈົ່ງມີສັນຕິພາບ ແລະ ວັດທະນາຖາວອນ ພາຍໃຕ້ການ ນຳພາຂອງພະນະທ່ານ ແລະ ຂໍໃຫ້ພະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ສຸກ ແລະ ຄວາມຈະເຈີນຕະຫລອດໄປ.
ຜູ້ນຳລາວໄດ້ຮັບຄຳຂອບໃຈຜູ້ນຳກຳປູເຈຍ
(10/01/2013)
(ຂ.ປ.ລ.): ເມື່ອມໍ່ໆມານີ້ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສ.ປ.ປ. ລາວ ໄດ້ ຮັບຈົດໝາຍຂອບໃຈ ຈາກສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຊຶ່ງມີເນື້ອຄວາມສຳຄັນວ່າ:
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງພະນະທ່ານ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນແກ່ຂ້າພະເຈົ້າ ພ້ອມດ້ວຍຄະນະ ລວມທັງໃຫ້ໂອກາດໄດ້ ເຂົ້າຢ້ຽມຂ່ຳນັບພະນະທ່ານ ໃນໄລຍະທີ່ຂ້າພະເຈົ້າໄດ້ພຳນັກ ຢູ່ນະຄອນຫຼວງວຽງຈັນທີ່ສວຍສົດງົດງາມແຫ່ງນີ້ ໃນເວລາເຂົ້າຮ່ວມກອງປະ ຊຸມສຸດຍອດອາເຊັມ ຄັ້ງທີ 9 ທີ່ຫາກໍໄດ້ ຈົບລົງດ້ວຍຜົນສຳເລັດອັນຈົບງາມ.
ຂ້າພະເຈົ້າເຫັນວ່າ: ການສົນທະນາກັບພະນະທ່ານ ແມ່ນມີປະໂຫຍດ ແລະ ໄດ້ຮັບຜົນດີ. ຂ້າພະເຈົ້າ ເຫັນດີເປັນຢ່າງຍິ່ງກັບພະນະທ່ານ ທີ່ວ່າຜົນຂອງການປຶກສາຫາລື ແລະ ແລກປ່ຽນ ຄຳຄິດຄຳເຫັນໃນຫຼາຍລະດັບກ່ຽວກັບສອງຝ່າຍ, ບັນາພາກພື້ນ ແລະ ບັນຫາສາກົນ ໄດ້ສະທ້ອນໃຫ້ເຫັນສາຍພົວພັນອັນສະໜິດສະໜົມ ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ພັກ ແລະ ປະຊາຊົນ ຂອງສອງປະເທດອ້າຍນ້ອງພວກເຮົາໃນຕະຫຼອດຫຼາຍທົດສະວັດຜ່ານມາ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ ເພື່ອຜົນປະໂຫຍດ ແລະ ຄວາມຜາສຸກຂອງປະຊາຊົນ ທັງສອງຊາດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ການຮ່ວມມືຢ່າງໃກ້ຊິດຂອງພວກເຮົາທີ່ມີແຕ່ໃດມາທັງແບບສອງຝ່າຍ ແລະ ຫຼາຍຝ່າຍ ໃນຂອບການຮ່ວມມືຕ່າງໆ ຍິ່ງຈະເພີ່ມທະວີ ແລະ ພັດທະນາຂຶ້ນເລື້ອຍໆ. ຂໍອວຍພອນໄຊອັນປະເສີດໃຫ້ແກ່ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຂໍໃຫ້ ສ.ປ.ປ. ລາວ ອຸດົມໄປດ້ວຍຄວາມຈະເລີນ ຮຸ່ງເຮືອງ.
ໃນໂອາດດຽວກັນນີ້ ພະນະທ່ານ ທອງສິງທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສ.ປ.ປ. ລາວ ກໍໄດ້ຮັບ ຈົດໝາຍຂອບໃຈຈາກ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊັນ, ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ ມີເນື້ອໃນລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພະນະທ່ານ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແກ່ຂ້າພະເຈົ້າ ແລະ ຄະນະຜູ້ແທນກຳປູເຈຍ ໃນໄລຍະທີ່ພັກຢູ່ນະຄອນຫຼວງວຽງຈັນ. ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 9 ຊຶ່ງ ໄດ້ກາຍ ເປັນເຫດການປະຫວັດສາດທີ່ສຳຄັນໜຶ່ງ ຂອງສາຍພົວພັນລະຫວ່າງ ອາຊີ ແລະ ເອີຣົບ. ຄວາມສຳເລັດຄັ້ງນີ້ ຖືວ່າເປັນຄວາມພາກພູມໃຈຂອງອາເຊັມ ໃນການປູພື້ນຖານໃໝ່ ໃຫ້ແກ່ສອງທະວີບໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການຮ່ວມມື ເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນການເປັນຄູ່ຮ່ວມມື ເພື່ອສັນຕິພາບ ແລະ ການພັດທະນາ ລວມທັງການແກ້ໄຂ ຮັບມືກັບສິ່ງທ້າທາຍຕ່າງໆໃນໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ: ຜົນການປຶກສາຫາລື ຄູ່ຮ່ວມມື ອາຊີ-ເອີຣົບ ໃນຄັ້ງນີ້ ຈະນຳມາຊຶ່ງຄວາມຜາສຸກ ແລະ ກຽດສັກສີ ໃຫ້ແກ່ປວງຊົນທັງໂລກ./.
ຜູ້ນຳລາວໄດ້ຮັບໂທລະເລກອອຍພອນວັນຊາດຈາກບັນດາປະເທດເພື່ອນມິດ
(10/01/2013)
(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົ່ງເຖິງ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປລາວສືບຕໍ່ຮັບໂທລະເລກອວຍພອນວັນຊາດ ຈາກຜູ້ນຳປະເທດເພື່ອນ ມິດໂດຍເລີ່ມຈາກ ພະນະທ່ານ ອິດສລາມ ກາຮິມົບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອູສເບັກກີສະຖານ, ພະນະທ່ານ ມາຮີນດາ ຣາຈາປັກຊາ, ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ, ພະນະທ່ານ ດຣ. ຣາມ ບາຣັນ ຢາດາບ, ປະທານາທິບໍດີ ແຫ່ງ ເນປານ ແລະ ພະນະທ່ານ TSAKHIAGIIN ELBEGDORJ, ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ພະນະທ່ານ ດີ. ເອັມ ຈາຢາຣາດເນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ແລະ ພະນະທ່ານ ດຣ. ບາອຳ ບາປານ, ນາຍົກລັດຖະມົນຕີ ແຫ່ງ ເນປານ, ພະນະທ່ານ LUVSANVANDANGIIN BOLD, ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂດລີ ແລະ ພະນະທ່ານ ສາດສະ ດາຈານ. ຈີ. ແອລ. ເປີຣິສ, ສະມາຊິກສະພາ, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ.
ເຊິ່ງເນື້ອໃນໂທລະເລກກ່າວວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 37 ປີ. ໃນນາມລັດຖະບານ ແລະ ປະຊາຊົນ ຂອງພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງປະເທດຂອງພວກເຮົາຂະຫຍາຍຕົວຢ່າງສອດຄ່ອງກັບສິດ ຜົນ ປະໂຫຍດຂອງສອງຊາດຂອງພວກເຮົາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວຈະໄດ້ຮັບການຂະຫຍາຍຕົວຢ່າງເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ ເພື່ອສິດຜົນປະໂຫຍດຂອງສອງຝ່າຍ ກໍຄືເພື່ອສັນຕິພາບ ແລະ ການພັດທະນາທີ່ໝັ້ນຄົງຂອງພາກພື້ນ. ຂໍອອຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວເພື່ອນມິດຈົ່ງປະສົບແຕ່ຄວາມວັດທະນາຖາວອນ.
ຈົດໝາຍສະແດງຄວາມຂອບໃຈ
(10/01/2013)
(ຂປລ):ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍສະແດງ ຄວາມຂອບໃຈ ຈາກພະນະທ່ານ ສຸຣິນ ພິດສຸວັນ, ເລຂາທິການໃຫຍ່ອາຊຽນ.
ເນື້ອໃນຈົດໝາຍໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບ ອຸ່ນຂອງພະທ່ານ, ລັດຖະບານ ແລະ ຄະນະ ທີ່ມີຕໍ່ຄະນະກອງເລຂາອາຊຽນ ຂອງພວກຂ້າພະເຈົ້າ ໃນໄລຍະທີ່ພວກ ຂ້າພະເຈົ້າພຳນັກ ຢູ່ນະຄອນຫລວງວຽງຈັນທີ່ສວຍງາມແຫ່ງນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9. ກອງປະຊຸມສຸດຍອດ ຄັ້ງນີ້ເປັນເຫດການຄັ້ງສຳຄັນທີ່ບໍ່ມີວັນລືມ ຕັ້ງແຕ່ຂ້າພະເຈົ້າດຳລົງຕຳແໜ່ງເປັນເລຂາທິ ການໃຫຍ່ອາຊຽນເປັນຕົ້ນມາ.
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ໂດຍພາຍໃຕ້ການເປັນປະທານຢ່າງປິຊາສາມາດຂອງພະນະທ່ານ. ດັ່ງທີ່ພະເຈົ້າໄດ້ກ່າວໄວ້ໃນ ຕອນທ້າຍກອງປະຊຸມວ່າ ຂ້າພະເຈົ້າ ໄດ້ສັງເກດເຫັນຂະບວນການຂອງອາເຊັມມາແຕ່ຕົ້ນປີ 1994-95 ໃນເວລາລິເລີ່ມເຕົ້າໂຮມຄວາມຄິດຕ່າງໆ ຈົນໄດ້ ເປີດກອງປະຊຸມຄັ້ງປະຖົມ ມະລຶກຂອງອາເຊັມ ທີ່ບັງກອກ ໃນປີ 1996 ແລະ ມາຮອດກອງປະຊຸມສຸດຍອດຄັ້ງລ້າສຸດ ທີ່ນະຄອນຫລວງວຽງຈັນ, ເນື້ອໃນຂອງການສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນ ກັນໄດ້ກາຍມາເປັນ ຢ່າງເຂັ້ມຂຸ້ນຈິງຈັງ ແລະ ຊັດເຈນຍິ່ງຂຶ້ນ ຂ້າພະເຈົ້າຄາດຫວັງເປັນຢ່າງຍິ່ງວ່າ ຂະບວນການຂອງອາເຊັມຈະສອດຄ່ອງ ແລະ ມີປະສິດທິຜົນຍິ່ງຂຶ້ນ ສຳລັບ ການຮ່ວມມື ແລະ ຊອກຫາວິທີທາງແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ອາຊີ ແລະ ເອີຣົບ ກຳລັງປະເຊີນຢູ່. ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ພາຍໃຕ້ການເປັນປະທານທີ່ສະຫລາດ ສອງຂອງພະນະທ່ານ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນວິວັດທະນາການຂອງອາເຊັມ.
ຈົດໝາຍສະແດງຄວາມຂອບໃຈຈາກປະທານສະພາສະຫະພາບເອີຣົບ
(10/01/2013)
(ຂປລ) ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບຈົດໝາຍຂອບໃຈຈາກ ພະນະທ່ານ ແຮກມັນ ວັນ ຣົມປູຍ, ປະທານສະຫະພາບເອີຣົບ. ເນື້ອໃນຈົດໝາຍໄດ້ລະບຸວ່າ:ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພະນະທ່ານ ທີ່ໃຫ້ການຕອ້ນຮັບຂ້າພະເຈົ້າເປັນຢ່າງດີ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມສຸດຍອດອາເຊັມ ໄດ້ຮັບຜົນສຳເລັດຢ່າງໃຫ່ຍຫຼວງ, ຍ້ອນການນຳພາຂອງພະນະທ່ານ ແລະ ຄວາມເອົາໃຈໃສ່ຂອງລັດຖະບານລາວ. ຂ້າພະເຈົ້າປະທັບໃຈຫຼາຍຕໍ່ການເຂົ້າ ຮ່ວມກອງປະຊຸມໃນລະດັບສູງຂອງບັນດາຄູ່ຮ່ວມມືອາເຊັມ, ການປຶກສາຫາລືທີ່ມີປະສິດທິຜົນ ແລະ ການຮອງຮັບເອົາເອກະສານທີ່ສຳຄັນຂອງກອງປະຊຸມ. ຂ້າພະເຈົ້າຂໍຂອບໃຈ ເປັນພິເສດຕໍ່ກະຊວງການຕ່າງປະເທດລາວ ໂດຍສະເພາະແມ່ນບັນດາເຈົ້າໜ້າທີ່ປະສານງານອາເຊັມ ແລະ ບັນດາພະນັກງານວິຊາການທັງໝົດທີ່ກ່ຽວຂ້ອງທີ່ໄດ້ສຸມໃສ່ທຸກສະຕິປັນຍາ ແລະ ເຫື່ອແຮງ ເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດດັ່ງກ່າວ. ທາງຝ່າຍສະຫະພາບເອີລົບ ຮູ້ສຶກຍິນດີທີ່ໄດ້ປະກອບສ່ວນສະໜັບສະໜູນການກະກຽມກອງປະຊຸມສຸດຍອດ ອາເຊັມຄັ້ງທີ 9 ເຊັ່ນ: ການຈັດສຳມະນາ, ທັດສະນະສຶກສາ, ການຝຶກອົບຮົມ ແລະ ການປຶກສາຫາລືເພື່ອຮັບປະກັນວ່າ ບັນດານັກວິຊາການລາວມີຄວາມກຽມພ້ອມຮອບດ້ານ ເພື່ອຮັບໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດຄັ້ງນີ້. ພ້ອມດຽວກັນນີ້ຂ້າພະເຈົ້າກໍຂໍສະແດງຄວາມຂອບໃຈທີ່ໄດ້ມີໂອກາດພົບປະ ແລະ ປຶກສາຫາລືບັນຫາການຮ່ວມມືສອງຝ່າຍ ລະຫວ່າງ ສະຫະພາບເອີຣົບ ແລະ ສປປ ລາວ ໃນວັນທີ 4 ພະຈິກ 2012. ການພົບປະດັ່ງກ່າວຖືວ່າເປັນການພົບປະສອງຝ່າຍຢ່າງເປັນທາງ ການຄັ້ງທຳອິດໃນລະດັບສູງສຸດ ລະຫວ່າງ ສະຫະພາບເອີຣົບ ແລະ ສປປ ລາວ ຕັ້ງແຕ່ໄດ້ມີການລົງນາມພົວພັນຮ່ວມມືສອງຝ່າຍໃນປີ 1997 ເປັນຕົ້ນມາ. ພວກເຮົາໄດ້ສົນທະນາໃນ ຫຼາຍບັນຫາລວມທັງການຄ້າ, ການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຂອງ ສປປ ລາວ, ບັນຫາສິ່ງແວດລ້ອມ ແລະ ສິດທິມະນຸດ. ຂ້າພະເຈົ້າຍັງໄດ້ປະກາດວ່າຈະເພີ່ມ ທະວີການຊ່ວຍເຫຼືອ ສປປ ລາວ ຂຶ້ນເປັນຈຳນວນຫຼວງຫຼາຍ ເລີ່ມແຕ່ ປີ 2014 ເປັນຕົ້ນໄປ ເພື່ອຊ່ວຍເຫຼືອໃຫ້ ສປປ ລາວ ຫຼຸດພົ້ນຂອງຈາກບັນຊີປະເທດທີ່ດ້ວຍພັດທະນາໃນປີ 2020.
ໃນຖານະເປັນປະທານກອງປະຊຸມສຸດຍອດອາເຊັມຄັ້ງທີ 10, ຂ້າພະເຈົ້າຂໍສະແດງຄວາມຍິນດີຕ້ອນຮັບພະນະທ່ານ ສູ່ ນະຄອນບຼຸກແຊນ ໃນປີ 2014 ມານະທີ່ນີ້ດ້ວຍ. ພະນະທ່ານ ແລະ ປະເທດຂອງທ່ານໄດ້ທຸ້ມເທຢ່າງຫຼວງຫຼາຍໃສ່ການສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງ ອາຊີ ແລະ ເອີຣົບ. ອີງໃສ່ຜົນສຳເລັດຂອງກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ພວກເຮົາຈົ່ງພ້ອມກັນທຸ່ມເທເພື່ອຮັດແໜ້ນຄູ່ຮ່ວມມືລະຫວ່າງສອງພາກພື້ນພວກເຮົາໃຫ້ນັບມື້ເຂັ້ມແຂງຂຶ້ນໃນອານາຄົດ.
ໂທລະເລກອອຍພອນ
(08/01/2013)
(ຂປລ): ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສ.ປ.ປ. ລາວ ໄດ້ສົ່ງໂທລະເລກອອຍພອນ ເຖິງສະ ຫາຍ ກິມ ເຈິງ ອຸນ, ເລຂາທິການທີໜຶ່ງພັກແຮງງານເກົາຫລີ, ປະທານທີໜຶ່ງຄະນະກຳມະທິການປ້ອງກັນຊາດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ເນື່ອງໃນ ໂອກາດວັນເກີດຄົບຮອບ 30 ປີ ຊຶ່ງມີເນື້ອຄວາມສຳຄັນວ່າ:
ເນື່ອງໃນໂອກາດວັນເກີດຂອງສະຫາຍ ຄົບຮອບ 30 ປີ (8/1/1983-8/1/2013), ໃນນາມຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳອອຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກແຮງງານ ເກົາຫລີ ອັນມີສະຫາຍເປັນຜູ້ນຳໜ້ານັ້ນ, ພັກ-ລັດ ແລະ ປະຊາຊົນ ສ.ປ.ປ. ເກົາຫລີ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເສັດໃໝ່ ອັນໃຫ່ຍຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງ ສ.ປ.ປ. ເກົາຫລີ ສັງຄົມນິຍົມ ໃຫ້ຈະເລີນ ຮຸ່ງເຮືອງ ແລະ ເຂັ້ມແຂງຮອບດ້ານ ເພື່ອນຳເອົາຄວາມສົມບູນພູນສຸກ ມາໃຫ້ປະຊາຊົນ ສ.ປ.ປ. ເກົາຫລີ ອ້າຍນ້ອງ ກໍຄືຍົກ ສູງຖານະບົດບາດ ຂອງ ສ.ປ.ປ. ເກົາຫລີ ໃນເວທີພາກພື້ນ ແລະ ສາກົນ, ບັນລຸຜົນສຳເລັດໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ ໂດຍໄວ.
ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້າຂໍອອຍພອນໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດໃນການສືບທອດພາລະກິດອັນມີກຽດ ແລະ ສູງສົ່ງ ຂອງການນຳລຸ້ນຜ່ານມາ. ຂໍອອຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ສ.ປ.ປ. ເກົາຫລີ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ./.
ຜູ້ນຳລາວ ອວຍພອນວັນເອກະລາດ ສ.ສ. ມຽນມາ
(03/01/2013)
*(ຂປລ): ບັນດາຜູ້ນຳລາວ ຊຶ່ງມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສ.ປ.ປ. ລາວ; ພະນະທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ເນື່ອງໃນໂອກາດສະເຫລີມສະຫລອງ ວັນເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 65 ປີ.
ໃນໂທລະເລກອວຍພອນ ບັນດາຜູ້ນຳລາວ ຕ່າງກໍໄດ້ສົ່ງພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນ ເຖິງການນຳຂອງ ສາທາລະນະລັດ ສະຫະພາບ ມຽນມາ ແລະ ຊົມເຊີຍ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງປະເທດ ທີ່ຂະຫຍາຍຕົວ ແລະ ກຳລັງແຕກດອກອອກຜົນໃນຫລາຍຂົງເຂດ ພ້ອມທັງສະແດງຄວາມຫວັງວ່າ ການພົວພັນ ແລະ ການຮ່ວມມືອັນດີທີ່ມາແລ້ວນັ້ນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ກໍຄືການປະກອບສ່ວນເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ./.
ບັນດາຜູ້ນຳລາວ ສືບຕໍ່ຮັບສານ ອວຍພອນວັນຊາດ ຈາກປະເທດເພື່ອນມິດ
(03/01/2013)
(ຂປລ): ບັນດາທ່ານຜູ້ນຳຂອງລາວ ສືບຕໍ່ຮັບສານອວຍພອນວັນຊາດ ຈາກຄູ່ຮ່ວມຕຳແໜ່ງປະເທດເພື່ອນມິດ ໃນນັ້ນປະກອບມີ: ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະ ເທດແຫ່ງ ສປປ ລາວ, ໄດ້ຮັບສານອວຍພອນຈາກ ພະນະທ່ານ ນິໂບຊາ ຣາດມາໂນວິກ, ປະທານາທິບໍດີ ບອສເນຍ ແລະ ເຮີເຊໂກວີນາ, ພະນະທ່ານ ທູມັສ ເຮັນດຣິກ ອິນວິສ໌, ປະທານປະເທດແຫ່ງ ສາທາລະນະລັດ ແອັດໂຕເນຍ, ພະນະທ່ານ ອີວານ ກາສປາໂຣວິກ, ປະທານາທິບໍດີແຫ່ງສາທາລະນະລັດສະໂລວັກ ແລະ ສົມເດັດ ແກຣາ ດຸກ ເຮັນຣີ, ເຈົ້າຊີວິດແຫ່ງຣາຊະອານາຈັກລຸກຊຳບວກ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ໄດ້ຮັບສານອວຍ ພອນຈາກ ພະນະທ່ານ ອັນດຸສ ອັນຊິນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ແອັດໂຕເນຍ, ພະນະທ່ານ ໂຣເບີດ ຟິໂກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສະໂລວັກ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຮັບສານອວຍພອນຈາກ ພະນະທ່ານ ເອັດກາກ ຣິງເກວິຊ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ລັດເວຍ, ພະນະທ່ານ ອົວມັສ ເພດ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ແອັສໂຕເນຍ ແລະ ພະນະທ່ານ ມິໂຣສະລາບ ລາຈັກ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດສະໂລວັກ.
ໃນສານອວຍພອນຈາກປະເທດເພື່ອນມິດດັ່ງກ່າວໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າມີຄວາມປື້ມປິຕິເປັນ ຢ່າງຍິ່ງ, ຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານຈົ່ງມີຄວາມສຸກ ແລະ ຂໍໃຫ້ປະຊາຊົນລາວທຸກທົ່ວໜ້າຈົ່ງມີຄວາມຜາສຸກ ແລະ ຄວາມຈະເລີນ ຮຸ່ງເຮືອງ. ຂໍຖືໂອກາດນີ້ ອວຍພອນມາຍັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມສົມບູນພູນສຸກ ແລະ ພັດທະນາແບບຍືນຍົງ./.