ປະກາດແຈ້ງການຂອງຄະນະກຳມະການເລືອກຕັ້ງລະດັບຊາດ

ວ່າດ້ວຍການປະກາດລາຍຊື່ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດ ທີ VII
___________________

- ອີງໃສ່ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະບັບປັບປຸງ ມາດຕາ 12 ກ່ຽວກັບມາດຖານຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ມາດຕາ 15 ກ່ຽວກັບການປະກາດລາຍຊື່ ຜູ້ສະໝັກຮັບເລືອກຕັ້ງ.
- ອີງໃສ່ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 021 / ສປປ, ລົງວັນທີ 1/3/2011 ວ່າດ້ວຍການປະກາດຈຳນວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງ ຊາດຊຸດທີ VII ຢູ່ແຕ່ລະເຂດເລືອກຕັ້ງ.
- ອີງຕາມການຄົ້ນຄວ້ານຳສະເໜີຂອງກະຊວງ - ອົງການ ແລະ ທ້ອງຖິ່ນໃນທົ່ວ ປະເທດ.
ຜ່ານການຄົ້ນຄວ້າພິຈາລະນາຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະກຳມະການເລືອກຕັ້ງລະດັບຊາດຄັ້ງວັນທີ 28/2/2011. ຄະນະກຳມະການ ເລືອກຕັ້ງລະດັບຊາດປະກາດແຈ້ງການກ່ຽວກັບລາຍຊື່ຜູ້ສະໝັກຮັບ ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ຢູ່ເຂດເລືອກຕັ້ງຕ່າງໆໃນທົ່ວປະເທດຊຶ່ງປະກອບມີດັ່ງນີ້ :

I. ລາຍຊື່ຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ຢູ່ແຕ່ລະເຂດເລືອກຕັ້ງມີຄື:
v ເຂດເລືອກຕັ້ງທີ 1: ນະຄອນຫລວງວຽງຈັນ .
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 21 ທ່ານ ເລືອກເອົາ 15 ທ່ານ )

  • ທ່ານດຣ. ຄຳເຜີຍ ປານມະໄລທອງ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ເຜົ່າລາວ.
  • ທ່ານ ສົມວັນດີ ນາຖາວົງສ໌ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານສຈ . ດຣ . ກິແກ້ວ ໄຂຄຳພິທູນ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ, ສະມາຊິກສະພາ ແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານ ບຸນທ່ຽງ ຂຸນສີ, ກຳມະການປະຈຳພັກນະຄອນຫລວງວຽງຈັນ, ເລຂາຄະນະພັກເມືອງ, ເຈົ້າ ເມືອງໆສັງທອງ, ເຜົ່າລາວ .
  • ທ່ານ ດຣ . ດວງ ສະຫວັດ ສຸພານຸວົງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ສະມາ ຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານ ອຸ່ນເຮືອນ ໂພທິລາດ, ກຳມະການພັກນະຄອນຫລວງວຽງຈັນ, ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ສະມາຊິກສະພາ ແຫ່ງຊາດ ຊຸດທີ VI, ເຜົ່າລາວ .
  • ທ່ານ ດຣ. ນ. ສຸວັນເພັງ ບຸບຜານຸວົງ, ຮອງປະທານກຳມາທິການ ເສດຖະກິດແຜນການ - ການເງິນ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານ ບົວເງິນ ຊາພູວົງ , ຮອງເລຂາຄະນະພັກກະຊວງ , ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລ່ງ ຂ່າວແລະວັດທະນາທຳ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ .
  • ທ່ານ ນາງ ວັນເພັງ ແກ້ວນະຄອນ, ກຳມະການພັກນະຄອນຫລວງວຽງຈັນ, ຫົວໜ້າພະແນກຖະແຫຼງຂ່າວ - ວັດທະນາທຳນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດຊຸດ ທີ VI, ເຜົ່າລາວ
  • ທ່ານ ດຣ . ກຸແກ້ວ ອັກຄະມົນຕີ, ຮອງປະທານກຳມາທິການ - ການຕ່າງປະເທດ ສະພາ ແຫ່ງຊາດ , ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານສຈ . ດຣ . ນາງບຸນ ຍົງບຸບຜາ , ຮອງປະທານກຳມາທິການ - ການຕ່າງປະເທດສະພາ ແຫ່ງຊາດ , ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານ ພັນເອກ ດຣ. ສົມ ຫວັງ ທຳມະສິດ , ກຳມະການຄະນະພັກກະຊວງ , ຫົວໜ້າກົມວິທະຍາສາດ - ປະຫວັດສາດກະຊວງປ້ອງກັນຄວາມສະຫງົບ , ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ .
  • ທ່ານດຣ. ນາງບົວຄຳ ທິບພະວົງ , ຮອງຫົວໜ້າກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ , ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ , ປະທານສະຫະພັນແມ່ຍິງ ກະຊວງ , ເຜົ່າລາວ .
  • ທ່ານ ນາງ ຄຳຟອງ ພູມວົງໄຊ , ຫົວໜ້າຫ້ອງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ , ເຜົ່າລາວ .
  • ທ່ານ ບຸນວັນ ຈະສົ້ວເກົ້າ , ກຳມະການປະຈຳພັກເມືອງ, ປະທານກວດກາເມືອງໄຊທານີ ນະຄອນຫລວງວຽງຈັນ , ເຜົ່າມົ້ງ .
  • ທ່ານ ລາດຊະນີວົງ ອະມາຣາທິທາດາ, ກຳມະການພັກນະຄອນຫລວງວຽງຈັນ , ຫົວໜ້າພະແນກກະສິກຳ - ປ່າໄມ້ນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
  • ທ່ານ ນາງ ລຳພອຍ ສີອັກຄະຈັນ, ກຳມະການພັກນະຄອນຫລວງວຽງຈັນ , ກຳມະການຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງ, ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ , ເຜົ່າລາວ .
  • ທ່ານ ບຸນທາມ ພຸດທະວົງສາ, ກຳມະການພັກນະຄອນຫລວງວຽງຈັນ , ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ , ເຜົ່າລາວ .
  • ທ່ານ ພັນໂທ ບຸນເພັງ ສິດທິສັກ, ຮອງເລຂາຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ , ເຜົ່າລາວ .
  • ທ່ານ ດຣ. ສີສະຫຼຽວ ສະແຫວງສຶກສາ , ອຳນວຍການບໍລິສັດຜະລິດຕະພັນກະສິກອນລາວ , ເຜົ່າລາວ .
  • ທ່ານດຣ. ເກດແກ້ວ ສີຫາລາດ, ເລຂາຄະນະພັກຮາກຖານ, ຮອງປະທານອົງການພັດທະນາບໍລິຫານຕົວເມືອງນະຄອນຫລວງວຽງຈັນ, ເຜົ່າລາວ .

    v ເຂດເລືອກຕັ້ງທີ 2: ແຂວງຜົ້ງສາລີ .
    (ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
  • ທ່ານ ຄຳຈັນ ຄຳວົງໃຈ, ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜົ້ງສາລີ, ເຜົ່າກຶມມຸ.
  • ທ່ານ ຄຳ​ປິງ ​ແສງຕາ​ນນະລາ​ດ, ກຳມະການພັກກະຊວງ, ຫົວໜ້າກົມກວດກາກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ເຜົ່າຜູ້ນ້ອຍ.
  • ທ່ານ ຈັນສີ ແສງສົມພູ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຜົ້ງສາລີ, ເຜົ່າລື້.
  • ທ່ານ ສີແກ້ວ ສີປະຈັກ, ຮອງຫົວໜ້າຄະນະຈັດຕັ້ງ ແຂວງຜົ້ງສາລີ, ເຜົ່າຜູ້ນ້ອຍ.
  • ທ່ານ ນາງ ຈັນມະນີ ນາມວົງ ,ຮອງປະທານກຳມະບານແຂວງຜົ້ງສາລີ, ເຜົ່າລື້.
  • ທ່ານ ທອງຄຳ ລີລາວົງ, ຮອງຫົວໜ້າພະແນກຍຸຕິທຳແຂວງຜົ້ງສາລີ, ເຜົ່າອາຄາ.
  • ທ່ານ ພູເງິນ ສີຫາບຸດ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ2ແຂວງຜົ້ງສາລີ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 3: ​ແຂວງຫລວງ​ນ້ຳທາ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)

  • ທ່ານ ວອນຄຳ ເພັດທະວົງ, ກຳມະການປະຈຳພັກແຂວງຫລວງນ້ຳທາ, ຫົວໜ້າຄະນະບໍລິຫານ ເຂດເສດຖະກິດພິເສດບໍ່ເຕັນ-ແດນຄຳ, ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ ທີ 3, ສະມາຊິກ ສະພາແຫ່ງຊາດຊຸດທີ VI, ເຜົ່າໄຕ.
  • ທ່ານ ນາງ ບັນດິດ ປະທຸມ​ວັນ, ກຳມະການຄະນະພັກ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ເຜົ່າລາວ.
  • ທ່ານ ຮສຈ,ດຣ. ຄຳເຫລັກ ໄຊດາລາ, ກຳມະການພັກແຂວງຫລວງນ້ຳທາ, ຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງຫລວງນ້ຳທາ, ເຜົ່າຜູ້ນ້ອຍ.
  • ທ່ານ ນາງ ລັດສະໝີ ມິ່ງບຸບຜາ, ກຳມະການພັກແຂວງ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ3ແຂວງຫລວງນ້ຳທາ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າກຶມມຸ.
  • ທ່ານນາງ ສາຍຄຳ ແກ້ວພິລາ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມຄວາມກ້າວ ໜ້າແມ່ຍິງ ແຂວງຫລວງນ້ຳທາ, ເຜົ່າໄຕ.
  • ທ່ານ ກົງເພັດ ແກ້ວບົວພາ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ 3 ແຂວງຫລວງ ນ້ຳທາ, ເຜົ່າກຶມມຸ.
  • ທ່ານ ເປີແລ ທົງສະໄຫວ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫລວງນ້ຳທາ, ເຜົ່າແລ່ນແຕນ.

v ​ເຂດເລືອກຕັ້ງທີ 4: ແຂວງ​ອຸດົມ​ໄຊ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)

  • ທ່ານ ບຸນລອດ ອ່ອນພະຈັນ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ອຸດົມໄຊ, ເຜົ່າລື້.
  • ທ່ານ ຄຳ​ຊາວ ​ໄກ​ຊົງ, ຫົວໜ້າກົມບັນດາເຜົ່າ ສະພາແຫ່ງຊາດ, ເຜົ່າມົ້ງ.
  • ທ່ານ ຫຸມແພງ ສິດທິວົງ, ກຳມະການພັກແຂວງ,ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ເຜົ່າກຶມມຸ.
  • ທ່ານ ນາງ ສົມຈັນ ຈິດວົງເດືອນ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າກຶມມຸ.
  • ທ່ານ ພອນສະຫວັນ ພັນທະວິຈິດ, ກຳມະການພັກແຂວງ,ຫົວໜ້າພະແນກຖະແຫຼ່ງຂ່າວ- ວັດທະ ນາທຳແຂວງອຸດົມໄຊ, ເຜົ່າລາວ.
  • ທ່ານ ນາງ ຄຳພອນ ພິມມະຈັນ, ຮອງປະທານສະຫະພັນກຳມະບານແຂວງອຸດົມໄຊ, ເຜົ່າ ກຶມມຸ.
  • ທ່ານ ມໍຊົງ, ປະທານສານປະຊາຊົນແຂວງອຸດົມໄຊ, ເຜົ່າມົ້ງ.
  • ທ່ານ ພັນໂທ ບຸນຍົງ ໜໍ່ແກ້ວ, ກຳມະການພັກກອງບັນຊາການທະຫານແຂວງ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ເຜົ່າຜູ້ນ້ອຍ.
  • ທ່ານ ບຸນທັນ ສຸລິຍະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ, ເຜົ່າລື້.
v ​ເຂດເລືອກຕັ້ງທີ 5: ​ແຂວງບໍ່​ແກ້ວ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
  • ທ່ານ ວິໄຊກອນ ວັນນະຈອມຈັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດ ແຂວງບໍ່ແກ້ວ, ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລື້.
  • ທ່ານ ດຣ. ອຸ່ນ​ແກ້ວ ວຸທິລາດ ຮອງປະທານກຳມາທິການກົດໝາຍສະພາແຫ່ງ ຊາດ,ກຳມະການຄະນະພັກສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າຜູ້ນ້ອຍ.
  • ທ່ານ ອູລາວັນ ບຸນທະຈັກ ກຳມະການພັກແຂວງ, ເລຂາພັກເມືອງ,ເຈົ້າເມືອງ ໆ ປາກທາ ແຂວງບໍ່ແກ້ວ, ເຜົ່າລາວ.
  • ທ່ານ ລີຕຸເລັ່ງ ຈົງເຕັງ ກຳມະການພັກແຂວງ, ຮອງປະທານແນວລາວສ້າງຊາດ ແຂວງບໍ່ແກ້ວ, ເຜົ່າມົ້ງ.
  • ທ່ານ ດຣ.ນາງ ຄຳຈອມພູ ສິລິທຳ ຮອງປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ, ເຜົ່າຜູ້ໄທ.
  • ທ່ານ ພັນໂທ ຈັນນວນ ອວນຄະນະຈັກ ຮອງເລຂາຄະນະພັກກອງບັນຊາການ, ຮອງຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ, ເຜົ່າລະເມດ.
  • ທ່ານ ອິນຄຳ ຫລວງລືໄຊ ຫົວໜ້າຫ້ອງວ່າການສະພາແຫ່ງຊາດປະຈຳເຂດ ເລືອກ ຕັ້ງທີ 5 ແຂວງບໍ່ແກ້ວ, ເຜົ່າລື້.

v ​ເຂດເລືອກຕັ້ງທີ 6: ​​ແຂວງ​ຫລວງ​ພະ​ບາງ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 13 ທ່ານ ເລືອກເອົາ 9 ທ່ານ)

  • ທ່ານ ບົວທອງ ແພງສະຫວັນ ກຳມະການປະຈຳພັກແຂວງ,ປະທານກວດກາ ພັກ-ລັດ ແຂວງຫລວງພະບາງ, ເຜົ່າກຶມມຸ.
  • ທ່ານ ດຣ.ບຸນ​ທະວີ ສີ​ສຸພັນ​ທອງ, ກຳມະການ​ພັກກະຊວງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ, ເຜົ່າລາວ.
  • ທ່ານ ສິງຕັນ ໄຊລືຊົງ, ກຳມະການພັກແຂວງ, ຜູ້ປະຈຳການຄະນະສະ ມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ,ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າມົ້ງ.
  • ທ່ານ ພົນຈັດຕະວາ ວິ​ໄລ ດວງ​ມະນີ, ກຳມະການພັກກະຊວງປ້ອງກັນຄວາມສະຫງົບ, ຜູ້ອຳນວຍການວິທະຍາຄານປ້ອງກັນຄວາມ ສະຫງົບແຫ່ງ ຊາດ, ເຜົ່າມົ້ງ.
  • ທ່ານ ວິເສດ ສະແຫວງສຶກສາ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ,ເຜົ່າ ລາວ.
  • ທ່ານ ຫຸມພັນ ທຳມຸງຄຸນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກ ຕັ້ງທີ 6 ແຂວງຫລວງພະບາງ, ເຜົ່າລາວ.
  • ທ່ານ ບຸນ​ທອນ ສິດ​ສຸ​ວົງ ຜູ້ອຳນວຍການບໍລິສັດ3 ຫຼຽມພັດທະນາເສດຖະກິດ , ເຜົ່າກຶມມຸ.
  • ທ່ານ ນາງ ອຳພອນ ສີວິໄລສັກ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ,ປະທານສະຫະພັນແມ່ຍິງ ແຂວງຫລວງພະບາງ, ເຜົ່າລາວ.
  • ທ່ານ ຄອນສີ ຄອນຈະເລີນ ຮອງຫົວໜ້າພະແນກຍຸຕິທຳແຂວງຫລວງພະບາງ, ເຜົ່າລາວ.
  • ທ່ານ ບຸນທຳ ແສນພັນສິລ,ິ ອຳນວຍການລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງ ຫລວງພະບາງ, ເຜົ່າລາວ.
  • ທ່ານ ພັນໂທ ຄຳຜຸຍ ວັນນະຈິດ, ກຳມະການຄະນະພັກກອງ ບັນຊາການ,ຮອງຫົວ ໜ້າກອງບັນຊາການທະຫານແຂວງຫລວງພະບາງ, ເຜົ່າກຶມມຸ.
  • ທ່ານ ນາງ ອິນທະວອນ ພົມມະຈັນ, ກຳມະການປະຈຳພັກເມືອງ, ປະທານສະຫະພັນ ແມ່ຍິງ ເມືອງຫລວງພະບາງ, ເຜົ່າລາວ.
  • ທ່ານ ບຸນເລື່ອນ ມະນີວົງ ຮອງຫົວໜ້າໄອຍະການ ປະຊາຊົນແຂວງຫລວງ ພະບາງ, ເຜົ່າລາວ.
v ​ເຂດເລືອກຕັ້ງທີ 7: ​ແຂວງ​ໄຊ​ຍະ​ບູລີ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 10 ທ່ານ ເລືອກເອົາ 7 ທ່ານ)
  • ທ່ານ ນາງ ປານີ ຢາ​ທໍ່​ຕູ້ ,ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າມົ້ງ.
  • ທ່ານ ຄຳ​ສຸກ ທ່ໍ ຮອງ​ເລຂາ​ຄະນະພັກ​ແຂວງ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ​ໄຊ​ຍະ​ບູລີ, ​ເຜົ່າ​ມົ້ງ.
  • ທ່ານ ວົງ​ຈັນ ພົມ​ສະຫວັດ ຮອງເລຂາຄະນະພັກ,ຮອງປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າ ກຶມມຸ.
  • ທ່ານ ທອງ​ດີ ພັບ​ບົວ​ອອນ ກຳມະການ​ພັກ​ແຂວງ,​ເລຂາ​ພັກ​ເມືອງ,​ເຈົ້າ ​ເມືອງ ໆ​ຄອບ, ​ເຜົ່າ​ລາວ.
  • ທ່ານ ພັນ​ເອກ ຄຳ​ສຸກ ວີ​ອິນ​ທະ​ວົງ ຮອງ​ເລຂາ​ຄະນະພັກກອງບັນຊາການ, ຫົວໜ້າ​ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູລີ, ​ເຜົ່າ​ໄຕ​ດຳ.
  • ທ່ານ ນາງ ອິດ​ມະນີ ຈັນທະ​ຄູນ ຮອງ​ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ​​ໄຊ​ຍະ​ບູລີ, ​ເຜົ່າໄຕ​ດຳ.
  • ທ່ານ ຈັນ​ຖະໜອມ ວົງ​ສົມ​ຈິດ ກຳມະການ​ພັກ​ແຂວງ, ຫົວໜ້າ​ພະ​ແນ​ກ​ແຜ​ນ ການ-ການ ລົງທຶນ​ແຂວງ​ໄຊ​ຍະ​ບູລີ, ​ເຜົ່າ​ລາວ.
  • ທ່ານ ດຣ. ຄຳ​ຫລ້າ ພູທອນ​ສີ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ພະ​ແນ​ກສາ ທາລະນະ​ສຸກ​ແຂວງ​ໄຊ​ຍະ​ບູລີ, ​ເຜົ່າ​ລາວ.
  • ທ່ານ ພັນ​ໂທ ຄຳ​ຜາຍ ວິ​ໄລ​ພອນ ຮອງ​ເລຂາ​ຄະນະ​ພັກກອງບັນຊາການ​, ຮອງ​ຫົວ ໜ້າ​ກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ໄຊ​ຍະ​ບູລີ, ​ເຜົ່າ​ກຶມ​ມຸ.
  • ທ່ານ ຫຸມພັນ ພິມ​ສະຫວັດ ຮອງ​ເລຂາຄະນະ​ພັກ​ເມືອງໆ​ພຽງ ​ແຂວງ​ໄຊ​ຍະ​ບູລີ, ​ເຜົ່າ​ລາວ.

v ​ເຂດເລືອກຕັ້ງທີ 8: ​ແຂວງ​ຫົວພັນ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)

  • ທ່ານ ສົມ​ພັນ ແພງ​ຄຳ​ມີ ກຳມະການສູນກາງພັກ,ເລຂາຄະນະພັກ, ຫົວໜ້າ ອົງ ການໄອຍະການປະຊາຊົນສູງສຸດ, ເຜົ່າລາວ.
  • ທ່ານ ຄຳ​ວອນ ບຸນ​ທະ​ວົງ ກຳມະການ​ປະຈຳ​ພັກ​ແຂວງ, ຫົວໜ້າ​ກໍ່ສ້າງ​ຮາກ​ຖານ ການ​ເມ​ືອງ​ແຂວງ​ຫົວພັນ, ​ເຜົ່າ​ກຶມ​ມຸ.
  • ທ່ານ ພອນສຸກ ທອງສົມບັດ ປະທານສານປະຊາຊົນແຂວງຫົວພັນ, ເຜົ່າລາວ.
  • ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຮອງຫົວໜ້າໄອຍະການປະຊາຊົນແຂວງ ຫົວ ພັນ, ເຜົ່າລາວ.
  • ທ່ານ ພັນຕີ ວົງສັກ ຊາວຊົວຢາງ ຫົວໜ້າພະແນກກວດກາກອງບັນຊາການທະ ຫານ ແຂວງຫົວພັນ, ເຜົ່າມົ້ງ.
  • ທ່ານ ນາງ ມີສອນ ທອງໄຊສີ ຜູ້ປະຈຳການຄະນະສະມາຊິກສະພາແຫ່ງ ຊາດ ເຂດເລືອກຕັ້ງທີ8ແຂວງຫົວພັນ,ສະມາຊິກສະພາແຫ່ງຊາດ ຊຸດທີ VI,ເຜົ່າໄຕ.
  • ທ່ານ ພອນສານ ວິໄລເມັ້ງ ຫົວໜ້າພະແນກອຸດສາຫະກຳແລະການຄ້າ ແຂວງຫົວພັນ, ເຜົ່າອິວມຽນ.
  • ທ່ານ ນາງ ໝັ້ນ ເພັງຄະຕິຍະ ຮອງເລຂາຄະນະພັກເມືອງ, ຮອງເຈົ້າເມືອງໆ ຊຳເໜືອ ແຂວງຫົວພັນ, ເຜົ່າລາວ.
  • ທ່ານ ນາງ ພວງວອນ ລັດຕະນະສຸກ ຮອງອຳນວຍການໂຮງໝໍແຂວງຫົວພັນ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 9: ແຂວງ​ຊຽງ​ຂວາງ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)

  • ທ່ານ ນາງ ບຸນ​ເພັງ ມູນ​ໂ​ພ​ໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເລຂາຄະນະພັກທະບວງການປົກຄອງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າທະບວງການປົກຄອງ ແລະ ຄຸ້ມຄອງ ລັດຖະກອນ,ເຜົ່າລາວ.
  • ທ່ານ ບຸນຕົ້ນ ຈັນທະພອນ ກຳມະການປະຈຳພັກແຂວງ, ປະທານແນວລາວ ສ້າງ ຊາດແຂວງຊຽງຂວາງ, ເຜົ່າລາວ.
  • ທ່ານ ນາງ ບົວສີ ນາຖາວົງ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ແຂວງຊຽງຂວາງ, ເຜົ່າລາວ.
  • ທ່ານ ສົມວັນດີ ສີສຸພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ, ເຜົ່າລາວ.
  • ທ່ານ ນາງ ແສງຄຳ ຊົ່ງຊະນະ ຮອງຫົວໜ້າພະແນກທ່ອງທ່ຽວແຂວງຊຽງຂວາງ, ເຜົ່າມົ້ງ.
  • ທ່ານ ພັນໂທ ຄຳຫລ້າ ຈັນດາລາ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ຊຽງຂວາງ, ເຜົ່າລາວ.
  • ທ່ານ ດຣ.ວິນຍານ ເຈິ້ຢ່າໄຊຈູ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ, ເຜົ່າມົ້ງ.
  • ທ່ານ ສີວອນ ອ່ອນລາວົງ ຮອງຫົວໜ້າຂະແໜງການຄ້າພາຍໃນ ຂອງພະແນກອຸດສາຫະກຳ-ການຄ້າແຂວງຊຽງຂວາງ,ເຜົ່າກຶມມຸ.
  • ທ່ານ ວິໄລສຸກ ພິມມະສອນ ອຳນວຍການບໍລິສັດຂາເຂົ້າ-ຂາອອກເຄື່ອງໄອທີ ທີ່ປຶກສາທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແຂວງຊຽງຂວາງ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 10: ​ແຂວງ​ວຽງ​ຈັນ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 13 ທ່ານ ເລືອກເອົາ 9 ທ່ານ)

  • ທ່ານ ດວງ​ດີ ອຸດທະ​ຈັກ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ເລຂາໜ່ວຍພັກ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ບຸນເພັງ ສາຍນໍລະດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງວຽງຈັນ, ເຜົ່າລາວ.
  • ທ່ານ ລີ​ຕູ້ ບົວ​ປາວ ກຳມະການປະຈຳພັກກະຊວງ, ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ, ເຜົ່າມົ້ງ.
  • ທ່ານຮສຈ.ດຣ. ສົມ​ອົກ ກິ່ງ​ສະ​ດາ ຮອງເລຂາຄະນະພັກຮາກຖານ, ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ສົມດີ ແກ້ວດາລາວິນ ກຳມະການພັກແຂວງ, ເຈົ້າເມືອງໆເຟືອງ ແຂວງວຽງ ຈັນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າກຶມມຸ.
  • ທ່ານ ພັນເອກ ອ່ອນ​ສີ ແສນ​ສຸກ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ເຜົ່າຜູ້ນ້ອຍ.
  • ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ເຜົ່າລາວ.
  • ທ່ານ ຄຳແດງ ສີລາວົງ ເລຂາໜ່ວຍພັກ, ຫົວໜ້າຫ້ອງວ່າການສະພາແຫ່ງ ຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ເຜົ່າລາວ.
  • ທ່ານ ນາງ ບົວວັນ ທຳມະວົງ ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງໆ ແກ້ວອຸດົມແຂວງວຽງຈັນ, ເຜົ່າພວນ.
  • ທ່ານ ວິນັດ ສີສຸວົງ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ, ເຜົ່າລາວ.
  • ທ່ານ ເພັດສະໄໝ ວົງຄຳມູນຕີ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ວຽງຈັນ, ເຜົ່າລາວ
  • ທ່ານ ພັນໂທ ຄຳເຄນ ອູດຕະມາ ກຳມະການປະຈຳພັກກອງບັນຊາການ, ຮອງ ຫົວໜ້າກອງບັນຊາການທະຫານແຂວງວຽງຈັນ , ເຜົ່າລາວ.
  • ທ່ານ ນາງ ຄຳແວ່ນ ອ່ອນປະດິດ ເລຂາໜ່ວຍພັກ, ຫົວໜ້າພະແນກວິທະຍາສາດ-ເຕັກໂນໂລຊີແຂວງວຽງຈັນ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 11: ແຂວງບໍລິ​ຄຳ​ໄຊ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)

  • ທ່ານ ບຸນມາ ບຸຈະເລີນ ກຳມະການປະຈຳພັກແຂວງ, ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ເຜົ່າລາວ.
  • ທ່ານ ນາງ ບົວ​ພັນ ລີ​ໄກ​ຢາ ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າມົ້ງ.
  • ທ່ານ ບຸນເສັງ ປະທຳມະວົງ ກຳມະການພັກແຂວງ,ຫົວໜ້າ ພະແນກກະສິກຳ -ປ່າໄມ້ ແຂວງບໍລິຄຳໄຊ, ເຜົ່າລາວ.
  • ທ່ານ ພັນເອກ ຈວງຈັນ ລາດຊະວົງ ກຳມະການພັກແຂວງ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງບໍລິຄຳໄຊ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ປາວຊົງ ເຊັຍຕູ້ຢົງຮົ່ວ ຮອງປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ເຜົ່າມົ້ງ.
  • ທ່ານ ນາງ ມາລີສາ ອາໄພລາດ ຮອງປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ, ເຜົ່າລາວ.
  • ທ່ານ ສົມເພັດ ຄຳມະນີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຄຳເກີດ ແຂວງ ບໍລິຄຳໄຊ, ເຜົ່າກຶມມຸ.
  • ທ່ານ ນາງ ສີໄຄ ສີປະເສີດ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ເຜົ່າລາວ.
  • ທ່ານ ໃສຄຳ ທອງລັດ ຫົວໜ້າພະແນກພະລັງງານແລະ ບໍ່ແຮ່ແຂວງບໍລິຄຳໄຊ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 12: ​ແຂວງ​ຄຳ​ມ່ວນ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 10 ທ່ານ ເລືອກເອົາ 7 ທ່ານ)

  • ທ່ານ ນາງ ສູນ​ທອນ ໄຊ​ຍະ​ຈັກ ກຳມະການປະຈຳພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດລາວປະຈຳ ສສ. ຫວຽດນາມ, ເຜົ່າລາວ
  • ທ່ານ ດຣ.ບຸນຍົງ ຄິນສະໜອນ ກຳມະການປະຈຳພັກແຂວງ, ປະທານແນວ ລາວສ້າງຊາດແຂວງຄຳມ່ວນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າໄຕ.
  • ທ່ານ ພົນຈັດຕະວາ ຄຳ​ຜາງ ກອງ​ຈັນ​ແສງ ກຳມະການຄະນະພັກກົມໃຫຍ່ການເມືອງກອງ ທັບ,ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າສານ ທະຫານຂັ້ນສູງ, ເຜົ່າລາວ.
  • ທ່ານ ແສງທອງ ພະຄຸນທອງ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງຄຳມ່ວນ, ເຜົ່າລາວ.
  • ທ່ານ ອິນທະຫວາ ມູນດາລາ ເລຂາໜ່ວຍພັກ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງເຂດເລືອກຕັ້ງທີ12ແຂວງຄຳມ່ວນ, ສະມາຊິກ ສະພາແຫ່ງຊາດຊຸດທີ VI, ເຜົ່າກະເລີງ.
  • ທ່ານ ນາງ ວຽງມະນີ ຈັນທະນະສິນ ຮອງເລຂາໜ່ວຍພັກ, ຮອງປະທານສະຫະພັນ ແມ່ຍິງ ແຂວງຄຳມ່ວນ, ເຜົ່າລາວ.
  • ທ່ານ ບຸນປັນ ດວງລາຕີ ຮອງອຳນວຍການໄຟຟ້າລາວສາຂາແຂວງ ຄຳມ່ວນ, ເຜົ່າແຊກ.
  • ທ່ານ ດຣ. ເກດສະໜາ ລັດຖະຈັກ ຮອງເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ສາທາລະນະສຸກແຂວງຄຳມ່ວນ, ເຜົ່າໄຕ.
  • ທ່ານ ພັນໂທ ທິບພະຈັນ ໂພໄຊ ກຳມະການພັກກອງບັນຊາການ, ຮອງກອງ ບັນຊາການ ປ້ອງກັນຄວາມສະຫງົບແຂວງຄຳມ່ວນ, ເຜົ່າລາວ.
  • ທ່ານ ນາງ ວົງພະຈັນ ສີບຸນເຮືອງ ຮອງເລຂາໜ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ, ເຜົ່າຜູ້ໄທ.

v ​ເຂດເລືອກຕັ້ງທີ 13:​ ​ແຂວງ​ສະຫວັນ​ນະ​ເຂດ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 25 ທ່ານ ເລືອກເອົາ 17 ທ່ານ)

  • ທ່ານ ດຣ. ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ຫວັນຄຳ ອິນທະຈັກ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າຜູ້ໄທ.
  • ທ່ານ ດຣ.ສົມພູ ດວງສະຫວັນ ຮອງປະທານກຳມາທິການວັດທະນາທຳ-ສັງຄົມ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ.
  • ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ເຜົ່າລາວ.
  • ທ່ານ ສົມເພັດ ອິນທະທິລາດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆພິນແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າມັງກອງ.
  • ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ເຜົ່າລາວ.
  • ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າຜູ້ໄທ..
  • ທ່ານ ດຣ.ສອນທະນູ ທຳມະວົງ ກຳມະການຄະນະພັກສູນກາງຊາວໜຸ່ມ, ເລຂາ ທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຜົ່າລາວ.
  • ທ່ານ ບຸນເຕັມ ຊວງສາຍາວົງ ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າມັງກອງ.
  • ທ່ານ ພົງ​ສະ​ເໜ່ ຍຸຕິ​ທຳ ຮອງປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ຄຳພັນ ຄູນສັກສີ ຮອງເລຂາພັກເມືອງ, ປະທານແນວ ລາວສ້າງ ຊາດເມືອງໄຊບູລີແຂວງສະຫວັນນະເຂດ ,ເຜົ່າຊ່ວຍ.
  • ທ່ານ ບຸນປອນ ສີສຸລາດ ຫົວໜ້າກົມປະເມີນຜົນ, ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານກຳມະບານກະຊວງ ແຜນການ ແລະ ການລົງທຶນ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ.
  • ທ່ານ ບຸນຍົງ ໄຊປັນຍາ ກຳມະການພັກແຂວງ, ຫົວພະແນກຖະແຫລງຂ່າວ-ວັດທະນະທຳແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າຜູ້ໄທ.
  • ທ່ານ ຄຳ​ມະນີ ອິນ​ທິລາດ ກຳມະການປະຈຳພັກກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ນາງ ທັດ​ສະ​ດາ​ພອນ ແສງສຸລິຍາ ຮອງຫົວໜ້າກົມກວດສອບລັດວິສາຫະກິດອົງການ ກວດສອບແຫ່ງລັດ, ສະມາຊິກສະພາແຫ່ງຊາດ ຊຸດ ທີ VI, ເຜົ່າລາວ.
  • ທ່ານ ສີທົນ ນັນທະລາດ ກຳມະການພັກແຂວງ,ຫົວໜ້າພະແນກ ແຜນການ-ການລົງທຶນແຂວງສະຫວັນນະເຂດ, ເຜົ່າລາວ.
  • ທ່ານ ນາງ ກິ່ງຄຳວົງ ເສີຍທອງຈັນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງແຂວງສະຫວັນນະເຂດ, ເຜົ່າລາວ.
  • ທ່ານ ພັນໂທ ສົມພອນ ສຸດທິສົມບັດ ຮອງປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ, ເຜົ່າລາວ.
  • ທ່ານ ນາງ ພິມພອນ ຈັນທະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆເຊໂປນ, ເຜົ່າລາວ.
  • ທ່ານ ຮສຈ.ດຣ. ບຸນປົງ ແກ້ວໂຣດົມ ວ່າການອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ, ເຜົ່າຜູ້ໄທ.
  • ທ່ານ ດຣ.ນາງ ຄຳເຫວີຍ ທຳມະຂັນ ຮອງຫົວໜ້າຂະແໜງອາຫານ ແລະ ຢາພະແນກ ສາທາລະນະສຸກແຂວງສະຫວັນນະເຂດ, ເຜົ່າຜູ້ໄທ.
  • ທ່ານ ພັນໂທ ສົມຈິດ ກິດຕິຍະລາດ ກຳມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງກອງພົນທີ 4 , ເຜົ່າລາວ.
  • ທ່ານ ສຸກສະຫວັນ ໄຊສົມບັດ ອຳນວຍການວິທະຍາໄລໄຊສົມບັດການຊ່າງ ແຂວງ ສະຫວັນນະເຂດ, ເຜົ່າຜູ້ໄທ.
  • ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ອຳນວຍການບໍລິສັດທົ່ງລະຫາສິນ, ເຜົ່າຜູ້ໄທ.
  • ທ່ານ ບຸນຍົງ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາແຂວງສະຫວັນນະເຂດ, ເຜົ່າຜູ້ໄທ.

v ​ເຂດເລືອກຕັ້ງທີ 14: ​ແຂວງ​ສາລະ​ວັນ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 10 ທ່ານ ເລືອກເອົາ 7 ທ່ານ)

  • ທ່ານ ສຈ. ດາວອນ ຫວ່າງວິຈິດ ວ່າການປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີVI, ເຜົ່າລາວ.
  • ທ່ານ ບຸນທຽມ ພົມມະສະຖິດ ກຳມະການປະຈຳພັກແຂວງ, ປະທານກວດກາ ແຂວງ ສາລະວັນ, ເຜົ່າລາວ.
  • ທ່ານນາງ ສວນ​ສະຫວັນ ວິ​ຍະ​ເກດ ຮອງຫົວໜ້າກົມການຕ່າງປະເທດສະພາແຫ່ງ ຊາດ, ກຳມະການຄະນະ​ບໍລິຫານ​ງານສູນກາງ ສະຫະພັນ​ແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສະພາແຫ່ງ ຊາດ, ເຜົ່າລາວ.
  • ທ່ານ ນາງ ມະນີຊົງ ລືສີສະໝຸດ ກຳມະການພັກແຂວງ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ14 ແຂວງ ສາລະວັນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ແຫວນເພັດ ລັດດາວົງ ຫົວໜ້າໄອຍະການປະຊາຊົນແຂວງສາລະວັນ ,ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າອົງການຄຸ້ມຄອງທີ່ດິນແຂວງສາລະວັນ, ເຜົ່າລາວ
  • ທ່ານ ຂັນໄຊ ລັດຖະເຮົ້າ ຫົວໜ້າພະແນກພົວພັນຕ່າງປະເທດ ແຂວງສາລະວັນ, ເຜົ່າລາວ.
  • ທ່ານ ພົງໄຊທະບຸນສຸກ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງສາລະວັນ, ເຜົ່າລື້.
  • ທ່ານ ສີສຸດອນ ອັງຄະໄລ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 14 ແຂວງສາລະວັນ, ເຜົ່າລາວ.
  • ທ່ານ ໜູຕຽມ ຄຳປະເສີດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 15: ​ແຂວງ​ຈຳປາ​ສັກ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 17 ທ່ານ ເລືອກເອົາ 12 ທ່ານ)

  • ທ່ານ ດຣ. ພັນ​ດວງ​ຈິດ ວົງສາ ກຳມະການສູນກາງພັກ,ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກ ສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ເມກສະຫວັນ ພົມພິທັກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດ ຕັ້ງແຂວງຈຳປາສັກ,ສະມາຊິກສະພາແຫ່ງ ຊາດ ຊຸດທີ VI, ເຜົ່າລາວ.
  • ທ່ານ ສຈ.ດຣ. ພອນ​ເທບ ພົນເສນາ ຮອງປະທານກຳມາທິການວັດທະນາທຳ-ສັງຄົມ ສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ.
  • ທ່ານ ບົວລິນ ວົງພະຈັນ ກຳມະການພັກແຂວງ,ຫົວໜ້າພະແນກສຶກສາ ແຂວງຈຳປາສັກ, ເຜົ່າລາວ.
  • ທ່ານ ກິສິນ ສິນພັນງາມ ຮອງເລຂາຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
  • ທ່ານ ບຸນທຽນ ທອງແກ້ວ ຫົວໜ້າດ່ານສາກົນໜອງນົກຂຽນ, ເຜົ່າລາວ.
  • ທ່ານ ສິງເພັດ ບຸນສະຫວັດທິພັນ ກຳມະການຄະນະພັກ, ກຳມະການຄະນະກຳມະການ ກວດກາສູນກາງ, ເຜົ່າລາວ.
  • ທ່ານ ນາງ ປິ່ງຄຳ ລາຊະສີມາ ກຳມະການຄະນະພັກ,ຫົວໜ້າຫ້ອງການ ກະຊວງກະສິກຳ-ປ່າ ໄມ້, ເຜົ່າລາວ.
  • ທ່ານ ວັນນະລາ ສຸດທິຈັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດ ເລືອກ ຕັ້ງທີ 15 ແຂວງຈຳປາສັກ, ເຜົ່າລາວ.
  • ທ່ານ ພັນໂທ ສີ​ວັນ ອຸດທະ​ຈັກ ກຳມະການຄະນະພັກ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຜົ່າລາວ.
  • ທ່ານ ນາງ ວາດສະໜາ ສິລິມາ ຮອງປະທານສະຫະພັນແມ່ຍິງແຂວງຈຳປາສັກ, ເຜົ່າລາວ.
  • ທ່ານ ອຸດອນ ສິງສຸວົງ ຜູ້ອຳນວຍການໂຮງງານບໍລິສັດເບຍລາວ ສາຂາປາກເຊ, ເຜົ່າລາວ.
  • ທ່ານ ວິຈິດ ແກ້ວບົວພາ ກຳມະການປະຈຳພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງປາກຊ່ອງ, ເຜົ່າຢາຣຸ.
  • ທ່ານ ຄຳສິງ ສີທະນົງສັກ ຮອງຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ, ເຜົ່າລາວ
  • ທ່ານ ຄຳແພງ ສີອາລຸນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດ ເລືອກ ຕັ້ງທີ 15 ແຂວງຈຳປາສັກ, ເຜົ່າລາວ.
  • ທ່ານ ນາງ ອໍລະດີ ຈັນທະວົງ ຫົວໜ້າໜ່ວຍງານພົວພັນຕ່າງປະເທດ, ວິທະຍາໄລການເງິນພາກໃຕ້, ເຜົ່າລາວ.
  • ທ່ານ ທອງຈັນ ພັນທະລາແສງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ຈຳປາສັກ, ເຜົ່າລາວ.

v ​ເຂດເລືອກຕັ້ງທີ 16: ​ແຂວງ​ເຊ​ກອງ.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)

  • ທ່ານ ຄຳແດງ ກົມມະດຳ ກຳມະການປະຈຳພັກແຂວງ, ປະທານແນວລາວ ສ້າງ ຊາດແຂວງເຊກອງ, ເຜົ່າຕະໂອ້ຍ.
  • ທ່ານ ນາງ ບຸນ​ຂຳ ​ເຫງົ້າພະ​ສິຣິ ຫົວໜ້າກົມກົດໝາຍ ສະພາແຫ່ງຊາດ, ເຜົ່າລາວ.
  • ທ່ານ ສົມສະໜຸກ ແກ້ວນິມິດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກ ຕັ້ງທີ 16 ແຂວງເຊກອງ,ເຜົ່າລາວ.
  • ທ່ານ ສົມແປງ ເອີດລັດດາ ຮອງປະທານແນວລາວສ້າງຊາດແຂວງເຊກອງ, ເຜົ່າ ກະຕູ.
  • ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ເຜົ່າກຣຽງ.
  • ທ່ານ ຄຳຊໍ ບຸດດາເພ ຫົວໜ້າຫ້ອງການກິລາແຂວງເຊກອງ, ເຜົ່າກຣຽງ.
  • ທ່ານ ນາງ ເພັດສະໝອນ ຄອນປະເສີດ ຮອງຫົວໜ້າພະແນກພະລັງງານ-ບໍ່ແຮ່ແຂວງເຊກອງ, ເຜົ່າລາວ.
v ເຂດເລືອກຕັ້ງທີ 17: ​ແຂວງ​ອັດ​ຕະປື.
(ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
  • ທ່ານ ດຣ.ອ່ອນແກ້ວ ພົມມະກອນ ກຳມະການຄະນະພັກ, ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ເຜົ່າລາວ.
  • ທ່ານ ບຸນໄຊ ຄຳມະນີວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອັດຕະປື,​ເຜົ່າອາຣັກ
  • ທ່ານ ເພັດແກ້ວ ເຮືອງປັນຍາ ກຳມະການພັກແຂວງ,ຫົວໜ້າອຳນວຍການໂຮງ ຮຽນການເມືອງ-ການປົກຄອງແຂວງອັດຕະປື, ເຜົ່າລາວ.
  • ທ່ານ ພັນໂທ ໂຊກໄຊ ພິມມາລາ ກຳມະການພັກກອງບັນຊາການ, ຮອງຫົວໜ້າ ການເມືອງກອງບັນຊາການທະຫານແຂວງອັດຕະປື, ເຜົ່າລາວ.
  • ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງ ເມືອງ ສະໜາມໄຊ ແຂວງອັດຕະປື, ເຜົ່າໂອຍ.
  • ທ່ານ ບົວລະພັນ ວົງຊາລະຊິດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກ ຕັ້ງທີ 17 ແຂວງອັດຕະປື, ເຜົ່າລາວ.
  • ທ່ານ ບຸນເສີດ ເສດທິລາດ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງອັດຕະປື, ເຜົ່າເຈັງ.

II. ກ່ຽວກັບຄຸນລັກສະນະຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ VII ມີດັ່ງນີ້:
1./ ຈຳນວນຜູ້ສະໝັກ:

- ຜູ້ສະໝັກທັງໝົດມີ 190 ທ່ານ, ເພດຍິງ 47 ທ່ານ
- ຜູ້ສະໝັກຈາກສູນກາງມີ 47 ທ່ານ, ເພດຍິງ 12 ທ່ານ
- ຜູ້ສະໝັກທ້ອງຖິ່ນ 143 ທ່ານ , ເພດຍິງ 35 ທ່ານ
- ສສຊ ຊຸດທີ VI ສືບຕໍ່ສະໝັກ 45 ທ່ານ, ເພດຍິງ 11 ທ່ານ
- ລັດວິສາຫະກິດ 4 ທ່ານ, ເພດຍິງ 0 ທ່ານ.
- ວິສາຫະກິດເອກະຊົນ 5 ທ່ານ, ເພດຍິງ 1 ທ່ານ.

2./ ໂຄງປະກອບດ້ານເຜົ່າ:
-
ໝວດພາສາລາວ-ໄຕ ມີ 140 ທ່ານ.
- ໝວດພາສາມອນ-ຂະແມ ມີ 28 ທ່ານ.
- ໝວດພາສາມົ້ງ-ອິວມຽນ ມີ 15 ທ່ານ.
- ໝວດພາສາຈີນ-ຕິເບດ ມີ 7 ທ່ານ.

3./ ໂຄງປະກອບດ້ານອາຍຸ:
- ອາຍຸ 45 ປີລົງມາ ມີ 26 ທ່ານ.
- ອາຍຸ 46 - 50 ປີ ມີ 42 ທ່ານ.
- ອາຍຸ 51 - 55 ປີ ມີ 58 ທ່ານ.
- ອາຍຸ 56 - 60 ປີ ມີ 43 ທ່ານ.
- ອາຍຸ 61 ປີຂື້ນໄປ ມີ 21 ທ່ານ.

4./ ໂຄງປະກອບດ້ານວິຊາສະເພາະ:
- ຊັ້ນຕົ້ນ ມີ 4 ທ່ານ.
- ຊັ້ນກາງ ມີ 18 ທ່ານ.
- ຊັ້ນສູງ ມີ 55 ທ່ານ.
- ປະລິນຍາຕີ ມີ 55 ທ່ານ.
- ປະລິນໂທ ມີ 36 ທ່ານ.
- ປະລິນຍາເອກ ມີ 22 ທ່ານ

5./ ລະດັບທິດສະດີ: ມີ 186 ທ່ານໄດ້ຜ່ານຮຽນທິດສະດີການເມືອງນັບແຕ່ຊັ້ນຕົ້ນຂື້ນໄປ.
6./ ພາກສ່ວນ ແລະ ວິຊາຊີບ :

- ຈາກຂົງເຂດພັກ ມີ 24 ທ່ານ.
- ຈາກຂົງເຂດເສດຖະກິດ ມີ 24 ທ່ານ.
- ຈາກຂົງເຂດວັດທະນະທຳ-ສັງຄົມ ມີ 21 ທ່ານ.
- ຈາກຂົງເຂດ ປກຊ-ປກສ ມີ 19 ທ່ານ. - ຈາກອົງການນິຕິບັນຍັດ ມີ 35 ທ່ານ.
- ຈາກອົງການແນວ ແລະ ອົງການມະຫາຊົນ ມີ 38 ທ່ານ.
- ຈາກຂົງເຂດປົກຄອງ ແລະ ຕຸລາການ ມີ 20 ທ່ານ.
- ຈາກລັດວິສາຫະກິດ ມີ 4 ທ່ານ.
- ຈາກວິສາຫະກິດເອກະຊົນ ມີ 5 ທ່ານ.
ດັ່ງນັ້ນ, ຄະນະກຳມະການເລືອກຕັ້ງລະດັບຊາດປະກາດແຈ້ງການກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ VII ຢູ່ເຂດເລືອກ ຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ.

ຄະນະກຳມະການເລືອກຕັ້ງລະດັບຊາດປະທານ


ລັດຖະດຳລັດ ວ່າດ້ວຍການປະກາດຈຳນວນຜູ້ສະໝັກ​ ຮັບເລືອກຕັ້ງ ແລະ ຈຳນວນສະມາຊິກ
ສະພາແຫ່ງຊາດ ຊຸດທີVII  

*(ຂປລ): ອີງ​ຕາ​ມລັດຖະທຳ​ມະນູນ ແຫ່ງ ສປປ ລາວ ຫມວດ​ທີ VI ມາດຕາ 67,ວັນ​ທີ 02 ແລະ ມາດຕາ 11 ຂອງ​ກົດຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງສະມາຊິກ​ ສະພາ​ແຫ່ງ​ຊາດ, ອີງ​ຕາມ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ສະພາ​ ແຫ່ງ​ຊາດ ວ່າ​ດ້ວຍ​ການ​ກຳນົດ​ຈຳນວນ​ຜູ້​ສະຫມັກ​ຮັບ​ເລືອກ​ຕັ້ງ ແລະ ຈຳນວນ​ສະມາຊິກ​ສະພາ​ ແຫ່ງ​ຊາດ ຊຸດ​ທີ VII ໃນ​ແຕ່ລະ​ເຂດ​ເລືອກ​ຕັ້ງ, ສະບັບ​ເລກທີ 15/ຄປຈ, ລົງວັນ​ທີ 17 ກຸມພາ 2011, ອີງ​ຕາມ​ຫນັງສື​ສະ​ເຫ​ນີຂອງ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 02/ຄປຈ ລົງ​ວັນ​ທີ 28 ກຸມ ພາ 2011. ທ່ານປະທານ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້​ອອກລັດຖະດຳລັດສະບັບ​ ເລກ ທີ 021/ປປທ, ລົງ​ວັນ​ທີ 01/3/2011 ວ່າ​ດ້ວຍ​ການປະກາດ ​ຈຳ​ນວນ​ຂອງ​ຜູ້​ສະຫມັກຮັບ​ເລືອກ​ຕັ້ງ ​ແລະ ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ດັ່ງນີ້:
ມາດຕາ 1: ປະກາດ​ຈຳນວນ​ຂອງ​ຜູ້​ສະຫມັກ​ຮັບ​ເລືອກ​ຕັ້ງ ​ແລະ ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ຢູ່​ແຕ່ລະ​ເຂດ​ເລືອກ​ຕັ້ງ ມີ​ດັ່ງນີ້:

1. ເຂດ 01 ນະຄອນຫລວງ​ວຽງ​ຈັນ​ ຈຳນວນ​ອອກ​ສະຫມັກ 21 ທ່ານ ເລືອກ​ເອົາ 15 ທ່ານ
2. ເຂດ 02 ແຂວງ​ຜົ້ງສາລີ ຈຳນວນ​ອອກ​ສະຫມັກ 07 ທ່ານ ເລືອກ​ເອົາ 05 ທ່ານ
3. ເຂດ 03 ແຂວງ​ຫລວງ​ນ້ຳທາ ຈຳນວນ​ອອກ​ສະຫມັກ 07 ທ່ານ ເລືອກ​ເອົາ 05 ທານ
4. ເຂດ 04 ແຂວງ​ອຸດົມ​ໄຊ ຈຳນວນ​ອອກ​ສະຫມັກ 09 ທ່ານ ເລືອກ​ເອົາ 06 ທ່ານ
5. ເຂດ 05 ແຂວງ ບໍ່​ແກ້ວ ຈຳນວນ​ອອກ​ສະຫມັກ 07 ທ່ານ ເລືອກ​ເອົາ 05 ທ່ານ
6. ເຂດ 06 ແຂວງ​ຫລວງ​ພະ​ບາງ ຈຳນວນ​ອອກ​ສະຫມັກ 13 ທ່ານ ເລືອກ​ເອົາ 09 ທ່ານ
7. ເຂດ 07 ແຂວງ​ໄຊ​ຍະ​ບູລີ ຈຳນວນ ອອກ​ສະຫມັກ 10 ທ່ານ ເລີອກ​ເອົາ 07 ທ່ານ
8. ເຂດ08 ແຂວງ​ຫົວພັນ ຈຳນວນ ອອກ​ສະຫມັກ 09 ທານ ເລື​ອກ​ເອົາ 06 ທ່ານ.
9. ເຂດ 09 ແຂວງຊຽງ​ຂວາງ ຈຳນວນ​ອອກ​ສະຫມັກ 09 ທ່ານ ​ ເລືອກ​ເອົາ 06 ທ່ານ.
10. ເຂດ 10. ແຂວງ​ວຽງ​ຈັນ ຈຳນວນ​ອອກ​ສະຫມັກ 13 ທ່ານ ເລ​ືອກ​ເອົາ 09 ທ່ານ
11. ເຂດ 11 ແຂວງ​ບໍລິ​ຄຳ​​ໄຊ ຈຳນວນ​ອອກ​ສະຫມັກ 09 ທ່ານ ເລືອກ​ເອົາ 06 ທ່ານ
12. ເຂດ 12 ແຂວງຄຳ​ມ່ວນ ຈຳນວນ​ອອກ​ສະຫມັກ 10 ທ່ານ ເລືອກ​ເອົາ 07 ທ່ານ
13. ເຂດ13 ແຂວງສະ​ຫວັນນະ​ເຂດ ຈຳນວນ​ອອກ​ສະຫມັກ 25 ທ່ານ ເລືອກ​ເອົາ 17 ທ່ານ
14. ເຂດ 14 ແຂວງສາລະ​ວັນ ຈຳນວນ​ອອກ​ສະຫມັກ 10 ທ່ານ ເລືອກ​ເອົາ 07 ທ່ານ
15. ເຂດ 15 ແຂວງຈຳປາ​ສັກ ຈຳນວນ​ອອກ​ສະຫມັກ 17 ທ່ານ ເລືອກ​ເອົາ 12 ທ່ານ
16. ເຂດ 16 ແຂວງ​ເຊ​ກອງ ຈຳນວນ​ອອກ​ສະຫມັກ 07 ທ່ານ ເລືອກ​ເອົາ 05 ທ່ານ
17. ເຂດ17 ແຂວງ​ອັດ​ຕະປື ຈຳນວນ​ອອກ​ສະຫມັກ 07 ທ່ານ ເລືອກ​ເອົາ 05 ທ່ານ
ລວມ: 190 ທ່ານ ລວມ 132 ທ່ານ.


ຖະແຫລງຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII

29/04/2011

ໃນຕອນເຊົ້າຂອງວັນທີ 29 ເມສາ 2011, ທ່ານ ໝູນແກ້ວ ອໍລະບູນ, ກຳມະການໃນຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ຊຶ່ງມີເນື້ອໃນດັ່ງນີ້: ມື້ນີ້, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບການມອບໝາຍ ຈາກຄະນະກຳມະການເລືອກຕັ້ງລະດັບຊາດ ມາພົບປະກັບບັນດາທ່ານ ເພື່ອແຈ້ງໃຫ້ຊາບກ່ຽວກັບການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ຊຶ່ງຈະດຳເນີນການປ່ອນ ບັດເລືອກຕັ້ງໃນວັນທີ 30 ເມສາ 2011 ນີ້ .

ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບັນດາທ່ານທີ່ໄດ້ໃຫ້ ຄວາມສຳຄັນ ແລະ ເຂົ້າຮ່ວມການຖະແຫລງຂ່າວໃນມື້ນີ້ .
ປະຕິບັດຕາມມາດຕາ 54 ຂອງລັດຖະທຳມະນູນຂອງ ສປປ ລາວ ແລະ ມາດຕາທີ່ກ່ຽວ ຂ້ອງກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດສະບັບ ເລກທີ 295/ປປທ ປະກາດເອົາວັນເສົາ, ວັນທີ 30 ເມສາ 2011 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ແລະ ລັດຖະດຳລັດ ເລກທີ 296/ປປທ ວ່າດ້ວຍການປະກາດລາຍຊື່ຂອງຄະນະກຳມະການເລືອກຕັ້ງ ລະດັບຊາດ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII.

ນັບແຕ່ມື້ ໄດ້ຮັບການແຕ່ງຕັ້ງເປັນຕົ້ນມາ, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ເລີ່ມຕົ້ນດຳເນີນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຕົນ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງຊຶ່ງກ່ອນອື່ນໝົດ ໄດ້ຈັດຕັ້ງການຝຶກອົບຮົບ ຫຼື ດຳເນີນຊີວິດການເມືອງໃນຂອບເຂດທົ່ວປະເທດແນ່ໃສ່ຍົກສູງຄວາມເຂົ້າໃຈ ແລະ ຄວາມເປັນເຈົ້າການໃຫ້ແກ່ຄະນະກຳມະການເລືອກຕັ້ງທຸກຊັ້ນ ກໍຄືປະຊາຊົນບັນດາເຜົ່າ ແລະ ໄດ້ດຳເນີນການທາບທາມຜູ້ສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ VII ຊຶ່ງລາຍລະອຽດຕ່າງໆ ມີດັ່ງນີ້:

1. ຈຳນວນຜູ້ສະໝັກຮັບເລືອກຕັ້ງ:

ຈຳນວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ VII ມີທັງໝົດ 190 ທ່ານ, ເພດຍິງ 46 ທ່ານ ແລະ ຈະເລືອກຕັ້ງເອົາ 132 ທ່ານຊຶ່ງໄດ້ເພີ່ມຂຶ້ນ ຈຳນວນ 17 ທ່ານ ຈາກ 115 ທ່ານໃນ ສະພາແຫ່ງຊາດຊຸດທີ VI. ໃນຈຳນວນ 190 ທ່ານ ທີ່ຮັບສະໝັກເລືອກ ຕັ້ງນີ້ມີຜູ້ສະໝັກຈາກສູນກາງ 47 ທ່ານ, ເພດຍິງ 12 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ 143 ທ່ານ, ເພດຍິງ 34 ທ່ານ; ສະມາຊິກສະພາ ແຫ່ງຊາດຊຸດທີ VI ສືບຕໍ່ລົງສະໝັກ 45 ທ່ານ, ເພດຍິງ 11 ທ່ານ; ນັກທຸລະກິດຈາກລັດວິສາຫະກິດ 4 ທ່ານ, ບໍ່ມີເພດຍິງ; ນັກທຸລະກິດຈາກວິສາຫະກິດເອກະຊົນ 5 ທ່ານ, ເພດຍິງ 1 ທ່ານ.

2. ໂຄງປະກອບດ້ານເຜົ່າ:

ຜູ້ສະໝັກເລືອກຕັ້ງ ປະກອບມີບັນດາເຜົ່າທີ່ຈົດຕາມໝວດພາສາດັ່ງລຸ່ມນີ້:

- ໝວດພາສາລາວ-ໄຕ ມີ 140 ທ່ານ.
- ໝວດພາສາມອນ-ຂະແມ ມີ 28 ທ່ານ.
- ໝວດພາສາມົ້ງ-ອິວມຽນ ມີ 15 ທ່ານ.
- ໝວດພາສາຈີນ-ຕີເບດ ມີ 7 ທ່ານ.

3. ໂຄງປະກອບດ້ານອາຍຸ:

- ອາຍຸ 45 ປີລົງມາ ມີ 26 ທ່ານ.
- ອາຍຸ 46-50 ປີ ມີ 42 ທ່ານ.
- ອາຍຸ 51- 55 ປີ ມີ 58 ທ່ານ.
- ອາຍຸ 56- 60 ປີ ມີ 43 ທ່ານ.
- ອາຍຸ 61 ປີຂຶ້ນໄປ ມີ 21 ທ່ານ.

4. ໂຄງປະກອບດ້ານວິຊາສະເພາະ:

- ຈົບຊັ້ນຕົ້ນ ມີ 4 ທ່ານ.
- ຈົບຊັ້ນກາງ ມີ 18 ທ່ານ.
- ຈົບຊັ້ນສູງ ມີ 55 ທ່ານ.
- ຈົບປະລິນຍາຕີ ມີ 55 ທ່ານ.
- ຈົບປະລິນຍາໂທ ມີ 36 ທ່ານ.
- ຈົບປະລິນຍາເອກ ມີ 22 ທ່ານ.

5. ພາກສ່ວນ ແລະ ຂະແໜງການ:

- ຈາກອົງການຈັດຕັ້ງພັກ ມີ 24 ທ່ານ.
- ຈາກອົງການນິຕິບັນຍັດ ມີ 35 ທ່ານ.
- ຈາກອົງການແນວລາວຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີ 38 ທ່ານ
- ຈາກຂົງເຂດປົກຄອງ ແລະ ຕຸລາການ ມີ 20 ທ່ານ.
- ຈາກຂົງເຂດເສດຖະກິດ ມີ 24 ທ່ານ.
- ຈາກຂົງເຂດວັດທະນະທຳ - ສັງຄົມ ມີ 21 ທ່ານ.
- ຈາກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 19 ທ່ານ.
- ຈາກຂົງເຂດລັດວິສາຫະກິດ ມີ 4 ທ່ານ
- ຈາກຂົງເຂດວິສາຫະກິດເອກະຊົນ ມີ 5 ທ່ານ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້, ການກະກຽມສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ໄດ້ດຳເນີນໄປຢ່າງເປັນປົກລະບົບ, ຕໍ່ເນື່ອງ ທັງມີຄວາມເປັນລະບຽບຮຽບຮ້ອຍດີຊຶ່ງ ປະກອບມີ 17 ເຂດເລືອກຕັ້ງ, ມີໝ່ວຍປ່ອນບັດ ເລືອກຕັ້ງທັງໝົດ 6.324 ໝ່ວຍ, ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 3.267.210 ຄົນ, ເພດຍິງ 1.643.099 ຄົນ.

ຂ້າພະເຈົ້າ ຂໍຢືນຢັນວ່າ ວັນທີ 30 ເມສາ 2011, ປະຊາຊົນລາວບັນດາເຜົ່າທີ່ມີສິດເລືອກຕັ້ງໃນທົ່ວປະເທດ ແມ່ນມີຄວາມພ້ອມໃນການໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດ ທີ VII ໄດ້ຕາມຄາດ ໝາຍທີ່ວາງໄວ້.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ດຳເນີນໄປໃນບັນຍາກາດທີ່ປະຊາຊົນລາວທົ່ວປະເທດ ເລີ່ມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ IX ຂອງພັກປະຊາຊົນປະຕິວັດລາວ ເພື່ອສືບຕໍ່ບູລະນະພາລະກິດ ປ່ຽນແປງໃໝ່ ທັງເປັນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII, ເປັນການຍົກລະດັບປະຕິບັດສິດເປັນເຈົ້າປະເທດຊາດ ແລະ ເສີມຂະຫຍາຍປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າຢ່າງກ້ວາງຂວາງ ຕື່ມອີກ.

ເປົ້າໝາຍສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ນີ້ ແມ່ນປະຕິບັດຕາມອາຍຸການຂອງສະພາແຫ່ງຊາດທີ່ມີກຳນົດ 5 ປີຊຶ່ງເລີ່ມແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VI ປີ 2006 ຕາມທີ່ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ທັງເປັນການປັບປຸງລະບົບອຳນາດແຫ່ງລັດ ແມ່ນການເພີ່ມທະວີຄວາມເຂັ້ມແຂງຂອງອົງການນຳພາແຫ່ງລັດ, ເພີ່ມທະວີການນຳພາຂອງພັກຕໍ່ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການລັດທຸກຂັ້ນ, ເຮັດໃຫ້ການເຄື່ອນໄຫວຂອງອົງການອຳນາດແຫ່ງລັດມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອຳນາດແຫ່ງລັດ ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊົງການອຳນາດແຫ່ງລັດ ມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອຳນາດແຫ່ງລັດ ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງ ແທ້ຈິງ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ນີ້ ຈະດຳເນີນໄປເປັນຢ່າງດີບົນພື້ນ ຖານການເສີມຂະຫຍາຍປະຊາທິປະໄຕຂອງພົນລະເມືອງລາວໃນຂອບເຂດທົ່ວປະເທດ. ປະຊາຊົນທຸກຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າ ແມ່ນກຽມພ້ອມເຂົ້າຮ່ວມການປ່ອນບັນເລືອກຕັ້ງ ເອົາຜູ້ແທນຂອງຕົນດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າການເລືອກຕັ້ງຄັ້ງນີ້ ຈະດຳເນີນຢ່າງມີຜົນສຳເລັດອັນຈົບງາມ.

ໃນໂອກາດນີ້, ໃນນາມຄະນະກຳມະການການເລືອກຕັ້ງລະດັບຊາດ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ໂດຍສະເພາະຜູ້ມີສິດເລືອກຕັ້ງທຸກຄົນ ໄດ້ເປັນເຈົ້າການ ແລະ ພ້ອມໃຈກັນອອກໄປ ໃຊ້ສິດເລືອກຕັ້ງ ຈະຈັດຂຶ້ນໃນວັນທີ 30 ເມສາ 2011 ນີ້, ພ້ອມກັນນັ້ນ ກໍຫວັງວ່າບັນດາທ່ານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຈະປະກອບສ່ວນນຳເອົາສະພາບຄວາມເປັນຈິງຂອງການເລືອກຕັ້ງຄັ້ງນີ້ ໄປໂຄສະນາ ເຜີຍແຜ່ໃຫ້ບັນດາປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກ ໄດ້ຮັບຊາບເພື່ອເພີ່ມທະວີຄວາມເຂົ້າໃຈຊຶ່ງກັນ ແລະ ກັນໃຫ້ດີຍິ່ງຂຶ້ນ.

ປະທານ​ປະ​ເທດ ປິຕິຊົມຊື່ນ ທີ່ເຫັນພໍ່ແມ່ປະຊາຊົນມາໃຊ້ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ສສຊ ຊຸດ​ທີ VII

30/04/2011

 

*(ຂປລ): ທ່ານ ຈູ​ມມາລີ​ ໄຊ​ຍະ​ສອນ, ເລຂາທິການ​ໃຫຍ່​ ຄະນະບໍລິຫານ​ງານ​ສູນກາງພັກ, ປະທານ​ປະ​ເທດ ​ແຫ່ງ​ ສປປ ລາວ​ ພ້ອມ​ພັນ​ລະ​ຍາ ​ໄດ້​ລົງ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ (ສສຊ) ຊຸດ​ທີ VII ຢູ່​ໜ່ວຍ​ ເລືອກ​ຕັ້ງທີ 1 ບ້ານ​ຈັນ​ສະຫວ່າງ​ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ໂດຍການ ​​ໃຫ້​ກຽດຕ້ອນຮັບຂອງ ທ່ານ ​ສຸ​ກັນ ​ມະຫາລາດ, ກຳມະການ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ​ເຈົ້າ​ຄອງ​ນະຄອນຫລວງວຽງ​ຈັນ, ທ່ານ ຄຳ​ສານ ​ສຸ​ວົງ, ກຳມະການສູນກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ມີທ່ານ​ ທອງຄູນ ແສງດາລາ, ເຈົ້າ​ເມືອງສີ​ໂຄດ​ຕະບອງ ​ແລະ ປະຊາຊົນ​ບ້ານ​ຈັນ​ສະຫວ່າງ​ ຢ່າງ​ອົບ​ອຸ່ນ.

​ໃນ​ໂອກາດ​ລົງ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ໃນວັນທີ 30 ເມສາ 2011 ນີ້ ທ່ານ ຈູ​ມມາລີ​ ໄຊ​ຍະ​ສອນ ໄດ້ໃຫ້ສຳພາດສະແດງຄວາມຮູ້ສຶກຕໍ່ບັນດາສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດວ່າ: ຂ້າພະເຈົ້າ ມີຄວາມຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຮ່ວມກັບພໍ່ແມ່ພີ່ນ້ອງ ບ້ານຈັນສະຫວ່າງຂອງພວກເຮົາ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ໃນປີ 2011 ຄັ້ງນີ້ ເຫັນວ່າບັນຍາກາດການເລືອກຕັ້ງ ເປັນ ຂະບວນຟົດຟື້ນດີຫລາຍ, ການລົງປ່ອນບັດຄັ້ງນີ້ມີຄວາມຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນພໍ່ແມ່ປະຊາຊົນທີ່ມາໃຊ້ສິດແຕ່ລະຄົນມີຄວາມຍິ້ມແຍ້ມແຈ່ມໃສ່ ແລະ ຖືວ່າເປັນບຸນໃຫຍ່ຂອງຊາດອັນໜຶ່ງ ທີ່ພໍ່ແມ່ປະຊາຊົນ ມາປ່ອນ ບັດເລືອກຕັ້ງ ຜູ້ແທນປະຊາຊົນໄປນັ່ງໃນສະພາແຫ່ງຊາດ ຊຶ່ງສະແດງໃຫ້ເຫັນເຖິງການປະຕິບັດລະບຽບກົດໝາຍເລືອກຕັ້ງຢ່າງຖືກຕ້ອງ. ຜູ້ມີອາຍຸແຕ່ 18 ປີຂຶ້ນໄປລ້ວນແຕ່ມີສິດເຂົ້າປ່ອນບັດເລືອກຕັ້ງເອົາ ສສຊ, ນີ້ແມ່ນ ສະແດງເຖິງສິດປະຊາທິປະໄຕ. ປະຊາຊົນໄດ້ເຂົ້າໃຈສິດຂອງຕົນເອງວ່າຢາກພັດທະນາບ້ານເມືອງ ຈະຕ້ອງມີຜູ້ແທນທີ່ຄວາມຮູ້ຄວາມສາມາດຮູ້ບັນຫາຕ່າງໆ ແລະ ຮູ້ແກ້ໄຂບັນຫາຊ່ວຍປະຊາຊົນ ເພື່ອຫລຸດພົ້ນ ອອກຄວາມ ທຸກຍາກເທື່ອລະກ້າວ, ຜູ້ແທນປະຊາຊົນຈະນຳເອົາຄຳຄິດຄຳເຫັນຂອງປະຊາຊົນນຳສະເໜີສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາແກ້ໄຂກັບອົງການຈັດຕັ້ງຂອງລັດ ເພື່ອພັດທະນາປະເທດຊາດ ໄປພ້ອມໆກັນຕາມ ທິດທາງຂອງ ພັກ-ລັດ ຂອງພວກເຮົາ.

ອິກເທື່ອໜຶ່ງ ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າປະຊາຊົນບ້ານຈັນສະຫວ່າງ ກໍຄືປະຊາຊົນ ບັນດາເຜົ່າທົ່ວປະເທດມີຄວາມເບີກບານມ່ວນຊື່ນໄປໃຊ້ສິດປະຊາທິປະໄຕຂອງຕົນ ໃນການປ່ອນບັດເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຊຸດທີ VII ເລືອກເອົາຜູ້ແທນຂອງຕົນ ເຂົ້າສູ່ສະພາແຫ່ງຊາດໃນຄັ້ງນີ້./.

ທ່ານ​ນາຍົກລັດຖະມົນຕີ​ ຮ່ວມປ່ອນ​ບັດ​ເລືອກ​ຕັ້ງ ສສຊ ​ຊຸດ​ທີ VII

*(ຂປລ): ທ່ານ ທອງ​ສິງ ທຳ​ມະ​ວົງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ ນາຍົກລັດຖະມົນຕີ ​ໄດ້ຮ່ວມປ່ອນ​ບັດ​ເລືອກ​ຕັ້ງຢູ່​ເຂດ​ທີ I ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ ​ທີ 30 ​ເມສາ 2011 ທີ່​ບ້ານ​ຊ້າງ​ຄູ້ ​ເມືອງ​​ໄຊ​ທານີ ​ເພື່ອ​ເລືອກ​ເອົາສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VII.

ນາຍບ້ານຊ້າງ​ຄູ້ ໄດ້ຂຶ້ນກ່າວເປີດການປ່ອນ​ບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ​​ໂດຍ​ໄດ້​ລາຍ​ງານ​ໃຫ້​ຊາບ​ວ່າ: ບ້ານ​ຊ້າງ​ຄູ້​ເປັນໜ່ວຍທີ 119 ຂອງ​ ການ​ປ່ອນ​ບັດ​ເລືອກ​ຕັ້ງ, ​ມີ​ພົນລະ​ເມືອງລາວ​ທັງ​ໝົດ 3.320 ຄົນ, ຍິງ 2.323ຄົນ ​ແລະ ຜູ້​ມີ​ສິດ​ບ່ອນ​ບັດ​ເລືອກ​ຕັ້ງຢູ່​ບ້ານ​ຊ້າງ​ຄູ້ ຈຳນວນ 2.344 ຄົນ, ຍິງ 1.352 ຄົນ, ການ​ໃຊ້​ສິດ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ເປັນ​ການ​ປະຕິບັດ ​ແລະ ພັນທະ​ທີ່​ສົມ​ກຽດ​ສັກ​ສີ​ອັນ​ສູງ​ສົ່ງ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່ລະຄົນ​ ໃນ​ຖານະທີ່​ເປັນ​ພົນລະ​ເມືອງ​ລາວ​ຜູ້​ໜຶ່ງ​ ທີ່​ເປັນ​ເຈົ້າຂອງ​ປະ​ເທດຊາດດັ່ງນັ້ນ, ຜູ້​ມີ​ສິດ​ປ່ອນບັດ​ເລືອກ​ຕັ້ງທຸກຄົນ​ຕ້ອງ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າການ​ ຄວາມ​ຮັບຜິດຊອບ​ສູງ​ເພື່ອ​ມາ​ໃຊ້​ສິດ​ປ່ອນບັດ ​ເລືອກ​ຕັ້ງສະມາຊິກ​ສະພາໃຫ້​ຄົບ​ຖ້ວນ, ຖືກຕ້ອງ​ຕາມ​ລະບຽບ​ໃນ​ການ​ປ່ອນ​ບັດ​ຢ່າງ​ເຂັ້ມງວດ, ​ຮັບປະກັນ​ບໍ່​ໃຫ້​ມີ​ບັດ​ເສຍ (ບັດ​ຕາຍ) ທັງ​ຮັບປະກັນ​ຄວາມ​ສະຫງົບ, ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ໜ່ວຍ​ປ່ອນ ​ບັດ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີ./.

ຜູ້ມີ​ສິດ​ລົງ​ຄະ​ແນນ​ສຽງ​ ມີ​ຄວາມ​ພູມ​ໃຈທີ່​ໄດ້​ໃຊ້ສິດ​ເລືອກເອົາຕົວ​ແທນ​ຂອງ​ຕົນ

 

*(ຂປລ): ​ໃນ​ວັນ​ທີ 30 ​ເມສາ 2011 ​ບັນດາ​ພໍ່​ແມ່​ປະຊາຊົນ​ໃນ​ເຂດ​ເລືອກ​ຕັ້ງທີ 1 ນະຄອນຫລວງ​ວຽງ​ຈັນ​​ ໄດ້​ພ້ອມ​ພາກັນ​ໄປ​ລົງ​ຄະ​ແນນ​ສຽງ ​ເລືອກ​ເອົາ​ສະມາຊິກ​ສະພາ​ເພື່ອເປັນຕົວແທນ​ຂອງ​ຕົນ ​​​​ເຂົ້າ​ໄປ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ ​ສະເພາະຜູ້ມນສິດປ່ອນບັດເລືອກ​ຕັ້ງ​ໃນ​ໜ່ວຍ 09 ຢູ່​ວັດ​ບ້ານ​ໜອງ​ບອນ ເມືອງໄຊເສດຖານະຄອນຫລວງ​ວຽງຈັນ ຕ່າງ​ກໍ​ໄດ້​ຫ້າວຫັນ​ໄປ​ລົງ​ຄະ​ແນນ ​ເລືອກ​ເອົາ​ຕົວແທນ​ຂອງ​ຕົນ​ຢ່າງ​ພ້ອມພຽງ​ ຊຶ່ງ​ໜ່ວຍ​ເລືອກ​ຕັ້ງທີ 09 ມີ​ຜູ້​ ໃຊ້​ສິດ​ທັງ​ມົດຈຳນວນ 1.411 ຄົນ, ຍິງ 720 ຄົນ ​ໂດຍ​ໃຫ້​ກຽດ​ມີ​ທ່ານ ບຸນ​ຍັງ ວໍລະ​ຈິດ, ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານປະ​ເທດ ​ແຫ່ງ ສປປ ລາວ, ທ່ານ ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ, ອະ​ດີດ​ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ທ່ານ ພົນ​ຈັດຕະວາ ສິນ​ທະ​ວົງ ​ໄຊ​ຍະ​ກອນ, ຄະນະ​ພັກ​ກະຊວງ, ຫົວໜ້າ​ຫ້ອງ​ວ່າ ການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ມີ​ບັນດາ​ເຈົ້າ​ເມືອງໆໄຊເສດຖາ.

​ພໍ່​ເຖົ້າ ສີ​ຄຳ​ຫລ້າ ມູນ​ນິວົງ, ປະຊາຊົນ​ບ້ານ​ໜອງ​ບອນ, ​ເມືອງ​ໄຊ​ເສດ​ຖາ, ນະຄອນຫລວງ​ວຽງ​ຈັນ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ສິດ​ລົງ​ຄະ​ແນນ​ສຽງ​ ເລືອກ​ຕັ້ງສະມາຊິກ​ສະພາ​​ແຫ່ງ​ ຊາດ ​ຊຸດ​ທີ VII ຢູ່​ໜ່ວຍ​ເລືອກ​ຕັ້ງທີ 09 ວັດ​ບ້ານ​ໜອງ​ບອນ ​ໄດ້​ກ່າວ​ວ່າ: ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຄັ້ງທີ VII ນີ້​ແມ່ນ​ມີ​ຄວາມ​ໝາຍ ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ​ເພາະວ່າ​ເປັນ​ການ​ເລືອກ​ເອົາ​ຜູ້​ແທນ​ປະຊາຊົນ​ເຂົ້າ​ໄປ​ນັ່ງໃນ​ສະພາ​ແຫ່ງ​ຊາດ ​ເພື່ອ​ເປັນ​ປາກ​ສຽງ​ໃຫ້​ແກ່​ປະຊາຊົນ​ແກ້​ໄຂ ​ບັນຫາ​ສຳຄັນ​ຕ່າງໆ ​ພ້ອມ​ນີ້ພໍ່​ເຖົ້າ​ສີ​ຄຳ​ຫລ້າ ມູນ​ນິວົງ​ ຍັງ​ໄດ້​ຝາກ​ໃຫ້​ຜູ້​ແທນ​ຜູ້​ທີ່​ຈະ​ໄປ​ນັ່ງ​ໃນ​ສະພາ​ ຈົ່ງ​ໄດ້​ເອົາ​ໃສ່​ປະຕິບັດສິດ ແລະ ໜ້າທີ່ຂອງຕົນທີ່ປະຊາຊົນມອບໝາຍໃຫ້ໃນການເປັນຕົວແທນໃຫ້ແກ່ ປະຊາຊົນລາວ ບັນດາເຜົ່າ ໃນການປະກອຍຄຳຄິດຄຳເຫັນ ປຶກສາຫາລື ພິຈາລະນາ ແລະ ແກ້​ໄຂ​ບັນຫາ​ຕ່າງ​ໆທີ່ສຳຄັນຂອງຊາດ./.

 

ປະທານສະພາແຫ່ງຊາດ ລົງປ່ອນບັດເລືອກຕັ້ງ ສສຊ ຢູ່ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ

*(ຂປລ): ທ່ານ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ໝາຍເລກ 1 ຢູ່ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມດ້ວຍ ຄອບຄົວລົງປ່ອນບັດ ເລືອກຕັ້ງໜ່ວຍປ່ອນບັດເລືອກຕັ້ງທີ 1 ບ້ານສີເມືອງ, ເມືອງໄຊຍະບູລີ ໂດຍມີ ທ່ານ ດຣ. ລຽນ ທິແກ້ວ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງໆໄຊຍະບູລີ ແລະ ຜູ້ຮັບສະໝັກ ເລືອກຕັ້ງຢູ່ເຂດທີ 7, ມີການນຳຂອງແຂວງໄຊຍະບູລີ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງໜ່ວຍ 1 ບ້ານສີ ເມືອງໄປລົງຄະແນນສຽງປ່ອນບັດ 1.262 ຄົນ ຍິງ 679 ຄົນ.

ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໜົດ 216.307 ຄົນ, ຍິງ 106.904 ຄົນ. ມີໜ່ວຍປ່ອນບັດ 378 ໜ່ວຍປ່ອນບັດ, ມີຜູ້ສະໜັກເລືອກຕັ້ງ 10 ທ່ານເລືອກເອົາ 7 ທ່ານ./.

ບັນດາ​ການ​ນຳ​ລົງ​ປ່ອນ​ບັດ​ເລືອກ​ຕັ້ງ ສສຊ ຊຸດ​ທີ VII ຢູ່​ບ້ານໂນ​ພະ​ເນົາ

*(ຂປລ): ຕອນ​ເຊົ້າ​ວັນ​ທີ 30 ເມສາ 2011 ທີ່ໂຮງຮຽນປະຖົມບ້ານໂພນພະເນົາ ເມືອງໄຊເສດຖານະຄອນຫລວງວຽງຈັນ ທ່ານ ອາຊາງ ລາວລີ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທ່ານ ດຣ. ທອງບັນ ແສງອາພອນ, ກຳມະການສູນກາງພັກ, ເລຂາທິການສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ; ທ່ານ ຈັນສີ ໂພສີຄຳ, ກຳມະການສູນກາງພັກ, ເລຂາທິການສູນກາງ, ຮອງຫົວໜ້າຄະນຈັດຕັ້ງ ສູນກາງພັກ, ມີບັນດາພໍ່ແມ່ປະຊາຊົນເຂດດັ່ງກ່າວ ໄປໃຊ້ສິດປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ VII ດ້ວຍຄວາມເບີກບານມ່ວນຊື່ນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດນີ້ ເປັນເຫດການການເມືອງທີ່ມີຄວາມໝາຍສຳຄັນ ທັງເປັນປາງບຸນໃຫຍ່ສຳລັບປວງຊົນລາວທັງຊາດ ຊຶ່ງພົນລະເມືອງລາວ 18 ປີຂຶ້ນລ້ວນແລ້ວ ແຕ່ມີສິດປ່ອນບັດເພື່ອເລືອກເອົາ ຜູ້ສະໝັກເລືອກຕັ້ງທີ່ມີມາດຖານຄົບຖ້ວນ ແລະ ສົມກຽດໃນສະພາແຫ່ງຊາດ ຊຸດທີ VII ເພື່ອເປັນຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຽດຂອງປະຊາຊົນ, ຜູ້ມີສິດເລືອກຕັ້ງທຸກຄົນຕ້ອງເຊີດຊູຄວາມຮັບຜິດຊອບສູງ ເພື່ອມາໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ VII ໃຫ້ຄົບຖ້ວນ, ຖືກຕ້ອງຕາມລະບຍການໃນການປ່ອນບັດຢ່າງເຂັ້ມງວດ, ຮັບປະກັນ, ບໍ່ໃຫ້ບັດຕາຍ, ທັງຮັບປະກັນຄວາມສະຫງົບຄວາມປອດໄພ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ຢູ່ໜ່ວຍປ່ອນບັດເລືອກຕັ້ງຂອງຕົນ./.

 

ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຮ່ວມ​ປ່ອນ​ບັດຢູ່​ໜ່ວຍ​ເລືອກ​ຕັ້ງ ກຸ່ມ​ວັດ​ນາກ

*(ຂປລ): ທ່ານ ດຣ. ​ທອງ​ລຸນ ສີ​ສຸ​ລິດ, ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດພ້ອມ​ດ້ວຍ​ພັນ​ລະ​ຍາ​ ໄດ້ລົງ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິ​ກສະພາແຫ່ງ​ຊາດ ຊຸດ​ທີ VII ຢູ່​ຫ້ອງການ​ບ້ານທ່າ​ພະ​ລານ​ໄຊ ໜ່ວຍ​ປ່ອນ​ບັດ​ເລືອກຕັ້ງກຸ່ມ​ບ້ານ​ວັດ​ນາກ ​ໂດຍ​ການ​ຕ້ອນຮັບ​ຂອງ​ທ່ານ​ເຈົ້າ​ເມືອງ​ສີ​ສັດຕະ​ນາກ​, ອຳນາດ​ການ​ປົກຄອງ​ບ້ານ ແລະ ພໍ່​ແມ່​ປະຊາຊົນ​ກຸ່ມ​ບ້ານວັດ​ນາກ ເມືອງ​ສີ​ສັດຕະ​ນາກ​ ນະຄອນຫລວງ​ວຽງ​ຈັນ.

ການປ່ອນ​ບັດ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ VII ກຸ່ມ​ບ້ານວັດ​ນາກ​ ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງການ​ບ້ານ​ທ່າພະ​ລານ​ໄຊ, ຜູ້​ສິດປ່ອນ​ບັດ​ນັບ​ແຕ່​ອາຍຸ 18 ປີ​ຂຶ້ນ​ໄປ​ທັງ​ໜົດ 1.360 ຄົນ, ຍິງ 751ຄົນ, ຢູ່ໜ່ວຍປ່ອນ​ບັດ​ເລືອກ​ຕັ້ງ ກຸ່ມ​ບ້ານ​ວັດ​ນາກ​ນີ້​ ກໍ​ຄື​ໜ່ວຍ​ອື່ນໆ​ ຂອງ​ນະຄອນຫລວງ​ວຽງ​ຈັນ​ ມີ​​ການ​ນຳ, ພະນັກງານ, ອຳນາດ​ການ​ປົກ​ເມືອງ, ບ້ານ, ພະນັກງານ, ທະຫານ-​ຕຳຫລວດ,​ ນັກຮຽນ ແລະ ພໍ່​ແມ່​ປະຊາຊົນ ໄປ​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​ ເພື່ອ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VII ຄັ້ງນີ້ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ./.

 

ການ​ນຳ ​ແລະ ມວນ​ຊົນ​ບ້ານ​ສາຍ​ນ້ຳ​ເງິນຮ່ວມປ່ອນ​ບັດ​ເລືອກ​ຕັ້ງ ສສຊ ຊຸດທີ VII ຢ່າງ​ຄຶກຄື້ນ

 

*(ຂປລ): ພິທີ​ເປີດ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ທີ່ນະຄອນຫລວງວຽງຈັນ ໄດ້​ເລີ່​ມຂຶ້ນ​ໃນ​ເວລາ 7:00 ຂອງ​ວັນ​ທີ 30 ເມສາ 2011 ນີ້ ໂດຍສະເພາະໜ່ວຍ ເລືອກຕັ້ງທີ 117 ທີ່ວັດສີວິໄລ ມີປະຊາຊົນບ້ານສາຍນ້ຳເງິນ ຈຳນວນຫລວງຫລາຍ ໄປໃຊ້ສິດຂອງຕົນໄປປ່ອນບັດເລືອກຕັ້ງ ເອົາຜູ້ແທນປະຊາຊົນຢ່າງຟົດຟື້ນ. ພ້ອມນັ້ນຍັງມີທ່ານ ພົນໂທ ດວງໃຈ ພິຈິດ, ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນກຽດເຂົ້າຮ່ວມໃຊ້ສິດໃນຄັ້ງນີ້ດ້ວຍ.

ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ສະໝັກເລືອກຕັ້ງ ທັງໝົດ 21 ທ່ານ, ເລືອກເອົາ 15 ທ່ານ. ສຳລັບບ້ານສາຍນ້ຳເງິນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 1.672 ຄົນ, ເປັນຍິງ 1.079 ຄົນ, ໂອກາດນີ້ ທ່ານ ພົນໂທ ດວງໃຈ ພິຈິດ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ມາໃຊ້ສິດຂອງຕົນຢ່າງເຕັມປ່ຽມ ເລືອກເອົາຕົວແທນຂອງປະຊາຊົນ ທີ່ມີຄວາມຮູ້ຄວາມສາມາດເຂົ້າສະພາ. ເຊື່ອໝັ້ນວ່າການເລືອກ ຕັ້ງພາຍໃນບ້ານສາຍນ້ຳເງິນ ກໍຄືນະຄອນຫລວງວຽງຈັນ ແລະ ທົ່ວປະເທດໃນຄັ້ງນີ້ ຈະບັນລຸຜົນສຳເລັດສູງ 300%. ໃນຂະນະດຽວກັນຊາວບ້ານຫລາຍຄົນ ກໍໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ທີ່ໄດ້ໃຊ້ສິດຂອງຕົນ ເລືອກຜູ້ແທນເຂົ້າສະພາ ໂດຍມີ ຄວາມຫວັງເລືອກເອົາຄົນດີມີຄວາມຮູ້ ປະກອບສ່ວນເຂົ້າໃນການພັດທະນາ ປະເທດຊາດ ໃຫ້ຈະເລີນສີວິໄລ./.

 

ຜູ້ປະຈຳການລັດຖະບານ ຮ່ວມໃຊ້ສິດເລືອກ​ຕັ້ງ ສ​ສຊ​ ຊຸດ​ທີVII

*(ຂປລ): ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳການ​ລັດຖະບານໄດ້ລົງໃຊ້ສິດປ່ອນບັດເລືອກຕັ້ງ ຢູ່ໜ່ວຍທີ 18 ບ້ານສີສະຫວາດ ເມືອງ​ຈັນທະບູລີ ເຂດ​ເລືອກ​ຕັ້ງ​​ທີ I ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 30 ​ເມສາ 2011 ນີ້ ເພື່ອ​ເລືອກ​ເອົາສະມາຊິກ​ສະພາແຫ່ງ​ຊາດ ​ຊຸດ​ທີ VII.

ທ່ານ ສຸດສາຄອນ ວິມັງສາ, ນາຍບ້ານໆສີສະຫວາດ ໄດ້ຂຶ້ນກ່າວເປີດບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີVII ​​ໂດຍ​ໄດ້​ລາຍ​ງານ​ໃຫ້​ຊາບ​ວ່າ: ມີ້ນີ້ມີ​ພົນລະ​ເມືອງ​ລາວ ​ຜູ້​ມີ​ສິດ​ປ່ອນນ​ບັດເລືອກ​ຕັ້ງຢູ່​ບ້ານ​ສີສະ​ຫວາດ ​ຈຳນວນ 2.045 ຄົນ, ຍິງ 1.106 ຄົນ ຊຶ່ງ​ການ​ໃຊ້​ສິດ​ປ່ອນບັດ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ເປັນ​ການ​ປະຕິບັດສິດ ​ແລະ ພັນທະ​ທີ່​ສົມ​ກຽດ​ສັກ​ສີ​ອັນ​ສູງ​ສົ່ງ ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່ລະຄົນ​ ໃນ​ຖານະທີ່​ເປັນ​ພົນລະ​ເມືອງ​ ລາວ​ຜູ້​ໜຶ່ງ​ທີ່​ເປັນ​ເຈົ້າຂອງ​ປະ​ເທດດັ່ງນັ້ນ, ຜູ້​ມີ​ສິດ​ບ່ອນ​ບັດ​ເລືອກ​ຕັ້ງທຸກ​ຄົນ ​ຕ້ອງ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າການ​ຄວາມ​ຮັບຜິດຊອບ​ສູງ​ເພື່ອ​ມາ​ໃຊ້​ສິດ​ປ່ອນບັດ​ເລືອກ​ຕັ້ງສະມາຊິກ​ສະພາແຫ່ງຊາດ, ການ​ເລືອກ​ຕັ້ງ​ໃຫ້​ຄົບ​ຖ້ວນ, ຖືກຕ້ອງ​ ຕາມ​ລະບຽບ​ໃນ​ການ​ອນ​ບັດ​ຢ່າງ​ເຂັ້ມງວດ​ຮັບປະກັນ​ບໍ່​ໃຫ້​ມີ​ບັດ​ເສຍ, ບັດ​ຕາຍ ທັງ​ຮັບປະກັນ​ຄວາມ​ສະຫງົບ, ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ຢູ່​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ ​ເປັນ​ຢ່າງດີ./.

 

ຜູ້ນຳ ແລະ ປະຊາຊົນ​ບ້ານ​ພະ​ຂາວ ໃຊ້​ສິດ​​ເລືອກ​​ເອົາ ສສຊ ຢ່າງເຕັມປ່ຽມ

*(ຂປລ): ​ໃນເວລາ 7:00 ໂມງ​ເຊົ້າ ຂອງ​ວັນ​ທີ 30 ເມສາ​ 2011 ນີ້, ທ່ານ ​ບຸນ​ທອງ ຈິດ​ມະນີ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນ ​ປະຕິວັດ​ລາວ ພ້ອມພັນລະຍາ; ທ່ານ​ນາງ ​ສີ​ໄສ ລື​ເດດ​ມູນ​ສອນ, ກຳມະການສູນກາງພັກ, ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຮ່ວມກັບປະຊາຊົນທົ່ວບ້ານ​ພະ​ຂາວ ​ເມືອງ​ໄຊ​ທານີ ນະ​ຄອນຫລວງວຽງຈັນ ໄດ້​ພ້ອມ​ກັນ​ໄປ​​ໃຊ້​ສິດປ່ອນ​ບັດ​ເລືອກ ​ເອົາ​ສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ VII ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ຄວາມຮູ້ຄວາມ​ສາມາດ ​ໄປ​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ ເພື່ອ​ເປັນ​ຕົວ​ແທນ​ຂອງ​ຕົນ ໃນການ​ພິຈາລະນາ​ ​ແລະ ​​ແກ້ໄຂບັນຫາຕ່າງໆ ໃຫ້​ໄດ້​ຮັບ​ຜົນ​ດີ. ບ້ານ​ພະ​ຂາວ ມີ​ພົນລະ​ເມືອງ​ທັງ​ຫມົດ 3.748 ຄົນ, ຍິງ 1.884 ຄົນ, ມີຜູ້​ມີສິດ​ເລືອກ​ຕັ້ງ 2.842 ຄົນ ແລະ ​ມີຫນ້າ​ຕົວ​ຈິງ 2.776 ຄົນ.

ທ່ານ​ ບຸນ​ທຳ ພົມມະ​ວັນ, ນາຍບ້ານໆ​ພະ​ຂາວ ​ໄດ້​ກ່າວ​ວ່າ: ​ເພື່ອ​ຮັບປະກັນ​ໃຫ້​ໄດ້ 300% ທີ່​ຄະນະ​ກຳມະ​ການ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດກຳນົດ​ໄວ້​ນັ້ນ ຈະຕ້ອງໄດ້ຮັບປະກັນໃຫ້ໄດ້ຄວາມ​ເປັນ ​ລະບຽບ​ຮຽບຮ້ອຍ, ພ້ອມ​ກັນ​ ອອກ​ໄປ​ໃຊ້​ສິດ​ໂດຍ​ທົ່ວ​ຫນ້າ ​ຊຶ່ງ​ເຫັນ​ໄດ້​ວ່າ ນັບ​ແຕ່​ຜູ້​ທີ່​ມີ​ອາຍຸ​ 18 ປີຂຶ້ນໄປ ແລະ ຮັບປະກັນໃຫ້ໄດ້ບໍ່ໃຫ້ມີບັດຕາຍ. ​ການປ່ອນບັດຄັ້ງນີ້ ແມ່ນ​ໂອກາດ​ທີ່​ມີ​ຄວາມ​ຫມາຍ​ ແລະ​ ຄວາມ​ສຳຄັນ​ ຂອງ​ປະຊາຊົນລາວບັນດາເຜົ່າ ທີ່​ຈະ​ໄດ້​ເລືອກ​ເອົາ​ຜູ້​ແທນທີ່​ມີ​ຄວາມ​ຮູ້ ແລະ ​ປະສົບ​ການທີ່​ພ້ອມ​ຈະ​ພັດທະນາ ​ແລະ ສ້າງສາ​ປະ​ເທດ​ຊາດ​ ໃຫ້ຈະເລີນຮຸ່ງເຮືອງ.

ໂອກາດດຽວກັນ ທ່ານ ​ບຸນ​ທອງ ຈິດ​ມະນີ ກໍ​ໄດ້​​ໃຊ້​ສິດ​ຂອງ​ຕົນທີ່​ບ້ານ​ພະ​ຂາວ ​ເຊັ່ນ​ດຽວກັນ ແລະ ໄດ້​ໃຫ້​ສຳພາດ​ຕໍ່ນັກຂ່າວວ່າ: ຂ້າພະ​ເຈົ້າມີ​ຄວາມ​ດີ​ໃຈ ທີ່​ໄດ້​ມາ​ໃຊ້​ສິດ ​ໃນ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ນີ້ ຊຶ່ງ​ເປັນ​ອົງການ​ນິຕິບັນຍັດ ​ແລະ ຫລັງ​ຈາກປັບປຸງ​ສະພາ​ແຫ່ງ​ຊາດ​ແລ້ວ ກໍ​ຈະ​ໄດ້ປັບປຸງ​ອົງການ​ບໍລິຫານ​ຕຸລາການ ແລະ ຈະ​ໄດ້​ເລືອກ​ເອົາປະທານ​ປະ​ເທດ, ນາຍົກລັດຖະມົນຕີ, ປະທານ​ສານ ແລະ ​ໄອ​ຍະ​ການ. ທ່ານຍັງກ່າວອີກວ່າ: ການ​ເລືອກ​​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ນີ້ ແມ່ນເຫດການ​ສຳຄັນຫນຶ່ງ ​ສືບ​ເນື່ອງ​ມາ​ຈາກກອງ​ປະຊຸມໃຫຍ່ຄັ້ງ​ທີ IX ຂອງ​ພັກ​ ທີ່ໄດ້​ສຳ​ເລັດ​​ໄປ​ເມື່ອ​ບໍ່​ດົນ​ມານີ້ ແລະ ຈະ​ໄດ້​ພ້ອມ​ກັນ​ປະຕິບັດຄາດໝາຍທີ່​ໄດ້​ກຳນົດ​ເອົາ 4 ບຸກທະລຸ: ​ຕ້ອງຫັນ​ປ່ຽນແນວ​ຄິດ​ໃຫມ່ ດ້ານ​ຈິນທະ​ນາ​ການດ້ວຍ​ການ​ປົດ​ປ່ອຍ, ​ແກ້​ໄຂ​ທັດສະນະ​ແນວ​ຄິດ​ແບບ​ຄຳ​ພີ, ​ຮັກສາ​ເດີມ, ຂີ້ຄ້ານ​ມັກງ່າຍ, ຊ້າຍ​ຈັດຂວາ​​ໂພດ. ຕ້ອງ​ບຸກທະລຸ​ຢ່າງ​ແຂງ​ແຮງ​ ທາງດ້ານ​ການ​ພັດທະນາ​ຊັບ ພະຍາກອນ​ມະນຸດ ​ໂດຍ​ສະ​ເພາະດ້ານ​ການ​ກໍ່ສ້າງ ​ແລະ ບຳລຸງ​ຍົກ​ລະດັບ​ຄວາມ​ຮູ້ຄວາມສມາດ ​ໃນ​ດ້ານ​ຕ່າງໆ​ຂອງ​ພະນັກງານ ໃຫ້​ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ. ຕ້ອງບຸກທະລຸ ​ໃນ​ດ້ານ​ການ​ແກ້​ໄຂ​ ລະບອບ​ລະບຽບ​ການ ບໍລິຫານ-ຄຸ້ມ​ຄອງ ທີ່​ຍັງ​ກົດ​ຫນ່ວງ​ການ​ຂະຫຍາຍຕົວ​ຂອງ​ການ​ຜະລິດທຸລະ​ກິດ ​ແລະ ການ​ບໍລິການ​ ໃຫ້​ຕົກ​ໄປ​ຢ່າງ​ຂາດ​ຕົວ ​ແລະ ຕ້ອງ​ບຸກທະລຸ​ ​ດ້ານ​ການ​ແກ້​ໄຂ​ຄວາມທຸກ​ຍາກຂອງ​ປະຊາຊົນດ້ວຍ​ການ​ ຂຸດ​ຄົ້ນ​ແຫ​ລ່ງທຶນ​ຕ່າງໆ ແລະ ດ້ວຍ​ນະ​ໂຍບາຍ​ສົ່ງ​ເສີມ​ເປັນ​ພິ​ເສດ, ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງ​ດ້ານ​ເສດຖະກິດ-ສັງຄົມ ຢ່າງ​ມີ​ຈຸດ​ສຸມ ​ເພື່ອ​ເປັນ​ກຳລັງ​ແຮງ​ຊຸກ​ຍູ້​ໃຫ້ການ​ພັດທະນາ ​ໃນ​ຂົງ​ເຂດອື່ນໆຢ່າງ​ແຂງ​ແຮງ./.

ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄປໃຊ້​ສິດປ່ອນ​ບັດ​ເລືອກ​ຕັ້ງຢ່າງ​ເປັນ​ຂະ​ບວນ

*(ຂປລ) : ໜ່ວຍ​ເລືອກ​ຕັ້ງທີ 16 ​ບ້ານ​ສີ​ບຸນ​ເຮືອງ ​ເມືອງ​ຈັນທະ​ບູລີ ເຂດ​ເລືອກ​ຕັ້ງທີ 1 ນະຄອນຫລວງ​ວຽງ​ຈັນ ມີ​ພໍ່​ແມ່​ປະຊາຊົນ, ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ເມືອງ, ອຳນາດ​ການ​ປົກຄອງ​ຂັ້ນບ້ານ ເຂົ້າຮ່ວມ​ໃຊ້​ສິດຂອງ​ຕົນ​ປ່ອນ​ບັດ​ ເລືອກ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ດ້ວຍ​ບັນຍາກາດ​ຟົດຟື້ນ ໃນ​ນີ້ພິ​ເສດ ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ພ້ອມ​ຄະນະ ​ໄດ້​ເຂົ້າຮ່ວມ​ປ່ອນ​ບັດ ​ຮ່ວມ​ກັບ​ພໍ່​ແມ່​ປະຊາຊົນຢູ່​ໜ່ວຍ​ເລືອກ​ຕັ້ງດັ່ງກ່າວ.

ທ່ານ ແສງ​ເດືອນ ພົງ​ສຸວັນ​ຄຳ, ​ເລຂາ​ພັກ​, ​ນາຍບ້ານໆສີ​ບຸນ​ເຮືອງ ​ໄດ້​ລາຍ​ງານ​ໃຫ້​ຜູ້​ສື່​ຂ່າວ​ຮູ້​ວ່າ: ສະ​ເພາະ​ໜ່ວຍ​ເລືອກ​ຕັ້ງທີ 16 ບ້ານ​ສີ​ບຸນ​ເຮືອງ ມີ​ພົນລະ​ເມືອງ​ທັງ​ໝົດ 348 ຄອບຄົວ, ມີ​ຈຳນວນ​ພົນ 1.710 ຄົນ, ຍິງ 920 ຄົນ, ໃນ​ນີ້ ມີ​ຜູ້​ມີສິດປ່ອນ​ບັດ​ເລືອກ​ຕັ້ງທີ່​ມີ​ເກນ​ອາຍຸ​ແຕ່ 18 ປີຂຶ້ນ​ໄປຈຳນວນ 1.574 ຄົນ, ຍິງ 886 ຄົນ ແລະ ຄາດ​ວ່າ​ໃນ​ການ​ປ່ອນ​ບັດ​ຄັ້ງນີ້ ຈະ​ມີ​ປະຊາຊົນ​ມາໃຊ້​ສິດ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ ເພື່ອ​ເລືອກ​ເອົາ​ຜູ້​ແທນ​ທີ່​ມີ​ຄວາມ​ຮູ້​ ຄວາມສາມາດ ​​ເປັນ​ຕົວ​ແທນ​ຂອງ​ຕົນ​ເພື່ອ​ປະກອບ​ຄຳ​ຄິດ​ເຫັນ​ໃນ​ສະພາ​ແຫ່ງ​ຊາດ. ພ້ອມ​ນີ້ ແມ່​ເຖົ້າ​ ຄຳ​ຟອງ ອາຍຸ 96 ປີ ປະຊາຊົນ​ບ້ານດັ່ງກ່າວ ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​​ວ່າການ​ມາ​ໃຊ້​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ຄັ້ງນີ້​ ແມ່ນ​ມີ​ ຄວາມ​ໝາຍ​ຄວາມ​ສຳຄັນ​ຕໍ່​ປະຊາຊົນ​ລາວ ​ເປັນ​ການປະກອບສ່ວນ​​ໃນ​ການ​ສ້າງສາ​ພັດທະນາ​​ເທດຊາດ ​​ໃຫ້​ຮຸ່ງ​ເຮືອງ​ເທື່ອລະ​ກ້າວ./.

ບັນຍາກາດ​ການ​ເລືອກຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຄືກ​ຄື້ນ

*(ຂປລ): ການປ່ອນບັດ​​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VII ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນທົ່ວປະເທດ​ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ​ເມສາ 2011 ຊຶ່ງ​ບັນຍາກາດ​ການ​ເລືອກ​ຕັ້ງ​ໄດ້ດຳເນີນໄປຢ່າງຄຶກຄື້ນ ໂດຍສະເພາະ ຢູ່​ບ້ານ​ໂພນ​ຕ້ອງ​ສະຫວາດ ​ເມືອງ​ຈັນທະ​ບູລີ ໃນ​ເຂດ​ເລືອກ​ຕັ້ງ​ທີ 1 ​ ນະຄອນ​ຫລວງ​ວຽງ​ຈັນ ໄດ້​ດຳ​ເນີນ​ໄປ​ຢ່າງ​ຄຶກ​ຄື້ນ ໂດຍມີ​ທ່ານ ດຣ. ພັນ​ຄຳ ວິພາ​ວັນ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການກະຊວງ ​ສຶກສາ​ທິການ, ອຳນາດການປົກຄອງພ້ອມ​ບັນດາ​ພະນັກງານ, ທະຫານ, ຕຳຫລວດ, ຜູ້​ອະ​ວຸ​ໂສ, ນັກຮຽນ​ຮູ້​ປັນຍາ​ຊົນ ​ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ ເຂົ້າ​ຮ່ວມ​ຢ່າງ​ໜາ​ແໜ້ນ​ເພື່ອ​ປະຕິບັດສິດ ​ແລະ ພັນທະ​ຂອງ​ພົນ​ເມືອງ ​ຢ່າງ​ຄົບ​ຖ້ວນ..

ທ່ານ ສົມ​ຫວັງ ວິ​ໄລ​ສັກ, ​ເລຂາ​ພັກ, ບ້ານ​ໂພນ​ຕ້ອງ​ສະຫວາດ ​ເມືອງ​ຈັນທະ​ບູລີ​ ໄດ້​ເປີດ​ເຜີຍ​ວ່າ: ນັບ​ແຕ່​ມີ​ການ​ກະກຽມ​ການ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ເຫັນ​ວ່າ ​ບັນດາ​ປະຊາຊົນ ພາຍ​ໃນ​ເຂດ​ບ້ານ​ໂພ​ນຕ້ອງ​ ສະຫວາດ​ ໄດ້​​ໃຫ້​ຄວາມ​ສົນ​ໃຈຢ່າງ​ຫລວງຫລາຍ​ ໃນ​ການ​ເຂົ້າ​ຮ່ວມ​​ເພື່ອ​ປະຕິບັດ​ສິດໜ້າທີ່​ ແລະ ພັນທະ​ຂອງ​ພົນ​ລະ​ເມືອງ​ລາວ ຢ່າງ​ຄົບ​ຖ້ວນ​ໃນ​ມາດຕາ 54 ຂອງ​ລັດຖະທຳ​ມະນູນ​ຂອງ ສປປ ລາວ ແລະ ມາດຕາ​ທີ່​ກ່ຽວຂ້ອງ​ ຂອງ​ກົດໝາຍ ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ອອກ​ລັດຖະດຳລັດ​ສະ​ບັບ​ເລກທີ 295/ປປທ ປະກາດ​ເອົາ​ວັນ​ເສົາ​ເປັນ​ວັນ​ທີ 30 ​ເມສາ 2011 ​ເປັນ​ວັນ​ເລືອກ​ຕັ້ງ​ສະມາຊິກ​ ສະພາ​ແຫ່ງຊາດ​ຊຸດ​ທີ VII ​ແລະ ລັດຖະດຳລັດ​ເລກ​ທີ 296/ປປທ ວ່າ​ດ້ວຍ​ການ​ປະກາດ​ລາຍ​ຊື່​ຂອງ ​ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເລືອກ​ຕັ້ງ.

ທ່ານ ​ເລຂາ​ພັກ​ບ້ານ ຍັງ​ໄດ້​ກ່າວຕື່ມມອີກ​ວ່າ: ບ້ານ​ໂພ​ນຕ້ອງ​ສະຫວາດ​ ມີ​ພົນລະ​ເມືອງ​ທັງ​ໝົດ​ປະມານ 3.500 ຄົນ, ​ໃນ​ນັ້ນ ​ຜູ້​ມີ​ສິດ​ເຂົ້າຮ່ວມ​ມາ​ເລືອກ​ຕັ້ງປະມານ 2.426 ຄົນ, ຍິງ 1.334 ຄົນ. ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ແມ່ນ​ໄດ້​ ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ​ແລະ ​ເປັນ​ຂະ​ບວນການ​ຫລາຍ​ກວ່າ​ໄລຍະ​ຜ່ານ​ມາ.

ທ່ານນາງ ບຸນ​ມີ ອາຍຸ 79 ຢູ່​ບ້ານ​ໂພ​ນຕ້ອງ​ສະຫວາດ​​ ໄດ້​ສຳພາດ​ຕໍ່ນັກ​ຂ່າວ​ວ່າ: ນັບ​ແຕ່​ປີ 1975 ທີ່ ສປປ ລາວ​ ໄດ້​ຮັບ​ການປົດ​ປ່ອຍປະ​ເທດ​ຊາດ​ ອອກ​ຈາກ​ການຄອບຄອງພວກ​ລ່າ​ເມືອງ​ຂຶ້ນ ​ແລະ ສ້າງ​ຕັ້ງ​ລະບອບ​ໃໝ່​ນັ້ນ ນາງ ບຸນ​ມີ​​ ໄດ້​ເຂົ້າ​ຮ່ວມ​ປະຕິບັດ​ສິດໜ້າທີ່ ​ແລະ ພັນທະຂອງ​ຕົນ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ກໍ​ຄື​ ພາລະກິດ​ອັນສຳຄັນ​ຂອງ ​ພັກ​ປະຊາຊົນ​ປະຕິວັດ​ລາວ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ ຮຸ່ງ​​ເຮືອງ​ ສີວິ​ໄລ​ເປັນ​ກ້າວໆ. ພ້ອມ​ດຽວ​ກັນ​ນັ້ນ ນາງ ບຸນ​ມີ​ ຍັງ​ກ່າວ​ວ່າ ທ່ານ​ເອງ​ກໍ​​ໄດ້​ໃຫ້​ຄວາມ​ສຳຄັນ ​ແລະ ​ເອົາ​ໃຈ​ໃສ່​ໃນ​ການ​ເລືອກ​ເອົາ​ຄົນ​ດີ​ ມີຄວາມຮູ້ຄວາມສາມາດ ເພື່ອ​ເປັນ​ຕົວ​ແທນ​ ແລະ ​ແຫ່ວນ​ແຍງ ​ໃຫ້ປະຊາຊົນ​​ໄດ້​ມີຄວາມ ໄວ້​ເນື້ອ​ເຊື່ອ​ໃຈ ​ໃນ​ການຈັດ​ຕັ້ງ​ປະຕິບັດ​​, ນຳພາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ, ມີ​ສະເຖຍ​ລະ​ພາບ, ໝັ້ນຄົງ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ກ້າວໜ້າ​ໄປ​ເລື້ອຍໆ./.

ກັບຫນ້າເທີງ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446