ອາເຊັມ
ເນື່ອງໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ແຕ່ວັນທີ 5 - 6 ພະຈິກ, 2012, ພະແນກ
ເວບໄຊ ສະເໜີບາງຂໍ້ມູນກ່ຽວ ກັບຄວາມເປັນມາ ຂອງອາເຊັມດັ່ງນີ້:
ກ. ຄວາມເປັນມາ:
ກອງປະຊຸມອາຊີ-ເອີຣົບ -ອາເຊັມ (The Asia-Europe Meeting - ASEM) ກຳນົດການ ຮັບຮູ້ເຊິ່ງກັນ ແລະ ກັນ ລະຫວ່າງ ທະວີບອາຊີ ແລະ ທະວີບເອີຣົບ ຊຶ່ງສາຍພພົວພັນ ລະຫວ່າງ ສອງຂົງເຂດ ຕ້ອງການສ້າງຄວາມເຂັ້ມແຂງ, ສະທ້ອນເຖິງການປ່ຽນແປງໃໝ່ໆຂອງໂລກເມື່ອ ຊຸມປີ 1990 ແລະ ມຸມມອງໃນ ສັດຕະວັດໃໝ່.
ເມື່ອເດືອນກໍລະກົດ ປີ 1994, ຄະນະກຳມາທິການເອີຣົບ ໄດ້ພິມບົດຄວາມ ຊຶ່ງມີຫົວຂໍ້ “ ມຸ້ງໜ້າຍຸດທະສາດໃໝ່ ສູ່ອາຊີ”, ເປັນການເນັ້ນຄວາມສຳຄັນ ຂອງ ການສ້າງຄວາມທັນສະໄໝ ດ້ານສາຍພົວພັນກັບຂົງເຂດອາຊີ ແລະ ສະທ້ອນເຖິງຄວາມສຳຄັນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ ກັບ ຂົງເຂດ ອາຊີ.
ເມື່ອເດືອນກັນຍາ ປີ 2001, ຄະນະກຳມາທິການເອີຣົບ ໄດ້ພິມບົດຄວາມຊຶ່ງມີຫົວຂໍ້ “ ເອີຣົບ ແລະ ອາຊີ:ໂຄງສ້າງຍຸດທະສາດ ເພື່ອການເປັນພາຄີີ ທີ່ໄດ້ຮັບ ສົ່ງເສີມ” ຊຶ່ງເປັນການຢືນຢັນອີກ ເຖິງຄວາມສຳຄັນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ ກັບ ຂົງເຂດອາຊີ.
ເມື່ອເດືອນພະຈິກ ປີ 1994, ສິງກະໂປ ແລະ ຝຣັ່ງ ໄດ້ສະເໜີຈັດກອງປະຊຸມສຸດຍອດ ເອີຣົບ-ອາຊີ ເພື່ອພິຈາລະນາວິທີສ້າງຫຸ້ນສ່ວນໃໝ່ ລະຫວ່າງ ສອງຂົງ ເຂດນີ້ໃຫ້ໄດ້ຄືແນວໃດ.
- ພາຍຫຼັງຂໍ້ສະເໜີຂອງສິງກະໂປ ແລະ ຝຣັ່ງ, ກອງປະຊຸມສຸດຍອດອາເຊັມຄັ້ງທຳອິດ ໄດ້ຈັດຂຶ້ນ ເມື່ອເດືອນມີນາ ປີ 1996 ຊຶ່ງເປັນຈຸດເລີ່ມຕົ້ນ ຂອງກອງປະຊຸມ ສຸດຍອດອາເຊັມ ນັບແຕ່ເວລາ ນັ້ນເປັນຕົ້ນມາ.
ອາເຊັມ ກວມເອົາຫຼາຍບັນຫາທີ່ໜ້າສົນໃຈຂອງທະວີບເອີຣົບ ແລະ ອາຊີ. ອາເຊັມ ໄດ້ເປີດເວທີໃຫ້ແກ່ການພົບປະສົນທະນາໃນບັນຫາສາກົນຕ່າງໆ ເຊັ່ນ: ການປະຕິຮູບ ອົງການ ສປຊ, ອາວຸດທຳລາຍຄົນ, ລັດທິກໍ່ການຮ້າຍ, ການອົບພະຍົບໄປຕັ້ງຖິ່ນຖານຢູ່ທີ່ອື່ນ ແລະ ການສົນທະນາອົງການການຄ້າໂລກ.
ກິດຈະກຳຕ່າງໆຂອງອາເຊັມ ຖືກຈັດເປັນ 3 ບັນຫາໃຫຍ່ ເຊັ່ນ: ບັນຫາການເມືອງ, ເສດຖະກິດ ແລະ ວັດທະນະທຳ/ຊັບສິນທາງປັນຍາ.
- ຂົງເຂດການເມືອງ:
ບັນຫາໃໝ່ທີ່ໜ້າສົນໃຈຊຶ່ງພວມພົ້ນເດັ່ນໃນກອງປະຊຸມ ເຊັ່ນ: ການຕໍ່ສູ້ຕ້ານການກໍ່ການຮ້າຍ, ການຈັດການກັບບັນຫາການຫຼັ່ງໄຫຼຂອງຊາວອົບພະຍົບໄປ ຕັ້ງຖິ່ນຖານຢູ່ສະຖານທີ່ອື່ນ, ການຖົກຖຽງບັນຫາສິດທິມະນຸດ, ການປົກປ້ອງເດັກ ແລະ ຜົນກະທົບຈາກໂລກາພິວັດ,
- ຂົງເຂດເສດຖະກິດ ແລະ ການເງິນ:
ການຮ່ວມມືກ່ຽວກັບການຫຼຸດຜ່ອນອຸປະສັກຕໍ່ການຄ້າ-ການລົງທຶນ ແລະ ການປະຕິຮູບນະໂຍບາຍການເງິນ ແລະ ສັງຄົມ, ຂົງເຂດທີ່ໜ້າສົນໃຈທົ່ວໄປ ຊຶ່ງປະກົດ ຈາກກອງປະຊຸມຕ່າງໆທີ່ ໄດ້ຮັບການສະໜັບສະໜູນໃຫ້ມີການເຈລະຈາກ່ຽວກັບບັນຫາທີ່ພົວພັນກັບອົງການການຄ້າ ໂລກ.
- ຂົງເຂດວັດທະນະທໍາ ແລະ ຊັບສິນທາງປັນຍາ:
ການຕິດຕໍ່ ແລະ ການສົນທະນາຂົງເຂດວັດທະນະທຳ ແລະ ຊັບສິນທາງປັນຍາ ໄດ້ຮັບການ ສົ່ງເສີມຢ່າງກວ້າງຂວາງ ລະຫວ່າງ ສອງຂົງເຂດ ແລະ ການຮ່ວມມື ເພື່ອການປົກປ້ອງມໍລະດົກທາງວັດທະນະທຳ.
ຂ. ລັກສະນະສະເພາະຂອງອາເຊັມ ປະກອບດ້ວຍ:
- ຄວາມເປັນກັນເອງ:
ອາເຊັມ ເປີດໂອກາດການຈັດເວທີການພົບປະສົນທະນາ ເພື່ອຖົກຖຽງບັນຫາສຳລັບຜູ້ຮ່າງ ນະໂຍບາຍ ແລະ ບັນດາເຈົ້າໜ້າທີ່ໃນລະດັບຕ່າງໆ ເພື່ອປຶກສາຫາລ ືບັນຫາການເມືອງ, ເສດຖະກິດ ແລະ ສັງຄົມທີ່ໜ້າສົນໃຈຕ່າງໆ. ວິທີການນີ້ ຈະເຮັດໃຫ້ວຽກງານສົມບູນແບບຫຼາຍກວ່າ ເປັນການເຮັດວຽກຊ້ຳແບບຊຶ່ງ ໃນກອງ ປະຊຸມແບບທະວິພາຄີ ແລະ ພະຫຸພາຄີ ນຳໄປປະຕິບັດ ຢູ່ແລ້ວ.
-ຄວາມຫຼາກຫຼາຍມິຕິ:
ອາເຊັມ ກວມເອົາຂອບເຂດສາຍພົວພັນ ລະຫວ່າງ ສອງຂົງເຂດ ແລະ ອຸທິດໃຫ້ແກ່ຄວາມ ເທົ່າທຽມມິຕິດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ.
- ການເນັ້ນໜັກການເປັນຫຸ້ນສ່ວນທີ່ສະເໝີພາບ:
ອາເຊັມ ຫຼີກເວັ້ນທຸກໆການພົວພັນສອງຝ່າຍໃດໆທີ່ອີງໃສ່ແຕ່ການຊ່ວຍເຫຼືອ, ແຕ່ຢູ່ພາຍໃຕ້ ການພົບປະສົນທະນາ ແລະ ການຮ່ວມມືດ້ວຍການດຳເນີນການ ທີ່ຫຼາກຫຼາຍບົນພື້ນຖານການ ເຄົາລົບ ແລະ ມີຜົນປະໂຫຍດຮ່ວມກັນ.
- ແນໃສ່ເຈົ້າໜ້າທີ່ລະດັບສູງ ແລະ ພາກປະຊາຊົນ
ອາເຊັມ ເປີດໂອກາດການພົບປະຂອງປະມຸກລັດ ແລະ ຫົວໜ້າລັດຖະບານ , ລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສ ແລະ ສົ່ງເສີມການຕິດຕໍ່ ລະຫວ່າງ ສັງຄົມໃນຂະແໜງການຕ່າງໆ ລະຫວ່າງ ສອງຂົງເຂດ .
ຄ . ການເປັນສະມາຊິກອາເຊັມ :
ປະເທດທີ່ເຂົ້າຮ່ວມ ອາເຊັມຄັ້ງທຳອິດ ເມື່ອປີ 1996 ປະກອບດ້ວຍສະມາຊິກຝ່າຍ ທະວີບອາຊີ 10 ປະເທດ ແລະ ສະມາຊິກຝ່າຍທະວີບເອີຣົບ 15 ປະເທດ ແລະ 1 ອົງກອນດັ່ງນີ້ :
- ຝ່າຍອາຊີ 10 ປະເທດ ຄື : ບຣູໄນ ດາຣຸສຊາລາມ , ອິນໂດເນເຊຍ , ມາເລເຊຍ , ຟີລິບປິນ , ສິງກະໂປ , ໄທ , ຫວຽດນາມ , ຈີນ , ຍີ່ປຸ່ນ ແລະ ສາທາລະນະລັດເກົາຫລີ .
- ຝ່າຍເອີຣົບ 15 ປະເທດ ແລະ 1 ອົງກອນ ຄື : ໂອຕຣີສ , ແບນຊິກ , ແດນມາກ , ແຟງລັງ , ຝຣັ່ງ , ເຍຍລະມັນ , ເກຣັກ , ໄອແລນ , ອີຕາລີ , ລຸກຊຳບວກ , ໂຮນລັງ , ປອກຕຸຍການ , ແອສປາຍ , ຊູ ແອດ , ອັງກິດ ແລະ ຄະນະກຳມາທິການເອີຣົບ .
ກອງປະຊຸມອາເຊັມ ຄັ້ງທີ 5 ປີ 2004 ທີ່ນະຄອນຫລວງຮາໂນ້ຍ , ສາທາລະນະລັດສັງຄົມນິິຍົມ ຫວຽດນາມ ໄດ້ມີມະຕິຮັບປະທດສະມາຊິກອາເຊັມ ເພີ່ມຂຶ້ນ 13 ປະເທດ .
ກອງປະຊຸມອາເຊັມ ຄັ້ງທີ 7 ທີ່ນະຄອນຫລວງປັກກິ່ງ ປີ 2008 ໄດ້ຮັບຮອງເອົາປະເທດສະມາ ຊິກໃໝ່ 5 ປະເທດ ຄື ຣູມານີ , ບຸນກາຣີ , ອິນເດຍ , ປາກິສຖານ ແລະ ມົງໂກລີ .
ປັດຈຸບັນ , ອາເຊັມ ມີສະມາຊິກທັງໝົດ 43 ປະເທດ ແລະ ສອງອົງກອນ ຄື :
- ສະມາຊິກສະຫະພາບເອີຣົບ ມີ 27 ປະເທດ ຄື : ໂອຕຣິສ , ແບນຊິກ , ແດນມາກ , ແຟງລັງ , ຝຣັ່ງ , ເຍຍລະມັນ , ເກຣັກ , ໄອແລນ , ອີຕາລີ , ລຸກຊຳບວກ , ໂຮນລັງ , ປອກຕຸຍການ , ແອສປາຍ , ຊູແອດ , ອັງກິດ , ໄຊປຣັສ , ສາທາລະນະລັດເຊັກ , ແອສໂທເນຍ , ຮົງກາຣີ , ລັດເວຍ , ລີໂທເນຍ , ມອນຕາ , ໂປໂລຍ , ສາທາລະນະລັດສະໂລວັກ , ສະໂລວາເນຍ , ຣູມານີ ແລະ ບຸນກາຣີ .
- ສະມາຊິກອາຊຽນ ມີ 10 ປະ ເທດ ຄື : ບຣູໄນ ດາຣຸສຊາລາມ , ອິນໂດເນເຊຍ , ມາເລເຊຍ , ຟີລິບປິນ , ສິງກະໂປ , ໄທ , ຫວຽດນາມ , ກຳປູເຈຍ , ສປປ ລາວ ແລະ ມຽນມາ .
- ປະເທດອາຊີຕາເວັນອອກສ່ຽງເໜືອ ແລະ ອາຊີໃຕ້ ປະກອບດ້ວຍ 6 ປະ ເທດ : ຈີນ , ຍີ່ປຸ່ນ , ສາທາລະນະລັດເກົາຫລີ , ມົງໂກລີ , ອິນເດຍ ແລະ ປາກິສຖານ .
- ສອງອົງກອນປະກອບດ້ວຍ : ຄະນະກຳມາທິການເອີຣົບ ແລະ ກອງເລຂາອາຊຽນ .
ກອງປະຊຸມສຸດຍອດອາເຊັມ ເປັນກອງປະຊຸມສຳລັບບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 27 ປະເທດເອີຣົບ ແລະ ຄະນະກຳມາທິການເອີຣົບ ຮ່ວມກັບບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 16 ປະເທດອາຊີ ແລະ ກອງເລຂາອາຊຽນ .
ກອງປະຊຸມອາເຊັມຄັ້ງທີໜຶ່ງ ຖືກຈັດຂຶ້ນທີ່ນະຄອນຫຼວງບາງກອກ , ປະເທດໄທເມື່ອປີ 1996.
ກອງປະຊຸມອາເຊັມຄັ້ງທີສອງ ຖືກຈັດຂຶ້ນທີ່ນະຄອນຫຼວງລອນ ດອນ , ປະເທດອັງກິດ ເມື່ອປີ 1998.
ກອງປະຊຸມອາເຊັມຄັ້ງທີສາມ ຖືກຈັດຂຶ້ນເມື່ອປີ 2000 ທີ່ນະຄອນຫຼວງໂຊນ , ສາທາລະນະລັດ ເກົາຫຼີ .
ກອງປະຊຸມອາເຊັມຄັ້ງທີສີ່ ຖືກຈັດຂຶ້ນເມື່ອປີ 2002 ທີ່ນະຄອນຫຼວງໂກເປັນຮາກ , ປະເທດ ແດນມາກ .
ກອງປະຊຸມອາເຊັມຄັ້ງທີຫ້າ ຖືກຈັດຂຶ້ນແຕ່ວັນທີ 8-9 ເດືອນຕຸລາ 2004 ທີ່ນະຄອນ ຫຼວງຮາ ໂນ້ຍ , ສາທາລະນະລັດສັງຄົມນິຍົມຫວຽດນາມ .
ກອງປະຊຸອາເຊັມຄັ້ງທີຫົກ ຖືກຈັດຂຶ້ນແຕ່ວັນທີ 10-11 ຕຸລາ 2006 ທີ່ນະຄອນຫຼວງ ແຮນຊິງກີ , ປະເທດແຟງລັງ .
ກອງປະຊຸມອາເຊັມຄັ້ງທີເຈັດ ຖືກຈັດຂຶ້ນ ແຕ່ວັນທີ 24-25 ຕຸລາ 2008 ທີ່ນະຄອນ ຫຼວງປັກກິ່ງ , ສາທາລະນະລັດປະຊາຊົນຈີນ .
ກອງປະຊຸມອາເຊັມຄັ້ງທີແປດ ຖືກຈັດຂຶ້ນແຕ່ວັນທີ 4-5 ຕຸລາ 2010 ທີ່ນະຄອນຫລວງ ບຣຸກແຊນ , ປະເທດແບນຊິກ .
ກອງປະຊຸມສຸດຍອດອາເຊັມ ຖືກຈັດຂຶ້ນທຸກໆສອງປີໃນແຕ່ລະທະວີບອາຊີ ແລະ ເອີຣົບຕາມລຳດັບ .
ກັບສາລະບານ