
ແຂວງບໍລິຄຳໄຊ ຕັ້ງປູ່ທາງພາກກາງຂອງປະເທດ ທິດເໜືອຕິດກັບແຂວງວຽງຈັນ-ຊຽງຂວາງ ທິດໃຕ້ຕິດກັບແຂວງຄຳມ່ວນ ທິດຕາເວັນອອກ ຕິດກັບ ແຂວງເຫງະອານ-ຮາຕີງ (ສສ ຫວຽດນາມ) ທິດຕາເວັນຕົກຕິດກັບແຂວງບືງການ (ຮາຊະອານາຈັກໄທ) ທິດຕາເວັນຕົກສຽງເໜືອຕິດກັບ ນະຄອນຫຼວງ ວຽງຈັນ, ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດໄຕ້ 150 ກິໂລແມັດ.
ແຂວງບໍລິຄຳໄຊ |
 |
ພູມສັນຖານ ແຂວງ ມີເນື້ອທີ່ທັງໝົດ 15.977 ກິໂລຕາແມັດ ເປັນເຂດທົ່ງພຽງລຽບຕາມແຄມແມ່ນ້ຳຂອງ ທາງທິດຕາເວັນອອກ ມີສາຍພູຫຼວງເຊື່ງເປັນເຂດແດນ ລະຫວ່າງ ສປປລາວ ແລະ ສສ ຫວຽດນາມ, ແຂວງບໍລິຄຳໄຊມີ ພົນລະເມືອງ 254.076 ຄົນ ຍິງ 125.878 ຄົນ, 36 ກ່ມບ້ານ, 322 ບ້ານ ມີ 43.103 ຄອບຄົວ, ລວມມີ 24 ຊົນເຜົ່າ ຄວາມໜາແໜ້ນສະເລ່ຍ ປະມານ 15 ຄົນຕໍ່ກິໂລຕາແມັດ .
ແຂວງບໍລິຄຳໄຊໄດ້ຖືກສ້າງຕັ້ງຂື້ນໃນວັນທີ 6 ມີນາ 1984 ແຂວງບໍລິຄຳໄຊແມ່ນມີຄວາມໝາຍມາຈາກຄຳວ່າ “ ບໍລິ” ມາຈາກຄຳວ່າເມືອງບໍລິຄັນ ເຊື່ງເປັນເມືອງດັງເດີມ ໃນລະບອບຣາຊະອາ ນາຈັກລາວ, “ ຄຳ ” ມາຈາກຊື່ເມືອຄຳເກີດ ເຊື່ງເປັນເມືອງປະຫວັດສາດທ່ີຍາວນານຕັ້ງ ແຕ່ສະໄຫມ ເຈົ້າຟ້າງຸ້ມ ແລະ ຄຳວ່າ “ ໄຊ ” ແມ່ນມາຈາກ ໄຊຊະນະຂອງການປະຕິວັດ ຈື່ງມາລວມເຂົ້າກັນເປັນເມືອງ ບໍລີຄຳໄຊ.
ແຂວງບໍລິຄຳໄຊປະກອບມີ 7 ເມືອງ::
-
ປາກຊັນ
-
ຄຳເກີດ
-
ທ່າພະບາດ
-
ປາກກະດິງ
-
ບໍລິຄັນ
-
ວຽງທອງ
-
ໄຊຈຳພອນ
ແຫຼ່ງທ່ອງທ່ຽວສຳຄັນລວມມີ 15 ແຫ່ງຄື:
- ວັດພະບາດ
- ວັດໂພນສັນ
- ບ້ານນາ
- ຕາດເລິກ
- ຕາດຊາຍ
- ຖ້ຳຜາເມືອງ
- ຕາດນ້ຳປາ
- ວັດດານສູງ
- ຖ້ຳແກນ
- ຕາດຊ້າງ
- ຕາດວັງຟອງ
- ຜາຊ້າງນາພົງ
- ຜານາງຮ້ອງ ແລະ ຖ້ຳມັງກອນ
- ບໍ່ນ້ຳອຸ່ນ
ຕາດວັງຟອງ
ເປັນຕາດທ່ີກັ້ນເຂດລະຫວ່າງ ນ້ຳກະດິງ ແລະ ນ້ຳເທີນ ເຊື່ງແມ່ນ້ຳສາຍນີ້ເປັນແມ່ນ້ຳສາຍດ່ຽວກັນ ແຕ່ປະຊາຊົນເອີ້ນກັນວ່າ: ຕອນຕົ້ນເອີ້ນວ່າ ນ້ຳເທີນ 1, ຕອນກາງ ເອີ້ນວ່າ ນ້ຳເທີນ2 ແລະ ຕອນ3 ເອີ້ນວ່າ ນ້ຳກະດິງ ຫ່າງຈາກຕົວເມືອງປາກຊັນ ປະມານ 60 ກິໂລແມັດ. ແລ້ວຂື້ນເຣືອໄປ ປະມານ ຫນື່ງຊົ່ວໂມງຕາມເສັ້ນທາງຕາມນ້ຳ ກະດິງ ທ່ານຈະໄດ້ສັມພັດກັບທຳມະຊາດຢູ່ຂອງຝັງຂອງແມ່ນ້ຳກະດິງ
ວັດພະບາດ
ວັດພະບາດຕັ້ງຢູ່ເມືອງທ່າພະຍາດ ເປັນວັດທ່ີປະຊາຊົນແຂວງບໍລິຄຳໄຊ ແລະ ຊາວນະຄອນຫລວງວຽງຈັນເຄົາລົບບູຊາ ແລະ ເປັນທີຮູ້ຈັກກັນດີ ໃນບໍລິເວັນດັ່ງກ່າວມີຮອຍພະບາດ ຄົ້ນພົບ ໃນເດືອນ 4 ພສ 2476 ເປັນຮອຍພະບາດຂ້າງຂວາ ທ່ຮແກະສະລັກຮູບກົງຈັນ ແລະ ຮູບສັດ 108 ຊະນິດ ແລະ ມີພະທາດທ່ີຈົບງາມ , ພໍເຖີງເດືອນ 3 ເພັງຂອງແຕ່ລະປີຈະມີການຈັດງານບູນປະເພນີທາງສາດສະນາຂື້ນເພື່ອໃຫ້ປະຊາຊົນທ່ີຢູ່ໄກ້ ແລະ ໄກມາ ສ້າງບູນຮ່ວມກັນ .
ຄຳຂ້ວນຂອງແຂວງບໍລິຄຳໄຊ
- ເຊີນທ່ຽວບໍລິຄຳໄຊ ດິນແດນແສນສະຫງ່າ
- ມີຄຸນຄ່າໃນການທ່ຽວຊົມ
- ອຸດົມດີທາງທຳມະຊາດ
- ມີຕາດເລີກ ຕາດຊາຍ
- ມີຫຼາກຫຼາຍພືດພັນ
- ໃນປ່າງາມສະຫງ່າຕົວເມືອງຄຳເກີດ
- ສີ່ງປະເສີດພະບາດໂພນສັນ
- ບໍລິຄັນມີຜາສາດຂອງນາງຜົມຫອມສຽງຊ່າລືດັງກ້ອງເພງກຸຫຼາບປາກຊັນ
ກັບຫນ້າສາລະບັນ
|