ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ບັນ​ຫາສິດ​ທິ​ມະ​ນຸດ

 
 
 
 
 
 
 
 
 
 
 
 
 
 
 

( ບ່າວ​ຜູ້​ໄທ
ຄວາມ​ສຳ​ພັນ​ລະ​ຫວ່າງອຳ​ນາດ​ອະ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ ໃນ​ປະ​ຈຸ​ບັນ ແມ່ນ​ໜຶ່ງ​ໃນ​ບັນ​ຫາ​ທາງ​ການ​ເມືອງ-​ນິ​ຕິ​ທຳ ທີ່​ມີ​ການ​ຖົກ​ຖຽງ​ກັນ​ຢູ່​ໃນ​ໂລກ. ກ່ຽວ​ກັບ​ບັນ​ຫາ​ນີ້ ມີ​ສອງ​ກະ​ແສ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນຢ່າງ​ດຸ​ເດືອດ. ຝ່າຍ​ໜຶ່ງ​ແມ່ນ​ຖື​ເອົາ​ບັນ​ຫາ​ອຳ​ນາດ​ອະ​ທິ​ປະ​ໄຕ ສູງກວ່າ​ບັນ​ຫາ​ສິດ​ທິ​ມະ​ນຸດ ແລະ ອີກ​ຝ່າຍ​ໜຶ່ງ ໄດ້​ຖື​ບັນ​ຫາ​ສິດ​ທິ​ມະ​ນຸດ​ສູງກວ່າ​ອຳ​ນາດ​ອະ​ທິ​ປະ​ໄຕ ໃນ​ໄລ​ຍະ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ.
ໃນ​ບົດ​ນີ້​ຈະ​ອະ​ທິ​ບາຍ​ບາງ​ບັນ​ຫາ​ຕົວ​ຈິງ​ທີ່​ພົວ​ພັນ​ເຖິງ​ບັນ​ຫາສອງຢ່າງ​ທີ່​ກ່າວ​ມາ​ຂ້າງ​ເທິງ, ໃນ​ນີ້​ຈະ​ສຸມ​ໃສ່​ກົດ​ເກນ​ສາ​ກົນ​ທີ່​ກຳ​ລັງ​ປະ​ຕິ​ບັດ​ກ່ຽວ​ກັບ​ບັນ​ຫາ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຂໍ້​ຈຳ​ກັດ ກ່ຽວ​ກັບ​ວິ​ທີ​ການ ນຳໃຊ້ຂໍ້​ບັງ​ຄັບ​ສາ​ກົນ, ຈາກ​ນັ້ນ​ກໍ່​ປະ​ຕິ​ບັດ​ກົນ​ອຸ​ບາຍ​ໃນ​ການ​ແຊກ​ແຊງ ຂອງ ບາງ​ປະ​ເທດ​ຕາ​ເວັນ​ຕົກ ຕໍ່​ບັນ​ດາ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ ພາຍ​ໃຕ້​ຊື່: “ປົກ​ປ້ອງ​ສິດ​ທິ​ມະ​ນຸດ”.
ອຳ​ນາດ​ອະ​ທິ​ປະ​ໄຕ ໃນ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ.
ຕາມ​ປະ​ທາ​ນຸ​ກົມ Black's Law Dictionary ກໍ່​ແມ່ນ​ວ່າ ອຳ​ນາດ​ອະ​ທິ​ປະ​ໄຕ ແມ່ນ​ສິດ​ອຳ​ນາດ​ສູງ​ສຸດ, ເດັດ​ຂາດ, ບໍ່​ສາ​ມາດ​ບີບ​ບັງ​ຄັບ​ໄດ້ ຊຶ່ງ​ແຕ່​ລະ​ປະ​ເທດ ທີ່​ມີ​ເອ​ກະ​ລາດ​ ໃນ​ໂລກ​ນີ້​ຕ່າງກໍ່​ມີ. ໃນ​ສະ​ໄໝ​ອາ​ຣັບ​ໂບ​ຮານ, ທ່ານ ອາ​ຣີ ສະ​ໂຕດ ກ່າວ​ວ່າ ເພື່ອ​ນຳ​ພາ​ປະ​ເທດ ຈະ​ຕ້ອງມອບ​ສິດ​ອຳ​ນາດ​ສູງ​ສຸດ ໃຫ້​ຜູ້​ນຳ ໃນ​ການ​ນຳ​ພາ​ປະ​ເທດ. ໃນ​ສະ​ໄໝ​ສະ​ຕະ​ວັດ​ທີ່ XVI -​ XVIII, ທ່ານ ໂບ​ດີນ ແລະ ທ່ານ ຮອບ ຖື​ວ່າ ອຳ​ນາດ​ອະ​ທິ​ປະ​ໄຕ ແຫ່ງ​ຊາດ ແມ່ນ​ສິດ​ອຳ​ນາດ​ສູງ​ສຸດ, ເດັດ​ຂາດ, ຕະ​ຫລອດ​ກາ​ລະ​ນາ ແລະ ບໍ່​ສາ​ມາດ​ສົ່ງ​ມອບ, ຊຶ່ງ​ປະ​ເທດ​ຊາດ​ໄດ້​ປະ​ຕິ​ບັດ​ກັບ​ກຳ​ມະກອນ ແລະ ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ຂອງ ຕົນ. ສ່ວນ​ທ່ານ ໂກ​ຣ​ຕີ​ອຸດ ໄດ້​ຕີ​ລາ​ຄາ​ວ່າ ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ສິດ​ອຳ​ນາດ ທີ່​ປະ​ເທດ​ນັ້ນໆ ປະ​ຕິ​ບັດຢ່າງ​ເສ​ລີ ໃນ​ການ​ເຄື່ອນ​ໄຫວ ຂອງ ຕົນ ໂດຍ​ບໍ່​ຂຶ້ນ​ກັບ​ບັນ​ຫາ​ພາຍນອກ. ທາງ​ດ້ານ​ທ່ານ ໂອບ​ເປນ​ແຮມ ເຫັນ​ວ່າ ໃນ​ການ​ພົວ​ພັນ​ສາ​ກົນ..​.ບັນ​ດາ​ປະ​ເທດ​ຕ່າງ​ກໍ່​ສະ​ເໝີ​ພາບ ເພາະ​ພື້ນ​ຖານ ຂອງ ກົດ​ບັດ​ສາ​ກົນ​ແມ່ນ​ອີງ​ໃສ່​ການ​ເຄົາ​ລົບ​ອຳ​ນາດ​ອະ​ທິ​ປະ​ໄຕ ຂອງ ບັນ​ດາ​ປະ​ເທດ. ແຕ່​ຄົນ​ສ່ວນ​ຫລາຍ​ເຫັນ​ວ່າ ອຳ​ນາດ​ອະ​ທິ​ປະ​ໄຕ ແຫ່ງ​ຊາດ ປາ​ກົດ​ໃນ​ສອງ​ດ້ານ​ຄື: ການ​ຕ່າງ​ປະ​ເທດ ແລະ ບັນ​ຫາ​ພາຍ​ໃນປະ​ເທດ.
ການ​ຕ່າງ​ປະ​ເທດ: ອຳ​ນາດ​ອະ​ທິ​ປະ​ໄຕ ແມ່ນບັນ​ຫາ​ທີ່​ເນັ້ນ​ໜັກ​ເຖິງ​ຄວາມ​ສະ​ເໝີ​ພາບ ໃນ​ເວ​ທີ​ສາ​ກົນ ຂອງ ປະ​ເທດ​ໜຶ່ງ. ເມື່ອ​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ, ປະ​ເທດ​ນັ້ນໆ ຈິ່ງ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ຫາ​ການ​ພົວ​ພັນ​ກັບ​ສາ​ກົນ.
ພາຍ​ໃນ​ປະ​ເທດ: ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແມ່ນ​ປາ​ກົດ​ຢູ່​ໃນ​ສິດ​ອຳ​ນາດ​ສູງ​ສຸດ ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ເປັນ​ຕົ້ນ​ແມ່ນ ສິດ​ອຳ​ນາດ​ໃນ​ການ​ຕັດ​ສິນ ບັນ​ຫາ​ທາງ​ດ້ານ​ການ​ເມືອງ, ກົງ​ຈັກ​ການ​ປົກ​ຄອງ, ການ​ແກ້​ໄຂ​ບັນ​ຫາ​ພາບ​ໃນ, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຂຸດ​ຄົ້ນ ແລະ ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ..​.
ສະ​ນັ້ນສາ​ມາດ​ເວົ້າ​ໄດ້​ວ່າ ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແມ່ນ​ສິດ​ອຳ​ນາດ ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຂອງ ປະ​ເທດ​ໜຶ່ງ, ຕາມ​ກົດ​ໝາຍ​ສາ​ກົນ, ມີ​ສິດ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຕົນ​ໃນ​ທຸກໆ ດ້ານ ແລະ ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ເທດ ຂອງ ຕົນ​ໃນ​ຄວາມ​ສຳ​ພັນ​ກັບ​ສາ​ກົນ ໂດຍ​ບໍ່​ຕ້ອງ​ຖືກ​ບີບ​ບັງ​ຄັບ ຫລື ພາຍ​ໃຕ້​ການ​ຊີ້​ນຳ ຂອງ ອິດ​ທິ​ກຳ​ລັງ​ໃດ​ຈາກ​ພາຍນອກ.
ກົດ​ໝາຍ​ສາ​ກົນ ໃນ​ປ​ະ​ຈຸ​ບັນ ແມ່ນ​ຖື​ອຳ​ນາດ​ອະ​ທິ​ປະ​ໄຕ ແຫ່ງ​ຊາດ ເປັນ​ບັນ​ຫາ​ຕົ້ນ​ຕໍ່​ໃນ​ຄວາມ​ສຳ​ພັນ​ສາກ​ົນ. ມາດ​ຕາ 2 (2) ຂອງ ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ປີ 1945 ໄດ້​ເນັ້ນ​ໜັກ​ວ່າ: ສ​ປ​ຊ ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ ຂອງ ຄວາມ​ສະ​ເໝີ​ພາບ, ນັບ​ຖື​ອຳ​ນາດ​ອະ​ທິ​ປະ​ໄຕ ຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ມາດ​ຕາ 2 (7) ຂອງ ກົດ​ບັດ​ສ​ປ​ຊ ໄດ້​ເນັ້ນ​ໜັກ​ເຖິງ​ຫລັກ​ການ ບໍ່​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ ຂອງ ບັນ​ດາ​ປະ​ເທດ​ດັ່ງ​ລຸ່ມ​ນີ້: ກົດ​ບັດ​ນີ້ ແມ່ນ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້ ສ​ປ​ຊ ເຂົ້າ​ໄປ​ແຊກ​ແຊງ​ໃນ​ວຽກ​ງານ​ພາຍ​ໃນ ຂອງ ປະ​ເທດ​ໃດ..​. ມາດ​ຕາ 2 (3,4) ໄດ້​ເນັ້ນ​ໜັກ​ຫລັກ​ການ ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ຍາດ​ແຍ້ງ​ສາ​ກົນ ດ້ວຍ​ສັນ​ຕິ​ວິ​ທີ, ຫ້າມ​ຂົ່ມ​ຂູ່ ຫລື ນຳ​ໃຊ້​ກຳ​ລັງ​ອາ​ວຸດ ໃນ​ຄວາມ​ສຳ​ພັນ​ສາ​ກົນ.
ຫລັງ​ຈາກ​ນັ້ນ, ສ​ປ​ຊ ກໍ່​ໄດ້​ອອກ​ກົດ​ບັດ​ຫລາຍ​ສະ​ບັບ ກ່ຽວ​ກັບ​ຫລັກ​ການ​ທີ່​ກ່າວ​ມາ​ຂ້າງ​ເທິງ, ເປັນ​ຕົ້ນ​ແມ່ນ:
( ຖະ​ແຫລງ​ການ​ກ່ຽວ​ກັບ​ການມອບ​ເອ​ກະ​ລາດ ໃຫ້​ແກ່​ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຊາດ ທີ່​ເປັນ​ຫົວ​ເມືອງ​ຂຶ້ນ (1960) ໄດ້​ກ່າວ​ວ່າ: ບັນ​ດາ​ປະ​ຊາ​ຊາດ ຕ່າງ​ກໍ່​ມີ​ສິດ ແລະ​ບໍ່​ສາ​ມາດມອບ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ມາດ​ຕາ 2 ຂອງ ກົດ​ບັດ​ໄດ້​ເນັ້ນ​ໜັກ​ວ່າ: ບັນ​ດາ​ປະ​ຊາ​ຊາດ ຕ່າງ​ມີ​ສິດ​ໃນ​ການ​ຕັດ​ສິນ, ເລີ່ມ​ຈາກ​ຈຸດ​ນີ້, ບັນ​ດາ​ປະ​ຊາ​ຊາດ ມີ​ສິດ​ເສ​ລີ ໃນ​ການ​ຕັດ​ສິນ​ກ່ຽວ​ກັບ​ລະ​ບົບ​ການ​ເມືອງ ແລະ ເສ​ລີ​ພາບ ໃນ​ການ​ຂະ​ຫ​ຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ ຂອງ ຕົນ. ຕາມ​ມາດ​ຕາ 6 ຂອງ ຖະ​ແຫລງ​ການ​ນີ້, ທຸກ​ການ​ເຄື່ອນ​ໄຫວ ເພື່ອ​ໂຄ່ນ​ລົ້ມ​ທັງ​ໝົດ ຫລື ບາງ​ສ່ວນ ຄວາມ​ເປັນ​ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ຂອງ ປະ​ເທດ​ໜຶ່ງໆ ແມ່ນ​ກົງ​ກັນ​ຂ້າມ​ກັບ​ເປົ້າ​ໝາຍ ແລະ ຫລັກ​ການ ຂອງ ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.
( ຖະ​ແຫລງ​ການ​ທີ່​ບໍ່​ອາດຍອມ​ຮັບ​ໄດ້ ຂອງ ການ​ແຊກ​ແຊງ ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ ຂອງ ປະ​ເທດ​ອື່ນ ແລະ ການ​ປົກ​ປ້ອງ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ ຂອງ ບັນ​ດາ​ປະ​ຊາ​ຊາດ (1965) ໄດ້​ເນັ້ນ​ໜັກ​ວ່າ: ການ​ແຊກ​ແຊງ​ທາງ​ທະ​ຫານ ແມ່ນ​ການ​ຮຸກ​ຮານ. ຈັດ​ຕັ້ງ, ສົ່ງ​ເສີມ​ເພື່ອ​ໂຄ່ນ​ລົ້ມ ກໍ່​ຄື​ທຸກ​ການ​ແຊກ​ແຊງ​ໂດຍ​ກົງ ຫລື ທາງ​ອ້ອມ​ອື່ນ ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ ຂອງ ປະ​ເທດ​ອື່ນ ແມ່ນ​ການ​ກະ​ທຳ ທີ່​ຂັດ​ຕໍ່​ກົດ​ບັດ​ສ​ະ​ຫະ​ປະ​ຊາ​ຊາດ. ອີງ​ຕາ​ມາດ​ຕາ 1 ຂອງ ກົດ​ບັດນີ້, ບໍ່​ມີ​ປະ​ເທດ​ໃດ ມີ​ສິດ​ເຂົ້າ​ໄປ​ແຊກ​ແຊງ ໂດຍ​ກົງ ຫລື ທາງ​ອ້ອມ ບໍ່​ວ່າ​ໃນ​ເຫດ​ຜົນ​ໃດ ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ ຫລື ການ​ຕ່າງ​ປະ​ເທດ ຂອງ ປະ​ເທດ​ອື່ນ..​.
( ຖະ​ແຫລງ​ການ​ກ່ຽວ​ກັບ​ຫລັກ​ການ ຂອງ ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ໃນ​ການ​ດັດ​ແປງ​ຄວາມ​ສຳ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫ້​ເໝາະ​ສົມ​ກັບ​ກົດ​ບັດ​ສ​ປ​ຊ (1970) ໄດ້​ກຳ​ນົດ​ໄວ້ 7 ຫລັກ​ການ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ ລວມ​ມີ: ສະ​ເໝີ​ພາບ​ທາງ​ດ້ານ​ອະ​ທິ​ປະ​ໄຕ​ລະ​ຫວ່າງ​ປະ​ເທດ, ນັບ​ຖື​ສິດ​ສະ​ເໝີ​ພາບ ແລະ ສິດ​ໃນ​ການ​ຕັດ​ສິນ​ໃຈ ຂອງ ບັນ​ດາ​ປະ​ຊາ​ຊາດ, ບໍ່​ແຊກ​ແຊງ ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ ຂອງ ບັນ​ດາ​ປະ​ເທດ, ກົດ​ໜ່ວງ, ຂົ່ມ​ຂູ່ ຫລື ໃຊ້​ກຳ​ລັງ​ທາງ​ທະ​ຫານ ເພື່ອ​ຕ້ານຕໍ່​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ຫລື ຄວາ​ມ​ເປັນ​ເອ​ກະ​ລາດ ທາງ​ດ້ານ​ການ​ເມືອງ ຂອງ ປະ​ເທດ​ອື່ນ ແລະ ຈະ​ຕ້ອງແກ້​ໄຂ​ການ​ຂັດ​ແຍ້ງດ້ວຍ​ສັນ​ຕິ​ວິ​ທີ..​.
( ກົດ​ບັດ​ສາ​ກົນ ພື້ນ​ຖານ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ ສອງ​ສະ​ບັບ (1966) ໄດ້​ເນັ້ນ​ໜັກ​ວ່າ: ບັນ​ດາ​ປະ​ຊາ​ຊາດ ຕ່າງ​ກໍ່​ມີ​ສິດ​ໃນ​ການ​ຕັດ​ສິນ​ໃຈ. ໂດຍ​ເລີ່ມ​ຕົ້ນ​ຈາກ​ສິດ​ໃນ​ການ​ຕັດ​ສິນ​ໃຈ​ນີ້, ບັນ​ດາ​ປະ​ຊາ​ຊາດ ແມ່ນ​ມີ​ສິດ​ເສ​ລີ​ໃນ​ການ​ຕັດ​ສິນ​ໃຈ​ບັນ​ຫາ​ລະ​ບົບ​ການ​ເມືອງ, ແຜນ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ ກໍ​ຄື ການ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຂອງ ຕົນ..​.
ນອກ​ຈາກ​ຖະ​ແຫລງ​ການ​ທີ່​ກ່າວ​ມາ​ຂ້າງ​ເທິງ, ທີ່​ຕັ້ງ, ຄວາມ​ສຳ​ຄັນ ຂອງ ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ ແຫ່ງ​ຊາດ ແລະ ບັນ​ດາ​ຫລັກ​ການ​ບໍ່​ແຊກ​ແຊງ​ເຂົ້າ​ໃນວຽກ​ງານ​ພາຍ​ໃນ ຂອງ ປະ​ເທດ​ອື່ນ ກໍ່​ໄດ້​ຖືກ​ເນັ້ນ​ໜັກ​ໃນ​ຫລາຍ​ຖະ​ແຫລງ​ການ ຂົງ​ເຂດ​ທີ່​ສຳ​ຄັນ, ເຊັ່ນ​ກົດ​ບັດ ຂອງ ອົງ​ການ​ຈັດ​ຕັ້ງ​ເອ​ກະ​ພາບ​ທະ​ວີບ​ອາ​ຟ​ຣິກ​ກາ, ອົງ​ການ​ຈັດ​ຕັ້ງ​ບັນ​ດາ​ປະ​ເທດ​ທະ​ວີບ​ອາ​ເມ​ລິ​ກາ, ສະ​ຫະ​ພັນ​ບັນ​ດາ​ປະ​ເທດ​ອາ​ຣັບ, ຖະ​ແຫລງ​ການກອງ​ປະ​ຊຸມ​ອາ​ຊີ-​ອາ​ຟ​ຣິກ​ກາ ປີ 1955 ຢູ່​ບັງ​ດຸນ ອິນ​ໂດ​ເນ​ເຊຍ, ກອງ​ປະ​ຊຸມ​ຂັ້ນ​ສຸດຍອດ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ ຄັ້ງ​ທີ 1 ແລະ 2 ຢູ່ ນະ​ຄອນ​ຫລວງ ແບນກ​ຣາດ ຂອງ ຢູ​ໂກ​ສະ​ລາ​ວີ ປີ 1961 ແລະ ຢູ່​ນະ​ຄອນ​ຫລວງ​ໄຄ​ໂຣ ຂອງ ເອ​ຢິບ ປີ 1964..​.
ສິດ​ທິ​ມະ​ນຸດ ແລະ ອຳ​ນາດ​ອະ​ທິ​ປະ​ໄຕ
ການ​ດັບ​ສູນ​ເຊື້ອ​ຊາດ​ຊາວ​ຢີວ ແລະ ພຶດ​ຕິ​ກຳ​ອັນ​ປ່າ​ເຖື່ອນ​ອື່ນ ທີ່​ພວກ​ຟາດ​ຊິດ ເປັນ​ຜູ້​ກໍ່​ຂຶ້ນ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ່ 2 ໄດ້​ນຳ​ໄປ​ສູ່​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ໜຶ່ງ​ໃນ​ເປົ້າ​ໝາຍ ແມ່ນ​ພັກ​ດັນ ແລະ ປົກ​ປ້ອງ​ສິດ ຂອງ ຄວາມ​ເປັນ​ມະ​ນຸດ. ເຖິງວ່າ​ຈົນ​ເຖິງ​ປີ 1948, ເມື່ອ​ມີ​ຖະ​ແຫລງ​ການ​ສາ​ກົນ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ໄດ້​ຖືກ​ປະ​ກາດ​ໃຊ້, ບັນ​ດາ​ສິດ ແລະ ເສ​ລີ​ພາບ​ຂັ້ນ​ພື້ນ​ຖານ ຂອງ ມະ​ນຸດ​ຈິ່ງໃໝ່ ຈິ່ງ​ໄດ້​ກຳ​ນົດ​ຢ່າງ​ຄັກ​ແນ່, ແຕ່​ສາ​ມາດ​ກ່າວ​ໄດ້​ວ່າ ນັບ​ແຕ່​ມື້​ເລີ່ມ​ຕົ້ນ ທີ່​ກົດ​ບັດ​ສ​ປ​ຊ ໄດ້​ຮັບ​ຜ່ານ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ກາຍ​ເປັນພາ​ລະ​ໜ້າ​ທີ່​ລວມ ຂອງ ວົງ​ຄະ​ນາ​ຍາດ​ສາ​ກົນ.
ນັກ​ຄົ້ນ​ຄວ້າ​ຕາ​ເວັນ​ຕົກ​ບາງ​ຄົນ​ໃຫ້​ທັດ​ສະ​ນະ​ວ່າ: ບັນ​ຫາ​ສິດ​ທິ​ມະ​ນຸດ ຈະ​ຕ້ອງ​ສູງກວ່າ​ ອຳ​ນາດ​ອະ​ທິ​ປະ​ໄຕ. ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ສິດ​ທິ​ມະ​ນຸດ, ມີ​ຄວາມ​ຈຳ​ເປັນຈະ​ຕ້ອງຈຳ​ກັດ, ບາງ​ທີ​ຈະ​ຕ້ອງ​ເຂົ້າ​ໄປ​ແຊກ​ແຊງ ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ. ເບິ່ງ​ລວມ​ແລ້ວ, ພື້ນ​ຖານ​ການ​ວິ​ເຄາະ​ກ່ຽວ​ກັບ​ທັດ​ສະ​ນະ “ສິດ​ທິ​ມະ​ນຸດ ສູງ ກວ່າ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ” ແມ່ນ​ທັດ​ສະ​ນະ​ທົ່ວ​ໄປ ຂອງ ບັນ​ຫາ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ​ສ່ວນ​ບຸກ​ຄົນ ແລະ ບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນ ຖືກ​ຍົກ​ສູງ​ຈົນ​ບໍ່​ສາ​ມາດ​ລະ​ເມີດ​ໄດ້ ທັງ​ໃນ​ລະ​ດັບ​ປະ​ເທດ ແລະ ສາ​ກົນ. ເພາະ​ບຸກ​ຄົນ ແລະ ບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນ ມີ​ລັກ​ສະ​ນະ​ຂັ້ນ​ສູງ, ເພາະ​ສະ​ນັ້ນ ເມື່ອບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນຖືກ​ບັ່ນ​ທອນ​ໃນ​ບາງ​ປະ​ເທດ, ປະ​ເທດ​ອື່ນ​ກໍ່​ມີ​ສິດ ເຂົ້າ​ໄປ​ແຊກ​ແຊງ.
ສິ່ງ​ທີ່​ໄຮ້​ປະ​ໂຫຍດ ຂອງ ທັດ​ສະ​ນະ​ນີ້​ແມ່ນ​ຫຍັງ?
ບໍ່​ມີ​ໃຜ​ ຍອມ​ຮັບ​ຮູ້​ບົດ​ບາດ​ສ່ວນ​ບຸກ​ຄົນ, ແຕ່​ສັງ​ຄົມ​ມະ​ນຸດ​ເວົ້າ​ລວມ, ວົງ​ຄະ​ນະ​ຍາດ​ເຊື້ອ​ຊາດ​ເວົ້າ​ສະ​ເພາະ ກໍ່​ບໍ່​ມີ​ໃຜ​ຍອມ​ຮັບ​ຮູ້​ບົດ​ບາດ​ສ່ວນ​ບຸກ​ຄົນ ເພາະ​ວ່າ ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແມ່ນ​ກຳ​ລັງ​ແຮງ​ໃນ​ການ​ພັກ​ດັນ​ຄວາມ​ກ້າວ​ໜ້າ ຂອງ ບັນ​ດາ​ເຊື້ອ​ຊາດ ແລະ ມວນ​ມະ​ນຸດ. ແຕ່​ວ່າ, ການ​ປະ​ຕິ​ເສດ​ສິດ​ທິ​ສ່ວນ​ບຸກ​ຄົນ ຈະ​ເປັນ​ການ​ພັກ​ດັນ​ການ​ຂະ​ຫຍາຍ​ຕົວ ຂອງ ສັງ​ຄົມ ແລະ ປົກ​ປ້ອງ​ສິດ​ທິ​ສ່ວນ​ບຸກ​ຄົນ​ແທ້​ຫລື​ບໍ? ບຸກ​ຄົນ​ບໍ່​ມີ​ທາງ ແລະ ບໍ່​ສາ​ມາດ​ແຍກ​ຕົວ​ອອກ​ຈາກວົງ​ຄະ​ນາ​ຍາດ​ໄດ້. ໃນ​ຄວາມ​ສຳ​ພັນ​ກັບ​ວົງ​ຄະ​ນາ​ຍາດ, ແຕ່​ລະ​ບຸກ​ຄົນ​ມີ​ສິດ​ເສ​ລີ​ພາບ​ໄດ້, ແຕ່​ບໍ່​ໝາຍ​ຄວາມ​ວ່າ ມີ​ສິດ​ເສ​ລີ​ພາບ​ຢ່າງ​ເຕັມ​ຕົວ ເຮັດ​ຫຍັງ​ກໍ່​ໄດ້, ເພາະ​ວ່າ ຖ້າ​ທຸກ​ຄົນ​ມີ​ສິດ​ເສ​ລີ​ຢ່າງ​ເຕັມ​ຕົວ ວົງ​ຄະ​ນະ​ຍາດ ຈະ​ບໍ່​ຄົງ​ຕົວ​ໄດ້. ຄຽງ​ຂ້າງ​ກັບ​ສິດ​ທິ​ສ່ວນ​ບຸກ​ຄົນ, ຍັງ​ມີ​ສິດ​ທິ​ສ່ວນ​ລວມ ຂອງ ທັງ​ວົງ​ຄະ​ນາ​ຍາດ, ສິດ​ນີ້​ແມ່ນ​ເພື່ື​ປົກ​ປ້ອງ​ຮັບ​ປະ​ກັນບັນ​ດາ​ຜົນ​ປະ​ໂຫຍດ​ລວມ ຂອງ ທັງ​ວົງ​ຄະ​ນະ​ຍາດ​ສະ​ມາ​ຊິກ. ສິດ​ທິ ຂອງ ວົງ​ຄະ​ນາ​ຍາດ ບໍ່​ແມ່ນ​ຜົນ​ຜະ​ລິດ​ທີ່​ສ້າງ​ຂຶ້ນ​ເອງ, ແຕ່​ແມ່ນ​ສິ່ງຍອດ​ຍິ່ງ ຂອງ ວັດ​ທະ​ນະ​ທຳ ທີ່​ມະ​ນຸດ​ສ້າງ​ຂຶ້ນ ຊຶ່ງ​ຖືກ​ຮັບ​ຮອງ ພ້ອມ​ກັບ​ບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນ ໃນ​ບັນ​ດາ​ຖະ​ແຫລງ​ການ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ສ່ວນ​ບຸກ​ຄົນ. ແຕ່​ສິດ​ທິ​ສ່ວນ​ບຸກ​ຄົນ​ອາດ​ຖືກ​ຈຳ​ກັດ ຖ້າ​ເຫັນ​ວ່າ ຈຳ​ເປັນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ສົມ​ບູນ​ພູນ​ສຸກ ຂອງ ສັງ​ຄົມ. ສະ​ນັ້ນ​ກໍ່​ໝາຍ​ຄວາມ​ວ່າ ສິດ​ທິ​ສ່ວນ​ລວມ ແມ່ນ​ສູງກວ່າ​ສິດ​ທິ​ສ່ວນ​ບຸກ​ຄົນ. ແຕ່​ວ່າ ເມື່ອ​ບຸກ​ຄົນ​ສະ​ໝັກ​ເຂົ້າ​ຮ່ວມ​ກັບ​ວົງ​ຄະ​ນາ​ຍາດ, ພວກ​ເຂົາ​ກໍ່​ຍັງ​ມີ​ສິດ​ເສ​ລີ​ພາບ ແລະ ຍິ່ງ​ໄປ​ກວ່າ​ນັ້ນ ພວກ​ເຂົາ​ຍັງ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປົກ​ປ້ອງ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກວົງ​ຄະ​ນາ​ຍາດ.
ສິດ​ທິ​ມະ​ນຸດ ສ່ວນ​ບຸກ​ຄົນ ຈະຖືກ​ຮັບ​ປະ​ກັນບໍ ເມື່ອ​ປະ​ເທດ​ຊາສູນ​ເສຍ​ຄວາມ​ເປັນ​ເອ​ກະ​​ລາດ?
ສິດ​ທິ​ມະ​ນຸດ ແມ່ນ​ອີງ​ໃສ່​ຫລັກ​ການ​ພື້ນ​ຖານ ຂອງ ຄວາມ​ສະ​ເໝີ​ພາບ.ຄວາມ​ໝາຍ ຂອງ ຄຳ​ວ່າ ສະ​ເໝີ​ພາບ ລວມ​ມີ: ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ບຸກ​ຄົນ ແລະ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ປະ​ຊາ​ຊາດ, ເຊື້ອ​ຊາດ, ເພາະ​ຖ້າ​ເບິ່ງ​ທາງ​ດ້ານ​ສັງຄົມ, ບໍ່​ມີ​ບຸກ​ຄົນ​ໃດ​ຈະ​ຄົງ​ຕົວ ໂດຍ​ບໍ່​ມີ​ປະ​ເທດ, ເຊື້ອ​ຊາດ. ນີ້​ກໍ່​ໝາຍ​ຄວາມ​ວ່າ ເມື່ອ​ປະ​ເທດ​ຊາດ, ເຊື້ອ​ຊາດ ມີ​ຄວາມ​ສະເໝີ​ພາບ, ບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນ ແລະ ປະ​ເທດ​ຊາດ ຈິ່ງ​ມີ​ສິດ​ເສ​ລີ​ ແລະ ຄວາມ​ສະ​ເໝີ​ພາບ​ໄດ້.
ນອກ​ຈາກສອງ ​ກົດ​ບັດ ເມື່ອ​ປີ 1968, ກົດ​ບັດ​ສ​ປ​ຊ, ຖະ​ແຫລງ​ການ ຂອງ ສອງກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ ເມື່ອ​ປີ 1968 ແລະ 1993 ແລະ ອີກ​ຫລາຍ​ຖະ​ແຫລງ​ການ​ສາ​ກົນ​ກ່ຽວ​ກັບ​ຂົງ​ເຂດ​ນີ້ ລ້ວນ​ແຕ່​ໄດ້​ເນັ້ນ​ໜັກເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ສຳ​ຄັນ ຂອງ ສິດ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ໃນ​ການ​ຮັບ​ປະ​ກັນ​ທາງ​ດ້ານ​ສິດ​ທິ​ມະ​ນຸດ. ປະ​ຫວັດ​ສາດ ຂອງ ສ​ປ​ຊ ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ ຂອງ ສ​ປ​ຊ ຕະ​ຫລອດ​ໄລ​ຍະ 50 ປີ​ຜ່ານ​ມາ ແມ່ນ​ການ​ຕໍ່​ສູ້ ເພື່ອ​ຍາດ​ເອົາ​ສິດ​ເປັນ​ເຈົ້າ ຂອງ ປະ​ເທດ ຂອງ ບັນ​ດາ​ປະ​ເທດ​ທີ່​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ. ສາ​ມາດ​ເວົ້າ​ໄດ້​ວ່າ ຖ້າ​ເບິ່ງ​ບັນ​ຫາ​ດ້ານ​ສິດ​ທິ​ມະ​ນຸດ, ໄຊ​ຊະ​ນະ ຂອງ ການ​ຕໍ່​ສູ້​ນີ້ ແມ່ນ​ສຸດ​ທີ່​ຍິ່ງ​ໃຫ​ຍ່, ເພາະ​ຜ່ານ​ການ​ຕໍ່​ສູ້, ປະ​ຊາ​ຊົນ​ນັບ​ພັນ​ລ້ານ​ຄົນ ໃນ​ບັນ​ດາ​ປະ​ເທດ​ທີ່​ເປັນ​ຫົວ​ເມືອງ​ຂຶ້ນ ໄດ້​ມີ​ສິດ​ເສ​ລີ​ພາບ​ພາບ ຄື​ກັບ​ປະ​ຊາ​ຊົນ ໃນ​ປະ​ເທດ ທີ່​ເຂົ້າ​ມາ​ປົກ​ຄອງ​ພວກ​ເຂົາ.
ສະ​ນັ້ນ, ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ນັບ​ຖື​ອະ​ທິ​ປະ​ໄຕ ຂອງ ບັນ​ດາ​ປະ​ເທດ ບໍ່​ສະ​ເພາະ​ແຕ່​ເພື່ອ​ຮັບ​ປະ​ກັນ​ໃນ​ຄວາມ​ສຳ​ພັນ​ສັນ​ຕິ​ພາບ​ສາ​ກົນ ເທົ່າ​ນັ້ນ, ແຕ່​ຍັງ​ເລີ່ມ​ຈາກ​ພາ​ລະ​ໜ້າ​ທີ່​ລວມ ໃນ​ການ​ຮັບ​ປະ​ກັນບັນ​ຫາ​ສິດ​ທິ​ມະ​ນຸດ.
ໃນ​ດ້ານ​ນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ, ເຖິງວ່າ​ມັນ​ເປັນ​ມາດ​ຖານ​ສາ​ກົນ, ບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນ ບໍ່​ສາ​ມາດ​ເປັນ​ຈິງ​ໄດ້​ຖ້າ​ບໍ່​ມີ​ກົດ​ໝາຍ​ຄຸ້ມ​ຄອງ, ນະ​ໂຍ​ບາຍ ຂອງ ບັນ​ດາ​ປະ​ເທດ. ເພາະ​ສະ​ນັ້ນ, ອຳ​ນາດ​ອະ​ທິ​ປະ​ໄຕ ຂອງ ປະ​ເທດ​ຊາດ ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິດ​ທິ​ມະ​ນຸດ, ແຕ່ກົງ​ກັນ​ຂ້າມ ຍັງ​ເປັນ​ເງື່ອນ​ໄຂ​ໃນ​ການ​ສົ່ງ​ເສີມ​ສິດ​ທິ​ມະ​ນຸດ. ບັນ​ຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ ໄດ້​ເປັນ​ການ​ອະ​ທິ​ບາຍ​ວ່າ ຍ້ອນ​ຫຍັງ ກົດ​ໝາຍ​ສາ​ກົນ ຈິ່ງ​ບໍ່​ຍອມ​ຮັບ ການ​ແຊກ​ແຊງ​ຕໍ່​ອະ​ທິ​ປະ​ໄຕ ໃນນາມ​ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ.
ເພື່ອ​ຍົກ​ສູງ​ການ​ປະ​ຕິ​ບັດ​ດ້ານ​ສິດ​ທິ​ມະ​ນຸດ ໃນ “ຄອບ​ຄົວ” ຂອງ ມວນ​ມະ​ນຸດ, ອົງ​ການ​ສ​ປ​ຊ ໄດ້​ນຳ​ໃຊ້​ການ​ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ຮ່ວມ​ມື, ການ​ຕ່າງ​ປະ​ເທດ ແລະ ການ​ຊ່ວຍ​ເຫລືອ​ຈາກ​ສາ​ກົນ. ໃນ​ປະ​ຈຸ​ບັນ​ນີ້, ມີ​ຫລາຍ​ກົນ​ໄກ ແລະ ຂອດ​ການ​ປະ​ສານ​ງານ​ໂດຍ​ແມ່ນ​ສ​ປ​ຊ ແລະ ບາງ​ໜ່ວຍ​ງານ ຂອງ ອົງ​ການ​ສ​ປ​ຊ ເປັນ​ຜູ້​ຈັດ​ຕັ້ງ​ຂຶ້ນ ເຊັ່ນ: ອົງ​ການ​ແຮງ​ງານ​ສາ​ກົນ (ILO), ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ຂອງ ສ​ປ​ຊ (UNESCO)..​. ເພື່ອ​ຕິດ​ຕາມ ແລະ ພັກ​ດັນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເງື່ອນ​ໄຂ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ໃນ​ແຕ່​ລະ​ປະ​ເທດ. ແຕ່​ວ່າ, ບັນ​ດາ​ກົນ​ໄກ ແລະ ລະ​ບຽບ​ຫລັກ​ການ​ນີ້ ແມ່ນ​ອີງ​ໃສ່​ຄວາມ​ເຫັນ​ພ້ອມ​ແບບ​ສະ​ໝັກ​ໃຈ ຂອງ ແຕ່​ລະ​ປະ​ເທດ ແລະ ເອົາ​ການ​ເຈ​ລະ​ຈາ​ແບບ​ສັນ​ຕິ ​ເປັນ​ພື້ນ​ຖານ. ບໍ່​ມີ​ກົນ​ໄກ​ໃດ​ອະ​ນຸ​ຍາດ​ໃຫ້​ສ​ປ​ຊ ຫລື ກຸ່ມ​ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ​ໃດ ມີ​ສິດ​ເຂົ້າ​ໄປ​ແຊກ​ແຊງ​ໃນ​ກິດ​ຈະ​ການ​ພາຍ​ໃນ ຂອງ ປະ​ເທດ​ອື່ນ ໃນ​ນາມ “ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ”.
ລັດທິ​ແຊກ​ແຊງ​ໃໝ່ ແລະ ຜົນ​ໄດ້​ຮັບ.
ຖ້າ​ທຽບ​ໃສ່​ກົດ​ໝາຍ​ສາ​ກົນ​ທີ່​ເຄີຍ​ມີ​ມາ, ກົດ​ໝາຍ​ສາ​ກົນ​ໃນ​ປະ​ຈຸ​ບັນ ແມ່ນ​ບໍ່​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ແຊກ​ແຊງ​ໃນ​ກິດ​ຈະ​ການ​ພາຍ​ໃນ ຂອງ ປະ​ເທດ​ອື່ນ. ມາດ​ຕາ 39 ຂອງ ກົດ​ບັດ​ສ​ປ​ຊ, ຄະ​ນະ​ມົນ​ຕີ​ຄວາມ​ໝັ້ນ​ຄົງ ສາ​ມາດ​ນຳ​ໃຊ້​ບັນ​ດາ​ວິ​ທີ​ການ​ໃນ​ການ​ສະ​ກັດ​ກັ້ນ ແລະ ບັງ​ຄັບ​ຕໍ່​ປະ​ເທດ​ໃດ​ໜຶ່ງ​ທີ່​ມີ​ການ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ, ທຳ​ລາຍ​ສັນ​ຕິ​ພາບ ຫລື ມີ​ພຶດ​ຕິ​ກຳ​ໄປ​ໃນ​ທາງ​ຮຸກ​ຮານ. ແຕ່​ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ່​ຄື​ວ່າ ການ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ກ່າວ​ມາ​ຂ້າງ​ເທິງນີ້ ແມ່ນ​ການ​ແຊກ​ແຊງ ທີ່​ເປັນ​ລັກ​ສະ​ນະ​ລວມ​ໝູ່ ແລະ ມີ​ເງື່ອນ​ໄຂ, ບໍ່​ແມ່ນ​ການ​ແຊກ​ແຊງ​ທີ່​ເຮັດ​ຕາມ​ໃຈ​ຕົນ​ເອງ ຂອງ ໜຶ່ງ ຫລື ກຸ່ມ​ປະ​ເທດ, ເປັນ​ຕົ້ນ​ແມ່ນ ໃນ​ການ​ກະ​ທຳທີ່​ຖື​ວ່າ ເປັນ​ຕົ້ນ​ເຫດ, ໂດຍ​ບໍ່​ນັບ​ບັນ​ຫາ​ສິດ​ທິ​ມະ​ນຸດ.
ແຕ່​ວ່າ, ກຸ່ມ​ອິດ​ທິ​ກຳ​ລັງ​ປະ​ເທດ​ຕາ​ເວັນ​ຕົກ ຈຳ​ນວນ​ໜຶ່ງ​ກຳ​ລັງ ແລະ ໄດ້​ເປີດກວ້າງ​ຂອບ​ເຂດ ຂອງ ການ​ແຊກ​ແຊງທີ່​ກ່າວ​ມາ​ຂ້າງ​ເທິງ ໄປ​ກ່ຽວ​ພັນ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ. ຕາມ​ພວກ​ເຂົາ​ກໍ່​ແມ່ນ​ວ່າ ຫລັກ​ການ​ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ ຂອງ ປະ​ເທດ​ອື່ນ ໃນ​ຄວາມ​ສຳ​ພັນ​ສາ​ກົນ ແຕ່​ກ່ອນ ຈົນ​ເຖິງ​ປະ​ຈຸ​ບັນ ແມ່ນ​ມີ​ຄວາມ​ສັກ​ສິດ​ໜ້ອຍ ຕໍ່​ໜ້າ “ການ​ລະ​ເມີດ​ສິດ​ທິ​ມະ​ນຸດ”. ດ້ວຍ​ວິ​ທີ​ການ​ນີ້, ພວກ​ເຂົາ​ໄດ້​ສ້າງ​ສະ​ຖາ​ນະ​ການ​ຂຶ້ນ​ເພື່ອ​ກະ​ຕຸ້ນ ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ເພື່ອ​ສ້າງ​ຄວາມ​ວຸ້ນ​ວາຍ ແລະ ສຸດ​ທ້າຍ​ແມ່ນ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ໃນ​ບັນ​ດາ​ປະ​ເທດ ທີ່​ເອົາ​ຊື່ “ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ”. ນີ້​ແມ່ນ​ການ​ເລີ່ມ​ຕົ້ນ ຂອງ ທິດ​ສະ​ດີ “ລັດ​ທິ​ແຊກ​ແຊງ​ໃໝ່” ຊຶ່ງ​ບັນ​ດາ​ນັກ​ປາດ​ທັງ​ຫລາຍ​ໃນ​ໂລກ​ໄດ້​ອອກ​ມາ​ເຕືອນ​ເຖິງ​ໄພ​ອັນ​ຕະ​ລາຍ​ນີ້.
ເຖິງວ່າ ຈະ​ເອົາ​ຊື່ “ເພື່ອ​ມະ​ນຸດ​ສະ​ທຳ”, “ເພື່ອ​ສິດ​ທິ​ມະ​ນຸດ”, ແຕ່​ລັດ​ທິ​ແຊກ​ແຊງ​ໃໝ່ ບໍ່​ສາ​ມາດ​ປິດ​ບັງ​ໄດ້​ທາດ​ແທ້​ ຂອງ ຕົນ ຄື: “ປາ​ໃຫຍ່ ກິນ​ປາ​ນ້ອຍ” ໃນ​ການ​ພົວ​ພັນ​ສາ​ກົນ. ການ​ບຸກ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ທະ​ຫານ​ໃສ່ ຢູ​ໂກ​ສະ​ລາ​ວີ (ເກົ່າ), ອັ​ຟ​ກາ​ນິ​ສ​ຖານ, ອີ​ຣັກ..​.ແລະ ການ​ແຊກ​ແຊງ​ຢ່າງ​ບັງ​ອາດ​ເປີດ​ແປນ ເຂົ້າ​ວຽກ​ງານ​ພາຍ​ໃນ ຂອງ ບາງ​ປະ​ເທດ ເມື່ອ​ບໍ່​ດົນ​ມາ​ນີ້ ພາຍ​ໃຕ້​ຄຳ​ຂັວນ: “ປົກ​ປ້ອງ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ”, “ເສ​ລີ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ” ແລະ ອື່ນໆ ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນ​ຫາ​ນີ້. ບັນ​ຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ, ໃນ​ທາງ​ທິດ​ສະ​ດີ​ກ່ຽວ​ກັບ​ລັດ​ທິ​ແຊກ​ແຊງ​ໃໝ່ ທີ່​ບັນ​ດາ​ຜູ້​ກຳ​ອຳ​ນາດ​ ບາງປະ​ເທດ​ຕາ​ເວັນ​ຕົກ ໄດ້​ສວຍ​ໃຊ້ ເພື່ອ​ປົກ​ປ້ອງ​ຕົນ​ເອງ ໃນ​ການ​ເມີນ​ເສີຍ​ຕໍ່​ບັນ​ດາ​ຫລັກ​ການ​ຂັ້ນ​ພື້ນ​ຖານ ໃນ​ກົດ​ໝາຍ​ສາ​ກົນ, ບັນ​ດາ​ການ​ກະ​ທຳ, ຈຸດ​ໜັກ​ແມ່ນ​ເພື່ອນຳ​ໃຊ້​ກົດ​ລະ​ບຽບ​ໃໝ່​ສາ​ກົນ ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ຕາ​ເວັນ​ຕົກ, ໂດຍ​ບໍ່​ແມ່ນ​ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ.
ແຕ່​ສິ່ງ​ທີ່​ເປັນ​ຕາ​ຫົວ​ກໍ່​ຄື​ວ່າ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ໃຊ້​ນະ​ໂຍ​ບາຍ “ແຊກ​ແຊງ ແບບ​ມີ​ມະ​ນຸດ​ສະ​ທຳ” ແລະ ສົ່ງ​ເສີມ​ທັດ​ສະ​ນະ “ສິດ​ທິ​ມະ​ນຸດ ສູງກວ່າ​ອຳ​ນາດ​ອະ​ທິ​ປະ​ໄຕ”, ແຕ່​ປະ​ເທດ​ມະ​ຫາ​ອຳ​ນາດ ຕາ​ເວັນ​ຕົກ​ບາງ​ປະ​ເທດ ຊ້ຳ​ພັດ​ບໍ່​ຍອມ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ສາ​ກົນຂັ້ນ​ພື້ນ​ຖານ ກ່ຽວ​ກັບສິດ​ທິ​ມະ​ນຸດ. ບໍ່​ສະ​ເພາະ​ແຕ່​ເທົ່າ​ນັ້ນກອງ​ທັບ ແລະ ກອງ​ກຳ​ລັງ​ສືບ​ລາ​ຊະ​ການ​ລັບ ຂອງພວກ​ເຂົາ​ຍັງ​ໄດ້​ທຳ​ການ​ຈັບ​ກຸມ, ທໍ​ລະ​ມານ ແລະ ນຳ​ໄປ​ຫາຍ​ສາບ​ສູນ ຜູ້​ທີ່​ຖືກ​ຈັບ ໃນ​ລະ​ຫວ່າງ​ທີ່​ພວກ​ເຂົາ​ທຳ​ສົງ​ຄາມຮຸກ​ຮານ. ລັັກສະ​ນະ​ສອງ​ໜ້າ ກ່ຽວ​ກັບ​ທັດ​ສະ​ນະ​ ແລະ ການ​ກະ​ທຳ​ ດ້ານ​ສິດ​ທິ​ມະ​ນຸດ ແມ່ນ​ກົງ​ກັນ​ຂ້າມ​ກັບ​ຫລັກ​ການ​ຂັ້ນ​ພື້ນ​ຖານ ຂອງ ກົດ​ບັດ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ເພາະ​ສະ​ນັ້ນ​ມີ​ແຕ່​ຈະ​ເຮັດ​ໃຫ້​ລະ​ບຽບ​ໂລກ​ຍິ່ງ​ສັບ​ສົນ ແລະ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ຍິ່ງ​ໜັກ​ໜ່ວງ​ຂຶ້ນ​ຕື່ມ.
ປະ​ຊາ​ຊົນ​ລາວ ແມ່ນ​ຜູ້​ທີ່​ຮັກ​ຫອມ​ສັນ​ຕິ​ພາບ ແລະ ເຄີຍ​ປະ​ສົບ​ພົບ​ພໍ້​ກັບ​ຄວາມ​ສູນ​ເສຍ​ທາງ​ດ້ານ​ສິດ​ທິ​ມະ​ນຸດ ຍ້ອນ​ການ​ຮຸກ​ຮານ ຂອງ ຈັກ​ກະ​ພັດ​ຕ່າງ​ດ້າວ ເປັນ​ຜູ້​ກໍ່​ຂຶ້ນ. ປະ​ຊາ​ຊົນ​ລາວ ທຸກ​ທົ່ວ​ໜ້າຕ່າງ​ກໍ່​ຮູ້​ດີ​ວ່າ ສິດ​ທິ​ສ່ວນ​ບຸກ​ຄົນ, ກ່ອນ​ອື່ນ​ໝົດ ແລະ ເປັນ​ພື້ນ​ຖານກວ່າ​ໝູ່ ແມ່ນ​ສິດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ, ເສ​ລີ​ພາບ ແລະ ມີ​ຄວາມ​ເປັນ​ເອ​ກະ​ລາດ. ເພາະ​ສະ​ນັ້ນ, ປະ​ຊາ​ຊົນ​ລາວ ເດັດ​ດ່ຽວ​ຄັດ​ຄ້ານ​ສິ່ງ​ທີ່​ເອີ້ນ​ວ່າ “ສິດ​ທິ​ມະ​ນຸດ ສູງກວ່າ​ອຳ​ນາດອະ​ທິ​ປະ​ໄຕ”, ກໍ່​ຄື​ການ​ສວຍ​ໃຊ້​ບັນ​ຫາ​ສິດ​ທິ​ມະ​ນຸດ ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ ຂອງ ປະ​ເທດ​ອື່ນ ບໍ່​ວ່າ​ໃນ​ຮູບ​ແບບ​ໃດ. ປະ​ຫວັດ​ສາດ ຂອງ ຊາດ​ລາວ ໄດ​້​ພິ​ສູດ​ໃຫ້​ເຫັນ​ແລ້​ວ່າ ມີ​ແຕ່​ປະ​ເທດ​ຊາດ​ໄດ້​ຮັບເອ​ກະ​ລາດ, ມີ​ເສ​ລີ​ພາບ, ສິດ​ທິ​ມະ​ນຸດ​ຈິ່ງ​ປາ​ກົດ​ເປັນ​ຈິງ​ໄດ້. ປະ​ຫວັດ​ສາດ ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ ບໍ່​ວ່າ​ທຸກ​ຄວາມ​ພະ​ຍາ​ຍາມ​ທຳ​ລາຍ, ແຊກ​ແຊງ​ຈາກ​ພາຍນອກ ໂດຍ​ເອົາ “ປະ​ຊາ​ທິ​ປະ​ໄຕ”, “ສິດ​ທິ​ມະ​ນຸດ” ຫລື ຮູບ​ການ​ອື່ນ ພວກ​ເຂົາ​ກໍ່​ຕ້ອງ​ປະ​ລາ​ໄຊ​ໃນ​ທີ່​ສຸດ​ຈາກ​ກ້ອນກຳ​ລັງ​ແຮງ ແຫ່ງ​ຄວາມ​ສາ​ມັກ​ຄີ​ປວງ​ຊົນ​ລາວ ທັງ​ຊາດ ພາຍ​ໃຕ້​ການ​ນຳ​ພາ ຂອງ ພັກ.

 


ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.