ໂດຍ: ສັດຈະທຳ

*** ປະທານໄກສອນພົມວິຫານໃນຖານະເປັນຜູ້ນຳຂອງພັກ, ຂອງການປະຕິວັດ ແລະ
ເປັນຜູ້ກໍ່ຕັ້ງກຳລັງປະກອບອາວຸດກອງທັບປະຊາຊົນລາວ, ຍາມໃດເພິ່ນກໍເປັນຫ່ວງເປັນ
ໃຍສຶກສາອົບຮົມ ແລະ ໃຫ້ຄຳຊີ້ນຳກອງທັບພວກເຮົາວ່າ: ນອກຈາກສູ້ຮົບ ແລະ ກຽມ
ພ້ອມສູ້ຮົບໃຫ້ດີແລ້ວກອງທັບເຮົາຍັງຕ້ອງໄດ້ດຸຫມັ່ນອອກແຮງງານ, ດຳເນີນຜະລິດ
- ສ້າງເສດຖະກິດເພື່ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ໄດ້ອີກດ້ວຍ.
ໃນພຶດຕິດກຳຕົວຈິງແລ້ວ, ຕະຫລອດໄລຍະຜ່ານມາໄດ້ຊີ້ໃຫ້ພວກເຮົາເຫັນວ່າ: ກອງທັບເຮົານອກຈາກຈະສ້າງເງື່ອນໄຂ
ຄວາມຫມັ້ນຄົງ, ຄວາມມີສະເຖຍລະພາບດ້ານການເມືອງຮັບປະກັນໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດແລ້ວ,
ກອງທັບເຮົາຍັງໄດ້ຕັ້ງຫນ້າເຂົ້າຮ່ວມໃນການພັດທະນາພື້ນຖານໂຄງລ່າງເສດຖະກິດ, ຫັນລົງກໍ່ສ້າງຮາກຖານພັດທະນາ
ຊົນນະບົດຢູ່ເຂດທຸລະກັນດານຫ່າງໄກສອກຫລີກສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ບັນດາ
ຫົວຫນ່ວຍການຜະລິດ-ທຸລະກິດເຂົ້າໄປລົງທຶນຕາມແນວທາງເສດະກິດທີ່ພັກວາງອອກ, ເປັນຕົ້ນແມ່ນໃນຊຸມປີຜ່ານມານີ້,
ກອງທັບເຮົາໄດ້ຖືກມອບຫມາຍຈາກພັກ-ລັດໃຫ້ລົງພັດທະນາຕົວເມືອງ ແລະ ເສດຖະກິດ-ສັງຄົມຢູ່ເຂດຫລັກ 20 ເມືອງ
ຄຳເກີດແຂວງບໍລິຄຳໄຊແຕ່ປີ 1984 ເປັນຕົ້ນມາ, ໄປພັດທະນາຊົນນະບົດຮອບດ້ານຢູ່ເຂດພິເສດໄຊສົມບູນ, ຢູ່ເຂດ
ຊຽງຮ່ອນຫົງສາ ຈົນເຮັດໃຫ້ແຕ່ລະທ້ອງຖິ່ນເຊິ່ງໃນເມື່ອກ່ອນແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ-ຫລ້າຫລັງມີໂສມຫນ້າ
ປ່ຽນແປງໃຫມ່ຢ່າງຈະແຈ້ງ ແລະ ພື້ນຖານໂຄງລ່າງເສດຖະກິດທີ່ກ້າວຫນ້າ, ມີຄວາມສະຫງົບອຸ່ນອຽນ ແລະ ກາຍເປັນ
ເຂດທ່ອງທ່ຽວຂອງປະຊາຊົນລາວ ແລະ ຊາວຕ່າງປະເທດປະກອບສ່ວນສ້າງລາຍຮັບແກ່ປະເທດຊາດນັບມື້ນັບເພີ່ມຂຶ້ນ.
ບໍ່ພຽງແຕ່ເທົ່ານັ້ນ, ກອງທັບເຮົາຍັງໄດ້ປະກອບອັນສຳຄັນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄຫມຕາມແນວ
ທາງຂອງພັກວາງອອກເຊັ່ນ: ແຕ່ຊຸມປີ 1990 ມານີ້ກອງທັບເຮົາໄດ້ຈັດຕັ້ງໃຫ້ມີບັນດາໂຮງງານ ແລະ ບໍລິສັດສຳຄັນຄື:
ບໍລິສັດດາຟີ, ໂຮງງານຜະລິດຊີມັງ, ໂຮງງານຜະລິດເຫລັກເສັ້ນ, ໂຮງງານຜະລິດຖົງຕີນ, ໂຮງງານທາດລະເບີດ, ໂຮງງານ
ຕັດຫຍິບ, ໂຮງງານຜະລິດກະເບື້ອງ, ໂຮງງານຜະລິດບຼັອກຊີແພັກ, ໂຮງງານປະສານເຫລົ່າ, ໂຮງງານຜະລິດເກີບ ແລະ
ອື່ນໆ ພ້ອມນີ້ກໍຍັງມີສູນຜະລິດຄົບວົງຈອນຫນອງຫມາກຈັບ, ສູນຜະລິດຫາດສ້ຽວ, ມີບໍລິສັດການຄ້າຂາອອກ-ຂາເຂົ້າ,
ມີໂຮງແຮມ ແລະ ຂະແຫນງການບໍລິການຕ່າງໆຈຳນວນຫນຶ່ງ, ເພື່ອບໍລິການຮັບໃຊ້ສັງຄົມສ້າງແຫລ່ງລາຍຮັບແກ່ກອງທັບ
ແລະ ປະຕິບັດພັນທະຕໍ່ງົບປະມານ ແຫ່ງລັດ.
ໃນຊຸມປີຕໍ່ຫນ້ານີ້, ເພື່ອພັດທະນາເສດຖະກິດຂອງກອງທັບໃຫ້ກ້າວສູ່ຄຸນນະພາບອັນໃຫມ່ຕອບສະຫນອງໃຫ້ໄດ້ກັບ
ຄາດຫມາຍສູ້ຊົນທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກວາງອອກນັ້ນບັນຫາສຳຄັນອັນດັບຫນຶ່ງກອງທັບເຮົາຕ້ອງໄດ້
ກຳເນີນມາດຕະການປະຢັດມັດທະຍັດໃຫ້ຮັດກຸມກວ່າເກົ່າ, ເດັດດ່ຽວຕ້ານແນວຄິດໂລບມາກ - ໂລພາ, ສໍ້ລາດບັງຫລວງ
ແນໃສ່ປະກອບສ່ວນແຂງແຮງ ກວ່າເກົ່າເຂົ້າໃນການຂະຫຍາຍເສດຖະກິດແຫ່ງຊາດ, ພ້ອມນີ້ກໍມີຄວາມຈຳເປັນຢ່າງຍິ່ງທີ່
ຈະຕ້ອງມີວິທີການປັບປຸງແກ້ໄຂບາງບັນຫາທີ່ຄົງຄ້າງໃນການດຳເນີນການຜະລິດ-ທຸລະກິດໃຫ້ສອດຄ່ອງກວ່າເກົ່າໂດຍ
ສະເພະແມ່ນຕ້ອງດຳເນີນການກວດກາຄືນຫົວຫນ່ວຍການຜະລິດ-ທຸລະກິດທີ່ບໍ່ມີປະສິດທິຜົນເພື່ອມີທິດປັບປຸງແກ້ໄຂ,
ຕັ້ງຫນ້າປັບປຸງ ຖັນແຖວພະນັກງານທີ່ເຮັດວຽກຕາມຫົວຫນ່ວຍການຜະລິດທຸລະກິດພ້ອມທັງມີທິດບຳລຸງສ້າງໃຫ້ໄດ້ມາດຖານ, ມີຄວາມຮູ້ຄວາມສາມາດດ້ານເສດຖະກິດແນໃສ່ຍົກສູງຄວາມຮັບຜິດຊອບຂອງພະນັກງານຕໍ່ກັບທຶນຮອນທີ່ພັກ-ລັດມອບ
ຫມາຍໃຫ້, ອັນສຳຄັນກວ່າຫມູ່ແມ່ນຕ້ອງລົບລ້າງໃຫ້ໄດ້ລະບອບເກື້ອກູນເພື່ອຫັນໄປສູ່ການໄລ່ລຽງທຸລະກິດ ແລະ ຫັນເປັນ
ຫຸ້ນສ່ວນຂອງບັນດາຫົວຫນ່ວຍການຜະລິດທຸລະກິດເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບຂອງການດຳເນີນທຸລະກິດ
ໂດຍສະເພາະຄຸນນະພາບຂອງການດຳເນີນທຸລະກິດໂດຍສະເພາະແມ່ນ
ຄຸນນະພາບຂອງສິນຄ້າຜະລິດຕະພັນໃຫ້ມີຄວາມສາມາດແຂ່ງຂັນກັບບໍລິສັດອື່ນໆໄດ້, ພ້ອມນີ້ກໍສູ້ຊົນເຮັດໃຫ້ບັນດາ
ຫົວຫນ່ວຍການຜະລິດ-ທຸລະກິດ ຂອງ ກອງທັບມີຄວາມສາມາດກຸ້ມຕົນເອງດ້ານລາຍຮັບ-ລາຍຈ່າຍ, ມີຄວາມສາມາດ
ສະສົມທຶນຮອນໃຫ້ແກ່ເສດຖະກິດປ້ອງກັນຊາດ, ຫລຸດຜ່ອນພາລະແບກຫາບຂອງລັດລົງເທື່ອລະກ້າວ.
- ເຮັດໄດ້ຄືແນວນີ້ເຊື່ ອຫມັ້ນວ່າຈະເປັນການພັດທະນາເສດຖະກິດຂອງກອງທັບກໍຄືຂອງຊາດໃຫ້ມີປະສິດທິຜົນສູງກວ່າເກົ່າ
ຢ່າງແນ່ນອນ.
|