ໂດຍ: ເກສອນ ແກ້ວລາ
*(ຂປລ)ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ວຽກງານການສືກສາ ແມ່ນ ໜ້າທີ່ຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ ພ້ອມກັນຍົກລະດັບຄວາມຮູ້ ຄວາມສາມາດ ຂອງຕົນຂື້ນເລື້ອຍໆ, ເພາະການສືກສາ ຂັ້ນພື້ນຖານມັນເປັນຂອດສຳຄັນ ທີ່ປູພື້ນໃຫ້ແກ່ການສຶກສາຂັ້ນສູງ ກໍ່ຄືການກະກຽມຄວາມພ້ອມ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບໃຫ້ແກ່ການປະຕິບັດ ແຜນພັດທະນາເສດຖາກິດ-ສັງຄົມຂອງຊາດ. ສະເພາະຢູ່ແຂວງຫລວງພະບາງ, ວຽກງານການສຶກສາ ກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕະຫຼອດໄລຍະ 1 ປີທີ່ຜ່ານມາ ວຽກງານການສືກສາຢູ່ພາຍໃນ ແຂວງ ໄດ້ຮັບການພັດທະນາ ແລະ ເອົາໃຈໃສ່ຈາກທຸກພາກສ່ວນໃນສັງຄົມ, ຈຳນວນໂຮງຮຽນ, ຫ້ອງຮຽນ ແລະ ນັກຮຽນ ໂດຍສະເພາະແມ່ນນັກຮຽນຊັ້ນມັດທະຍົມໄດ້ເພີ່ມຂື້ນ, ຄູໄດ້ຮັບການຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ ແລະ ວິທີສິດສອນຂອງຄູ ແລະ ວິທີຮ່ຳຮຽນ ຂອງນັກຮຽນດີຂື້ນ, ການລົງທຶນຂອງລັດ, ການປະກອບສ່ວນຂອງທ້ອງຖິ່ນ ຊຸມຊົນ ແລະ ການຍາດແຍ່ງທຶນຮອນ ຈາກສາກົນເພື່ອມາປຸກສ້າງ-ສ້ອມແປງ, ສະໜອງອຸປະກອນໂຕະຕັ່ງ ແລະ ຝືກອົບຮົມໃຫ້ແກ່ຄູນັບມື້ນັບຫລາຍຂື້ນ.
ໃນສົກຮຽນ 2005-2006 ຢູ່ແຂວງຫລວງພະບາງ ມັນແມ່ນປີເລີ່ມຕົ້ນ ຂອງການປະຕິບັດແຜນ ພັດທະນາ ການສຶກສາ 5 ປີ ຄັ້ງທີ່ VI ( 2006-2010 ) ໂດຍສືບຕໍ່ປະຕິບັດ ຕາມ 3 ແຜນງານໃຫຍ່ ທີ່ທາງກະຊວງສືກສາທິການວາງອອກ ຄື: ແຜນງານຂະຫຍາຍໂອກາດ ການເຂົ້າຮຽນ, ແຜນງານປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງ ແລະ ແຜນງານບໍລິຫານ ແລະ ຄຸ້ມຄອງການສຶກສາ ຊຶ່ງວຽກງານດັ່ງກ່າວ ໄດ້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ອິງຕາມສະຖິຕິ ໃນສົກຮຽນ 2005 - 2006 ທົ່ວແຂວງຫລວງພະບາງ ມີໂຮງຮຽນອານຸບານທັງໝົດ 12 ແຫ່ງ ໃນນັ້ນມີໂຮງຮຽນເອກະຊົນ 4 ແຫ່ງ ມີນັກຮຽນທັງໝົດ 3.276 ຄົນ, ຍິງ 1.658 ຄົນ, ມີຄູສອນ 172 ຄົນ, ຍິງ 169 ຄົນ, ມີໂຮງຮຽນປະຖົມ 762 ແຫ່ງ,ເອກະຊົນ 4 ແຫ່ງມີນັກຮຽນທັງໝົດ 71.743 ຄົນ, ຍິງ 32.777 ຄົນ, ມີຄູ ສອນ 2.042 ຄົນ, ຍິງ 792 ຄົນ, ໂຮງຮຽນມັດທະຍົມສຶກສາມີ 48 ແຫ່ງ ເອກະຊົນ 1 ແຫ່ງ, ມີນັກຮຽນທັງໝົດ 26.118 ຄົນ, ຍິງ 10.387 ຄົນ, ມີຄູສອນ 1.012 ຄົນ, ຍິງ 479 ຄົນ. ຜ່ານການສອບເສັງເລື່ອນຊັ້ນ, ຊັ້ນປະຖົມ ສອບເສັງໄດ້ 87,32%, ແລະ ມັດທະຍົມ ສອບເສັງໄດ້ 97,54%. ໃນນີ້ວຽກງານ ສົ່ງເສີມນັກຮຽນເກັ່ງ ໃນສົກຮຽນ 2005-2006 ແຂວງຫລວງພະບາງ ກໍ່ໄດ້ສົ່ງນັກຮຽນເກັ່ງເຂົ້າສອບເສັງທົ່ວປະເທດ 4 ຄົນ ແລະ ກໍ່ສາມາດຍາດໄດ້ ອັນດັບທີ່ 1 ວີຊາຄະນິດສາດ, ອັນດັບທີ່ 2 ວີຊາຟິຊິກສາດ ແລະ ອັນດັບທີ່ 3 ວິຊາພາສາລາວ ວັນນະຄະດີ ແລະ ເຄມີສາດ. ພ້ອມກັນນີ້ ຍັງໄດ້ສົ່ງນັກຮຽນເຂົ້າແຂ່ງຂັນບົດເລື້ອງສັ້ນ 2 ຄົນ ແລະ ກໍ່ສາມາດຍາດໄດ້ ທີ່ 2 ທັງສອງນ້ອງ ແລະ ໄດ້ຮັບທືນ ໄປທັດສະນະສຶກສາ ທີ່ປະເທດຍີ່ປຸ່ນ ອັນໄດ້ສ້າງຊື່ສຽງໃຫ້ແກ່ ແຂວງຫລວງພະບາງ ຢ່າງໜ້າເພີ່ງພໍໃຈ. ໃນນັ້ນວຽກງານສຶກສາ ນອກລະບົບ ໂຮງຮຽນ ແລະ ວິຊາຊີບ, ທົ່ວແຂວງມີສູນສຶກສາຊຸມຊົນ 64 ແຫ່ງ, ສູນຝຶກວິຊາຊີບ 3 ແຫ່ງ. ພ້ອມນີ້ວຽກງານອະຊິີວະສຶກສາ ແລະ ການສຶກສາຊັ້ນສູງ, ທົ່ວແຂວງມີ ໂຮງຮຽນອາຊີວະ ຂອງລັດ 8 ແຫ່ງ,ໂຮງຮຽນທິດສະດີ ການເມຶອງ ການປົກຄອງ 1 ແຫ່ງ ແລະ ໂຮງຮຽນວິຊາຊີບ ພາກເອກະຊົນມີ 5 ແຫ່ງ ມີຊັ້ນສູງ 4 ແຫ່ງ ແລະ ຊັ້ນກາງ 1 ແຫ່ງ ມີນັກສຶກສາທັງໝົດ 1.490 ຄົນ,ຍິງ 693 ຄົນ. ຕໍ່ກັບຜົນງານທີ່ ກ່າວມາຂ້າງເທີງນັ້ນ ກໍ່ຍັງຫມີຫລາຍບັນຫາທີ່ຍັງຫຍຸ້ງຍາກ ແລະ ຂາດຕົກບົກຜ່ອງທີ່ຈະຕ້ອງໄດ້ ພ້ອມກັນແກ້ໄຂ ໃນ 1 ປີຕໍ່ໜ້າເປັນຕົ້ນແມ່ນ ບັນຫາເດັກໃນເກນອາຍຸ ທີ່ຍັງບໍ່ທັນໄດ້ເຂົ້າໂຮງຮຽນ ທີ່ມີເຖີງ 8,18% ແລະ ປະຊາຊົນໃນເກນອາຍຸ ທີ່ຍັງກືກໜັງສື 13,58% ບັນຫາການເພີ່ມຂື້ນຂອງນັກຮຽນນັບມື້ນັບຫລາຍ ແຕ່ການຮອງຮັບທາງດ້ານອາຄານສະຖານທີ່, ໂຕະຕັ່ງ, ຄູສອນ ແລະ ປື້ມຕຳລາຕ່າງໆ ຊ້ຳພັດບໍ່ພຽງພໍກັບຄວາມຕ້ອງການ ແລະ ຫລາຍໆບັນຫາທີ່ຜູ້ບໍລິຫານການສືກສາ ໃນແຕ່ລະຂັ້ນ, ຄູອາຈານ ແຕ່ລະຄົນຕ້ອງໄດ້ຄົ້ນຄ້ວາ-ພິຈາລະນາ ແລະ ຊອກທຸກວິທີທາງເພື່ອແກ້ໄຂ, ພ້ອມກັນສູ້ຊົນເຮັດໃຫ້ແຜ່ນພັດທະນາການສືກສາໃຫ້ບັນລຸຕາມຕົວເລກ ຄາດໝາຍທີ່ວາງໄວ້. ຕໍ່ກັບບັນຫານີ້ ທາງພະແນກສຶກສາແຂວງຫລວງພະບາງ ໄດ້ວາງຍຸດທະສາດການພັດທະນາ ການສືກສາໃນ 1 ປີຕໍ່ໜ້າ ໂດຍການເຊື່ອມໂຍງການສຶກສາ ກັບການພັດທະນາເສດຖະກິດ ສັງຄົມຂອງແຂວງ ຕາມສະພາບຄວາມເປັນຈິງໃນປະຈຸບັນ ແລະ ສືບຕໍ່ຂະຫຍາຍໂອກາດ ການສືກສາແບບຕໍ່ເນື່ອງ, ເພື່ອຮັບປະກັນທິດທາງແຜນການສຶກສາຂອງຕົນ ໄປຕາມສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຕິດພັນກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກເອກະຊົນ ໃນການສະໜອງການສືກສາອີກດ້ວຍ./.