ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

ການ​ກ້າວ​ຂຶ້ນຂອງສຳນັກ​ຂ່າວສານ​ປະ​ເທດ​ລາວ

ມື້ນີ ສຳນັກ​ຂ່າວສານ​ປະ​ເທດ​ລາວ (ຂ.ປ.ລ ຫລື KPL) ມີ​ອາຍຸ 39 ປີ (6/1/1968- 6/1/2006) ນັບ​ແຕ່​ມື້ ສ້າງຕັ້ງ​ເປັນຕົ້ນ​ມາ ​ໂດຍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຊີ້ນຳຈາກ​ຂັ້ນ​ເທິງ ສຳນັກງານ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ເຕີບ​ໃຫຍ່ຂະ ຫຍາຍຕົວ ​ແລະ ສູ້​ຊົນ​ເຮັດ​ສຳ​ເລັດ​ຫນ້າ​ທີ່​ຂອງ​ຕົນ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ພາລະກິດ​ປົກ​ປັກຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ​ໃນ​ປະຈຸ​ບັນ.
​ໂຄງ​ປະກອບ​ການຈັດຕັ້ງ​ໃນ​ເບື້ອງຕົ້ນ ​ເປັນ​ພຽງ​ຫນ່ວຍ​ງານ​ຫນຶ່ງທີ່​ຕັ້ງຢູ່​ເມ​ືອງວຽງ​​ໄຊ ​ແຂວງ​ຫົວພັນ ຊຶ່ງ​ປະ ກອບ​ດ້ວຍພະນັກງານ, ນັກ​ຂ່າວ, ນັກວິຊາການ​ຈຳນວນ 10 ກວ່າ​ຄົນ, ທີ່​ເຮັດ​ຫນ້າ​ທີ່ເກັບ​ກຳ​ຂໍ້​ມູນ ​ແລະຂຽນ​ຂ່າວ ສະຫນອງ​ໃຫ້​ວິທະຍຸ​ກະຈາຍສຽງ​ຂອງ​ຝ່າຍ​ປະ​ເທດ​ລາວ ​ແລະ​ຫນັງສືພິມ​ລາວ​ຮັກ​ຊາດ ພ້ອມ​ທັງ​ສົ່ງ​ຂ່າວ ​ເປັນ​ພາສາ​ອັງກິດ ອອກ​ອາກາດ​ໃນ​ລະບົບ​ກະຈາຍ​ຄື້ນສັ້ນ ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ການ​ປະຕິວັດ ​ໃນ​ບາດ​ລ້ຽວສຳຄັນ. ນັບ​ແຕ່​ປີ 1973 ເປັນຕົ້ນ​ມາ​ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ເລີ່​ມພິມ​ໃບ​ຂ່າວ​ລາຍ​ວັນ ອອກ​​ແຈກ​ຢາຍ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ສ່ອງ​ແສງ​ສະຖານະ​ການອັນ​ເຜັດໆ​ຮ້ອນໆ ​ໃນ​ໄລຍະ​ການ​ເຈລະຈາ, ການ​ເຊັນສັນຍາ​ວຽງ​ຈັນ, ການ​ປະຕິບັດສັນຍາ, ການຈັດຕັ້ງລັດຖະບານ​ປະສົມ ​ແລະ ຄະນະ​ມົນຕີ​ປະສົມ​ການ​ມືອງ​ແຫ່ງ​ຊາດ ກໍ​ຄື​ຂະ​ບວນການ​ຕໍ່​ສູ້ ລຸກຮື້​ຂຶ້ນ​ຢຶດອຳນາດ ຂອງ​ປະຊາຊົນ ​ໃນ​ທົ່ວ​ປະ​ເທດ. ໃນ​ໄລຍະ​ດຽວ​ກັນນັ້ນ ພາກສ່ວນທີ່​ຍັງ​ຢູ່​ເມືອງ​ວຽງ​ໄຊ ກໍ​ໄດ້​ຈັດ​ພິມ​ໃບ​ຂ່າວ​ຄົ້ນຄວ້າ ​ເພື່ອ​ສະຫນອງ​ຂໍ້​ມູນ ຂ່າວສານ ​ໃຫ້​ແກ່ຂັ້ນນຳຢ່າງ​ເປັນ​ປະຈຳ. ພາຍຫລັງ​ການ​ສະ ຖາປະນາ ສປປ ລາວ ເມື່ອ​ວັນ​ທີ 2 ທັນວາ​ປີ 1975 ເປັນ​ຕົ້ນ​ມາ, ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ກາຍ​ເປັນ​ແຫ​ລ່ງ ຂ່າວສານ​ທາງ​ການ ຂອງ ສປປ. ລາວ, ​ເນື້ອ​ໃນ ​ແລະ​ຮູບ​ການ ​ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ນັບ​ມື​້ດີ​ຂຶ້ນ. ນອກຈາກ​ພິມ​​ໃບ ຂ່າວເປັນ​ພາສາ​ລາວ ​ແລະ​ສົ່ງ​ຂ່າວ​ດ້ວຍ​ລະບົບ​ກະຈາຍ​ຄື້ນສັ້ນ​ແລ້ວ ​ກໍ​ໄດ້​ພິມ​ໃບ​ຂ່າວ​ເປັນ​ພາສາ​ຝຣັ່ງ, ພາສາອັງກິດ ລາຍ​ວັນ ອອກ​ຕື່ມ​ອີກຢ່າງ​ເປັນ​ປົກກະຕິ. ແຕ່​ປີ 1979 ເຖິງ​ປີ 2000 ກໍ​ໄດ້​ພິມວາລະສານ​ປະ​ເທດ​ລາວ ​ເປັນ​ພາສາ​ລາວ ​ແລະ​ເປັນ​ພາສາ​ອັງກິດ ອອກ​ຈຳຫນ່າຍ. ນັບ​ແຕ່ 1/1/2001 ເປັນຕົ້ນ​ມາ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ເພີ່ມ​ຜະລິດ​ຕະພັນ​ຂອງ​ຕົນ​ຕື່ມ​ອີກ​ຄື ໄດ້​ພິມ ​ແລະ ຈຳຫນ່າຍ ​ຫນັງສື​ພິມປະ​ເທດ​ລາວລາຍ​ວັນ​ອອກ​ຢ່າງ​ເປັນ​ປົກກະຕິ​ຕະຫລອດ​ມາ. ພ້ອມ​ນັ້ນກໍ​ໄດ້​ປັບປຸງ​ການ​ພິມ​ໃບ​ຂ່າວ ພາສາ​ຝຣັ່ງ ​ແລະ ອັງກິດ ມາ​ເປັນ​ຮູບ​ແບບ​ຫນັງສືພິມ ອັນ​ມີ​ສີສັນ ​ແລະ​ເນື້ອ​ໃນ​ນັບ​ມື​ອຸດົມສົມບູນ ​ເພື່ອ​ຕອບ​ສະຫນອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ຜູ້​ອ່ານ ​ໄດ້​ນັບ​ມື​ິ້ກວ້າງຂວາງ ​ແລະ​ທົ່ວ​ເຖິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
ທາງ​ດ້ານ​ຮູບ​ພາບ ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ກາຍ​ເປັນ​ແຫ​ລ່ງສະ​ສົມຮູບພາບ​ອັນ​ມີ​ຄຸນຄ່າ ນັບ​ທັງ​ໃນ​ໄລຍະຕໍ່​ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ຮູບ​ພາບ​ທີ່​ສ່ອງ​ແສງ​ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ ຊຶ່ງ​ໃນ​ໄລ ຍະ​ຜ່ານ​ມາ ​ໄດ້ພິມ​ໃ​ບຂ່າວ​ພາບ (ປົດ​ສະ​ເຕີ), ປື້ມຮູບ​ພາບ ສປປ. ລາວ ​ໄດ​້​ເຂົ້າ​ຮ່ວມ ​ແລະ​ຈັດ​ງານ​ສະ​ແດງ​ຮູບ​ພາບ ໃນ​ໂອກາດ​ລະນຶກ​ວັນ​ສຳຄັນຂອງ​ຊາດ ພ້ອມ​ນັ້ນກໍ​ໄດ້​ສະຫນອງ​ຮູບ​ໃຫ້​ແກ່​ພາກສ່ວນ​ຕ່າງໆ ນັບ​ທັງ​ຫໍພິພິທະພັນ​ແຫ່ງ​ ຊາດ ​ແລະ ຫໍພິພິທະພັນ​ໄກສອນ ພົມວິຫານ; ພື້ນຖານ​ວັດຖຸ​ເຕັກນິກ ຂອງ​ຂ່າວສານໃນ​ເບື້ອງຕົ້ນ ​ແມ່ນ​ນຳ​ໃຊ້​ເຄື່ອງ​ໂທລະ​ເລກ ​ໃນ​ການ​ຕິດຕໍ່ ແລະຮັບສົ່ງ​ຂ່າວ​ກັບ​ທ້ອງ​ຖິ່ນ. ຮອດ​ປີ 1970 ໄດ້​ນຳ​ໃຊ້​ເຄື່ອງ​ໂທລະ​ພິມ ລຸ້ນ T50, ນັບ​ແຕ່​ຕົ້ນ​ຊຸມ​ປີ 1990 ເປັນຕົ້ນ​ມາ ພື້ນຖານ​ວັດຖຸ​ເຕັກນິກ​ຂ່າວສານ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ມາຮອດ​ປະຈຸ​ບັນ ​ໄດ້​ມີ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ ເຊື່ອມ​ຕໍ່​ລະບົບ​ອິນ​ເຕີ​ເນັດ ​ເຂົ້າ​ໃນ​ການຮັບຂ່າວ, ສົ່ງ​ຂ່າວ, ຈັດ​ຫນ້າ ​ແລະ​ມີ​ເວ​ບ​ໄຊ (http.//www.kpl.net..la; kplnet..net) ​ເປັນຂອງ​ຕົນ​ເອງ ທັງ​ພາສາ​ລາວ, ອັງກິດ ​ແລະ ຝຣັ່ງ ອັນ​ໄດ້​ຍົກ​ລະດັບ ຂອງ​ການ​ຮັບ ​ແລະ ​ສົ່ງ​ຂ່າວ​ກັບ​ຕ່າງປະ​ເທດ​ນັບ​ມື້ວ່ອງ​ໄວ ​ແລະ​ທັນ​ການ, ການ​ດຳ​ເນີນ​ວຽກ​ງານ​ກໍ​ມີ​ຄວາມ​ສະດວກ​ຂຶ້ນ​ເປ​ັນກ້າວ​ໆ. ໄປ​ພ້ອມ​ກັບ​ການ​ປັບປຸງ​ວຽກ​ງານ​ພາຍ​ໃນ, ຂ່າວສານ​ປະ​ເທດ​ລາວ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື ທາງ​ດ້ານ ວິຊາ​ການ​ກັບ​ຫລາຍ​ປະ​ເທດ​ເພື່ອນ​ມິດ ​ເປັນຕົ້ນ​ແມ່ນ ຫວຽດນາມ, ຈີນ, ກູ​ບາ, ​ລັດ​ເຊຍ ພ້ອມ​ທັງ​ໄດ້​ເຂົ້າ​ເປັນ​ສະມາ ຊິກ ຂອງ​ບາ​ງອົງການ​ຈັດຕັ້ງສາກົນ ​ເຊັ່ນ: ອົງການ​ຂ່າວສານ ບັນດາ​ປະ​ເທດ​ບໍ່​ຮ່ວມ​ກຸ່ມ, ອົງການ​ຂ່າວສານ​ບັນດາ​ປະ​ເທດ​ອາຊີ-ປາຊີ​ຟິກ ( OANA ).
ມາ​ຮອດ​ປະຈຸ​ບັນ ສຳນັກ​ຂ່າວ​ສານ​ປະ​ເທດ​ລາວ ​ໄດ້​ກາຍ​ເປັນ​ແຫ​ລ່ງຂໍ້​ມູນ​ຂ່າວສານທີ່​ສຳຄັນ ​ໃນ​ການ​ເຜີຍ​ແຜ່ແນວທາງ​ນະ​ໂຍບາຍຂອງ​ພັກ ​ແລະ​ແຜນ​ພັດທະນາ​ເສ​ດຖະກິດ-ສັຄົມຂອງ​ລັດ ນັບ​ທັງ​ການ​ເຄື່ອນ​ໄຫວ ຂອງ​ຜູ້ນຳ​ພັກ, ລັດ ສ່ອງ​​ແສງທັດສະນະຂອງ ສປປ. ລາວ ຕໍ່​ຕ່າງປະ​ເທດ ກໍ​ຄື​ເຫດການ​ສາກົນ ​ແລະ​ການ​ເຄື່ອນ​ໄຫວຂອງ​ທົ່ວ​ສັງຄົມ ​ໃນ​ພາລະກິດປົກ​ປັກ​ຮັກສາ ​ແລະ​ສ້າງສາ​ປະ​ເທດ​ຊາດ ​ໂດຍ​ຕິດ​ພັນ​ຢ່າງ​ສະຫນິດ​ແຫນ້ນ​ກັບ​ການ​ຊີ້ນຳ​ຢ່າງ​ໃກ້ຊິດຂອງຂັ້ນ​ເທິງ ​ແລະ​ອ​ົງການທີ່​ມີ​ສ່ວນ​ກ່ຽວຂ້ອງ. ໃນ​ໂອກາດ​ນີ້ ທາງ​ຄະນະ​ນຳ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ຂໍ​ສະ​ແດງ​ຄວາມ ຂອບ​ອົກ ຂອບ​ໃຈ ​ແລະຮູ້​ບຸນຄຸນ ຢ່າງ​ລົ້ນ​ເຫລືອ​ ຕໍ່​ການ​ນຳ​ທຸກຂັ້ນ ພ້ອມ​ທັງ​ອົງການ​ຈັດຕັ້ງຕ່າງໆ ທັງ​ພາກ​ລັດ ​ແລະ​ເອກະ​ຊົນ ກໍ​ຄື​ຜູ້​ອ່ານ ​ແລະ​​ເພື່ອນ​ຮ່ວມ​ງານທຸກໆ​ທ່ານ ທີ່​ໃຫ້ການ​ຊີ້ນຳ​ຊ່ວຍ​ເຫລືອ ສຳນັກ​ຂ່າວສານປະ​ເທດ​ລາວ ​ເຮັດ​ສຳ​ເລັດ​ຫນ້າ​ທີ່​ຂອງ​ຕົນ ​ແລະ​ຫວັງ​ວ່າຈະ​ໄດ້​ຮັບ​ການ​ຊີ້ນຳ ​ແລະຊ່ວຍ​ເຫລືອ ຕະຫລອດ​ໄປ. ໃນ​ໂອກາດ​ປີ​ໃຫມ່​ສາກົນ 2006 ນີ້ ຂໍ​ອວຍພອນ​ໃຫ້​ບັນດາ​ທ່ານ ຈົ່ງ​ປະສົບຜົນສຳ​ເລັດ ​ໃນ​ຫນ້າ​ທີ່​ວຽກ​ງານ ​ແລະ​ມີ​ຄວາມສຸກ​ກາຍ​ສະບາຍ​ໃຈ​ຕະຫລອດ​ໄປ.

ກັບສາລະບານ

 

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446