
* ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດມັນມີຄວາມຫມາຍສຳຄັນຍິ່ງ, ຍ້ອນວ່າການເລືອກຕັ້ງແມ່ນໂອກາດອັນສຳຄັນ
ທີ່ພົນລະເມືອງລາວຜູ້ມີສິດເລືອກຕັ້ງແຕ່ລະຄົນໄດ້ໃຊ້ສິດພື້ນ
ຖານເລືອກເອົາຕົວແທນຂອງຕົນໄປເຮັດຫນ້າທີ່ຢູ່ໃນສະພາເພື່ອຄົ້ນຄວ້າ
ປະກອບຄຳຄິດ ຄຳເຫັນ ແລະ ຕົກລົງ
ບັນຫາສຳຄັນຕ່າງຂອງຊາດເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມ,
ແຜນງົບປະມານປະຈຳປີ ແລະ ເຊັນສັນ
ຍາຮ່ວມມືໃນດ້ານຕ່າງໆກັບຕ່າງປະເທດ, ສສຊ ມີສິດ ແລະ ຫນ້າທີ່
ໃນການຕິດຕາມກວດກາລັດຖະບານໃນ
ການບໍລິຫານວຽກງານຕ່າງໆໃນທົ່ວປະເທດ, ເປັນຕົ້ນແມ່ນການພັດທະ
ນາສ້າງສາ, ການຮັບປະກັນຄວາມສະຫງົບ
ປອດໄພ ແລະ ຄວາມຍຸຕິທຳໃນສັງຄົມ. ສຳລັບຢູ່ທ້ອງຖິ່ນທີ່ເປັນເຂດເລືອກ
ຕັ້ງຂອງຕົນນັ້ນຜູ້ແທນກໍ່ມີສິດຕິດ
ຕາມກວດກາ, ຊຸກຍູ້, ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບອຳນາດ
ການປົກຄອງໃນການພັດທະນາ ຫລື
ແກ້ໄຂບັນຫາຕ່າງໆ ເພື່ອຜົນປະໂຫຽດຂອງປະຊາຊົນ. ພ້ອມນັ້ນຜູ້ແທນ
ຍັງມີຫນ້າທີ່ປົກປ້ອງສິດ ແລະ ຄວາມ
ຍຸຕິທຳໃຫ້ປະຊາຊົນບັນດາເຜົ່າດ້ວຍການຕິດຕາມກວດກາ ແລະ ຈັດຕັ້ງ
ປະຕິບັດກົດຫມາຍ, ລະບຽບການຕ່າງໆ
ຂອງເຈົ້າຫນ້າທີ່ ແລະ ອື່ນໆ.
ກໍ່ເຫມືອນກັນກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ VI ຊຶ່ງ
ຈະມີຂຶ້ນໃນທ້າຍເດືອນເມສານີ້, ກໍ່ຍິ່ງມີບາດກ້າວສຳຄັນໃນການຈັດຕັ້ງປະ
ຕິບັດກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງພັກ ກໍ່ຄືແນວທາງປ່ຽນແປງ
ໃຫມ່ໃນດ້ານການບູລະນະລະບົບອຳນາດລັດ. ຊຶ່ງການເລືອກຕັ້ງຄັ້ງນ
ີ້ແມ່ນແນໃສ່ປັບປຸງຄຸນະພາບການເມືອງ ແລະ ຍົກສູງພາລະບົດບາດຂອງ
ສະພາແຫ່ງຊາດໃຫ້ພົ້ນເດັ່ນຂຶ້ນຕື່ມອີກ.ພ້ອມນັ້ນການເລືອກຕັ້ງ ສສຊ ຄັ້ງນີ້ຍັງ
ເປັນການເສີມຂະຫຽາຍສິດປະຊາທິປະໄຕກໍ່ຄືສິດເປັນເຈົ້າປະເທດ
ຊາດຂອງພົນລະເມືອງໃນໄລຍະໃຫມ່ ທີ່ແນໃສ່ຂຸດຄົ້ນກຳລັງແຮງສັງລວມ
ຂອງຊາດເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສາມາດ
ເຮັດໃຫ້ປະເທດເຮົາຫລຸດພົ້ນອອກຈາກຄວາມດ້ອຍພັດທະນາເປັນກ້າວໆ.
ດັ່ງນັ້ນມັນຈິ່ງຮຽກຮ້ອງໃຫ້ພວກເຮົາຮູ້ເລືອກເຟັ້ນເອົາຜູ້ທີ່ມີມາດຖານ ແລະ
ເງື່ອນໄຂອັນເຫມາະສົມອອກສະຫມັກ
ຮັບເລືອກຕັ້ງໃນແຕ່ລະເຂດທົ່ວປະເທດ.ຜູ້ຈະໄດ້ຮັບເປັນສສຊນັ້ນເຖິງວ່າ
ຈະແມ່ນຜູ້ມາຈາກສູນກາງຫລືຢູ່ກັບທ້ອງ
ຖິ່ນກໍ່ດີມັນລ້ວນແຕ່ແມ່ນຜູ້ມີເງື່ອນໄຂໃນການປະຕິບັດຫນ້າທີ່ຂອງຕົນໃນ
ສະພາແຫ່ງຊາດໄດ້ດີເຫມືອນກັນ