ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

 
 
 
 
 
 
 
 
 
 
 
 
 
 
 

* I.ການ​ຕ້ານ​ການ​ສໍ້​ລາດບ​ັງ​ຫລວງ ມີ​ຄວາມ​ສຳ​ຄັນ​ຄື​ແນວ​ໃດ ?
ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ໄພ​ອັນ​ຕະ​ລາຍ​ຢ່າງ​ໃຫຍ່​ຫລວງ​ຕໍ່​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ເພາະ​ມັນ​ໄດ້​ສາງ​ຄວາມ​ເສຍ​ຫາຍ​ແກ່​ຊັບ​ສົມ​ບັດ​ຂອງ​ລັດ, ຂອງ​ລວມ​ຫມູ່ ຫລື ບຸກ​ຄົນ, ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ຕໍ່​ແຜນ​ພັດ​ທະ​ນາ​ທຸກ​ດ້ານ​ຂອງ​ລັດ ແລ​ະ ເຮັດ​ໃຫ້​ບົດ​ບາດ​ອິດ​ທິ​ພົນ​ຂອງ​ພັກ -​ ລັດ​ຫລ​ຸດ​ຜ່ອນ​ລົ​ງ. ໂດຍ​ເຫັນ​ໄດ້​ໄພ​ອັນ​ຕະ​ລາຍ​ດັ່ງ​ກ່າວ ທັງ​ເພື່ອ​ເປັນ​ການ​ເຊີດ​ຊູ​ສະ​ຕິ​ຕໍ່​ລະ​ບຽບ​ວິ​ໄນ ແລະ ກົດ​ຫມາຍ, ເຮັດ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ​ທຸກ​ຂັ້ນ​ຂອງ​ພັກ, ລັດ ແ​ລະ ອົ​ງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ມີ​ຄວາມ​ເຂັ້ມ​ແຂງ, ໂປ່ງ​ໃສ, ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ມີ​ຄວາມ​ຍຸ​ຕິ​ທຳ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອ​ງ​ລັດ, ລວມ​ຫມູ່ ແລະ ບຸກ​ຄົນ, ເຊີດ​ຊູ​ບົດ​ບາດ​ອິດ​ທິ​ພົນ ແລະ ກຽດ​ສັກ​ສີ ຂອງ​ລ​ະ​ບ​ອບ​ປະ​ຊາ​ທິປະ​ໄຕປະ​ຊາ​ຊົນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ດຳ​ລັດ ເລກ​ທີ 193/ນຍ, ລົງ​ວັນ​ທີ 2/11/1999 ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ມາ​ເຖິງວັນ​ທ 20 ພຶດ​ສະ​ພາ 2005 ສະ​ພາ​ແຫ່ງ​ຊາດ ສ.ປ.ປ.ລາວ ກໍ​ໄດ້​ມີ​ມະ​ຕິ​ຕົກ​ລົງ​ສະ​ບັບ​ເລກ​ທີ 26/ສ​ພ​ຊ ກ່ຽວ​ກັບ​ການ​ຕົກ​ລົງ​ຮັບ​ຮອງ​ເອົາ​ກົດ​ຫມາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫລວງ ແລະ ຖືກ​ປະ​ກາດ​ໃຊ້​ຕາມ​ລັດ​ຖະ​ດຳ​ລັດ​ຂອງ​ປະ​ທານ​ປະ​ເທດ​ແຫ່ງ​ ສ.ປ.ປ.ລ​​າວ ສະ​ບັບ​ເລກ​ທີ 45/ສ​ປ​ປ ລົງ​ວັນ​ທີ 25 ພຶດ​ສະ​ພາ 2005 ຊຶ່ງ​ກົດ​ຫມາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫລວງ​ລວມ​ມີ 10 ຫມວດ ແລະ 53 ມາດ​ຕາ.
II. ຄວາມ​ຮັບຮູ້​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ
1. ການ​ສໍ້​ລາດ​ບັງ​ຫລວງ ແມ່ນ​ຫຍັງ ?
ການ​ສໍ້​ລາດ​ບັງ​ຫລວງ ແມ່ນ​ການ​ປະ​ພຶດ​ຂອ​ງ​ພະ​ນັກ​ງານ, ລັດ​ຖະ​ກອນ ທີ່​ສວຍ​ໃຊ້​ໜ້າ​ທີ່​ຕ​ຳ​ແໜ່ງ​ສິດ​ອຳ​ນາດ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ຂອງ​ຕົນ, ​ຄອບ​ຄົວ, ຈຸ້ມ​ເຈື້ອ, ເຊື້ອ​ສາຍ, ຫມູ່​ຄູ່, ພັກ​ພວກ ດ້​ວຍ​ການ​ຍັກ​ຍອກ, ສໍ້​ໂກງ, ຮັບ​ສິນ​ບົນ ຫລື ເຈດ​ຕະ​ນາ​ລະ​ເມີດ​ລະ​ບຽບ​ກົດ​ຫມາຍ.
2. ພຶດ​ຕິ​ກຳ​ທີ່​ເປັນ​ການ​ສໍ້​ລາ​ດ​ບັງ​ຫລວງ ສະ​ແດງ​ອອກ​ໃນຮູບ​ການ​ໃດ​ແດ່ ?
ພຶດ​ຕິ​ກຳ​ທີ່​ເປັນ​ການ​ສໍ້​ລາດ​ບັງ​ຫລວງ ສະ​ແດງ​ອອກ​ໃນ​ຮູບ​ການ​ຕ່າງ​ໆດັ່ງ​ຕໍ່​ໄປ​ນີ້:
1. ລັກ, ໂລບ, ຕັດ​ຮອນ, ສັບ​ປ່ຽນ, ເຊື່ອງ​ອຳ ຫລື ສວຍ​ໃຊ້​ເງິນ, ຄຳ, ທຶນ​ຮອນ, ພາ​ຫະ​ນະ ແລະ ວັດ​ຖຸ​ເຄື່ອງ​ຂອງ​ລັດ, ຂອງ​ລວມ​ຫມູ່ທີ່​ຕົນ​ຖືກມອບ​ຫມາຍ​ໃຫ້​ຄຸ້ມ​ຄອງ, ຮັກ​ສາ, ນຳ​ໃຊ້, ຂົນ​ສົ່ງ, ສ້ອມ​ແປງ ຫລື ເຮັດ​ວຽກ​ໃດ​ໜຶ່ງ​ເພື່ອ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ຕົນ​ເອງ.
2. ສົມ​ຮູ້​ຮ່ວມ​ຄິດ​ກັບ​ຄົນ​ພາຍ ນອກ ຫລື ໃຊ້​ລ່ຽມ, ກົນ​ອຸ​ບາຍ, ຕົວະ​ຍົວະ​ຫລອກ​ລວງ, ປອມ​ແປງ​ເອ​ກະ​ສານ​ຊຳ​ລະ​ສະ​ສາງ ເພື່ອ​ສວຍ​ໃຊ້​ເອົາ​ຊັບ​ສົມ​ບັດ​ຂອງ​ລັດ ຫລື ຂອງ​ລວມ​ຫມູ່ ມາ​ຮັບ​ໃຊ້ ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ພັກ​ພວກ. ຈຸ້ມ​ເຈື້ອ, ເຊື້ອ​ສາຍ, ເອົາ​ຊັບ​ສົມ​ບັດ​ຂອງ​ລັດ​ໄປ​ຊວດ​ຈຳຫລື ຄ້ຳ​ປະ​ກັນ.
3. ຂໍ​ເອົາ, ທວງ​ເອົາ, ຕົກ​ລົງ​ໃຫ້ ຫລື ຣັບ​ເອົາ​ສິນ​ບົນ ໂດຍ​ກົງ ຫລື ທາງ​ອ້ອມ ເພື່ອ​ຮັບ​ໃຊ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ໃຫ້​ສິນ​ບົນ ດ້ວ​ການ​ກະ​ທຳ ຫລື ບໍ່​ກະ​ທຳ​ສິ່ງ​ໃດ​ໜຶ່ງ າມ​ຈຸດ​ປະ​ສົງ​ຂອງ​ຜູ້​ໃຫ້​ສິນ​ບົນ​ອັນ​ເປັນ​ການ​ລ່ວງ​ລະ​ເມີດ​​ກົດ​ຫມາຍ, ຫລັກ​ການ ແລະ ລະ​ບຽບ​ການ​ຕ່າງໆຊຶ່ງ​ສົ່ງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ລັດ, ລວມ​ຫມູ່ ຫລື ບຸກ​ຄົນ.
4. ສວຍ​ໃຊ້​ໂອ​ກາດ​ເກີນ​ຂອບ​ເຂດ, ໜ້າ​ທີ່​ຕຳ​ແໜ່ງ​ທີ່​ຕົນ​ຮັບ​ຜິດ​ຊອບ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ແກ່​ຕົນ​ເອງ, ຄອບ​ຄົວ, ຈຸ້ມ​ເຈື້ອ, ເຊື້ອ​ສາຍ, ຫມູ່​ຄູ່, ພັກ​ພວກ ຊຶ່ງ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຜົນ​ປະ​ໂຫຍດ​ຂອງ​ລັດ, ລວມ​ຫມູ່ ຫລື ຂອງ​ບຸກ​ຄົນ.
ໃຊ້​ອຳ​ນາດ​ເກີນ​ຂອບ​ເຂດ ຕັດ​ສິນ​ບັນ​ຫາ​ທ່​ບໍ່​ຢູ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ຫລື ຕັດ​ສິນ​ບັນ​ຫາ​ເກີນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຊຶ່ງ​ພາ​ໃຫ້​ມິ​ຄວາມ​ເສຍ​ຫາຍ​ເກີດ​ຂຶ້ນ ແຕ່​ຕົນ​ເອງ, ຄອບ​ຄົວ, ຈຸ້ມ​ເຈື້ອ, ເຊື້ອ​ສາຍ, ຫມູ່​ຄູ່, ພັກ​ພວກ ຊ້ຳ​ພັດ​ໄດ້​ຮັບ​ຜົນ​ປະ​ໂຫຍກ​ຈາກ​ການ​ກະ​ທຳ​ດັ່ງ​ກ່າວ.
6. ນຳ​ໃຊ້​ຊັບ​ສົມ​ບັດ​ຂອງ​ພັກ, ລັດ ເຮັດ​ຂອງ​ຕ້ອນ, ຂອງ​ຂວັນ, ຂອງ​ຝາກ ເກີນ​ລະ​ບຽບ​ຂອງ​ລັດ​ທີ່​ໄດ້​ກຳ​ນົດ​ໄວ້.
7.ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ທາງບໍ​ລິ​ຫ​ານ​ໃດ​ໜຶ່ງ ສັບ​ຊ້ອນ, ແຕ່ງ​ຕັ້ງ​ເອົາ​ພໍ່, ແມ່, ຜົວ, ເມຍ, ອ້າຍ, ເອື້ອຍ, ນ້ອງ​ຄີງ, ລູກ ແລະ ພີ່​ນ້ອງ ໃກ້​ສິດ​ຂອງ​ຕົນ​ໃຫ້​ຮັບ​ຜິດ​ຊອບ​ວຽກ​ງານ​ຈັດ​ຕັ້ງ -​ ພະ​ນັກ​ງານ, ວຽກ​ງານ ກວດ​ກາ, ເລ​ຂາ, ບັນ​ຊີ, ການ​ເງິນ, ນາຍ​ຄັງ, ນາຍ​ສາງ ຫລື ເປັນ​ຜູ້​ຈັດ​ຊື້, ຈັດ ຈ້າງ​ຕ່າງໆ ຢູ່​ພາຍ​ໃນ​ການ​ຈັດ​ຕັ້ງ​ຂອງ​ຕົນ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ການ​ສໍ້​ລາດ​ບັງ​ຫລວງ.
(ຍັງ​ມີ​ຕໍ່)

 


ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.