ຊີວິດ​ຈິງ ຈາກ​ການ​ຄ້າ​ມະນຸດ
ບ່າວ​ຜູ້​ໄທ

ການ​ຄ້າ​ຂາຍ​ເດັກ ແມ່ນ​ອາດ​ຊະ​ຍາ​ກຳ​ປະ​ເພດ​ໜຶ່ງ ທີ່​ເປັນ​ການ​ລ່ວງ​ລະ​ເມີດ​ສິດ​ທິ​ຂັ້ນ​ພື້ນ​ຖານ ຂອງ ເດັກ ຊຶ່ງ​ນຳ​ໄປ​ສູ່​ການ​ຂູດ​ຮີດ, ການ​ທາ​ລຸນ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ກັບ​ເດັກ. ການ​ຄ້າ​ຂາຍ​ເດັກ ໄດ້​ນຳ​ຜົນ​ສະ​ທ້ອນ​ບໍ່​ດີ​ຕໍ່​ການ​ພັດ​ທະ​ນາ ຂອງ ເດັກ​ໃນ​ໄລ​ຍະ​ຍາວ ແລະ ມີ​ບາງ​ກໍ​ລະ​ນີ ເດັກ​ບໍ່​ສາ​ມາດ​ເອົາ​ຕົວ​ລອດ​ໄດ້. ກົດ​ໝາຍ ຂອງ ສ​ປ​ປ ລາວ ໄດ້​ຈັດ​ການ​ຄ້າ​ຂາຍ​ມະ​ນຸດ ແມ່ນ​ອາດ​ສະ​ຍາ​ກຳ​ປະ​ເພດ​ໜຶ່ງ, ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ຂາຍ​ເດັກ ຍິ່ງ​ມີ​ຄວາມ​ຜິດ​ຮ້າຍ​ແຮງ.
ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃຈ​ກາງ ຂອງ ພາກ​ພື້ນ ແລະມີ​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ຍັງ​ຕ່ຳ, ແຕ່​ກໍ່​ມີ​ພົນ​ລະ​ເມືອງ​ທີ່​ເປັນ​ຊາວ​ໜຸ່ມ​ຈຳ​ນວນ​ຫລວງ​ຫລາຍ. ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ການ​ພັດ​ທະ​ນາ ບວກ​ໃສ່​ກັບ​ຄວາມ​ທັນ​ສະ​ໄໝ​ທີ່​ກຳ​ລັງ​ເພີ່ມ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ຊາວ​ໜຸ່ມ ສະ​ແຫວງ​ຫາ​ວິ​ຖີ​ການ​ດຳ​ລົງ​ຊີ​ວິດ​ແບບ​ວັດ​ຖຸ​ນິ​ຍົມ, ຊຶ່ງ​ເປັນ​ການ​ພັກ​ດັນ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ດີ້ນ​ຮົນ ແລ່ນ​ຕາມ​ຄ່າ​ນິ​ຍົມ ຂອງ ວັດ​ຖຸ ຈິ່ງ​ງ່າຍ​ທີ່​ຈະ​ຕົກ​ເປັນ​ເຫຍື່ອ ຂອງ ການ​​ຄ້າ​ມະ​ນຸດ.
ການ​ຕົວະ​ຍົວະ​ຫລອກ​ເອົາ​ເດັກ​ໄປ​ຂາຍ ບໍ່​ວ່າ ຈະ​ຢູ່​ພາຍ​ໃນ ຫລື ຕ່າງ​ປະ​ເທດ ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ຄົນ​ທີ່​ຄຸ້ນ​ເຄີຍ ແລະ ຮູ້​ຈັກ​ກັບ​ເດັກ​ເປັນ​ຢ່າງ​ດີ. ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ປາ​ກົດ​ວ່າ ຜູ້​ທີ່​ມາ​ຫລອກ​ລວງ ຍັງ​ແມ່ນ​ພີ່​ນ້ອງ ຂອງ ເດັກ​ເອງ. ພວກ​ເຂົາ​ຈະ​ໃຊ້​ຄວາມ​ຄຸ້ນ​ເຄີຍ​ກັບ​ເດັກ ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ນັ້ນ​ເພື່ອ​ສ້າງ​ຄວາມ​ຄຸ້ນ​ເຄີຍ, ເຊື່ອ​ໝັ້ນ ແລະ ຈາກ​ນັ້ນ​ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແບບ​ “ຈອມ​ປອມ” ເພື່ອ​ລໍ້​ເອົາ​ເຫຍື່ອ​ໃຫ້​ອອກ​ຈາກ​ບ້ານ ຂອງ ພວກ​ເຂົາ​ໄປ ເພື່ອ​ຊອກ​ຫາ​ໂອ​ກາດ ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ. ເດັກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ຫລາຍ ແມ່ນ​ມາ​ຈາກ​ຊົນ​ນະ​ບົດ, ດັ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ ນາງ​ ອິນ​ໄຊ (ນາມ​ສົມ​ມຸດ), ​ອາ​ຍຸ 29 ປີ ເປັນ​ປະຊາຊົນ ຢູ່​ແຂວງ​ເຊ​ກອງ. ນາງ ມີ​ອ້າຍ​ເອື້ອຍ​ນ້ອງ​ຮ່ວມ​ກັນ 6 ຄົນ, ນາງ ເປັນ​ລູກ​ຜູ້​ທີ່ 6, ຮຽນ​ຈົບ​ຫ້ອງ ປໍ 5. ນາງເປັນ​ກຳ​ພອຍມາ​ຕັ້ງ​ແຕ່​ອາ​ຍຸ​ຍັງ​ນ້ອຍ, ​ປັດ​ຈຸ​ບັນນາງໄດ້​ສ້າງ​ຄອບ​ຄົວ​ກັບ​ຄົນ​ບ້ານ​ດຽວ​ກັນແລະຍັງ​ຢູ່​ເຮືອນ ​ນຳ​ເອື້ອຍ.
ນາງ ອິນ​ໄຊ ໄດ້​ເລົ່າ​ເຖິງ​ຕົ້ນ​ປາຍ​ສາຍ​ເຫດ​ໃຫ້​ຟັງ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ຕົນວ່າ ນາງ ກໍ່​ຄື​ກັບ​ຊາວ​ບ້ານ​ທົ່ວໆ ໄປ, ແຕ່​ລະ​ມື້​ກໍ່​ຈະ​ທຳ​ມາ​ຫາ​ກິນ​ຕາມ​​ແບບ​ຊົນ​ນະ​ບົດ ​ເພື່ອ​ລ້ຽງຄອບ​ຄົວ. ແຕ່​ມາ​ມື້​ໜຶ່ງ ນາງ ພຽນ (ນາມ​ສົມມຸດ) ຊຶ່ງ​ເປັນ​ແມ່ ຂອງ ນາງ ນາງ (ນາມ​ສົມມຸດ) ໄດ້​ມາ​ຊັກ​ຊວນຕົນ ດ້ວຍ​ຖ້ອຍ​ຄຳ​ທີ່​ອ່ອນ​ຫວານ​ວ່າ ອິນ​ ເອີຍ! ເຈົ້າ​ບໍ່​ຢາກ​ໄປ​ເຮັດ​ວຽກ​ຢູ່​ວຽງ​ຈັນບໍ?, ຖ້າ​ເຈົ້າ​ໄປຢູ່​ທີ່​ນັ້ນ​ເງິນ​ເດືອນ​ກໍ​ດີ, ເຄື່ອງນຸ່ງ​ເຂົາ​ກໍ່​ໃຫ້ ທະ​ແນມ​ແຕ່​ເຈົ້າ​ຢາກ​ໄດ້​ຫຍັງ ເຂົາ​ກໍ່​ຊື້​ໃຫ້​ໝົດ. ສະ​ນັ້ນ​ເຈົ້າ​ຊິຢູ່​ເຮັດ​ຫຍັງ​ໃຫ້​ມັນ​ທຸກ ມັນ​ຍາກ, ເຈະ​ກະ​ພາ, ເຈະ​ນ້ຳ ຂຶ້ນ​ພູ ລົງ​ຫ້ວຍ​ຢູ່​ຈັ່ງ​ຊີ້. ເມື່ອ​ໄດ້​ຍິນນາງ ພຽນ ຫວ່ານ​ຄຳ​ຫວານໆ ອອກ​ມາ​ແນວ​ນັ້ນ, ນາງ ອິນ​ໄຊ ກໍ​ຄິດ​ວ່າ ຕົນ​ເອງ ກໍ່​ທຸກ​ຍາກ​ກາກ​ກຳ​ ມາ​ຕັ້ງ​ແຕ່​ນ້ອຍ ໃນ​ການ​ທຳ​ມາ​ຫາ​ກິນ​ແທ້ ກໍ່​ເລີຍ​ຕັດ​ສິນ​ໃຈ​ໄປ​ນຳ​ຄຳ​ຊັກ​ຊວນ ຂອງ ນາງ ພຽນ ພ້ອມ​ທັງ​ຖາມ​ນາງ ພຽນ ວ່າ ຖ້າ​ໄປ​ຈະ​ບໍ່​ເປັນ​ຫຍັງ​ບໍ? ນາງ ພຽນ ກໍ່​ບອກວ່າ ບໍ່​ເປັນ​ຫຍັງ, ຖ້າ​ມີ​ເລື່ອງ​ເອື້ອຍ​ເອງ​ຈະ​ຮັບ​ປະ​ກັນ​ໃຫ້​ທັງ​ໝົດ ແລະ ການ​ໄປ​ຄັ້ງ​ນີ້ ແມ່ນ​ໄປ​ກັບ​ພີ່​ນ້ອງ ຂອງ ເອື້ອຍ​ເອງຄື ປ້າ ຄຳ​ພອນ (ນາມ​ສົມ ມຸດ) ເພິ່ນ​ຢູຸ່​ສາ​ລະ​ວັນ. ສຸດ​ທ້າຍນາງ ຕັດ​ສິນ​ໃຈ​ໄປ​ກໍ່​ເພາະ​ມີ ອີ່​ນາງ ຊຶ່ງ​ແມ່ນ​ລູກ​ສາວ ຂອງ ເອື້ອຍ ພຽນ​ໄປ​ນຳ ນາງ​ຈຶ່ງ​ເຊື່ອ​ວ່າ ຄົງ​ຈະ​ບໍ່​ເປັນ​ອັນ​ຕະ​ລາຍ​ຫຍັງ​ເກີດ​ຂຶ້ນ.
ພໍ​ເຖິງ​ມື້​ນັດ​ໝາຍ​ອອກ​ເດີນ​ທາງ ຄື​ວັນ​ທີ 19 ກຸມ​ພາ 2000, ນາງ ພຽນ ໄດ້​ມາ​ປຸກ​ເອົາ​ນາງ ອິນ​ໄຊ ຕັ້ງ​ແຕ່​ເວ​ລາ 3 ໂມງ​ເຊົ້າ. ການ​ໄປ​ນຳ​ກັນມີ ນາງ ຕິກ (ນາມ​ສົມມຸດ), ນາງ ດັນ (ນາມ​ສົມ ມຸດ) ແລະ ນາງ ນາງ, ຊຶ່ງ​ເປັນ​ລູກ​ສາວ ຂອງ ນາງ ພຽນ ເອງ. ກ່ອນ​ຈະ​ລົງ​ເຮືອນ​ໄປ, ນາງ ພຽນ ໄດ້​ບອກວ່າ ບໍ່​ຕ້ອງ​ເອົາ​ຫຍັງ​ໄປ. ຍ້ອນ​ຄວາມ​ຊື່, ນາງ ຈິ່ງ​ໃສ່​ແຕ່​ເຄື່ອງ​ຄາ​ຄີງ ແລ້ວ​ກໍ່​ລົງ​ເຮືອນ​ໄປ ພ້ອມ​ກັບ​ໝູ່​ທີ່​ລໍ​ຖ້າ​ຢູ່​ແລ້ວ. ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ ຊຶ່ງ​ຜ່ານ​ມາ ນາງ ບໍ່​ເຄີຍ​ໄປ​ມາ​ທາງ​ໃດ​ຈັກ​ເທື່ອ. ເມື່ອ​ເຫັນ​ວ່າ ຄົບ​ໝົດ​ທຸກ​ຄົນ​ແລ້ວ ພວກ​ເຂົາ​ກໍ່​ເລີ່ມ​ພາ​ກັນ​ຍ່າງ​ໄປ​ຕາມ​ທາງ​ລັດ ເພື່ອ​ມຸ້ງ​ໜ້າ​ໄປ​ຫາ​ຄີວ​ລົດ​ທີ່​ຢູ່​ຂ້າງ​ຕະ​ຫລາດ​ເຊກອງ.
ຢູ່​ທີ່​ຕະ​ຫລາດ​ເຊກອງ, ນາງ ພຽນ ເອົາ​ເງິນ​ຜູກ​ໃສ່​ແຂນ​ຜູ້​ລະ 500 ກີບ ເພື່ອ​ເປັນ​ການ​ອ່ວຍ​ພອນ​ໃຫ້​ນ້ອງ​ນຸ່ງ ໄປປະ​ສົບ​ຄວາມ​ສຳ​ເລັດ​ໃນ​ວຽກ​ງານ. ຫລັງ​ຈາກ​ນັ້ນ ນາງ ພຽນ ກໍ່​ໄດ້​ພາ​ພວກ​ນາງ ໄປ​ມອບ​ໃຫ້​ປ້າ ຄຳ​ພອນ ຢູ່​ຄີວ​ລົດ ທີ່​ກຳ​ລັງ​ລໍ​ຖ້າ​ຮັບ, ພໍ​ສົ່ງ​ມອບ​ແລ້ວ ນາງ ພຽນ ກໍ່​ກັບເມືອ​ບ້ານ. ຈາກ​ນັ້ນ​ບໍ່​ດົນ, ປ້າ ຄຳ​ພອນ ກໍ່​ໄດ້​ພາ​ພວກ​ຕົນ​ໄປ​ຂຶ້ນ​ລົດ​ໂດຍ​ສານ​ສາຍ ສາ​ລະ​ວັນ ເມື່ອ​ເວ​ລາ 6 ໂມງ​ເຊົ້າ ແລ້ວ​ລົດ​ໂດຍ​ສານ​ກໍ່​ໄດ້​ພາ​ພວກ​ນາງ ມາ​ເຖິງ​ເມືອງ ສາ​ລະ​ວັນ. ຈາກ​ນັ້ນ ປ້າ ຄຳ​ພອນ ໄດ້​ພາ​ພວກ​ນາງ ໄປ​ນອນ​ຢູ່​ເຮືອນ​ເຊົ່າ ໜຶ່ງ​ຄືນ ຊຶ່ງ​ແມ່ນ​ເຮືອນ ຂອງ ປ້າ​ເອງ, ຖ້າ​ຈະ​ເວົ້າ​ວ່າ ຕູບ​ນ້ອຍ ກໍ່​ບໍ່​ຜິດ ເພາະ​ເຮືອນ​ນ້ອຍ​ເທົ່າ​ກັບ​ຕູບ​ນີ້​ລະ.
ໃນ​ມື້​ຕໍ່​ມາ ປ້າ ຄຳ​ພອນ ໄດ້​ພາພວກ​ນາງ ໄປ​ຂຶ້ນ​ລົດ​ໂດຍ​ສານ, ຮູ້​ຕາມ​ພາຍ​ຫລັງ​ວ່າ ລົດ​ໂດຍ​ສານ​ຄັນ​ດັ່ງ​ກ່າວ​ໄດ້​ແລ່ນ​ມຸ້ງ​ໜ້າ​ໄປ​ບ້ານ ປາກ​ຕະ​ພານ ຊຶ່ງ​ເປັນ​ດ່ານ​ຊາຍ​ແດນ​ລະ​ຫວ່າງ​ແຂວງ​ສາ​ລະ​ວັນ ກັບ ແຂວງ ອຸ​ບົນລາ​ຊະ​ທາ​ນີ ຂອງ ປະ​ເທດ​ໄທ. ສ່ວນປ້າ ຄຳ​ພອນ ແມ່ນ​ໄປ​ນຳ​ລົດ​ໂດຍ​ສານອີກ​ຄັນ​ໜຶ່ງ. ເມື່ອ​ເຖິງ​ບ້ານ ປາກ​ຕະ​ພານ ແລ້ວ, ພວກ​ເຂົາ​ພາ​ກັນພັກ​ຢູ່​ນັ້ນ​ໜ້ອຍ​ໜຶ່ງ, ເມື່ອ​ມີ​ແຮງແລ້ວ​ປ້າ ຄຳ​ພອນ ກໍ່​ໄດ້​ພາ​ພວກ​ນາງ ຂີ່​ເຮືອ​ນ້ອຍລຳ​ໜຶ່ງ ຂ້າມ​ໄປ​ຟາກ​ນ້ຳ​ເບື້ອງ​ນັ້ນ (ເບື້ອງ​ປະ​ເທດ​ໄທ), ແຕ່​ຈົນ​ເຖິງ​ຂະ​ນະ​ນີ້ພວກ​ນາງ ເອງ ກໍ່​ຍັງ​ບໍ່​ທັນ​ຮູ້​ວ່າ ປ້າ ຄຳ​ພອນ ພາ​ພວກ​ຕົນ​ໄປ​ໃສ. ເວ​ລາ​ຂ້າມ​ນ້ຳ ພວກ​ນາງ ໄດ້ຢອກ​ລໍ້​ກັນ ພ້ອມ​ຫົວ​ຂຶ້ນສະອິກສະ​ອອຍ ​ໂດຍ​ຄວາມ​ມ່ວນ​ຊື່ນ ໂດຍ​ບໍ່​ຮູ້​ສຶກວ່າ ໄພອັນຕະລາຍ​ກຳ​ລັງ​ໃກ້​ເຂົ້າ​ມາ​ເຖິງ​ຕົວ​ທຸກ​ຂະ​ນະ. ພໍຂຶ້ນ​ເຖິງ​ຝັ່ງ​ໄທ, ປ້າ ຄຳ​ພອນ ກໍ່​ຟ້າວ​ໄປ​ໂທ​ລະ​ສັບ ຫາ​ໃຜ​ຄົນ​ໜຶ່ງ, ຈາກ​ນັ້ນ​ບໍ່​ດົນກໍ່​ມີ​ລົດ​ຕູ້​ຄັນ​ໜຶ່ງ​ແລ່ນ​ມາ​ຮັບ​ເອົາ. ເມື່ອເຫັນ​ວ່າ​ທຸກ​ຄົນ​ຂຶ້ນ​ລົດ​ໝົດ​ແລ້ວ, ລົດ​ກໍ່​ໄດ້​ແລ່ນ​ ອອກ​ໄປໂດຍ​ບໍ່​ມີ​ໃຜ​ຮູ້​ວ່າ​ໄປ​ທາງ​ໃດ. ພໍ​ມາ​ເຖິງຕອນ​ນີ້ນາງ ອິນ​ໄຊ ເລີ່ມ​ຮູ້​ສຶກ​ຜິດ​ສັງ​ເກດແລະ ຢ້ານ ​ວາ​ດ​ໃດວາດ​ໜຶ່ງ​ຂຶ້ນ​ມາ, ນາງ ຄິດ​ຮອດ​ຫລານ, ຄິດຮອດ ເອື້ອຍ, ຄິດ​ຮອດ​ບ້ານ ຂຶ້ນ​ມາ​ທັນ​ທີ ແລ້ວ​ນາງ ກໍ່​ຮ້ອງ​ໃຫ້​ອອກ​ມາ. ລົດທີ່​ນຳ​ພວກ​ເຂົາ​ນັ່ງໄປ​ນັ້ນ ກໍ່​ເປີດ​ເພງ ສຽງ​ດັງໆ ໃຫ້​ຟັງ, ແຕ່​ນາງ ກໍ່​ຍັງ​ຮ້ອງ​ໃຫ້​ບໍ່​ເຊົາ.
ເມື່ອ​ລົດ​ຈອດ ນາງ ອິນ​ໄຊ ພ້ອມ​ໝູ່​ຍັງ​ບໍ່​ທັນ​ຮູ້​ວ່າ ພວກ​ຕົນ​ຢູ່​ໃສ, ຕໍ່​ມາປ້າ ຄຳ​ພອນ ໄດ້​ພາ​ພວກ​ນາງ ໄປ​ຫານາງ​ ແດງ ຊຶ່ງ​ເປັນ​ຄົນ​ໄທ​ ອີ​ສານ, ຮູ້​ຕາມ​ພາຍ​ຫລັງ​ວ່າ ແມ່ນ​ຄົນ​ຢູ່​ບ້ານ​ເຂັມ​ມະ​ລາດ. ພວກ​ນາງ ໄດ້​ພາ​ກັນ​ນອນ​ຢູ່​ນັ້ນ​ເຖິງ 3 ຄືນ ໂດຍ​ນຸ່ງ​ເຄື່ອງ​ຊຸດ​ເກົ່າ​ຄາ​ຄີງ ທີ່​ນຸ່ງ​ອອກ​ຈາກ​ບ້ານ ເພາະ​ບໍ່​ມີ​ເຄື່ອງ​ປ່ຽນ​ຖ່າຍ. ສ່ວນ​ປ້າ ຄຳ​ພອນ ກໍ່​ຢູ່​ເຮືອນ ນາງ ແດງ​ ຄື​ກັນ ພ້ອມ​ທັງ​ສັ່ງ​ຫ້າມ​ເດັດ​ຂາດ ບໍ່​ໃຫ້​ພວກ​ນາງ ອອກ​ໄປ​ທາງ​ໃດໃຫ້​ຢູ່​ແຕ່​ບ່ອນ​ເກົ່າ, ຖ້າ​ມີ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເຂົ້າ​ມາ​ກວດ ເຂົາ​ກໍ່​ສັ່ງ​ໃຫ້​ຂຶ້ນ​ໄປ​ລີ້​ຢູ່​ຊັ້ນ​ເທິງ. ເຂົາ​ຈະ​ປ່ອຍ​ໃຫ້​ອອກ​ມາ​ແຕ່​ຕອນ​ກິນ​ເຂົ້າ. ສ່ວນ​ປ້າ ຄຳ​ພອນ ແມ່ນ​ຢູ່​ກັບ ນາງ ແດງ ຕະ​ຫລອດ​ເວ​ລາ.
ພໍ​ຮອດ​ຄືນ​ທີ່ 4, ປ້າ ຄຳ​ພອນ ກໍ່​ໄກ້​ກັບ​ຄືນ​ເມືອ​ບ້ານ ໂດຍ​ປ່ອຍ​ໃຫ້​ພວກ​ນາງ ທັງ 4 ຄົນ​ຢູ່​ເຮືອນ​ນາງ ແດງ​ ແລະ ພໍ​ເຖິງ​ເວ​ລາ 9 ໂມງ​ກາງ​ຄືນ ຂອງ​ມື້ນັ້ນ, ນາງ ແດງ ກໍ່​ໄດ້​ພາ​ພວກ​ນາງ ທັງ 4 ຄົນ ອອກ​ຈາກ​ເຮືອນ​ໄປ, ພໍ​ເຖິງ​ຕອນນີ້, ນາງ ອິນ​ໄຊ ຮູ້​ສຶກ​ແປກ​ໃຈ​ຂຶ້ນ​ມາ ເພາະ​ເວ​ລາ​ນີ້​ມັນ​ກໍ່​ເດິກ​ດື່ນ​ແລ້ວ ໂດຍ​ບໍ່​ຮູ້​ວ່າ ນາງ ແດງ ຈະ​ພາ​ໄປ​ໃສ. ເວ​ລາ​ນີ້ ນາງ ອິນ​ໄຊ ມີ​ແນວ​ຄິດ​ຢາກ​ໂຕນ​ໜີ, ແຕ່​ໃຈ​ໜຶ່ງ​ພັດ​ຄິດ​ວ່າ ຖ້າ​ໂຕນ​ໜີ​ບໍ່​ພົ້ນ ເມື່ອ​ຖືກ​ຈັບ ພວກ​ເຂົາ​ກໍ່​ຈະ​ຕີ, ພ້ອມ​ນີ້​ນາງ ຊ້ຳ​ພັດ​ບໍ່​ມີ​ເງິນ​ຕິດ​ຖົງ​ແມ່ນ​ແຕ່ ກີບດຽວ. ນາງ ແດງ ໄດ້​ພາ​ພວກ​ນາງ ທັງ​ສີ່​ຄົນ​ຂີ່​ລົດຕູ້​ຂະໜາດ​ນ້ອຍ ​ໄປໝົດ​ຄືນ ໂດຍ​ບໍ່​ຮູ້​ວ່າໄປ​ໃສ, ແຕ່​ຮູ້​ຕາມ​ພາຍ​ຫລັງ​ວ່າ ກຸງ​ເທບ. ພໍ​ເຖິງ​ກຸງ​ເທບ ກໍ່​ມີ​ຄົນ​ມາ​ຮັບ​ເອົາ​ນາງ ຕິກ ແລະ ນາງ ດັນ​ໄປ​ກ່ອນ, ໂດຍ​ບໍ່​ຮູ້​ວ່າ ພວກ​ເຂົາ​ນຳ​ເອົາ​ທັງ​ສອງ​ຄົນ​ໄປ​ໃສ, ຕໍ່​ມາ​ກໍ່ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທັງ​ຕຸ້ຍ ທັງ​ຕ່ຳ​ໝາກ​ຂາມ​ຂໍ້​ດຽວ ມາ​ຮັບ​ເອົາ​ນາງ ອິນ​ໄຊ ແລະ ນາງ ນາງ (ລູກ ຂອງເອື້ອຍ​ພຽນ) ໄປ​ນຳ​ກັນ, ຈາກ​ນັ້ນ​ເຂົາ​ກໍ່​ສົ່ງ ນາງ ນາງ ລົງ​ຈາກ​ລົດບໍ່​ຮູ້​ວ່າ​ເອົາ​ໄປ​ໃສ​ຄື​ກັນ, ສ່ວ​ນາງ ອິນ​ໄຊ ເຂົາ​ກໍ່​ເອົາ​ເມືອ​ເຮືອນ ຂອງ ເຂົາ​ເພື່ອ​ເປັນ​ຄົນ​ຮັບ​ໃຊ້​ພາຍ​ໃນ​ບ້ານ.
ຢູ່​ທີ່​ນີ້ ເຂົາ​ໃຫ້​ເຮັດ​ວຽກ​ທຸກ​ຢ່າງພາຍ​ໃນ​​ເຮືອນ​ຄື​ກັບ​ຂ້າ​ທາດ. ເຮືອນ ຂອງ ເຂົາ​ເປັນ​ເຮືອນ 6 ຊັ້ນ ຊຶ່ງ​ນາງ ອິນ​ໄຊ ຕ້ອງ​ທຳ​ຄວາມ​ສະ​ອາດ​ພຽງ​ຄົນ​ດຽວ​ແຕ່​ຊັ້ນລຸ່ມ​ຫາ​ຊັ້ນ​ເທິງ ທຸກ​ຈອກ ທຸກ​ແຈ ​ໃຫ້​ສະອາດ, ຖ້າ​ເຮັດ​ວຽກ​ບໍ່​ຖືກ​ໃຈ, ບໍ່​ແລ້ວ​ຕາມ​ກຳ​ນົດນາງ ກໍ່​ຈະ​ຖືກ​ເຕະ​ຕີ. ແຕ່​ລະ​ມື້ ນາງ ເຮັດ​ວຽກ​ຕັ້ງ​ແຕ່​ຫ້າ​ໂມງ​ເຊົ້າ ຈົນ​ເຖິງ​ຫົກ​ໂມງ​ແລງ ໂດຍ​ບໍ່​ມີ​ການ​ຢຸດ​ພັກ, ຈະ​ໄດ້​ພັກ​ໜ້ອຍ​ໜຶ່ງ​ກໍ່​ແມ່ນ​ເວ​ລາ​ກິນ​ເຂົ້າ​ນັ້ນ​ເອງ. ກິນ​ເຂົ້າ​ແຕ່​ລະ​ເທື່ອ ແມ່ນ​ເຂົາ​ໃຫ້​ອາ​ຫານ​ເສດ​ເຫລືອ ທີ່​ພວກ​ເຂົາ​ກິນ​ບໍ່​ໝົດ, ຖ້າ​ກິນ​ບໍ່​ໝົດ ພວກ​ເຂົາ​ກໍ່​ຈະ​ຕີ. ຖ້າ​ມື້​ໃດ​ອາ​ຫານ​ເຂົາ​ກິນ​ໝົດ ກໍ່​ໝາຍ​ຄວາມ​ວ່າ ມື້​ນັ້ນ​ນາງ ຕ້ອງ​ອົດ​ບໍ່​ໄດ້​ກິນ​ເຂົ້າ. ສ່ວນ​ບ່ອນນອນ, ພວກ​ເຂົາ​ໃຫ້​ນອນ​ກັບ​ພື້ນ​ເຮືອນ ທີ່​ເປັນ​ຄອນ ກ​ຣີດ ໂດຍ​ບໍ່​ມີ​ຫຍັງ​ປູ​ແຕ່​ຢ່າງ​ໃດ, ເຂົາ​ໃຫ້​ຜ້າ​ຫົ່ມ​ຜືນ​ໜຶ່ງ ແລະ ໝອນ​ອີກ​ໜ່ວຍ​ໜຶ່ງ. ສ່ວນ​ມຸ້ງ ແມ່ນ​ບໍ່​ມີ. ສຳ​ລັບ​ເຄື່ອງ​ນຸ່ງ ກໍ່​ແມ່ນ​ນຸ່ງ​ເຄື່ອງ​ເກົ່າ ທີ່​ເຂົາ​ໃຫ້​ນຸ່ງ. ສ່ວນ​ເງິນ​ເດືອນ ແມ່ນ​ພວກ​ເຂົາ​ບໍ່​ໄດ້​ເວົ້າ​ເຖິງ​ເລີຍ. ເມື່ອ​ນາງ ອິນ​ໄຊ ຖາມ​ຢາກ​ໄດ້​ເງິນ​ເດືອນ ເພື່ອ​ໄປ​ຊື້​ເຄື່ອງ​ນຸ່ງ ແລະ ເຄື່ອງ​ຂອງ​ໃຊ້​ສ່ວນ​ຕົວ ເຂົາ​ກໍ່​ບອກວ່າ ​ເຈົ້າຊິ​ເອົາ​ເງິນ​ເດືອນ​ໄປ​ເຮັດ​ຫຍັງ​ອີກ ກະ​ດຽວ​ວ່າ ນາຍ​ໜ້າ​ເຈົ້າ​ເອົາ​ໄປ​ໝົດ​ແລ້ວ ແລະ ເຈົ້າ​ເອງ ບໍ່​ມີ​ທາງ​ຊິ​ໄດ້​ເງິນ​ເດືອນດອກ.
ເມື່ອ​ເຖິງ​ຕອນ​ນີ້ ນາງ ອິນ​ໄຊ ຈິ່ງ​ຊວດ​ຮູ້​ເມື່ອ​ວ່າ ຕົ ນ​ເອງ​ຖືກ​ຂາຍ​ ແຕ່​ບໍ່ແນ່​ໃຈ, ນາງ ອິນ​ໄຊ ຮູ້​ຄັກ​ວ່າ ຖືກ​ຂາຍ​ເມື່ອ​ໂທ​ລະ​ສັບ​ໄປ​ຫາ ນາງ​ນາງ ເພາະ​ຄິດ​ຮອດ​ບ້ານ ແລະ ຫງ່ວມ​ເຫງົາ. ເມື່ອ​ເຖິງ​ຕອນ​ນີ້ ນາງ ອິນ​ໄຊ ຮູ້​ສຶກ​ຢ້ານ​ກົວ ແລະ ໂສກ​ເສົ້າ ເພາະ​ບໍ່​ມີ​ໝູ່​ທີ່​ຈະ​ເວົ້າ​ລົມ, ປຶກ​ສາ ຊຶ່ງ​ນາງ ໄດ້​ແຕ່​ໃຫ້​ທຸກວັນ. ນາງ ຄິດ​ຢາກ​ໂທ​ລະ​ສັບ​ໄປ​ຫາ​ໝູ່ ແຕ່​ເຈົ້າ​ຂອງ​ເຮືອນ​ກໍ່​ຫ້າມ​ບໍ່​ໃຫ້​ໂທ, ເຂົາ​ທັງ​ຮ້າຍ ທັງ​ດ່າ ສຳ​ມະ​ປິ​ວ່າ ເຈົ້າ​ຊິ​ໂທ​ໄປ​ເຮັດ​ຫຍັງ ເຈົ້າ​ຊິ​ລັກ​ໂຕນ​ໜີ​ຊັ້ນ​ບໍ? ຖ້າ​ເຈົ້າ​ຢາກ​ໜີ​ໃຫ້​ເຈົ້າ​ຫາ​ເງິນ​ມາ​ສົ່ງ​ຄືນ ພ້ອມ​ທັງ​ເວົ້າ​ວ່າ ນາຍ​ໜ້າ​ເຈົ້າ​ເອົາ​ເງິນ​ໄປ​ແລ້ວ​ຈຳ​ນວນ ສອງ​ໝື່ນບາດ. ເຈົ້າ​ບໍ່​ຕ້ອງ​ຮ້ອງ​ໃຫ້​ດອກ ຕັ້ງ​ໃຈ​ເຮັດ​ວຽກໃຫ້​ດີ. ພໍ​ເຖິງ​ຕອນ​ນີ້ ນາງ ອິນ​ໄຊ ບໍ່​ຮູ້​ຈະ​ເຮັດ​ແບບ​ໃດ​ດີ, ພໍ​ເຖິງ​ເວ​ລາ​ກາງ​ຄືນ​ກໍ່​ໄດ້​ແຕ່​ໃຫ້ເພາະ​ຄິດ​ຮອດ​ບ້ານ​ເກີດ​ເມືອງນອນ ບ່ອນ​ຝັງ​ໃສ້​ແຮ່ ບ່ອນ​ແຜ່​ໃສ້​ບື, ຄິດ​ຮອດ​ອ້າຍ​ເອື້ອຍ ທີ່​ເພິ່ນ​ເຄີຍ​ເຕືອນ​ຫລາຍ​ເທື່ອ​ແລ້ວ​ແຕ່​ຕົນ​ເອງ​ບໍ່​ຍອມ​ເຊື່ອ​ຟັງ ເອົາ​ແຕ່​ໃຈ​ຕົນ​ເອງ, ຄິດ​ຂຶ້ນ​ມາ​ເທື່ອ​ໃດ​ນາງ ຍິ່ງ​ຮູ້​ສຶກ​ເສຍ​ໃຈ.
ເມື່ອ​ຕອນ​ນາງ ກ້າວ​ຂາ​ເຂົ້າ​ເຮືອນ​ນີ້​ຄັ້ງ​ທຳ​ອິດ, ນາງ ກໍ່​ພົບ​ວ່າ ມີ​ຄົນ​ລາວ ຜູ້​ໜຶ່ງ​ມາ​ຢູ່​ກ່ອນ​ແລ້ວ ຊື່​ວ່າ ນາງ ນາ. ເມື່ອ​ຢູ່​ນຳ​ກັນ​ສອງ​ຄົນ ກໍ່​ຍັງ​ໄຄ​ແດ່ ເພາະ​ມີ​ຜູ້​ປາກ ຜູ້​ລົມ ໃນ​ເວ​ລາ​ກາງ​ຄືນ, ແຕ່​ພຽງ​ອາ​ທິດ​ດຽວ​ແມ່ ຂອງ ນາງ ນາ ກໍ່​ໄດ້​ມາ​ນຳ​ເອົາ​ນາງ ນາ ຢູ່​ໃນ​ເຮືອນ​ຫລັງ​ນີ້ ກັບ​ຄືນ​ບ້ານ​ເກີດ ຜ່ານ​ດ່ານ​ສາ​ລະ​ວັນ. ຫລັງ​ຈາກ​ນັ້ນ​ອີກ​ໜຶ່ງ​ເດືອນ, ນາງ ອິນ​ໄຊ ກໍ່​ໄດ້​ໝູ່​ຄົນ​ລາວ ອີກ​ຜູ້​ໜຶ່ງ ກ້າວ​ເຂົ້າ​ມາ​ເຮັດ​ວຽກ​ເປັນ​ຄົນ​ໃຊ້​ໃນ​ເຮືອນ​ຫລັງ​ນີ້​ຊື່​ວ່າ ນາງ ຕ້ອມ, ເປັນ​ຄົນ​ບ້ານ​ໜອງ​ຫີນ. ນາງ ຕ້ອມ ຢູ່​ໄດ້​ພຽງ​ອາ​ທິດ​ດຽວ ກໍ່​ລັກ​ໂຕນ​ໜີ ຍ້ອນ​ທົນ​ຕໍ່​ການ​ທຸບ​ຕີ ຂອງ ເຈົ້າ​ຂອງ​ເຮືອນ ທີ່​ຊື່ ອາ​ມາ ບໍ່​ໄດ້. ພໍ​ເຖິງ​ອາ​ທິດ​ທີ່​ສອງ ເປັນ​ຕົ້ນ​ໄປ ນາງ ອິນ​ໄຊ ກໍ່​ເລີ່ມ​ຖືກ​ເຂົາ​ຮ້າຍ​ດ່າ, ເຕະ​ດີ ຈາກ ອາ​ມາ ຄົນ​ນີ້​ເມື່ອ​ບໍ່​ໄດ້​ໃຈ​ມັນ, ບາງ​ຄັ້ງ​ເຖິງ​ກັບ​ເລືອດ​ຕົກ​ຢາງ​ອອກ. ອາ​ມາ ຄົນ​ນີ້​ໃຊ້​ໄມ້​ຄ້ອນ​ເທົ້າ​ເປັນ​ອາ​ວຸດ, ທັນ​ຕີ​ໃສ​ກໍ່​ຕີ ໂດຍ​ທີ່​ທຸກ​ຄົນ​ໃນ​ເຮືອນ​ກໍ່​ເຫັນ ແລະ ບໍ່​ກ້າ​ຫ້າມ. ເຮືອນ​ຫລັງ​ນີ້​ຊັ້ນ​ລຸ່ມ​ເປັນ​ຮ້ານ​ຂາຍ​ໂມງ ໂດຍ​ແມ່ນ​ລູກ​ຫລານ ເປັນ​ຄົນ​ຂາຍ​ເອງ. ບໍ​ລິ​ເວນ​ອ້ອມ​ແອ້ມ​ເຮືອນ ບໍ່​ມີ​ຄົນ​ຍາມ, ແຕ່​ອິນ​ໄຊ ກໍ່​ຖືກ​ຫ້າມ​ບໍ່​ໃຫ້​ອອກນອກ​ເຮືອນ​ຢ່າງເດັດ​ຂາດ, ໃຫ້​ຢູ່​ແຕ່​ໃນ​ເຮືອນ. ນາງ ອິນ​ໄຊ ທົນ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ເຮືອນ​ຫລັງ​ນີ້​ໄດ້ ສີ່​ເດືອນ, ນາງ ຄິດ​ຈະ​ລັກ​ໂຕນ​ໜີ​ອອກຈາກ​ເຮືອນ​ນາ​ລົກ​ແຫ່ງ​ນີ້ ແຕ່​ບໍ່​ມີ​ໂອ​ກາດ. ນາງ ຮູ້​ສຶກ​ເຈັບ​ແຄ້ນ​ແໜ້ນ​ໃຈ​ຫາ​ອັນ​ປຽບ​ບໍ່​ໄດ້ ທີ່​ພວກ​ເຂົາ​ດ່​າ​ວ່າ ເຖິງ​ຊາດ​ຕະ​ກຸນ ແລະ ແຕະ​ຕ້ອງ​ເຖິງ​ພໍ່​ແມ່ ຜູ້​ໃຫ້​ບັງ​ເກີດ​ເກົ້າ​ຢ່າງ​ຫຍາບ​ຄາຍ. ນາງ ພະ​ຍາ​ຍາມ​ລໍ​ຖ້າ​ໂອ​ກາດ​ທີ່​ຈະ​ລັກ​ໂຕນ​ໜີ​ອອກ​ຈາກ​ເຮືອນ​ຫລັງ​ນີ້​ໃຫ້​ໄດ້.
ໃນ​ທີ່​ສຸດ​ໂອ​ກາດ ກໍ່​ມາ​ເຖິງ ເພາະ​ມີ​ວັນ​ໜຶ່ງ ຄົນ​ໃນ​ຄອບ​ຄົວ​ພວກ​ເຂົາ​ໄດ້​ພາ​ກັນ​ອອກ​ໄປ​ຊື້​ເຄື່ອງ​ຢູ່​ຕະ​ຫລາດ, ປະ​ໃຫ້​ອິນ​ໄຊ ຢູ່​ເຮືອນ​ລຳ​ພັງ​ພຽງ​ຄົນ​ດຽວ. ນີ້​ເປັນ​ໂອ​ກາດ​ດີທີ່​ສຸດ​ແລ້ວ​ໃຫ້​ນາງ ລັກ​ໂຕນ​ໜີ​ອອກ​ຈາກ​ເຮືອນ​ຫລັງ​ນີ້. ນາງ ຕິ​ຍ່າງ​ຂຶ້ນ​ໄປ​ເທິງ​ຊັ້ນ​ສອງ ເພື່ອ​ຊັກ​ເຄື່ອງ, ແຕ່​ຕົວ​ຈິງ​ແມ່ນ​ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ສົງ​ໃສ, ອີກ​ປະ​ການ​ໜຶ່ງ ກໍ່​ເພື່ອ​ສ່ອງ​ລົງ​ມາຂ້າງ​ລຸ່ມ​ສັງ​ເກດ​ສະ​ຖາ​ນະ​ການ. ເມື່ອ​ເຫັນ​ລົດ ຂອງ ພວກ​ເຂົາ​ແລ່ນ​ອອກ​ຫວິດ​ເຮືອນ​ແລ້ວ, ອິນ​ໄຊ ກໍ່​ຟ້າວ​ແລ່ນ​ໄປ​ຈັບ​ເອົາ​ກະ​ແຈ ມາ​ໄຂ​ປະ​ຕູ​ອອກ​ໄປ, ເພາະ​ແຕ່​ລະ​ມື້ ແມ່ນ​ນາງ ເປັນ​ຜູ້​ເປີດ ແລະ ປິດ​ຮ້ານ​ທຸກ​ມື້, ສະ​ນັ້ນ​ນາງ ຈິ່ງ​ຮູ້​ວ່າ​ກະ​ແຈ​ຢູ່​ບ່ອນ​ໃດ. ພໍ​ອອກ​ຫວິດ​ປະ​ຕູ​ຮົ້ວ, ນາງ ຍັງ​ມີ​ນ້ຳ​ໃຈ​ໂຍນ​ກະ​ແຈ​ເຂົ້າ​ໄປ​ໃນ​ເຮືອນ​ຄືນ. ຫລັງ​ຈາກ​ນັ້ນ ນາງ ກໍ່​ໄດ້​ໄປ​ໂທ​ລະ​ສັບ ຫາ ນາງ ແດງ ຢູ່​ເຂັມ​ມະ​ລາ​ດ ໃຫ້​ມາ​ຮັບ​ເອົາ, ເພາະ​ວ່າ ຕອນ​ຈະ​ມາ​ກຸງ​ເທບ ນາງ ແດງ ໄດ້​ຈົດ​ເບີ​ໂທ​ລະ​ສັບ ຂອງ ເຂົາ​ໃຫ້ນາງ ອິນ​ໄຊ ພ້ອມ​ທັງ​ບອກວ່າ ເຊື່ອງ​ໄວ້​ໃຫ້​ດີໆ ຢ່າ​ໃຫ້​ເສຍ ແລະ ບໍ່​ໃຫ້​ໃຜ​ເຫັນ​ເປັນ​ເດັດ​ຂາດ ຖ້າ​ເຈົ້າ​ນາຍ ເຈົ້າ​ເຫັນ ເຂົາ​ຈະ​ຕີ​ເຈົ້າ. ນາງ ມີ​ເງິນ​ໂທ​ລະ​ສັບ ກໍ່​ເພາະ​ວ່າ ເວ​ລາ​ຊັກ​ເຄື່ອງ​ໃນ​ ບາງ​ຄັ້ງ​ຈະ​ມີ​ເງິນ​ຫລຽນ​ຕິດ​ຢູ່​ນຳ​ຖົງ​ໂສ້ງ, ຖົງ​ເສື້ອ ເທື່ອ​ລະ​ບາດ, ສອງ​ບາດ ນາງ ຈິ່ງ​ໄດ້​ທ້ອນ​ໄວ້ ໄດ້​ສິບກວ່າ​ບາດ. ນາງ ອິນ​ໄຊ ໄດ້​ອອກ​ຈາກ​ເຮືອນ​ຫລັງ​ນັ້ນ​ເວ​ລາ 8 ໂມງ​ເຊົ້າ. ຄວາມ​ຫີວ​ເຂົ້າ ຫີວ​ນ້ຳ ຍ້ອນ​ບໍ່​ໄດ້​ກິນ​ຫຍັງ​ຈັກ​ດີ້ ກໍ່ບໍ່​ໄດ້​ເຮັດ​ໃຫ້​ນາງ ຖໍ້​ຖອຍ. ນາງ ບໍ່​ມີ​ເງິນ​ຕິດ​ຕົວ​ຈັກ​ບາດ, ນາງ ຕ້ອງ​ນັ່ງ​ລີ້​ຢູ່​ຕາມພຸ່ມ​ໄມ້ ເພາະ​ຢ້ານ​ເຈົ້າ​ຂອງ​ເຮືອນ​ເຫັນ ແລະ ຢ້ານ​ຕຳ​ຫລວດ​ມາ​ພໍ້. ນາງ ຖ້າ ນາງ​ແດງ ຈົນ​ເຖິງ 6​ໂມງແລງ ຈຶ່ງ​ເຫັນ​ນາງ​ແດງ​ມາ​ຮອດ ແລ້ວ​ພາ​ນາງ ອິນ​ໄຊ ໄປ​ຢູ່​ບ່ອນ​ໃໝ່​ອີກ, ນັ້ນ​ຄື​ໂຮງ​ງານ​ເຮັດ​ເຈ້ຍ.
ນາງ ອິນ​ໄຊ ເຮັດ​ວຽກ​ຢູ່​ໂຮງ​ງານ​ແຫ່ງ​ນີ້​ໄດ້​ເດືອນ​ປາຍ ກໍ່​ຍັງ​ບໍ່​ຮູ້​ວ່າ ໂຮງ​ງານ​ນີ້​ຕັ້ງ​ຢູ່​ໃສ, ຮູ້​ແຕ່​ວ່າ ຕັ້ງ​ຢູ່​ກຸງ​ເທບ​ຄື​ເກົ່າ. ຕອນ​ນີ້​ນາງ ເປັນ​ໄຂ້​ຂຶ້ນ​ສູງ, ເຈົ້າ​ຂອງ​ໂຮງ​ງານ ແມ່ນ​ບໍ່​ໄດ້​ສົນ​ໃຈ​ນຳ​ວ່າ ຈະ​ຫາ​ຢາ​ມາ​ປິ່ນ​ປົວ ຫລື ເອົາ​ເຂົ້າ​ມາ​ໃຫ້​ກິນ, ຖ້າ​ໄປ​ຊອກ​ຫາ​ບໍ່​ໄດ້​ກໍ່​ໝາຍ​ຄວາມ​ວ່າ ອົດ​ກິນ, ເຂົາ​ບໍ່​ສົນ​ໃຈ​ນຳ​ວ່າ ເຈົ້າ​ຈະ​ເປັນ​ຫຍັງ. ນາງ ເຮັດ​ວຽກ​ບໍ່​ໄດ້ຈິ່ງ​ໄດ້​ໂທ​ຫາ​ນາງ ແດງ ໃຫ້​ມາ​ຮັບ​ເອົາເພາະ​ນາງ ຕ້ອງ​ການ​ຢາກ​ຈະ​ກັບ​ບ້ານ​ເກີດ​ເມືອງນອນ. ນາງເຮັດ​ວຽກ​ຢູ່​ໂຮງ​ງານ​ແຫ່ງ​ນີ້​ເດືອນ​ປາຍແຕ່​ບໍ່​ໄດ້​ ຮັບ​ຄ່າ​ຈ້າງ​ໃດໆ, ເມື່ອ​ນາງ ຖາມ​ເຖິງ​ເງິນ​ເດືອນ ເຂົາ​ບອກວ່າ ເຮັດ​ວຽກ​ສ່ຳ​ນີ້​ບໍ່​ໄລ່​ເງິນ​ເດືອນ​ໃຫ້​ດອກ. ໃນ​ໃຈ​ນາງ ອິນ​ໄຊ ຄິດ​ວ່າ ນາງ ແດງ​ ຄື​ຄົນ​ດີ, ເພາະ​ນາງ ໂທ​ຫາ​ຍາມ​ໃດ ມາ​ກໍ່​ມາ​ຮັບ​ໂລດ ໂດຍ​ບໍ່​ຄິດ​ຊວດ​ຮູ້​ເມື່ອ​ເລີຍ​ວ່າ ນາງ ແດງ ຄົນ​ນີ້​ລະ​ທີ່​ພາ​ພວກ​ຕົນ​ໄປ​ຂາຍ, ນາງ ມີ​ແຕ່​ຮູ້​ສຶກ​ເຈັບ​ແຄ້ນ​ແໜ້ນ​ໃຈ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈິ່ງ​ທຳ​ກັບ​ຕົນ​ແບບ​ນີ້ ທັງໆ ທີ່​ຕົນ​ກໍ່​ເປັນ​ໄຂ້​ຢູ່. ນາງ ແດງ ໄດ້​ມາ​ຮັບ​ເອົາ ນາງ ອິນ​ໄຊ ສົ່ງ​ກັບ ເຂັມ​ມະ​ລາດ ແລະ ເຫັນ​ປ້າ ຄຳ​ພອນ ຖ້າ​ຢູ່​ນັ້ນ​ແລ້ວ, ຫລັງ​ຈາກ​ນັ້ນ​ປ້າ​ຄຳ​ພອນ ກໍ່​ພາ​ນາງ ອິນ​ໄຊ ມາ​ນອນ​ຢູ່ສາ​ລະ​ວັນ ສາມ​ຄືນ ກ່ອນ​ຈະ​ສົ່ງ​ກັບ​ບ້ານ​ເກີດ.
ນາງ ອິນ​ໄຊ ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ​ໄທ ໄດ້​ຫົກ​ເດືອນກວ່າ, ແຕ່​ນາງ ບໍ່​ໄດ້​ວິ​ຊາ​ອາ​ຊີບ​ຫຍັງ​ພໍ​ຕິດ​ຕາມ​ມາ​ນຳ, ແມ່ນ​ແຕ່​ເງິນ​ຄ່າ​ຈ້າງ​ແຮງ​ງານ ກໍ່​ບໍ່​ໄດ້​, ຄົງ​ໄດ້​ແຕ່​ຄວາມ​ທຸກ​ທໍ​ລະ​ມານ​ທາງ​ດ້ານ​ຈິດ​ໃຈ ແລະ ຄວາມ​ເສຍ​ໃຈ​ຫາ​ອັນ​ປຽບ​ບໍ່​ໄດ້​ໃນ​ຊີ​ວິດ.
ເມື່ອ​ກັບ​ຄືນ​ເຖິງ​ບ້ານ​ເກີດ​ເມືອງນອນ, ໝູ່​ຄູ່​ບາງ​ຄົນ​ກໍ່​ມາ​ໃຫ້​ກຳ​ລັງ​ໃຈ ແລະ ຫລິ້ນ​ນຳ​ຄື​ເກົ່າ​ຄາວ​ຫລັງ, ແຕ່​ມີ​ບາງ​ຄົນ​ເບິ່ງ​ນາງ ແບບ​ສາຍ​ຕາ​ລັງ​ກຽດ, ກ່າວ​ຂວັນ​ນິນ​ທາ ໄປ​ຕ່າງໆ ນາໆ ໃນ​ທາງ​ທີ່​ເສຍ​ຫາຍ ຕໍ່​ກຽດ​ສັກ​ສີ ຂອງ ລູກ​ຜູ້​ຍິງ, ເບື້ອງ​ຕົ້ນ​ນາງ ກໍ່​ຮູ້​ສຶກ​ອັບ​ອາຍ​ໝູ່​ເພື່ອນ ແລະ ບໍ່​ກ້າ​ອອກ​ໄປ​ທາງ​ໃດ, ຢູ່​ແຕ່​ໃນ​ເຮືອນ, ຫລັງ​ຈາກ​ນັ້ນ​ບໍ່​ດົນ ຊາວ​ບ້ານແລະໝູ່​ເພື່ອນ​ກໍ່​ໄດ້​ເຂົ້າ​ໃຈ​ຕໍ່​ເຫດ​ການ​ທີ່​ເກີດ​ຂຶ້ນກັບ​ຊີ​ວິດ​ຈິງ ຂອງ ນາງ ອິນ​ໄຊ.

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446