 |
|
 |
ປະຕິບັດຕາມທິດນຳທີ່ວ່າ ການພັດທະນາວັດທະນະທຳ ແລະ ສ້າງຄວາມສີວິໄລທາງດ້ານຈິດໃຈແມ່ນການເຮັດໃຫ້ຄົນໃນສັງຄົມ ມີໂລກະທັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ ແລະ ມີຊີວະທັດອັນກ້າວຫນ້າສົດໃສ, ໃນໄລຍະຜ່ານມາພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການປົກປົກຮັກສາ, ກໍ່ສ້າງ ແລະ ເສີມຂະຫຍາຍວັດທະນະທຳ ທີ່ມີລັກສະນະຊາດ, ລັກສະນະປະຊາ ຊົນ ແລະກ້າວຫນ້າ ໂດຍໄດ້ມີການຄົ້ນຫາຄຸນຄ່າ ທີ່ດີໃນດ້ານວັດທະນະທຳຂອງເຜົ່າຕ່າງໆ ແລະ ສິ່ງທີ່ປະກອບ ເປັນວັດທະ ນະທຳລວມ ຂອງວົງຄະນະຍາດແຫ່ງຊາດ. ສິລະປະວັນນະຄະດີເຊັ່ນ: ການສະແດງ, ເນື້ອຮ້ອງທຳນອງເພງ ໄດ້ສ່ອງແສງໃຫ້ເຫັນຊີວິດຕົວຈິງຂອງສັງຄົມ ຄວາມດຸຫມັ່ນຂະຫຍັນພຽນ, ຄວາມພິລະອາດຫານ, ຄວາມສາມັກຄີ ແລະ ຫົວ ຄິດປະດິດສ້າງຂອງປະຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ສິນລະປະຫັດຖະກຳເຊັ່ນ: ການຕ່ຳຫູກ, ປັ້ນຫລໍ່, ຄວັດ, ແກະສະຫລັກ, ການແຕ້ມ, ພາບພິມ, ຕີເງິນ, ຕີຄຳ ທີ່ມີເອກະລັກສະເພາະຂອງຊາດ ໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ ແລະ ກາຍເປັນສິນຄ້າສົ່ງອອກທີ່ໄດ້ຮັບຄວາມນິຍົມຈາກຕ່າງປະເທດ.
ດ້ານວັດຖຸບູຮານ ກໍໄດ້ຮັບການເອົາໃຈໃສ່ໃນການບູລະນະປົກປັກຮັກສາ, ປະຈຸບັນມີຫໍພິພິ ທະພັນ 13 ແຫ່ງ, ຫໍວາງສະແດງມູນເຊື້ອ 10 ແຫ່ງ, ມີສະຖານທີ່ປະຫວັດສາດວັດທະນະທຳ ລະດັບຊາດ 13 ແຫ່ງ, ສະຖານທີ່ເປັນມໍລະດົກໂລກ 2 ແຫ່ງ, ພ້ອມກັນນັ້ນ ກໍໄດ້ສ້າງແຜນແມ່ບົດ ທົ່ງໄຫຫີນ ເພື່ອໃຫ້ອົງການຢູແນດສະໂກ ຮັບຮອງເອົາເປັນມໍລະດົກໂລກແຫ່ງທີ 3 ຢູ່ລາວ.
ວຽກງານວັດທະນະທຳມະຫາຊົນ ກໍໄດ້ເອົາໃຈໃສ່ໃນການສຶກສາອົບຮົມ ໂດຍທາງເລິກ ແລະ ທາງກວ້າງ ກ່ຽວກັບແບບແຜນດຳລົງຊີວິດ, ວັດທະນະທຳອັນສົດໃສ ພ້ອມນັ້ນ ກໍໄດ້ຄົ້ນຄວ້າ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດ, ຊຸກຍູ້ຂະບວນການສ້າງຊີວິດວັດທະນະໃຫມ່ ສົດໃສຢູ່ຊົນນະບົດ ມາຮອດປະຈຸບັນ ມີ 11.400 ຄອບຄົວໄດ້ຖືກຮັບຮອງເປັນຄອບຄົວແບບຢ່າງທາງດ້ານວັດທະນະທຳ ແລະ 80 ບ້ານໄດ້ຮັບຮອງໃຫ້ເປັນບ້ານວັດທະນະທຳ.
_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _
