ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

ສາ​ເຫດ​ທີ່​ພາ​ໃຫ້​ຊາວ​ໜຸ່ມ-​ເຍົາ​ວະ​ຊົນ ຕິດ​ຢາ​ເສບ​ຕິດ

 
 
 
 
 
 
 
 
 
 
 
 
 
 
 

( ບ່າ​ວ​ຜູ້​ໄທ
( ໃນ​ປະ​ຈຸ​ບັນ​ນີ້, ບັນ​ຫາ​ຢາ​ເສບ​ຕິດ ກຳ​ລັງ​ເປັນ​ໄພ​ອັນ​ຕະ​ລາຍ ຊຶ່ງ​ມັນ​ໄດ້​ທຳ​ລາຍອະ​ນາ​ຄົດ ຂອງ ຜູ້​ຄົນ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ມາ​ແລ້ວ, ເປັນ​ຕົ້ນ​ແມ່ນຊາວ​ໜຸ່ມ, ເຍົາ​ວະ​ຊົນ, ສະ​ນັ້ນ​ບັນ​ຫາ​ຕິດ​ຢາ​ເສບ​ຕິດ ກຳ​ລັງ​ເປັນ​ບັນ​ຫາ​ໃຫຍ່, ແຕ່​ສາ​ເຫດ​ໃດ ທີ່​ພາ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຫັນ​ໄປ​ໃຊ້​ຢາ​ເສບ​ຕິດ? ຊຶ່ງ​ເຮົາ​ສາ​ມາດ​ພໍ​ສະ​ຫລຸບ​ໄດ້​ໂດຍ​ຫຍໍ້​ດັ່ງ​ນີ້:
1-​ ສາ​ເຫດ​ມາ​ຈາກ​ຄອບ​ຄົວ: ເກືອບ​ວ່າ​ເຄິ່ງ​ໜຶ່ງ ຂອງ ພໍ່ ແມ່ ຜູ້​ຕິດ​ຢາ​ເສບ​ຕິດ ແມ່ນ​ມີ​ລະ​ດັບ​ການ​ສຶກ​ສາ​ຍັງ​ຕ່ຳ, ການ​ເຂົ້າ​ຮ່ວມ​ໃນກິດ​ຈະ​ການ​ເຄື່ອນ​ໄຫວ​ຕ່າງໆ ຂອງ ສັງ​ຄົມ​ບໍ່​ຫລາຍ ຫລື ມີ​ຂໍ້ຈຳ​ກັດ, ສະ​ນັ້ນ​ຈິ່ງ​ເຮັດ​ໃຫ້​ການ​ຮັບ​ຮູ້ ຂອງ ພໍ່ ແມ່ ເພື່ອ​ແກ້​ໄຂ, ສຶກ​ສາ​ອົບ​ຮົມ ລູກ​ຫລານ ຂອງ ຕົນ​ຍັງ​ບໍ່​ທັນ​ຖືກ​ຕ້ອງ.
ນອກ​ຈາກ​ນັ້ນ ຍັງ​ຈະ​ຕ້ອງ​ເວົ້າ​ເຖິງ​ການ​ເອົາ​ໃຈ​ໃສ່ ຂອງ ພໍ່ ແມ່ ທີ່​ມີ​ຕໍ່​ລູກ​ຫລານ ຂອງ ຕົນ. ຕາມ​ທີ່​ເຫັນ​ຜ່ານ​ມາ ກໍ່​ແມ່ນ​ວ່າ ສ່ວນ​ຫລາຍ ພໍ່ ແມ່ ບໍ່​ເຄີຍ​ໃຫ້​ຄວາມ​ອົບ​ອຸ່ນ ຫລື ສົນ​ໃຈ​ກັບ​ລູກ ເທົ່າ​ທີ່​ຄວນ. ບໍ່​ຮູ້​ ສະ​ພາບ​ການ​ຮຽນ, ການ​ເຄື່ອນ​ໄຫວ ຂອງ ລູກ, ບໍ່​ສົນ​ໃຈ​ນຳ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ລູກ​ຫລານ ເຊັ່ນ: ການ​ປ່ຽນ​ແປງ​ທາງ​ດ້ານ​ແນວ​ຄວາມ​ຄິດ, ເພື່ອນ​ຝຸງ..​.ພໍ່​ແມ່ ສ່ວນ​ຫລາຍ ຂອງຜູ້​ທີ່​ຕິດ​ຢາ ແມ່ນ​ບໍ່​ສົນ​ໃຈ​ວ່າ ລູກ​ຫລານ​ຕົນ ເມື່ອອອກ​ຈາກ​ເຮືອນວ່າຈະ​ໄປ​ໃສ? ບໍ່​ຮູ້​ວ່າ ລູກ​ກຳ​ລັງ​ເຮັດ​ຫຍັງ? ບໍ່​ສົນ​ໃຈ​ນຳ​ການ​ພົວ​ພັນ ຂອງ ລູກ​ໃນ​ສັງ​ຄົມ​ວ່າ ຈະ​ເປັນ​ແນວ​ໃດ? ລູກ​ເອົາ​ເງິນ​ມາ​ແຕ່​ໃສ? ມີ​ພໍ່​ແມ່ ບາງ​ຄົນ ຍັງ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ນຳ​ການ​ເຕືອນ ຄົນ​ອື່ນ ທີ່​ສິ່ງ​ທີ່​ເກີດ​ຂຶ້ນ ແລະ ອື່ນໆ.
ບາງ​ບັນ​ຫາ​ທີ່​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ກໍ​ຄື ບັນ​ຍາ​ກາດ​ (ຄວາມ​ສຳ​ພັນ) ພາຍ​ໃນ​ຄອບ​ຄົວ. ລູກ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ຄອບ​ຄົວ​ມີ​ບັນ​ຫາ​ເຊັ່ນ: ຄອບ​ຄົວແຕກ​ແຍກ, ບໍ່​ຖືກ​ຕ້ອງ​ກັນ, ຢ່າ​ຮ້າງ..​.ຈະ​ມີ​ອັດ​ຕາ​ການ​ຕິດ​ຢາ​ສູງກວ່າ​ຄອບ​ຄົວ​ທີ່​ອົບ​ອຸ່ນ. ເດັກ​ທີ່​ຕິດ​ຢາ ສ່ວນ​ຫລາຍ ແມ່ນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຜິດ​ຖຽງ​ກັນ ຂອງ ພໍ່ ແມ່ ຢ່າງ​ເປັນ​ປະ​ຈຳ, ບໍ່​ພໍ​ໃຈ​ນຳ​ການ​ດຳ​ລົງ​ຊີ​ວິດ​ພາຍ​ໃນ​ຄອບ​ຄົວ, ຊຶ່ງ​ພວກ​ເຂົາ​ຫວັງ​ຢາກ​ໃຫ້​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ມີ​ຄວາມ​ອົບ​ອຸ່ນ, ຖືກ​ຕ້ອງ​ປອງດອງ​ກັນ.
ໃນ​ນີ້​ນັບ​ທັງ​ຄອບ​ຄົວ​ທີ່​ມີ​ເງື່ອນ​ໄຂ​ທາງ​ດ້ານເສດ​ຖະ​ກິດ​ພຽງ​ພໍ ຊຶ່ງ​ເອົາ​ໃຈ​ລູກ​ຫລານ​ຫລາຍ​ເກີນ​ໄປກໍ່​ອາດ​ຈະ​ມີ​ບັນ​ຫາ​ໄດ້​ຄື​ກັນ, ເພາະ​ຄົນ​ທີ່​ຕິດ​ຢາ ​ແລ້ວ​ຈະພະ​ຍາ​ຍາມ​ດຶງ​ເອົາລູກ​ທີ່​ພໍ່​ແມ່ ມີ​ເສດ​ຖະ​ກິດ​ແດ່ ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ດ້ວຍ​ທຸກວິ​ຖີ​ທາງ ເພື່ອ​ວ່າ​ພາຍ​ໜ້າ​ຈະ​ໄດ້​ດຶງ​ເອົາ​ເງິນ​ຈາກ​ຄອບ​ຄົວ​ທ່ານ.
2-​ ຈາກ​ສັງ​ຄົມ ຫລື ສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ: ຄອບ​ຄົວ​ທີ່​ບໍ່​ສົນ​ໃຈ​ນຳ​ລູກ​ເຕົ້າ ຫລື ຕາມ​ໃຈ​ລ​ູກ​ຫລາຍ​ເກີນ​ໄປ ອາດ​ຈະ​ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ລູກ​ຫລານ ລະ​ເລີງ, ສະ​ນັ້ນ​ສິ່ງ​ບໍ່​ດີ​ອາດ​ຈະ​ແຊກ​ຊຶມ​ເຂົ້າ​ໄປ, ກ່ອນ​ອື່ນ​ໝົດ ແມ່ນ​ການ​ຫລິ້ນ​ກິນ, ຮຽກ​ຮ້ອງ​ເອົາ​ວັດ​ຖຸ​ສິ່ງ​ຂອງ ຈາກ​ພໍ່​ແມ່, ຄ້ານ​ຮຽນ, ຮຽນ​ອ່ອນ, ປະ​ລະ​ການ​ຮຽນ ແລະ ສຸດ​ທ້າຍ​ອາດ​ຈະ​ຖືກ​ແກ່​ດຶງ​ເຂົ້າ​ໄປ​ຫາ​ສິ່ງ​ເສບ​ຕິດ​ໄດ້​ງ່າຍ. ພິ​ເສດ​ແມ່ນ​ເດັກ​ທີ່​ກຳ​ລັງ​ສຶກ​ສາ​ຊັ້ນ​ມໍ 1-​2, ເພາະ​ເດັກ​ນ້ອຍ​ເຫລົ່າ​ນີ້ ແມ່ນ​ມີ​ຄວາມ​ສ່ຽງ​ຕໍ່​ການ​ດຶງ​ເຂົ້າ​ໄປ​ຫາ​ສິ່ງ​ບໍ່​ດີ ບໍ່​ວ່າ​ຄອບ​ຄົວ​ທີ່​ມີ​ຖາ​ນະ​ທາງ​ເສດ​ຖະ​ກິດ ຫລື ຄອບ​ຄົວ​ທຳ​ມະ​ດາ ຕ່າງ​ກໍ່​ມີ​ໂອ​ກາດ​ຕິດ​ໄດ້​ຄື​ກັນ.
3-​ ສາ​ເຫດ​ມາ​ຈາກ​ໝູ່​ເພື່ອນ​: ນອກ​ຈາກ​ບັນ​ຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແລ້ວ, ບັນ​ດາ​ຊາວ​ໜຸ່ມ-​ເຍົາ​ວະ​ຊົນ ຍັງ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ໝູ່​ຄູ່​ ທີ່​ຢູ່​ໃນລຸ້ນ​ລາວ​ຄາວ​ດຽວ​ກັນ​​ ແລະ ສະ​ພາບ​ແວດ​ລ້ອມ​ນຳ​ອີກ. ຄວາມ​ສຳ​ພັນ​ນີ້ ແມ່ນ​ອີງ​ໃສ່​ຄວາມ​ລົງ​ຕົວ ແລະ ຄວາມ​ມັກ. ບັນ​ຫາ​ນີ້​ແມ່ນ​ຈະ​ສົ່ງ​ຜົນ​ກະ​ທົບ 2 ດ້ານ, ໂດຍ​ສະ​ເພາະ​ແມ່ນ ຖ້າ​ເດັກ​ເຫລົ່າ​ນີ້ມີ​ການ​ພົວ​ພັນ​ກັບ​ເດັກ​ທີ່​ບໍ່​ມີ​ບັນ​ຫາ, ມີ​ມາ​ລະ​ຍາດ, ເອົາ​ໃຈ​ໃສ່​ຕໍ່​ການ​ຮຽນ, ໃຫ້​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ, ຟັງ​ຄວາມ​ຜູ້​ໃຫຍ່ ແລະ ອື່ນໆ ພວກ​ເຂົາ​ກໍ່​ຈະ​ກາຍ​ເປັນ​ລູກ​ທີ່​ດີ ຂອງ ພໍ່​ແມ່, ເປັນ​ຜູ້​ຟັງ​ຄຳ​ສັ່ງສອນ ຂອງ ຄູ​ບາ​ອາ​ຈານ ແລະ ຜູ້​ໃຫຍ່, ບໍ່​ຮຽກ​ຮ້ອງ​ໃນ​ສິ່ງ​ທີ່​ເກີນ​ຄວາມ​ຈຳ​ເປັນ, ເດັກ​ເຫລົ່າ​ນີ້​ກໍ່​ຈະ​ບໍ່​ມີ​ບັນ​ຫາ. ແຕ່​ກົງ​ກັນ​ຂ້າມ, ຖ້າ​ເດັກ​ພົບ​ກັບ​ໝູ່​ເພື່ອນ​ທີ່​ມີ​ບັນ​ຫາ​ໃນ​ການ​ດຳ​ລົງ​ຊີ​ວິດປະ​ຈຳ​ວັນເຊັ່ນ: ມີ​ທ່າ​ທີ​ແຂງ​ກະ​ດ້າງ, ມັກ​ປະ​ລະ​ການ​ຮຽນ, ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ການ​ກະ​ທຳ ຂອງ ຕົນ, ຮຽກ​ຮ້ອງ​ໃນ​ສິ່ງ​ທີ່​ຕົນ​ຕ້ອງ​ການ, ບໍ່​ຟັງ​ຄວາມ​ຜູ້​ໃຫຍ່ ແລະ ອື່ນໆ, ຊຶ່ງ​ທີ່​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຜູ້​ຕິດ​ຢາ​ເສບ​ຕິດໃໝ່ ​ເກືອບ 100% ແມ່ນ​ມີ​ໝູ່ຕິດ​ຢາ ຫລື​ບັນ​ຫາ​ໃດ​ໜຶ່ງ​ມາ​ກ່ອນ​ໃນ​ການ​ດຳ​ລົງ​ຊີ​ວິດ, ດັ່ງ​ສຸ​ພາ​ສິດ​ລາວ ເຄີຍ​ກ່າວ​ໄວ້​ວ່າ: “ຕົກ​ໝູ່​ແຮ້ງ ເປັນ​ແຮ້ງ, ຕົກ​ໝູ່​ກາ ເປັນ​ກາ”.
4-​ ສາ​ເຫດ​ທີ່​ມາ​ຈາກ​ຕົວ​ມັນ​ເອງ: ຜູ້​ປົກ​ຄອງ ເດັກ​ທີ່​ມີ​ບັນ​ຫາ​ຢາ​ເສບ​ຕິດ ໃຫ້​ການ​ວ່າ ລູກ​ຫລານ ຂອງ ຕົນ ອາດ​ຈະ​ຖືກ​ໝູ່​ຄູ່ ຫລື ພວກ​ຄ້າ​ຢາ​ເສບ​ຕິດ​ບີບ​ບັງ​ຄັບ​ໃຫ້​ໃຊ້​ຢາ​ເສບ​ຕິດ. ແຕ່​ວ່າ, ເດັກ​ທີ່​ມີ​ບັນ​ຫາ​ດ້ານ​ຢາ​ເສບ​ຕິດ ຈຳ​ນວນ​ໜຶ່ງ​ກ່າວ​ວ່າ ພວກ​ເຂົາ​ໃຊ້​ຢາ​ເສບ​ຕິດ ເພື່ອ​ແກ້​ຄວາມ​ເຫງົາ, ຢາກ​ມີ​ອາ​ລົມ​ມ່ວນ​ຊື່ນ, ຢາກ​ລືມ​ໄປ​ໃຫ້​ໝົດ​ສິ່ງ​ທີ່​ສັບ​ສົນ ຊຶ່ງ​ຕົນ​ເອງ​ກຳ​ລັງ​ປະ​ເຊີນ​ຢູ່, ທັງ​ເປັນ​ການ​ຜ່ອນ​ຄາຍ​ອາ​ລົມ. ເດັກ​ເຫລົ່າ​ນີ້ ແມ່ນ​ກຳ​ລັງ​ຢູ່​ໃນ​ໄວ​ທີ່​ກ້າ​ຈະ​ລອງ, ກ້າ​ຈະ​ສ່ຽງ ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ເພາະ​ພວກ​ເຂົາ​ເຫັນ​ວ່າ ຕົນ​ກໍ່​ເປັນ​ຜູ້​ໃຫຍ່​ແລ້ວ. ໃນ​ເບື້ອງ​ຕົ້ນ​ພວກ​ເຂົາ​ອາດ​ຈະ​ທົດ​ລອງເສບ ຈາກ​ການ​ຊັກ​ຊວນ ຂອງ ໝູ່​ຄູ່ ເພາະ​ຄິດ​ວ່າ ຕົນ​ເອງ​ເປັນ​ຜູ້​ໃຫຍ່ແລ້ວ ແລະ ຈະ​ບໍ່​ໃຫ້​ຕິດ, ແຕ່​ເມື່ອ​ທົດ​ລອງ​ເສບ 1-​2 ຄັ້ງ ພວກ​ເຂົາ​ກໍ່​ຈະ​ຄ່ອຍໆ ຕິດ​ແລະ ໜັກ​ຂຶ້ນ, ສຸດ​ທ້າຍ​ກໍ່​ກາຍ​ເປັນ​ຜູ້​ຕິດ​ຢາ​ໃນ​ທີ່​ສຸດ.
ບັນ​ຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ແມ່ນ​ບັນ​ຫາພື້ນ​ຖານທີ່​ນຳ​ເອົາ​ຊາວ​ໜຸ່ມ-​ເຍົາ​ວະ​ຊົນເຂົ້າ​ສູ່​ການ​ຕິດຢາ​ເສບ​ຕິດ. ແຕ່​ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ ແລະ ຫ່າງ​ໄກ​ກັບ​ສິ່ງ​ເສບ​ຕິດ​ເຫລົ່າ​ນີ້ ຈະ​ຕ້ອງ​ມີ​ຄວາມ​ໃກ້​ຊິດ​ຕິດ​ຕາມຈາກ​ໂຮງ​ຮຽນ, ສັງ​ຄົມແລະພໍ່​ແມ່ ຜູ້​ປ​ົກ​ຄອງຢ່າງ​ສະ​ໝ່ຳ​ສະ​ເໝີ. ກ່ອນ​ອື່ນ​ໝົດແມ່ນ ຄອບ​ຄົວ. ສະ​ນັ້ນ​ພໍ່​ແມ່ ຈະ​ຕ້ອງ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ດຳ​ລົງ​ຊີ​ວິດ ປະ​ຈຳ​ວັນ, ການ​ກະ​ທຳ, ບັນ​ຫາ​ສຳ​ຄັນ​ແມ່ນ​ຄວນ​ຫລີກ​ລ້ຽງ​ການ​ຜິດ​ຖຽງ​ກັນ​ຕໍ່​ໜ້າ​ລູກ​ເຕົ້າ, ເພາະ​ຈະ​ເຮັດ​ໃຫ້​ລູກ​ມີ​ຄວາມ​ດ້ອຍ. ຖ້າ​ຄອບ​ຄົວ​ມີ​ຄວາມ​ຖືກ​ຕ້ອງ​ປອງດອງ​ກັນ, ມີ​ຄວາມ​ສາ​ມັກ​ຄີ, ບໍ່​ໃຊ້​ຄວາມ​ຮຸນ​ແຮງ, ມີ​ຫຍັງ​ກໍ່​ຄ່ອຍ​ເວົ້າ ຄ​ອ່ຍ​ຈາ ແລະ ອື່ນໆ ກໍ່​ຈະ​ເຮັດ​ໃຫ້​ບັນ​ຍາ​ກາດ​ພາຍ​ໃນ​ຄອບ​ຄົວ​ອົບ​ອຸ່ນ, ມ່ວນ​ຊື່ນ ແລະ ເດັກ​ກໍ່​ຈະ​ເອົາ​ເປັນ​ແບບ​ຢ່າງ, ເຊື່ອ​ຟັງ​ຄຳ​ສັ່ງ​ສອ​ນຈາກ​ພໍ່​ແມ່, ຂອງ ຜູ້​ໃຫຍ່. ບໍ່​ສະ​ເພາະ​ແຕ່​ເທົ່າ​ນັ້ນ, ຜູ້​ປ​ົກ​ຄອງຍັງ​ຈະ​ຕ້ອງ​ສັ່ງ​ສອນ​ລູກ​ເຕົ້າ​ໃນ​ສິ່ງ​ທີ່​ດີໆ ນັບ​ແຕ່​ຍັງ​ບໍ່​ທັນ​ໄປ​ໂຮງ​ຮຽນ, ສອນ​ໃຫ້​ເດັກ​ຮູ້​ຈຳ​ແນກ ວ່າ ອັນ​ໃດ​ດີ, ອັນ​ໃດ​ບໍ່​ດີ, ອັນ​ໃດ​ຄວນ​ທຳ ແລະ ອັນ​ໃດ​ບໍ່​ຄວນ​ທຳ. ເມື່ອ​ເຖິງ​ອາ​ຍຸ​ເຂົ້າ​ໂຮງ​ຮຽນ ພໍ່​ແມ່ ກໍ່​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ຕໍ່​ລູກ​ໃຫ້​ຫລາຍ​ຂຶ້ນ​ຕື່ມ ບໍ່​ວ່າ​ທາງ​ດ້ານ​ການ​ກິນ, ຫລຸດ​ຜ່ອນ​ການ​ກິນ​ແບບ​ຊະ​ຊາຍ ຂອງ ເດັກ. ຈະ​ຕ້ອງ​ສອນ​ເດັກ​ເປັນ​ປະ​ຈຳ​ເຖິງ​ໄພ​ອັນ​ຕະ​ລາຍ ຂອງ ຢາ​ເສບ​ຕິດ ແລະ ຊີ້​ທາງ​ອອກ​ໃຫ້​ພວກ​ເຂົາ​ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ. ເປັນ​ຕົ້ນ​ແມ່ນ​ເດັກ​ທີ່​ກຳ​ລັງ​ຈະ​ກາຍ​ເປັນ​ຜູ້​ໃຫຍ່, ພໍ່​ແມ່ ຈະ​ຕ້ອງ​ເອົາ​ໃຈ​ໃສ່​ຕໍ່​ຊີ​ວິດ​ການ​ເຄື່ອນ​ໄຫວ ຂອງ ລູກ ເພື່ອ​ຊີ້​ທິດ​ທີ່​ຖືກ​ຕ້ອງ​ໃຫ້​ແກ່​ພວກ​ເຂົາ​ໃນ​ການ​ພົວ​ພັນ. ພໍ່​ແມ່ ຈະ​ຕ້ອງ​ໃກ້​ຊິດ ແລະ ໃຫ້​ຄວາມ​ອົບ​ອຸ່ນ​ລູກ​ເຕົ້າ ຢ່າງ​ເປັນ​ປະ​ຈຳ.
ຈະ​ຕ້ອງ​ຮູ້​ວ່າ ເດັກ ທີ່​ປະ​ລະ​ການ​ຮຽນ ແຕ່​ອາ​ຍຸ​ຍັງ​ນ້ອຍ ຫລື ບໍ່​ມີ​ໂອ​ກາດ​ໄດ້​ເຂົ້າ​ໂຮງ​ຮຽນ ກໍ່​ຈະ​ພາ​ໃຫ້​ເດັກ​ໄປ​ສູ່​ຢາ​ເສບ​ຕິດ​ໄດ້​ງ່າຍ​ຂຶ້ນ. ເພາະ​ຖ້າ​ເດັກ​ໄດ້​ເຂົ້າ​ໂຮງ​ຮຽນ, ຄູ​ອາ​ຈານ ກໍ່​ຈະ​ສອນ​ໃຫ້​ເດັກ​ຮູ້​ໄດ້​ເຖິງ​ພິດ​ໄພ ຂອງ ຢາ​ເສບ​ຕິດ. ສະ​ນັ້ນ​ຄອບ​ຄົວ ຍິ່ງ​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ຳ​ຮຽນ ຂອງ ລູກ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ລູກ​ໄດ້​ເຂົ້າ​ໂຮງ​ຮຽນເທົ່າ​ທີ່​ຈະ​ເຮັດ​ໄດ້ ເພື່ອບໍ່​ໃຫ້​ລູກ​ອອກ​ໂຮງ​ຮຽນ​ເຄິ່ງ​ທາງ.
ທາງ​ດ້ານ​ໂຮງ​ຮຽນ ແລະ ສັງ​ຄົມ: ຈະ​ຕ້ອງ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ເດັກ ມີ​ເງື່ອນ​ໄຂ​ໄດ້​ພົບ​ປະ, ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ ກັບ​ເດັກ​ທີ່​ບໍ່​ມີ​ບັນ​ຫາ, ການ​ດຳ​ລົງ​ຊີ​ວິດ​ທີ່​ປອດ​ໃສ​ຂາວ​ສະ​ອາດ ແລະ ມີ​ຄວາມ​ມຸ້ງ​ຫວັງ. ຈະ​ຕ້ອງ​ປະ​ສານ​ສົມ​ທົບ​ການ​ຮຽນ ໃນ​ໂຮງ​ຮຽນ ກັບ​ການ​ເຜີຍ​ແຜ່​ໂຄ​ສະ​ນາ ຊີ້​ໃຫ້​ເດັກ​ເຫັນ​ໄດ້​ເຖິງ​ຜົນ​ຮ້າຍ ຂອງ ຢາ​ເສບ​ຕິດ. ເນື້ອ​ໃນ​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ຈະ​ຕ້ອງ​ກະ​ທັດ​ລັດ, ເຂົ້າ​ໃຈ​ງ່າຍ, ຖືກ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ, ພ້ອມ​ນີ້​ກໍ່​ຈະ​ຕ້ອງ​ມີ​ການ​ໂຄ​ສະ​ນາ​ເພື່ອດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ເດັກ ເຊັ່ນ: ຂ່າວ​ພາບ, ໜັງ​ສື​ພິມ..​. ເພື່ອ​ໃຫ້​ພວກ​ເຂົາ​ຊອກ​ຮູ້​ຮ່ຳ​ຮຽນ ແລະ ຮັບ​ຮູ້​ໄດ້​ເຖິງ​ຜົນ​ຮ້າຍ ຂອງ ຢາ​ເສບ​ຕິດ.
ສຳ​ລັບ​ນັກ​ຮຽນ​ທີ່​ມີ​ປາ​ກົດ​ການ​ຮຽນ​ຕົກ​ຕ່ຳ ຜິດ​ປົກ​ກະ​ຕິ ຈະ​ຕ້ອງ​ປະ​ສານ​ສົມ​ທົບ ຫລື ປຶກ​ສາ​ກັບ​ຜ​ູ້​ປົກ​ຄອງ ເພື່ອ​ພ້ອມ​ກັນ​ຕິດ​ຕາມ​ການ​ເຄື່ອນ​ໄຫວ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ເດັກ​ຕິດ​ນິ​ດໃສ​ບໍ່​ດີ, ຊຶ່ງ​ຈະ​ເຮັດ​ໃຫ້​ເດັກ​ຕິດ​ຢາ​ເສບ​ຕິດ​ໄດ້. ສຳ​ລັບ​ນັກ​ຮຽນ ທີ່​ຕິດ​ຢາ​ໃນ​ເບື້ອງ​ຕົ້ນ ຈະ​ຕ້ອງ​ຄູ​ອາ​ຈານ ຈະ​ຕ້ອງ​ຮູ້​ໄດ້​ຢ່າງ​ທັນ​ການ ເພື່ອ​ປະ​ສານ​ສົມ​ທົບ​ກັບ​ຜູ້​ປົກ​ຄອງ​ສະ​ກັດ​ກັ້ນຢ່າງ​ຈິງ​ຈັງ, ເດັດ​ຂາດ ໃນ​ການຊ່ວຍ​ເຫລືອ​ເດັກ​ເຫລົ່າ​ນີ້​ຢ່າງ​ທັນ​ການ ເພື່ອ​ບໍ່​ໃຫ້​ເດ​ັກ​ກ້າວ​ເລິກ​ເຂົ້າ​ໄປ​ໃຊ້​ຢາ​ເສບ​ຕິດ​ຕື່ມ​ອີກ, ສຸດ​ທ້າຍ​ກໍ່​ຈະ​ຕ້ອງ​ທຳ​ການ​ບຳ​ບັດ​ເດັກ​ທີ່​ຕິດ​ຢາ ເພື່ອ​ເປັນ​ແບບ​ຢ່າງ​ໃຫ້​ເດັກ​ຄົນ​ອື່ນ​ທີ່​ກຳ​ລັງ​ຕິດ​ຢາ​ ເອົາ​ເປັນ​ແບບ​ຢ່າງ ແລະ ຮັບ​ຮູ້​ເຖິງ​ໄພ​ອັນ​ຕະ​ລາຍ ຂອງ ຢາ​ເສບ​ຕິດ. ພ້ອມ​ດຽວ​ກັນ​ທາງ​ໂຮງ​ຮຽນ ກໍ່​ຈະ​ຕ້ອງ​ໃຫ້​ໂອ​ກາດ​ແກ່​ເດັກ​ເຫລົ່າ​ນີ້​ໃນ​ການ​ໃນ​ການ​ໄດ້​ເຂົ້າ​ໂຮງ​ຮຽນ ຕື່ມ​ອີກ ເພື່ອ​ເປັນ​ແບບ​ຢ່າງ​ ແລະ ກຳ​ລັງ​ໃຈໃຫ້​ກັບ​ເດັກ​ຄົນ​ອື່ນ ປະ​ຕິ​ບັດ​ຕາມ.
ຈະ​ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ​ລະ​ຫວ່າງ​ໂຮງຮຽນ, ຜູ້​ປົກ​ຄອງ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ບ່ອນ​ທີ່​ຊາວ​ໜຸ່ມ-​ເຍົາ​ວະ​ຊົນ ດຳ​ລົງ​ຊີ​ວິດ​ຢູ່ ເພື່ອ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ, ດຶງ​ດູດ​ເອົາ​ຊາວ​ໜຸ່ມ-​ເຍົາ​ວະ​ຊົນ ໃຫ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຫ່າງ​ໄກ​ສິ່ງ​ເສບ​ຕິດ ແລະ ບໍ່​ໃຫ້​ສິ່ງ​ເສບ​ຕິດ​ເຂົ້າ​ໄປ​ກ່ຽວ​ພັນ​ກັບ​ຊາວ​ໜຸ່ມ -​ ເຍົາ​ວະ​ຊົນ ຊຶ່ງ​ເປັນ​ໜໍ່​ແໜງ ກຳ​ລັງ​ແຮງ ຊອງ ປະ​ເທດ​ຊາດ​ໄດ້.
ຮ້ານ​ຂາຍ​ເຄື່ອງ ເຄື່ອນ​ທີ່, ຮ້ານ​ຂາຍ​ເຄື່ອງ ທີ່​ຕັ້ງ​ຢູ່​ໃກ້​ກັບ​ໂຮງ​ຮຽນ, ສະ​ຖາ​ບັນ​ການ​ສຶກ​ສາ ແມ່ນ​ສ່ຽງ​ທີ່​ຈະ​ຖືກ​ພວກ​ຄົນ​ບໍ່​ດີ ສວຍ​ໃຊ້ ເພື່ອ​ເປັນ​ບ່ອນ​ແຈກ​ຢາຍ​ຢາ​ເສບ​ຕິດ, ເພາະ​ສະ​ນັ້ນ​ຈະ​ຕ້ອງ​ມີ​ການກວດ​ກາ ຢ່າງ​ເຄັ່ງ​ຄັດ ແລະ ເປັນ​ປະ​ຈຳ.
ສຳ​ລັບ​ຊາວ​ໜຸ່ມ​ ທີ່​ຍັງ​ບໍ່​ທັນ​ມີ​ວຽກ​ເຮັດ​ງານ​ທຳ ຈະ​ຕ້ອງ​ມີ​ແຜນ​ການ​ເພື່ອ​ຝຶກ​ອົບ​ຮົມ, ສອນ​ວິ​ຊາ​ຊີບ ແລະ ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ເຂົາ​ເຈົ້າ ເພື່ອ​ຫລຸດ​ຜ່ອນ​ການ​ຫລິ້ນ​ກິນ​ແບບ​ເສ​ລີ, ບໍ່​ມີ​ລະ​ບຽບ. ສະ​ນັ້ນ​ຈະ​ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ, ຜູ້​ປົກ​ຄອງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ເພື່ອ​ຕິດ​ຕາມ, ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ສິ່ງ​ເສບ​ຕິດ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ສິ່ງ​ເສບ​ຕິດ.

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.