ຂ່າວພາຍໃນປະເທດ  

ທີ່ຕັ້ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕຂອງທະວີບ ອາຊຢູ່ໃຈກາງຂອງແຫລມອິນດູຈີນ ລະຫວ່າງເສັ້ນຂະຫນານທີ 14-23 ອົງສາເຫນືອ ແລະ ເສັ້ນວງທີ 100-108 ອົງສາທິດຕາວັນອອກ, ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລຕ່ເປັນເສັ້ນ ທາງຜ່ານທີ່ສຳຄັນ ລະຫວ່າງ ບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕມີຊາຍແດນທິດຫນືອຕິດກັບ ສາທາລະນະລັດ ປະຊາຊົນຈີນ, ທິດໃຕ້ຕິດກັບ ລາຊະອານາຈັກ ກຳປູເຈຍ, ທິດຕາ ເວັນອອກ ຕິດກັບສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທິດຕາເວັນຕົກຕິດກັບ ລາຊະອານຈັກໄທ ແລະ ທິດຕາເວັນຕົກສຽງເຫນືອຕິດກັບ ສະຫະພາບມຽນມາ.
ສປປ ລາວ ມີເນື້ອທີ່ ທັງຫມົດ 236.800 ກິໂລແມັດມົນທົນ, ມີເຂດພູດອຍກວມເອົາ ປະມານ 70% ຂອງເນື້ອທີ່ທັງຫມົດ, ພູທີ່ສູງທີ່ສຸດຄືພູເບ້ຍ ຢູ່ແຂວງຊຽງຂວາງ ສູງ 2.820 ແມັດ, ມີລວງຍາວແຕ່ເຫນືອເຖິງໃຕ້ 1.700 ກິໂລແມັດ. ມີພົນລະເມືອງທັງຫມົດ 5.600.000 ກວ່າຄົນ. ນະຄອນຫລວງແມ່ນ ວຽງຈັນ.

ພູມອາກາດ
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ ມີລົມມໍລະສຸມຕ່ບໍ່ມີພະຍຸ, ແບ່ງອອກເປັນ 2 ລະດູການຄື: ລະດູຝົນລີ່ມແຕ່ເດືອນ ພຶດສະພາ-ຕຸລາ ແລະ ລະດູແລ້ງເລີ່ມແຕ່ເດືອນພະຈິກ- ເມສາ. ອຸນຫະພູມສະເລ່ຍຕະຫລອດປີປະມານ 28c ໍ, ຮ້ອນສູງສຸດປະມານ 38c ໍ ໃນໄລຍະເດືອນມສາ-ພຶດສະພາ, ອຸນຫະພູມຕ່ຳສຸດຢູ່ໃນລະຫວ່າງ 14-15c ໍ ຢູ່ໃນລະຫວ່າງ ທັນວາ-ມັງກອນ.

ຊັບພະຍາກອນທຳມະຊາດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວປັນຫນຶ່ງໃນບັນດາປະເທດ ອາຊີຕາເວັນ ອອກສຽງໃຕທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດນາໆຊະນິດ. ມີແມ່ນ້ຳລຳເຊ ຢາຍປແຕ່ເຫນືອຮອດໃຕ້, ມີແມ່ນ້ຳຂອງໄຫລຜ່ານ 1.835 ກິໂລແມັດ, ຊຶ່ງມີຄວາມສາມາດບົ່ມຊ້ອນ ຂອງແຫລ່ງພະລັງງານໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມເຖິງ 51%;ໃນພື້ນດິນມີແຮ່ທາດ ຕ່າງໆ ເຊັ່ນ: ກົ່ວ, ເຫລັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ, ມາດ, ອັງຕີມອນ ແລະ ອື່ນໆ; ຢູ່ເທິງ ຫນ້າດິນ ກໍມີປ່າໄມ້ທີ່ມີຄ່າສູງທາງດ້ານເສດຖະກິດຊັ່ນ: ໄມ້ຂະຍຸງ, ໄມ້ຄຳພີ້, ໄມ້ດູ່, ໄມ້ເກດສຫນາ, ໄມ້ໂລ່ງເລ່ງ; ຢູ່ໃນປ່າກໍມີເຄື່ອງປ່າຂອງດົງ ປະເພດຕ່າງໆ ເຊັ່ນ: ຄັ່ງ, ຍານ, ຫມາກແຫນ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ຫມີ, ເຫມີຍ, ກະທິງ, ກວາງ, ເຍືອງ, ເສົາຫລາ.

ປະຫວັດສາດ
ຊາດລາວ​ເປັນຊາດຫນຶ່ງ​ທີ່​ມີ​ປະຫວັດ​ແຫ່ງການ​ກຳ​ເນີ​ດ, ຄົງຕົວ​ ແລະ​ ຂະຫຍາຍຕົວ​ໃນ​ພາກ ພື້ນນີ້. ບັນພະ​ບູລຸດ ​ແລະ ປະຊາ​ຊົນລາວ ຜູ້​ຮັກຊາດ ​ໄດ້​ຕໍ່ສູ້​ປົກປັກຮັກສາ ​ແລະ ສ້າງສາ​ສືບທອດກັນ​ມາ​ຫລາຍ​ເຊັ່ນຄົນ.
ສະຕະວັດທີ 14 ເຈົ້າຟ້າ​ງຸ່ມ
​​ເປັນ​ກະສັດ​ຜູ້​ທຳອິດ​ທີ່​ໄດ້​ທ້ອນ​ໂຮມ​ບັນດາ​ເມືອງ​ລາວບູຮານ​ໃຫ້​ກາຍ​ເປັນ​ອານາຈັກ​ເອກະ​
ພາບຄັ້ງທຳ​ອິດ​ເອີ້ນວ່າ: ອານາຈັກລ້ານຊ້າງ ຊຶ່ງ​ມີ​ອານາ​ເຂດອັນກວ້າງ​ໄກ ​ແລ
ມີແມ່ນ້ຳຂອງ​ໄຫລຜ່ານທາງກາງ. ນະຄອນຫລວງ​ພະ​ບາງ ​ເປັນ​ເມືອງ​ເອກຂອງອານາຈັກລ້ານຊ້າງ ​ເຊິ່ງ​ໄດ້​ປະ​ອະ​ລິ​ຍະ​ທຳ​ໄວ້​ມາ​ເຖິງປະຈຸ​ບັນ ແລະ ​ໄດ້​ກາຍ​ເປັນ​ເມືອງມໍລະດົກ​ໂລກ ​ແຫ່ງ​ທຳ​ອິດຂອງ ສປປ ລາວ.
ກາງສະຕະວັດ​ທີ 16 ເຈົ້າ​ໄຊ​ຍະ​ເສດຖາທິລາດ ​ໄດ້​ມາຕັ້ງວຽງຈັນ​ເປັນນະຄອນຫລວງ​ແທນນະຄອນຫລວງ​ພະ​ບາງ, ພ້ອມ​ກັນນັ້ນກໍ​ໄດ້​ມີ​ກາ​ນສ້າງສາ​ພັດທະນາ​ຢ່າງ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ​ເຊັ່ນ: ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ການປ້ອງກັນຊາ​ດ ສາມາດ​ຕີ​ຕ້ານການຮຸກຮານຂອງສັກ​ດີ​ນາ ຕ່າງດ້າວ​ທີ່​ຮຸກຮານຫລາຍຄັ້ງ.
ໃນ​ສະຕະວັດ​ທີ 17 ພາຍ​ໃຕ້​ລາຊະການຂອງ​ເຈົ້າສຸລິ​ຍະ​ວົງສາ ​ເສດຖະກິດ, ວັດທະນະທຳ ​ແລະ ການຕ່າງປະ​ເທດ ​ໄດ້​ພົ້ນເດັ່ນ. ທ່ານວັນວຸດ​ສະ​ຕົບ ຊາວ​ໂຮ​ນລັງ​ຄົນ​ຜູ້​ທຳ​ອິດ​ໄດ້​ເຂົ້າມາ​ຕິດຕໍ່​ຄ້າຂາຍ​ເປັນ​ໂອກາດ​ໃຫ້​ລາວ​​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ.
ສະຕະວັດ​ທີ 18 ເປັນ​ໄລຍະ​ແຫ່ງການ​ເຊື່ອມ​ໂຊມ, ອານາຈັກລ້ານຊ້າງ ຖືກ​ແຕກ​ແຍກຄວາມສາມັກຄີ​ແບ່ງອອກ​ເປັນສາມອານາຈັກ: ວຽງຈັນ, ຫລວງພະ​ບາ ​ແລະ ຈຳປາ​ສັກ, ອັນ​ເປັນ​ຊ່ອງ​ຫວ່າງ​ເຮ​ັດ​ໃຫ້​ສັກ​ດີ​ນາ​ຕ່າງ​ດ້າວ​ສວຍ​ໃຊ້​ຄວາມ​ອ່ອນ​ແອ​ຂອງ​ສັກ​ດີ​ນາລາ​ວ ​ເຂົ້າມາ​ຢຶດຄອງລາວ ​ແຕ່​ເຈົ້າອະນຸວົງ ​ເປັນບັນພະ​ບູລຸດ ຜູ້​ຮັກຊາດ ​ໄດ້​ນຳພາ​ປະຊາຊົນລຸກຂຶ້ນຕໍ່ສູ້​ ​ເພື່ອຄວາມ​ເປັນ​ເອກະລາດຂອງຊາດລາວ​ ​ໃນ​ປີ 1827-28. ຕັ້ງ​ແຕ່​ນັ້ນມອານາຈັກລ້ານຊ້າງ​ທີ່​ມີ​ອານາ​ເຂດອັນກວ້າງຂວາ ​ແລະ ມີ​ຄວາມ​ເຂັ້ມ​ແຂງ​ໃນ​ເມື່ອກ່ອນ​ກໍ​ຖືກອ່ອນ​ແອ ​ແລະ ​ດິນ​ແດນ​ກໍ​ຖືກຮັດ​ແຄບ​ເຂົ້າ. ເຖິງວ່າການຕໍ່ສູ້​ພາຍ​ໃຕ້​ການນຳພາ​ຂອງ ​ເຈົ້າອານຸ ​​ເພື່ອກອບ​ກູ້​ເອກະລາດ​ບໍ່​ໄດ້​ຮັບ​ໄຊຊະນະ​ກໍ່ຕາມ ​ແຕ່​​ກໍ​ມີ​ຄວາມຫມາຍອັນ​ເລິກ​ເຊິ່ງ ​ແລະ ​ເປັນມໍລະດົກ​ແຫ່ງ​ນ້ຳ​ໃຈ​ຮັກຊາດດັດຂາດ​ບໍ່​ຍອມຈຳນົນຂອງປະຊາຊົນລາວບັນດາ​ເຜົ່າ.
ຍ້ອນ​ປະ​ເທດລາວ​ເປັນ​ປະ​ເທດ​ມີ​ທີ່​ຕັ້ງຍຸດ​ທະ​ສາ ​ເປັນທາງຜ່ານ, ມີ​ຊັບພະຍາ​ກອນອັນອຸດົມຮັ່ງມີ, ບໍ່​ພຽງ​ແຕ່​ສັກ​ດີ​ນາ​ປະ​ເທດ​ໃກ້​ຄຽງ​ທີ່​ຫວັງຢຶດຄອງ​ ແຕ່​ບັນດາ​ອິດ​ທິກຳລັງ​ປະ​ເທດ​ຕາ​ເວັນ​ຕົກ​ກໍມີ​ຄວາມ​ສົນ​ໃຈ​ຕໍ່​ດິນ​ແດນ​ແຫ່ງ​ນີ້.
ຮອດສະຕະວັດ​ທີ 19 ລັດ​ທິ​ລ່າ​ເມືອງຂຶ້ນຝຣັ່ງ ບົນເສັ້ນທາງການ​ແບ່ງປັນຕະຫລາດ​ໂລກຝຣັ່ງ ​ໄດ້​ເຂົ້າມາ​ຢຶດຄອງ​ເອົາ​ລາວ ​ໃນ​ປີ 1893 ຈາກນັ້ນຈຶ່ງ​ເຮ​ັດ​ໃຫ້ການ​ແບ່ງປັນຊາຍ​ແດນຂອງລາວ ​ແລະສ້າງຕັ້ງລັດຖະບານປະສົມລະຫວ່າງ ກຳລັງຮັກຊາດ ​ແລະ ພວກນິຍົມຈັກກະພັດ 3 ຄັ້ງຄື: 1957, 1962 ແລະ 1973.ການ​ປະຕິວັດຊາດ ປະຊາທິປະ​ໄຕ ຕ້ານຈັກກະພັດ​ຜູ້​ຮຸກຮານ​ເປັນ​ເວລາ 30 ປີ, ຮອດ​ປີ 1975 ພັກປະຊາຊົນປະຕິວັດລາວ ​ໄດ້​ວາງຍຸດ​ທະ​ສາດ 3 ບາດຄ້ອນ, ຍຶດອຳນາດ​ແບບບົວ​ບໍ່​ໃຫ້​ຊ້ຳ ນ້ຳບໍ່​ໃຫ້​ຂຸ່ນ, ​ແຕ່​ສາມາດຢຶດອຳນາດ​ໄດ້​ທົ່ວ​ປະ​ເທດ, ກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນ ດ້ວຍ ການລົບລ້າງແອກຄອບຄອງຂອງພວກລ່າເມືອງຂຶ້ນ ແລະ ສັກດີນາ, ສະຖາປະນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນສດຖາທິລາດ, ວຽງຈັນ ສ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446