ຊີວິດຈິງ ຈາກການຄ້າມະນຸດ
ບ່າວຜູ້ໄທ
ການຄ້າຂາຍເດັກ ແມ່ນອາດຊະຍາກຳປະເພດໜຶ່ງ ທີ່ເປັນການລ່ວງລະເມີດສິດທິຂັ້ນພື້ນຖານ ຂອງ ເດັກ ຊຶ່ງນຳໄປສູ່ການຂູດຮີດ, ການທາລຸນ ແລະ ການໃຊ້ຄວາມຮຸນແຮງກັບເດັກ. ການຄ້າຂາຍເດັກ ໄດ້ນຳຜົນສະທ້ອນບໍ່ດີຕໍ່ການພັດທະນາ ຂອງ ເດັກໃນໄລຍະຍາວ ແລະ ມີບາງກໍລະນີ ເດັກບໍ່ສາມາດເອົາຕົວລອດໄດ້. ກົດໝາຍ ຂອງ ສປປ ລາວ ໄດ້ຈັດການຄ້າຂາຍມະນຸດ ແມ່ນອາດສະຍາກຳປະເພດໜຶ່ງ, ໂດຍສະເພາະແມ່ນການຄ້າຂາຍເດັກ ຍິ່ງມີຄວາມຜິດຮ້າຍແຮງ.
ສປປ ລາວ ເປັນປະເທດທີ່ຕັ້ງຢູ່ໃຈກາງ ຂອງ ພາກພື້ນ ແລະມີການພັດທະນາທາງດ້ານເສດຖະກິດທີ່ຍັງຕ່ຳ, ແຕ່ກໍ່ມີພົນລະເມືອງທີ່ເປັນຊາວໜຸ່ມຈຳນວນຫລວງຫລາຍ. ຄວາມແຕກຕ່າງທາງດ້ານການພັດທະນາ ບວກໃສ່ກັບຄວາມທັນສະໄໝທີ່ກຳລັງເພີ່ມຂຶ້ນ ຊຶ່ງເຮັດໃຫ້ຊາວໜຸ່ມ ສະແຫວງຫາວິຖີການດຳລົງຊີວິດແບບວັດຖຸນິຍົມ, ຊຶ່ງເປັນການພັກດັນໃຫ້ເຂົາເຈົ້າຕ້ອງດີ້ນຮົນ ແລ່ນຕາມຄ່ານິຍົມ ຂອງ ວັດຖຸ ຈິ່ງງ່າຍທີ່ຈະຕົກເປັນເຫຍື່ອ ຂອງ ການຄ້າມະນຸດ.
ການຕົວະຍົວະຫລອກເອົາເດັກໄປຂາຍ ບໍ່ວ່າ ຈະຢູ່ພາຍໃນ ຫລື ຕ່າງປະເທດ ສ່ວນຫລາຍແມ່ນມາຈາກຄົນທີ່ຄຸ້ນເຄີຍ ແລະ ຮູ້ຈັກກັບເດັກເປັນຢ່າງດີ. ຮ້າຍແຮງໄປກວ່ານັ້ນປາກົດວ່າ ຜູ້ທີ່ມາຫລອກລວງ ຍັງແມ່ນພີ່ນ້ອງ ຂອງ ເດັກເອງ. ພວກເຂົາຈະໃຊ້ຄວາມຄຸ້ນເຄີຍກັບເດັກ ທີ່ໄດ້ຮັບເຄາະຮ້າຍນັ້ນເພື່ອສ້າງຄວາມຄຸ້ນເຄີຍ, ເຊື່ອໝັ້ນ ແລະ ຈາກນັ້ນກໍ່ໃຫ້ຄຳໝັ້ນສັນຍາແບບ “ຈອມປອມ” ເພື່ອລໍ້ເອົາເຫຍື່ອໃຫ້ອອກຈາກບ້ານ ຂອງ ພວກເຂົາໄປ ເພື່ອຊອກຫາໂອກາດ ໃນການຊອກຫາວຽກເຮັດງານທຳ. ເດັກທີ່ໄດ້ຮັບເຄາະຮ້າຍສ່ວນຫລາຍ ແມ່ນມາຈາກຊົນນະບົດ, ດັ່ງທີ່ໄດ້ເກີດຂຶ້ນກັບ ນາງ ອິນໄຊ (ນາມສົມມຸດ), ອາຍຸ 29 ປີ ເປັນປະຊາຊົນ ຢູ່ແຂວງເຊກອງ. ນາງ ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ, ນາງ ເປັນລູກຜູ້ທີ່ 6, ຮຽນຈົບຫ້ອງ ປໍ 5. ນາງເປັນກຳພອຍມາຕັ້ງແຕ່ອາຍຸຍັງນ້ອຍ, ປັດຈຸບັນນາງໄດ້ສ້າງຄອບຄົວກັບຄົນບ້ານດຽວກັນແລະຍັງຢູ່ເຮືອນ ນຳເອື້ອຍ.
ນາງ ອິນໄຊ ໄດ້ເລົ່າເຖິງຕົ້ນປາຍສາຍເຫດໃຫ້ຟັງເລື່ອງທີ່ເກີດຂຶ້ນກັບຕົນວ່າ ນາງ ກໍ່ຄືກັບຊາວບ້ານທົ່ວໆ ໄປ, ແຕ່ລະມື້ກໍ່ຈະທຳມາຫາກິນຕາມແບບຊົນນະບົດ ເພື່ອລ້ຽງຄອບຄົວ. ແຕ່ມາມື້ໜຶ່ງ ນາງ ພຽນ (ນາມສົມມຸດ) ຊຶ່ງເປັນແມ່ ຂອງ ນາງ ນາງ (ນາມສົມມຸດ) ໄດ້ມາຊັກຊວນຕົນ ດ້ວຍຖ້ອຍຄຳທີ່ອ່ອນຫວານວ່າ ອິນ ເອີຍ! ເຈົ້າບໍ່ຢາກໄປເຮັດວຽກຢູ່ວຽງຈັນບໍ?, ຖ້າເຈົ້າໄປຢູ່ທີ່ນັ້ນເງິນເດືອນກໍດີ, ເຄື່ອງນຸ່ງເຂົາກໍ່ໃຫ້ ທະແນມແຕ່ເຈົ້າຢາກໄດ້ຫຍັງ ເຂົາກໍ່ຊື້ໃຫ້ໝົດ. ສະນັ້ນເຈົ້າຊິຢູ່ເຮັດຫຍັງໃຫ້ມັນທຸກ ມັນຍາກ, ເຈະກະພາ, ເຈະນ້ຳ ຂຶ້ນພູ ລົງຫ້ວຍຢູ່ຈັ່ງຊີ້. ເມື່ອໄດ້ຍິນນາງ ພຽນ ຫວ່ານຄຳຫວານໆ ອອກມາແນວນັ້ນ, ນາງ ອິນໄຊ ກໍຄິດວ່າ ຕົນເອງ ກໍ່ທຸກຍາກກາກກຳ ມາຕັ້ງແຕ່ນ້ອຍ ໃນການທຳມາຫາກິນແທ້ ກໍ່ເລີຍຕັດສິນໃຈໄປນຳຄຳຊັກຊວນ ຂອງ ນາງ ພຽນ ພ້ອມທັງຖາມນາງ ພຽນ ວ່າ ຖ້າໄປຈະບໍ່ເປັນຫຍັງບໍ? ນາງ ພຽນ ກໍ່ບອກວ່າ ບໍ່ເປັນຫຍັງ, ຖ້າມີເລື່ອງເອື້ອຍເອງຈະຮັບປະກັນໃຫ້ທັງໝົດ ແລະ ການໄປຄັ້ງນີ້ ແມ່ນໄປກັບພີ່ນ້ອງ ຂອງ ເອື້ອຍເອງຄື ປ້າ ຄຳພອນ (ນາມສົມ ມຸດ) ເພິ່ນຢູຸ່ສາລະວັນ. ສຸດທ້າຍນາງ ຕັດສິນໃຈໄປກໍ່ເພາະມີ ອີ່ນາງ ຊຶ່ງແມ່ນລູກສາວ ຂອງ ເອື້ອຍ ພຽນໄປນຳ ນາງຈຶ່ງເຊື່ອວ່າ ຄົງຈະບໍ່ເປັນອັນຕະລາຍຫຍັງເກີດຂຶ້ນ.
ພໍເຖິງມື້ນັດໝາຍອອກເດີນທາງ ຄືວັນທີ 19 ກຸມພາ 2000, ນາງ ພຽນ ໄດ້ມາປຸກເອົານາງ ອິນໄຊ ຕັ້ງແຕ່ເວລາ 3 ໂມງເຊົ້າ. ການໄປນຳກັນມີ ນາງ ຕິກ (ນາມສົມມຸດ), ນາງ ດັນ (ນາມສົມ ມຸດ) ແລະ ນາງ ນາງ, ຊຶ່ງເປັນລູກສາວ ຂອງ ນາງ ພຽນ ເອງ. ກ່ອນຈະລົງເຮືອນໄປ, ນາງ ພຽນ ໄດ້ບອກວ່າ ບໍ່ຕ້ອງເອົາຫຍັງໄປ. ຍ້ອນຄວາມຊື່, ນາງ ຈິ່ງໃສ່ແຕ່ເຄື່ອງຄາຄີງ ແລ້ວກໍ່ລົງເຮືອນໄປ ພ້ອມກັບໝູ່ທີ່ລໍຖ້າຢູ່ແລ້ວ. ຄັ້ງນີ້ເປັນຄັ້ງທຳອິດ ຊຶ່ງຜ່ານມາ ນາງ ບໍ່ເຄີຍໄປມາທາງໃດຈັກເທື່ອ. ເມື່ອເຫັນວ່າ ຄົບໝົດທຸກຄົນແລ້ວ ພວກເຂົາກໍ່ເລີ່ມພາກັນຍ່າງໄປຕາມທາງລັດ ເພື່ອມຸ້ງໜ້າໄປຫາຄີວລົດທີ່ຢູ່ຂ້າງຕະຫລາດເຊກອງ.
ຢູ່ທີ່ຕະຫລາດເຊກອງ, ນາງ ພຽນ ເອົາເງິນຜູກໃສ່ແຂນຜູ້ລະ 500 ກີບ ເພື່ອເປັນການອ່ວຍພອນໃຫ້ນ້ອງນຸ່ງ ໄປປະສົບຄວາມສຳເລັດໃນວຽກງານ. ຫລັງຈາກນັ້ນ ນາງ ພຽນ ກໍ່ໄດ້ພາພວກນາງ ໄປມອບໃຫ້ປ້າ ຄຳພອນ ຢູ່ຄີວລົດ ທີ່ກຳລັງລໍຖ້າຮັບ, ພໍສົ່ງມອບແລ້ວ ນາງ ພຽນ ກໍ່ກັບເມືອບ້ານ. ຈາກນັ້ນບໍ່ດົນ, ປ້າ ຄຳພອນ ກໍ່ໄດ້ພາພວກຕົນໄປຂຶ້ນລົດໂດຍສານສາຍ ສາລະວັນ ເມື່ອເວລາ 6 ໂມງເຊົ້າ ແລ້ວລົດໂດຍສານກໍ່ໄດ້ພາພວກນາງ ມາເຖິງເມືອງ ສາລະວັນ. ຈາກນັ້ນ ປ້າ ຄຳພອນ ໄດ້ພາພວກນາງ ໄປນອນຢູ່ເຮືອນເຊົ່າ ໜຶ່ງຄືນ ຊຶ່ງແມ່ນເຮືອນ ຂອງ ປ້າເອງ, ຖ້າຈະເວົ້າວ່າ ຕູບນ້ອຍ ກໍ່ບໍ່ຜິດ ເພາະເຮືອນນ້ອຍເທົ່າກັບຕູບນີ້ລະ.
ໃນມື້ຕໍ່ມາ ປ້າ ຄຳພອນ ໄດ້ພາພວກນາງ ໄປຂຶ້ນລົດໂດຍສານ, ຮູ້ຕາມພາຍຫລັງວ່າ ລົດໂດຍສານຄັນດັ່ງກ່າວໄດ້ແລ່ນມຸ້ງໜ້າໄປບ້ານ ປາກຕະພານ ຊຶ່ງເປັນດ່ານຊາຍແດນລະຫວ່າງແຂວງສາລະວັນ ກັບ ແຂວງ ອຸບົນລາຊະທານີ ຂອງ ປະເທດໄທ. ສ່ວນປ້າ ຄຳພອນ ແມ່ນໄປນຳລົດໂດຍສານອີກຄັນໜຶ່ງ. ເມື່ອເຖິງບ້ານ ປາກຕະພານ ແລ້ວ, ພວກເຂົາພາກັນພັກຢູ່ນັ້ນໜ້ອຍໜຶ່ງ, ເມື່ອມີແຮງແລ້ວປ້າ ຄຳພອນ ກໍ່ໄດ້ພາພວກນາງ ຂີ່ເຮືອນ້ອຍລຳໜຶ່ງ ຂ້າມໄປຟາກນ້ຳເບື້ອງນັ້ນ (ເບື້ອງປະເທດໄທ), ແຕ່ຈົນເຖິງຂະນະນີ້ພວກນາງ ເອງ ກໍ່ຍັງບໍ່ທັນຮູ້ວ່າ ປ້າ ຄຳພອນ ພາພວກຕົນໄປໃສ. ເວລາຂ້າມນ້ຳ ພວກນາງ ໄດ້ຢອກລໍ້ກັນ ພ້ອມຫົວຂຶ້ນສະອິກສະອອຍ ໂດຍຄວາມມ່ວນຊື່ນ ໂດຍບໍ່ຮູ້ສຶກວ່າ ໄພອັນຕະລາຍກຳລັງໃກ້ເຂົ້າມາເຖິງຕົວທຸກຂະນະ. ພໍຂຶ້ນເຖິງຝັ່ງໄທ, ປ້າ ຄຳພອນ ກໍ່ຟ້າວໄປໂທລະສັບ ຫາໃຜຄົນໜຶ່ງ, ຈາກນັ້ນບໍ່ດົນກໍ່ມີລົດຕູ້ຄັນໜຶ່ງແລ່ນມາຮັບເອົາ. ເມື່ອເຫັນວ່າທຸກຄົນຂຶ້ນລົດໝົດແລ້ວ, ລົດກໍ່ໄດ້ແລ່ນ ອອກໄປໂດຍບໍ່ມີໃຜຮູ້ວ່າໄປທາງໃດ. ພໍມາເຖິງຕອນນີ້ນາງ ອິນໄຊ ເລີ່ມຮູ້ສຶກຜິດສັງເກດແລະ ຢ້ານ ວາດໃດວາດໜຶ່ງຂຶ້ນມາ, ນາງ ຄິດຮອດຫລານ, ຄິດຮອດ ເອື້ອຍ, ຄິດຮອດບ້ານ ຂຶ້ນມາທັນທີ ແລ້ວນາງ ກໍ່ຮ້ອງໃຫ້ອອກມາ. ລົດທີ່ນຳພວກເຂົານັ່ງໄປນັ້ນ ກໍ່ເປີດເພງ ສຽງດັງໆ ໃຫ້ຟັງ, ແຕ່ນາງ ກໍ່ຍັງຮ້ອງໃຫ້ບໍ່ເຊົາ.
ເມື່ອລົດຈອດ ນາງ ອິນໄຊ ພ້ອມໝູ່ຍັງບໍ່ທັນຮູ້ວ່າ ພວກຕົນຢູ່ໃສ, ຕໍ່ມາປ້າ ຄຳພອນ ໄດ້ພາພວກນາງ ໄປຫານາງ ແດງ ຊຶ່ງເປັນຄົນໄທ ອີສານ, ຮູ້ຕາມພາຍຫລັງວ່າ ແມ່ນຄົນຢູ່ບ້ານເຂັມມະລາດ. ພວກນາງ ໄດ້ພາກັນນອນຢູ່ນັ້ນເຖິງ 3 ຄືນ ໂດຍນຸ່ງເຄື່ອງຊຸດເກົ່າຄາຄີງ ທີ່ນຸ່ງອອກຈາກບ້ານ ເພາະບໍ່ມີເຄື່ອງປ່ຽນຖ່າຍ. ສ່ວນປ້າ ຄຳພອນ ກໍ່ຢູ່ເຮືອນ ນາງ ແດງ ຄືກັນ ພ້ອມທັງສັ່ງຫ້າມເດັດຂາດ ບໍ່ໃຫ້ພວກນາງ ອອກໄປທາງໃດໃຫ້ຢູ່ແຕ່ບ່ອນເກົ່າ, ຖ້າມີເຈົ້າໜ້າທີ່ຕຳຫລວດເຂົ້າມາກວດ ເຂົາກໍ່ສັ່ງໃຫ້ຂຶ້ນໄປລີ້ຢູ່ຊັ້ນເທິງ. ເຂົາຈະປ່ອຍໃຫ້ອອກມາແຕ່ຕອນກິນເຂົ້າ. ສ່ວນປ້າ ຄຳພອນ ແມ່ນຢູ່ກັບ ນາງ ແດງ ຕະຫລອດເວລາ.
ພໍຮອດຄືນທີ່ 4, ປ້າ ຄຳພອນ ກໍ່ໄກ້ກັບຄືນເມືອບ້ານ ໂດຍປ່ອຍໃຫ້ພວກນາງ ທັງ 4 ຄົນຢູ່ເຮືອນນາງ ແດງ ແລະ ພໍເຖິງເວລາ 9 ໂມງກາງຄືນ ຂອງມື້ນັ້ນ, ນາງ ແດງ ກໍ່ໄດ້ພາພວກນາງ ທັງ 4 ຄົນ ອອກຈາກເຮືອນໄປ, ພໍເຖິງຕອນນີ້, ນາງ ອິນໄຊ ຮູ້ສຶກແປກໃຈຂຶ້ນມາ ເພາະເວລານີ້ມັນກໍ່ເດິກດື່ນແລ້ວ ໂດຍບໍ່ຮູ້ວ່າ ນາງ ແດງ ຈະພາໄປໃສ. ເວລານີ້ ນາງ ອິນໄຊ ມີແນວຄິດຢາກໂຕນໜີ, ແຕ່ໃຈໜຶ່ງພັດຄິດວ່າ ຖ້າໂຕນໜີບໍ່ພົ້ນ ເມື່ອຖືກຈັບ ພວກເຂົາກໍ່ຈະຕີ, ພ້ອມນີ້ນາງ ຊ້ຳພັດບໍ່ມີເງິນຕິດຖົງແມ່ນແຕ່ ກີບດຽວ. ນາງ ແດງ ໄດ້ພາພວກນາງ ທັງສີ່ຄົນຂີ່ລົດຕູ້ຂະໜາດນ້ອຍ ໄປໝົດຄືນ ໂດຍບໍ່ຮູ້ວ່າໄປໃສ, ແຕ່ຮູ້ຕາມພາຍຫລັງວ່າ ກຸງເທບ. ພໍເຖິງກຸງເທບ ກໍ່ມີຄົນມາຮັບເອົານາງ ຕິກ ແລະ ນາງ ດັນໄປກ່ອນ, ໂດຍບໍ່ຮູ້ວ່າ ພວກເຂົານຳເອົາທັງສອງຄົນໄປໃສ, ຕໍ່ມາກໍ່ມີຜູ້ຊາຍຄົນໜຶ່ງທັງຕຸ້ຍ ທັງຕ່ຳໝາກຂາມຂໍ້ດຽວ ມາຮັບເອົານາງ ອິນໄຊ ແລະ ນາງ ນາງ (ລູກ ຂອງເອື້ອຍພຽນ) ໄປນຳກັນ, ຈາກນັ້ນເຂົາກໍ່ສົ່ງ ນາງ ນາງ ລົງຈາກລົດບໍ່ຮູ້ວ່າເອົາໄປໃສຄືກັນ, ສ່ວນາງ ອິນໄຊ ເຂົາກໍ່ເອົາເມືອເຮືອນ ຂອງ ເຂົາເພື່ອເປັນຄົນຮັບໃຊ້ພາຍໃນບ້ານ.
ຢູ່ທີ່ນີ້ ເຂົາໃຫ້ເຮັດວຽກທຸກຢ່າງພາຍໃນເຮືອນຄືກັບຂ້າທາດ. ເຮືອນ ຂອງ ເຂົາເປັນເຮືອນ 6 ຊັ້ນ ຊຶ່ງນາງ ອິນໄຊ ຕ້ອງທຳຄວາມສະອາດພຽງຄົນດຽວແຕ່ຊັ້ນລຸ່ມຫາຊັ້ນເທິງ ທຸກຈອກ ທຸກແຈ ໃຫ້ສະອາດ, ຖ້າເຮັດວຽກບໍ່ຖືກໃຈ, ບໍ່ແລ້ວຕາມກຳນົດນາງ ກໍ່ຈະຖືກເຕະຕີ. ແຕ່ລະມື້ ນາງ ເຮັດວຽກຕັ້ງແຕ່ຫ້າໂມງເຊົ້າ ຈົນເຖິງຫົກໂມງແລງ ໂດຍບໍ່ມີການຢຸດພັກ, ຈະໄດ້ພັກໜ້ອຍໜຶ່ງກໍ່ແມ່ນເວລາກິນເຂົ້ານັ້ນເອງ. ກິນເຂົ້າແຕ່ລະເທື່ອ ແມ່ນເຂົາໃຫ້ອາຫານເສດເຫລືອ ທີ່ພວກເຂົາກິນບໍ່ໝົດ, ຖ້າກິນບໍ່ໝົດ ພວກເຂົາກໍ່ຈະຕີ. ຖ້າມື້ໃດອາຫານເຂົາກິນໝົດ ກໍ່ໝາຍຄວາມວ່າ ມື້ນັ້ນນາງ ຕ້ອງອົດບໍ່ໄດ້ກິນເຂົ້າ. ສ່ວນບ່ອນນອນ, ພວກເຂົາໃຫ້ນອນກັບພື້ນເຮືອນ ທີ່ເປັນຄອນ ກຣີດ ໂດຍບໍ່ມີຫຍັງປູແຕ່ຢ່າງໃດ, ເຂົາໃຫ້ຜ້າຫົ່ມຜືນໜຶ່ງ ແລະ ໝອນອີກໜ່ວຍໜຶ່ງ. ສ່ວນມຸ້ງ ແມ່ນບໍ່ມີ. ສຳລັບເຄື່ອງນຸ່ງ ກໍ່ແມ່ນນຸ່ງເຄື່ອງເກົ່າ ທີ່ເຂົາໃຫ້ນຸ່ງ. ສ່ວນເງິນເດືອນ ແມ່ນພວກເຂົາບໍ່ໄດ້ເວົ້າເຖິງເລີຍ. ເມື່ອນາງ ອິນໄຊ ຖາມຢາກໄດ້ເງິນເດືອນ ເພື່ອໄປຊື້ເຄື່ອງນຸ່ງ ແລະ ເຄື່ອງຂອງໃຊ້ສ່ວນຕົວ ເຂົາກໍ່ບອກວ່າ ເຈົ້າຊິເອົາເງິນເດືອນໄປເຮັດຫຍັງອີກ ກະດຽວວ່າ ນາຍໜ້າເຈົ້າເອົາໄປໝົດແລ້ວ ແລະ ເຈົ້າເອງ ບໍ່ມີທາງຊິໄດ້ເງິນເດືອນດອກ.
ເມື່ອເຖິງຕອນນີ້ ນາງ ອິນໄຊ ຈິ່ງຊວດຮູ້ເມື່ອວ່າ ຕົ ນເອງຖືກຂາຍ ແຕ່ບໍ່ແນ່ໃຈ, ນາງ ອິນໄຊ ຮູ້ຄັກວ່າ ຖືກຂາຍເມື່ອໂທລະສັບໄປຫາ ນາງນາງ ເພາະຄິດຮອດບ້ານ ແລະ ຫງ່ວມເຫງົາ. ເມື່ອເຖິງຕອນນີ້ ນາງ ອິນໄຊ ຮູ້ສຶກຢ້ານກົວ ແລະ ໂສກເສົ້າ ເພາະບໍ່ມີໝູ່ທີ່ຈະເວົ້າລົມ, ປຶກສາ ຊຶ່ງນາງ ໄດ້ແຕ່ໃຫ້ທຸກວັນ. ນາງ ຄິດຢາກໂທລະສັບໄປຫາໝູ່ ແຕ່ເຈົ້າຂອງເຮືອນກໍ່ຫ້າມບໍ່ໃຫ້ໂທ, ເຂົາທັງຮ້າຍ ທັງດ່າ ສຳມະປິວ່າ ເຈົ້າຊິໂທໄປເຮັດຫຍັງ ເຈົ້າຊິລັກໂຕນໜີຊັ້ນບໍ? ຖ້າເຈົ້າຢາກໜີໃຫ້ເຈົ້າຫາເງິນມາສົ່ງຄືນ ພ້ອມທັງເວົ້າວ່າ ນາຍໜ້າເຈົ້າເອົາເງິນໄປແລ້ວຈຳນວນ ສອງໝື່ນບາດ. ເຈົ້າບໍ່ຕ້ອງຮ້ອງໃຫ້ດອກ ຕັ້ງໃຈເຮັດວຽກໃຫ້ດີ. ພໍເຖິງຕອນນີ້ ນາງ ອິນໄຊ ບໍ່ຮູ້ຈະເຮັດແບບໃດດີ, ພໍເຖິງເວລາກາງຄືນກໍ່ໄດ້ແຕ່ໃຫ້ເພາະຄິດຮອດບ້ານເກີດເມືອງນອນ ບ່ອນຝັງໃສ້ແຮ່ ບ່ອນແຜ່ໃສ້ບື, ຄິດຮອດອ້າຍເອື້ອຍ ທີ່ເພິ່ນເຄີຍເຕືອນຫລາຍເທື່ອແລ້ວແຕ່ຕົນເອງບໍ່ຍອມເຊື່ອຟັງ ເອົາແຕ່ໃຈຕົນເອງ, ຄິດຂຶ້ນມາເທື່ອໃດນາງ ຍິ່ງຮູ້ສຶກເສຍໃຈ.
ເມື່ອຕອນນາງ ກ້າວຂາເຂົ້າເຮືອນນີ້ຄັ້ງທຳອິດ, ນາງ ກໍ່ພົບວ່າ ມີຄົນລາວ ຜູ້ໜຶ່ງມາຢູ່ກ່ອນແລ້ວ ຊື່ວ່າ ນາງ ນາ. ເມື່ອຢູ່ນຳກັນສອງຄົນ ກໍ່ຍັງໄຄແດ່ ເພາະມີຜູ້ປາກ ຜູ້ລົມ ໃນເວລາກາງຄືນ, ແຕ່ພຽງອາທິດດຽວແມ່ ຂອງ ນາງ ນາ ກໍ່ໄດ້ມານຳເອົານາງ ນາ ຢູ່ໃນເຮືອນຫລັງນີ້ ກັບຄືນບ້ານເກີດ ຜ່ານດ່ານສາລະວັນ. ຫລັງຈາກນັ້ນອີກໜຶ່ງເດືອນ, ນາງ ອິນໄຊ ກໍ່ໄດ້ໝູ່ຄົນລາວ ອີກຜູ້ໜຶ່ງ ກ້າວເຂົ້າມາເຮັດວຽກເປັນຄົນໃຊ້ໃນເຮືອນຫລັງນີ້ຊື່ວ່າ ນາງ ຕ້ອມ, ເປັນຄົນບ້ານໜອງຫີນ. ນາງ ຕ້ອມ ຢູ່ໄດ້ພຽງອາທິດດຽວ ກໍ່ລັກໂຕນໜີ ຍ້ອນທົນຕໍ່ການທຸບຕີ ຂອງ ເຈົ້າຂອງເຮືອນ ທີ່ຊື່ ອາມາ ບໍ່ໄດ້. ພໍເຖິງອາທິດທີ່ສອງ ເປັນຕົ້ນໄປ ນາງ ອິນໄຊ ກໍ່ເລີ່ມຖືກເຂົາຮ້າຍດ່າ, ເຕະດີ ຈາກ ອາມາ ຄົນນີ້ເມື່ອບໍ່ໄດ້ໃຈມັນ, ບາງຄັ້ງເຖິງກັບເລືອດຕົກຢາງອອກ. ອາມາ ຄົນນີ້ໃຊ້ໄມ້ຄ້ອນເທົ້າເປັນອາວຸດ, ທັນຕີໃສກໍ່ຕີ ໂດຍທີ່ທຸກຄົນໃນເຮືອນກໍ່ເຫັນ ແລະ ບໍ່ກ້າຫ້າມ. ເຮືອນຫລັງນີ້ຊັ້ນລຸ່ມເປັນຮ້ານຂາຍໂມງ ໂດຍແມ່ນລູກຫລານ ເປັນຄົນຂາຍເອງ. ບໍລິເວນອ້ອມແອ້ມເຮືອນ ບໍ່ມີຄົນຍາມ, ແຕ່ອິນໄຊ ກໍ່ຖືກຫ້າມບໍ່ໃຫ້ອອກນອກເຮືອນຢ່າງເດັດຂາດ, ໃຫ້ຢູ່ແຕ່ໃນເຮືອນ. ນາງ ອິນໄຊ ທົນທຸກທໍລະມານຢູ່ໃນເຮືອນຫລັງນີ້ໄດ້ ສີ່ເດືອນ, ນາງ ຄິດຈະລັກໂຕນໜີອອກຈາກເຮືອນນາລົກແຫ່ງນີ້ ແຕ່ບໍ່ມີໂອກາດ. ນາງ ຮູ້ສຶກເຈັບແຄ້ນແໜ້ນໃຈຫາອັນປຽບບໍ່ໄດ້ ທີ່ພວກເຂົາດ່າວ່າ ເຖິງຊາດຕະກຸນ ແລະ ແຕະຕ້ອງເຖິງພໍ່ແມ່ ຜູ້ໃຫ້ບັງເກີດເກົ້າຢ່າງຫຍາບຄາຍ. ນາງ ພະຍາຍາມລໍຖ້າໂອກາດທີ່ຈະລັກໂຕນໜີອອກຈາກເຮືອນຫລັງນີ້ໃຫ້ໄດ້.
ໃນທີ່ສຸດໂອກາດ ກໍ່ມາເຖິງ ເພາະມີວັນໜຶ່ງ ຄົນໃນຄອບຄົວພວກເຂົາໄດ້ພາກັນອອກໄປຊື້ເຄື່ອງຢູ່ຕະຫລາດ, ປະໃຫ້ອິນໄຊ ຢູ່ເຮືອນລຳພັງພຽງຄົນດຽວ. ນີ້ເປັນໂອກາດດີທີ່ສຸດແລ້ວໃຫ້ນາງ ລັກໂຕນໜີອອກຈາກເຮືອນຫລັງນີ້. ນາງ ຕິຍ່າງຂຶ້ນໄປເທິງຊັ້ນສອງ ເພື່ອຊັກເຄື່ອງ, ແຕ່ຕົວຈິງແມ່ນເພື່ອບໍ່ໃຫ້ພວກເຂົາສົງໃສ, ອີກປະການໜຶ່ງ ກໍ່ເພື່ອສ່ອງລົງມາຂ້າງລຸ່ມສັງເກດສະຖານະການ. ເມື່ອເຫັນລົດ ຂອງ ພວກເຂົາແລ່ນອອກຫວິດເຮືອນແລ້ວ, ອິນໄຊ ກໍ່ຟ້າວແລ່ນໄປຈັບເອົາກະແຈ ມາໄຂປະຕູອອກໄປ, ເພາະແຕ່ລະມື້ ແມ່ນນາງ ເປັນຜູ້ເປີດ ແລະ ປິດຮ້ານທຸກມື້, ສະນັ້ນນາງ ຈິ່ງຮູ້ວ່າກະແຈຢູ່ບ່ອນໃດ. ພໍອອກຫວິດປະຕູຮົ້ວ, ນາງ ຍັງມີນ້ຳໃຈໂຍນກະແຈເຂົ້າໄປໃນເຮືອນຄືນ. ຫລັງຈາກນັ້ນ ນາງ ກໍ່ໄດ້ໄປໂທລະສັບ ຫາ ນາງ ແດງ ຢູ່ເຂັມມະລາດ ໃຫ້ມາຮັບເອົາ, ເພາະວ່າ ຕອນຈະມາກຸງເທບ ນາງ ແດງ ໄດ້ຈົດເບີໂທລະສັບ ຂອງ ເຂົາໃຫ້ນາງ ອິນໄຊ ພ້ອມທັງບອກວ່າ ເຊື່ອງໄວ້ໃຫ້ດີໆ ຢ່າໃຫ້ເສຍ ແລະ ບໍ່ໃຫ້ໃຜເຫັນເປັນເດັດຂາດ ຖ້າເຈົ້ານາຍ ເຈົ້າເຫັນ ເຂົາຈະຕີເຈົ້າ. ນາງ ມີເງິນໂທລະສັບ ກໍ່ເພາະວ່າ ເວລາຊັກເຄື່ອງໃນ ບາງຄັ້ງຈະມີເງິນຫລຽນຕິດຢູ່ນຳຖົງໂສ້ງ, ຖົງເສື້ອ ເທື່ອລະບາດ, ສອງບາດ ນາງ ຈິ່ງໄດ້ທ້ອນໄວ້ ໄດ້ສິບກວ່າບາດ. ນາງ ອິນໄຊ ໄດ້ອອກຈາກເຮືອນຫລັງນັ້ນເວລາ 8 ໂມງເຊົ້າ. ຄວາມຫີວເຂົ້າ ຫີວນ້ຳ ຍ້ອນບໍ່ໄດ້ກິນຫຍັງຈັກດີ້ ກໍ່ບໍ່ໄດ້ເຮັດໃຫ້ນາງ ຖໍ້ຖອຍ. ນາງ ບໍ່ມີເງິນຕິດຕົວຈັກບາດ, ນາງ ຕ້ອງນັ່ງລີ້ຢູ່ຕາມພຸ່ມໄມ້ ເພາະຢ້ານເຈົ້າຂອງເຮືອນເຫັນ ແລະ ຢ້ານຕຳຫລວດມາພໍ້. ນາງ ຖ້າ ນາງແດງ ຈົນເຖິງ 6ໂມງແລງ ຈຶ່ງເຫັນນາງແດງມາຮອດ ແລ້ວພານາງ ອິນໄຊ ໄປຢູ່ບ່ອນໃໝ່ອີກ, ນັ້ນຄືໂຮງງານເຮັດເຈ້ຍ.
ນາງ ອິນໄຊ ເຮັດວຽກຢູ່ໂຮງງານແຫ່ງນີ້ໄດ້ເດືອນປາຍ ກໍ່ຍັງບໍ່ຮູ້ວ່າ ໂຮງງານນີ້ຕັ້ງຢູ່ໃສ, ຮູ້ແຕ່ວ່າ ຕັ້ງຢູ່ກຸງເທບຄືເກົ່າ. ຕອນນີ້ນາງ ເປັນໄຂ້ຂຶ້ນສູງ, ເຈົ້າຂອງໂຮງງານ ແມ່ນບໍ່ໄດ້ສົນໃຈນຳວ່າ ຈະຫາຢາມາປິ່ນປົວ ຫລື ເອົາເຂົ້າມາໃຫ້ກິນ, ຖ້າໄປຊອກຫາບໍ່ໄດ້ກໍ່ໝາຍຄວາມວ່າ ອົດກິນ, ເຂົາບໍ່ສົນໃຈນຳວ່າ ເຈົ້າຈະເປັນຫຍັງ. ນາງ ເຮັດວຽກບໍ່ໄດ້ຈິ່ງໄດ້ໂທຫານາງ ແດງ ໃຫ້ມາຮັບເອົາເພາະນາງ ຕ້ອງການຢາກຈະກັບບ້ານເກີດເມືອງນອນ. ນາງເຮັດວຽກຢູ່ໂຮງງານແຫ່ງນີ້ເດືອນປາຍແຕ່ບໍ່ໄດ້ ຮັບຄ່າຈ້າງໃດໆ, ເມື່ອນາງ ຖາມເຖິງເງິນເດືອນ ເຂົາບອກວ່າ ເຮັດວຽກສ່ຳນີ້ບໍ່ໄລ່ເງິນເດືອນໃຫ້ດອກ. ໃນໃຈນາງ ອິນໄຊ ຄິດວ່າ ນາງ ແດງ ຄືຄົນດີ, ເພາະນາງ ໂທຫາຍາມໃດ ມາກໍ່ມາຮັບໂລດ ໂດຍບໍ່ຄິດຊວດຮູ້ເມື່ອເລີຍວ່າ ນາງ ແດງ ຄົນນີ້ລະທີ່ພາພວກຕົນໄປຂາຍ, ນາງ ມີແຕ່ຮູ້ສຶກເຈັບແຄ້ນແໜ້ນໃຈວ່າ ເປັນຫຍັງພວກເຂົາຈິ່ງທຳກັບຕົນແບບນີ້ ທັງໆ ທີ່ຕົນກໍ່ເປັນໄຂ້ຢູ່. ນາງ ແດງ ໄດ້ມາຮັບເອົາ ນາງ ອິນໄຊ ສົ່ງກັບ ເຂັມມະລາດ ແລະ ເຫັນປ້າ ຄຳພອນ ຖ້າຢູ່ນັ້ນແລ້ວ, ຫລັງຈາກນັ້ນປ້າຄຳພອນ ກໍ່ພານາງ ອິນໄຊ ມານອນຢູ່ສາລະວັນ ສາມຄືນ ກ່ອນຈະສົ່ງກັບບ້ານເກີດ.
ນາງ ອິນໄຊ ດຳລົງຊີວິດຢູ່ປະເທດໄທ ໄດ້ຫົກເດືອນກວ່າ, ແຕ່ນາງ ບໍ່ໄດ້ວິຊາອາຊີບຫຍັງພໍຕິດຕາມມານຳ, ແມ່ນແຕ່ເງິນຄ່າຈ້າງແຮງງານ ກໍ່ບໍ່ໄດ້, ຄົງໄດ້ແຕ່ຄວາມທຸກທໍລະມານທາງດ້ານຈິດໃຈ ແລະ ຄວາມເສຍໃຈຫາອັນປຽບບໍ່ໄດ້ໃນຊີວິດ.
ເມື່ອກັບຄືນເຖິງບ້ານເກີດເມືອງນອນ, ໝູ່ຄູ່ບາງຄົນກໍ່ມາໃຫ້ກຳລັງໃຈ ແລະ ຫລິ້ນນຳຄືເກົ່າຄາວຫລັງ, ແຕ່ມີບາງຄົນເບິ່ງນາງ ແບບສາຍຕາລັງກຽດ, ກ່າວຂວັນນິນທາ ໄປຕ່າງໆ ນາໆ ໃນທາງທີ່ເສຍຫາຍ ຕໍ່ກຽດສັກສີ ຂອງ ລູກຜູ້ຍິງ, ເບື້ອງຕົ້ນນາງ ກໍ່ຮູ້ສຶກອັບອາຍໝູ່ເພື່ອນ ແລະ ບໍ່ກ້າອອກໄປທາງໃດ, ຢູ່ແຕ່ໃນເຮືອນ, ຫລັງຈາກນັ້ນບໍ່ດົນ ຊາວບ້ານແລະໝູ່ເພື່ອນກໍ່ໄດ້ເຂົ້າໃຈຕໍ່ເຫດການທີ່ເກີດຂຶ້ນກັບຊີວິດຈິງ ຂອງ ນາງ ອິນໄຊ.
|