ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446

ເປົ້າ​ໝາຍ ຂອງ ການ​ຄ້າ​ມະ​ນຸດ ແລະ ຄວາມ​ພະ​ຍາ​ຍາມ​
ໃນ​ການ​ຕ້ານ​ການ​ຄ້າ​ມະ​ນຸດ ຂອງ ລັ​ດ​ຖະ​ບານ​ລາວ

ຮຽບ​ຮຽງ: ບ່າວ​ຜູ້​ໄທ

ທຸກ​ຄົນ​ທີ່​ເກີດ​ມາ​ໃນ​ໂລກ​ນີ້ ຕ່າງ​ກໍ​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ ທີ່​ຈະ​ໄດ້​ຮັບ​ແຕ່​ສິ່ງ​ດີໆ ໃນ​ຊີ​ວິດ, ​ໄດ້​ຮັບ​ສິດ​ທິ​ຂັ້ນ​ພື້ນ​ຖານ ຂອງ ການ​ເປັນມະ​ນຸດໂດຍ​ບໍ່​ມີ​ການຈຳ​ແນກ​ເພດ, ເຊື້ອ​ຊາດ​ຜີວ​ພັນ, ຊົນ​ເຜົ່າ, ຊົນ​ຊັ້ນ, ສາ​ສະ​ໜາ ຫລື ສະ​ຖາ​ນະ​ພາບ ຂອງ ບຸກ​ຄົນ​ນັ້ນໆ ເຊັ່ນ: ສິດ​ທິ​ໃນ​ການໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ ແລະ ບໍ່​ມີ​ການ​ຈຳ​ແນກ. ສິດ​ທິ​ໃນ​ການ ຖື​ສັນ​ຊາດ. ສິດ​ທິ​ໃນ​ການເປັນ​ເຈົ້າ​ຂອງ​ຊັບ​ສົມ​ບັດ. ສິດ​ທິ​ໃນ​ການ ໄດ້​ຮັບ​ການ​ສຶກ​ສາ. ສິດ​ທິ​ໃນ​ການມີ​ວຽກ​ເຮັດ​ງານ​ທຳ ແລະ ສິດ​ທິ​ໃນ​ການມີ​ສະ​ພາບ​ເຮັດ​ວຽກ​ທີ່​ເໝາະ​ສົມ ແລະ ເພິ່ງ​ພໍ​ໃຈ. ສິດ​ທິ​ໃນ​ການ ໃນ​ການ​ຫລຸດ​ພົ້ນ​ອອກ​ຈາກ​ການ​ເປັນ​ຂ້າ​ທາດ ແລະ ການ​ບັງ​ຄັບ​ໃຊ້​ແຮງ​ງານ​. ສິດ​ທິ​ໃນ​ການເຂົ້າ​ເຖິງ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ. ສິດ​ທິ​ໃນ​ການມີ​ເສ​ລີ​ພາບ​ໃນ​ການ​ເຄື່ອນ​ໄຫວ. ສິດ​ທິ​ໃນ​ການ ມີ​ເສ​ລີ​ພາບ​ທາງ​ດ້ານ​ອຸ​ດົມ​ການ, ຄວາມ​ຄິດ​ເຫັນ ແລະ ການ​ສະ​ແດງ​ອອກ. ສິດ​ທິ​ໃນ​ການມີ​ເສ​ລີ​ພາບ​ໃນ​ການ​ເຂົ້າ​ສະ​ມາ​ຄົມ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂະ​ນະ​ນີ້​ຍັງ​ມີ​ຜູ້​ຄົນ​ອີກ​ຈຳ​ນວນ​ຫລາຍ​ລ້ານ​ຄົນ ໃນ​ທົ່ວ​ໂລກ ເປັນ​ຕົ້ນ​ແມ່ນ​ເດັກ​ນ້ອຍ ແລະ ຊາຍ​ໜຸ່ມ ຍິງ​ສາວ ບໍ່ໄດ້​ຮັບສິດ​ທິ​ຂັ້ນ​ພື້ນ​ຖານ ຂອງ ການ​ເປັນ​ມະ​ນຸດ​ດັ່ງ​ກ່າວ, ພວກ​ເຂົາ​ຖືກ​ເຄາະ​ຮ້າຍ ຈາກ​ການ​ສວຍ​ໃຊ້​ແຮງ​ງານ ແລະ ຖືກ​ກົດ​ຂີ່​ທາງ​ດ້ານ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ. ພວກ​ເຂົາ​ເຮັດ​ວຽກ​ປຽບ​ສະ​ເໝືອນ​ເປັນ​ຂ້າ​ທາດ​ຮັບ​ໃຊ້​ພາຍ​ໃນ​ເຮືອນ, ໃນ​ສະ​ຖານ​ທີ່​ບັນ​ເທີງ, ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ຫລື ໃນ​ສະ​ຖານ​ທີ່​ຕ່າງໆ, ຊຶ່ງ​ບັນ​ຫາ​ນີ້ໄດ້​ກາຍ​ເປັນ​ບັນ​ຫາ ຂອງ ໂລກ ແລະ ຂະ​ບວນ​ການ​ເຫລົ່າ​ນີ້​ແມ່ນມີ​ຫລາຍ​ຈຸດ​ໝາຍ​ປາຍ​ທາງ​ທີ່​ແຕກ​ຕ່າງ​ກັນເຊັ່ນ:
1-​ ການ​ຄ້າ​ມະ​ນຸດ ​ເພື່ອ​ຈຸດ​ປະ​ສົງ​ໃຊ້​ແຮງ​ງານ​ແບບ​ຂ້າ​ທາດ ຊຶ່ງ​ປະ​ກອບ​ມີ: 1-​ ວຽກ​ເປັນ​ຄົນ​ໃຊ້​ໃນ​ເຮືອນ. 2-​ ເປັນ​ຄົນ​ລ້ຽງ​ສັດ. 3-​ ​ຊາວ​ປ​ະມົງ​ຫາ​ປາ. 4-​ ເປັນ​ກຳ​ມະ​ກອນ​ຢູ່​ໂຮງ​ງານ​ເຖື່ອນ. 4 ບັນ​ຫາ​ນີ້ ລ້ວນ​ແລ້ວ​ແຕ່​ມີ​ການ​ກົດ​ຂີ່​ຂູດ​ຮີດແຮງ​ງານ, ຖືກ​ທໍ​ລະ​ມານ, ຖືກ​ບີບ​ບັງ​ຄັບ ໂດຍ​ບໍ່​ໄດ້​ຄ່າ​ຕອບ​ແທນ​ດ້ານ​ແຮງ​ງານ.
2-​ ເປັນ​ໂສ​ເພ​ນີ. ຜ່ານ​ການ​ສຳ​ພາດ​ຫລາຍໆ ກໍ​ລະ​ນີ​ຜູ້​ຖືກ​ເຄາະ​ຮ້າຍ ທີ່​ເຮັດ​ວຽກ​ໃນ​ຊ່ອງ​ໂສ​ເພ​ນີ ໃຫ້​ຮູ້​ວ່າ ພວກ​ເຂົາ​ຈະ​ບໍ່​ຮັບ​ຮູ້​ວ່າ ສຸ​ຂະ​ພາບ ຂອງ ເຈົ້າ​ຈະ​ເປັນ​ແນວ​ໃດ ແຕ່​ເຈົ້າ​ຕ້ອງ​ຮັບ​ແຂກ​ຕາມ​ຄວາມ​ຕ້ອງ​ການ ຂອງ ແຂກ. ຖືກ​ກັກ​ຂັງ​ໜ່ວງ​ໜ່ຽວ, ຖືກ​ທຳ​ຮ້າຍ​ຮ່າງ​ກາຍ​ຖ້າ​ບໍ່​ຮັບ​ແຂກ. ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ຍັງ​ມີ​ແມ່​ຍິງ​ຈຳ​ນວນ​ໜຶ່ງ​ຖືກ​ຖອນ​ເລັບ, ຖືກ​ຕັດ​ຫູ, ຕັດ​ລີ້ນ..​. ນີ້​ມັນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ເຫຍື່ອ ຂອງ ການ​ຄ້າ​ມະ​ນຸດ​ໃນ​ຊ່ອງ​ໂສ​ເພ​ນີ.
3-​ ບັງ​ຄັບ​ໃຫ້​ເປັນ​ຂໍ​ທານ, ໂດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ. ພວກ​ເຂົາ​ຈະ​ໄປ​ຊອກຫາ​ເດັກ​ນ້ອຍ​ໃນ​ເຂດ​ຫ່າງ​ໄກ​ສອກ​ຫລີກ​ມາ​ລ້ຽງ​ໄວ້​ເພື່ອ​ເປັນ​ຂໍ​ທານ. ເດັກ​ນ້ອຍ​ເຫລົ່າ​ນີ້​ຈະ​ຖືກ​ສົ່ງ​ໄປ​ຂໍ​ທານ​ຕາມ​ຈຸດ​ຕ່າງໆ ຖ້າ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ ກໍ່​ຈະ​ບໍ່​ໄດ້​ກິນ​ເຂົ້າ. ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ເດັກ​ນ້ອຍ​ຜູ້​ທີ່​ມີ​ໜ້າ​ຕາ​ບໍ່​ດີ​ແດ່ ກໍ່​ຈະ​ຖືກ​ຕັດ​ແຂກ, ຂາ ເພື່ອ​ໃຫ້​ເປັນ​ຄົນ​ພິ​ການ ແລ້ວ​ນຳ​ໄປ​ຂໍ​ທານ.
4-​ ເອົາ​ມາ​ລ້ຽງ​ໄວ້ ເພື່ອ​ຂາຍ​ອາ​ໄວ​ຍາ​ວະ, ເປັນ​ຕົ້ນ​ແມ່ນ​ຂາຍ​ໝາກ​ໄຂ່​ຫລັງ, ຂາຍ​ເລືອດ.
5-​ ເມຍ​ທາງ​ໄປ​ສະ​ນີ ໂດຍ​ເອົາ​ຮູບ​ສົ່ງ​ໃຫ້​ກັນ, ຕິດ​ຕໍ່​ຫາ​ກັນ​ໂດຍ​ສູນ​ຂໍ້​ມູນ​ຊອກ​ຫາ​ຄູ່ ຊຶ່ງ​ບັນ​ຫາ​ນີ້​ມັນ​ມີ​ການ​ຄ້າ​ມະ​ນຸດ​ແອບ​ແຝງ​ຢູ່​ນຳ. ນອກ​ຈາກ 5 ບັນ​ຫາ​ນີ້​ແລ້ວ ຍັງ​ມີ​ອີກ​ຫລາຍ​ບັນ​ຫາ​ທີ່​ພວກ​ເຮົາ​ຍັງ​ບໍ່​ທັນ​ຊອກ​ເຫັນ​ທາດ​ແທ້ ຂອງ ການ​ຄ້າ​ມະ​ນຸດ.
ຍ້ອນ​ເຫັນ​ໄດ້​ເຖິງ​ອັນ​ຕະ​ລາຍ​ຮ້າຍ​ແຮງ ຂອງ ການ​ຄ້າ​ມະ​ນຸດ​ນີ້, ລັດ​ຖະ​ບານ​ສ​ປ​ປ ລາວ ແມ່ນ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ບັນ​ຫາ​ດັ່ງ​ກ່າວ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ແຜ່​ລາມ​ຢູ່​ໃນ​ຂົງ​ເຂດ, ໂດຍ​ສະ​ເພາະ​ແມ່ນ​ພາຍ​ໃນ​ປະ​ເທດ. ດັ່ງ​ນັ້ນ​ລັດ​ຖະ​ບານ​ລາວ ຈິ່ງ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ສົນ​ທິ​ສັນ​ຍາ​ສ​ປ​ຊ, ສົນ​ທິ​ສັນ​ຍາສາ​ກົນຕ່າງໆ. ໃນ​ສົນ​ທິ​ສັນ​ຍາ​ສ​ປ​ຊ ຕ້ານ​ອາ​ສະ​ຍາ​ກຳ​ຂ້າມ​ຊາດ​ແບບ​ມີ​ການ​ຈັດ​ຕັ້ງນີ້, ໃນ​ກອງ​ປະ​ຊຸມ​ສ​ປ​ຊ ໄດ້​ກຳ​ນົດອາ​ສະ​ຍາ​ກຳ​ຂ້າມ​ຊາດ ມີ 5 ອາ​ສະ​ຍາ​ກຳຄື: 1-​ ການ​ກໍ່​ການ​ຮ້າຍ. 2-​ ການ​ຄ້າ ຂາຍ​ຢາ​ເສບ​ຕິດ. 3-​ ການ​ຄ້າ​ຂາຍ​ອາ​ວຸດ. 4-​ ການ​ຟອກ​ເງິນ ແລະ 5-​ ການ​ຄ້າ​ມະ​ນຸດ. ນອກ​ຈາກ 5 ອາ​ສະ​ຍາ​ກຳ​ທີ່​ສ​ປ​ຊ ໄດ້​ກຳ​ນົດ​ແລ້ວ, ສະ​ມາ​ຄົມ ອາ​ຊຽນ ທັງ 10 ປະ​ເທດ ຍັງ​ໄດ້ກຳ​ນົດ​ຕື່ມອີກ 3 ອາ​ສະ​ຍາ​ກຳຄື: 1-​ ການ​ປອມ​ແປງ​ເອ​ກະ​ສານ​ຂ້າມ​ແດນ. 2-​ ການ​ປອມ​ແປງ​ທະ​ນາ​ບັດ. 3-​ ອາ​ສະ​ຍາ​ກຳ​ຄອມ​ພີມ​ເຕີ.
ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ຕ່າງໆ ນັ້ນ, ນອກ​ຈາກ​ໄດ້​ຮ່ວມ​ມື​ກັບ​ສາ​ກົນ​ແລ້ວ ລັດ​ຖະ​ບານ​ລາວ ຍັງ​ໄດ້​ເຊັນ​ບັນ​ທຶກ​ຄວາມ​ຊົງ​ຈຳ​ຮ່ວມ​ກັບ​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ ໃນ​ທ້າຍ​ເດືອນ​ ທັນ​ວາ ປີ 2003. ກ່ອນ​ໜ້າ​ນີ້​ສ​ປ​ປ ລາວ ຍັງ​ໄດ້​ເຊັນ​ສົນ​ທິ​ສັນ​ຍາສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ກັບ​ປະ​ເທດ​ໃກ້​ຄຽງ​ລະ​ຫວ່າງ​ສ​ປ​ປ​ລາວ-​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ; ສ​ປ​ປ ລາວ-​ສ​ປ ຈີນ; ສ​ປ​ປ ລາວ-​ລາ​ຊະ​ອາ​ນາ​ຈັກໄທ; ສ​ປ​ປ ລາວ-​ສະ​ຫະ​ພາບມຽນ​ມາ; ສະ​ເພາະ​ກັບ​ ສ​ສ. ຫວຽດນາມ ແມ່ນ​ໄດ້​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງ​ນິ​ຕິ​ທຳ ແລະ ທາງ​ແພ່ງ.
ສະ​ເພາະ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດນັ້ນ, ໃນ​ປີ 2004 ຜ່ານ​ມາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສ​ປ​ປ ລາວ ກໍ່ໄດ້​ອອກ​ຂໍ້​ຕົກ​ລົງ​ສະ​ບັບ​ເລກ​ທີ 59 ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດ ກ່ຽວ​ກັບ​ການ​ຕ້ານ​ການ​ຄ້າ​ຂາຍ​ມະ​ນຸດ. ຢູ່​ໃນ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້​ມີ​ທ່ານ ອາ​ຊາງ ລາວ​ລີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເປັນ​ຮອງ​ປະ​ທານ, ນອກ​ນີ້​ຍັງ​ມີ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຍຸ​ຕິ​ທຳ, ກະ​ຊວງ​ແຮງ​ງານ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ ຂອງ ລັດ​ຖະ​ບານ​ເຊັ່ນ: ແນວ​ລາວ​ສ້າງ​ຊາດ, ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ, ສູນ​ກາງ​ກຳ​ມະ​ບານ​ລາວ ແລະ ສູນ​ກາງ​ຊາວ​ໜຸ່ມ. ອັນນີ້​ມັນ​ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ ຂອງ ລັດ​ຖະ​ບານ​ລາວ ໃນ​ການ​ຕ້ານ​ການ​ຄ້າ​ຂາຍ​ມະ​ນຸດ. ນອກ​ຈາກ​ນັ້ນ ຍັງ​ໄດ້​ປັບ​ປຸງ​ກົດ​ໝາຍ​ອາ​ຍາ, ກົດ​ໝາຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ ຊຶ່ງ​ໄດ້​ກຳ​ນົດ​ເອົາ​ອາ​ສະ​ຍາ​ກຳ​ຂ້າມ​ຊາດ ມາ​ຜັນ​ຂະ​ຫຍາຍ​ເປັນ​ກົດ​ໝາຍ​ຢ່າງ​ລະ​ອຽດ, ໂດຍ​ສະ​ເພາະ​ມາດ​ຕາ 134 ວ່າ​ດ້ວຍ​ການ​ຄ້າ​ມະ​ນຸດ. ໃນ​ເມື່ອ​ກ່ອນ​ການ​ດຳ​ເນີນ​ຄະ​ດີ​ແມ່ນ​ອີງ​ໃສ່​ມາດ​ຕາ 69 ແລະ 92. ຊຶ່ງ​ມາດ​ຕາ 69 ແມ່ນ​ເວົ້າ​ເຖິງການ​ໂຕນ​ໜີ​ໄປ​ຫາ​ສັດ​ຕູ. ສ່ວນ​ມາດ​ຕາ 92 ແມ່ນເວົ້າ​ເຖິງ​ການ​ຂາຍ​ຄົນ, ແຕ່​ມາ​ໃນ​ປະ​ຈຸ​ບັນ ໄດ້​ຂະ​ຫຍາຍ​ມາດ​ຕາ 92 ຈາກ​ການ​ຂາຍ​ຄົນ ມາ​ເປັນ​ການ​ຄ້າ​ມະ​ນຸດ ຊຶ່ງ​ມີ​ບົດ​ລົງ​ໂທດ​ຕ່ຳ​ສຸດ​ແຕ່ 5 ປີ ເຖິງ​ຕະ​ຫລອດ​ຊີ​ວິດ.
ນອກ​ຈາກ​ນະ​ໂຍ​ບາຍ ຂອງ ລັດ​ຖະ​ບານ​ແລ້ວ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ກໍ​ໄດ້​ມີ​ນະ​ໂຍ​ບາຍ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ ເຊັ່ນ: ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ຕ້ານ​ການ​ຄ້າ​ຂາຍ​ມະ​ນຸດ​ (LAPTU) ຂຶ້ນ​ຢູ່​ກົມ​ ຕໍ​ມໍ ທີ່​ປະ​ກອບ​ດ້ວຍ​ຫລາຍ​ພາກ​ສ່ວນຄື: ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ, ຈາກ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ, ສູນ​ກາງ​ຊາວ​ໜຸ່ມ, ຈາກ​ໄອ​ຍາ​ການ​ສູງ​ສຸດ ແລະ ຈາກ​ກົມ​ຕຳ​ຫລວດ. ນອກຈາກ​ນັ້ນ​ກໍ່​ຍັງ​ໄດ້​ສ້າງ​ຕັ້ງຄະ​ນະ​ປະ​ສານ​ງານ​ໂຄງ​ການ​ພາກ​ພື້ນ​ອາ​ຊີ ເພື່ອ​ຕ້ານ​ການ​ຄ້າ​ຂາຍ​ມະ​ນຸດ. ນອກ​ນີ້​ກະ​ຊວງ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ກໍ່ຈະ​ສືບ​ຕໍ່​ຂະ​ຫຍາຍ​ໜ​ວ່ຍ​ງານ LAPTU ໄປ​ໃນ 5 ແຂວງ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງຄື: ແຂວງ​ ບໍ່​ແກ້ວ, ວຽງ​ຈັນ, ນະ​ຄອນ​ຫລວງວຽງ​ຈັນ, ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ. ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ ເມື່ອ​ປີ 2003, ໜ່ວຍ​ງານ LAPTU ໄດ້​ຮັບ​ຄຳ​ຮ້ອງ ຈາກ​ຜູ້​ຖືກ​ເຄາະ​ຮ້າຍ, ຈາກ​ຜູ້​ປົກ​ຄອງ ທັງ​ໝົດ 29 ຄັ້ງ, ມີ​ຜູ້​ຖືກ​ເຄາະ​ຮ້າຍ 114, ໄດ້​ນຳ​ເອົາ​ຜູ້​ຄ້າ​ມະ​ນຸດ ມາ​ດຳ​ເນີນ​ຄະ​ດີ ແລະ ລົງ​ໂທດ​ໄດ້ 9 ຄົນ, ໃຫ້​ສານ​ຕັດ​ສິນ​ແລ້ວ 3-​4 ຄົນ ຍັງ​ຍັງ​ລໍ​ຖ້າ​ການ​ຕັດ​ສິນ​ອີກ​ຈຳ​ນວນ​ໜຶ່ງ.
ນອກ​ຈາກ​ນີ້​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຕ້ານ​ການ​ຄ້າ​ມະ​ນຸດ ຂອງ 4 ປະ​ເທດ​ຄື: ສ​ປ​ປ​ລາວ, ໄທ, ມຽນ​ມາ ແລະ ກຳ​ປູ​ເຈຍ ຍັງໄດ້​ຈັດ​ການ​ປະ​ຊຸມ​ກັນ​ຢ່າງ​ເປັນ​ປະ​ຈຳ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ຊຶ່ງ​ກັນ ແລະ ກັນ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ເຫຍື່ອ ຂອງ ການ​ຄ້າ​ມະ​ນຸດ, ພ້ອມ​ທັງ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ກັນ​ຕື່ມ​ອີກ.

- - - - - - - - - - 0 - - - - - - - -

Google
WWW

webmaster
------------


KPL mail

ສະພາບອາກາດ ພາຍໃນປະເທດ

ຫຼວງພະບາງ
ສະຫວັນນະເຂດ
ປາກເຊ.